spot_img
Homeຄວາມງາມ5 ວິທີ​ກຳຈັດ​ໄຂ​ມັນ​ບັ້ນ​ທ້າຍ

5 ວິທີ​ກຳຈັດ​ໄຂ​ມັນ​ບັ້ນ​ທ້າຍ

Published on

3.1-De-Perfection-Spa-Leg-Diamond-Peel-2

  1. ຫລິ້ນ​ໂຍ​ຄະ​ກະ​ຊັບ​ ໂຍ​ຄະ​ເປັນ​ການ​ອອກ​ກຳ​ລັງ​ກາຍ​ງ່າຍໆແຕ່​ໄດ້​ຜົນດີີໃຜ​ທີ່​ບໍ່​ມັກ​ອອກ​ກຳ​ລັງ​ກາຍ​ແບບ​ໜັກໆກໍ​ສາມາດ​ເຮັດ​ໄດ້​ສະບາຍແຖມ​ຍັງ​ໃຫ້​ປະໂຫຍດ​ທັງ​ການ​ປັບ​ສະພາບ​ຈິດ​ໃຈເຮັດໃຫ້​ມີສະມາ ທິ​ແລະ​ສ້າງ​ຄວາມ​ແຂງ​ແຮງ​ໃຫ້​ກ້າມ​ເນື້ອ​ອີກ​ດ້ວຍນອກ​ຈາກ​ນີ້ຍັງ​ຊ່ວຍ​ໃນ​ເລື່ອງ​ກະ​ຊັບ​ຮູບ​ຮ່າງ​ຢ່າງ​ໄດ້​ຜົນສ່ວນ​ໄຂ​ມັນ​ບໍລິເວນ​ບັ້ນ​ທ້າຍ​ເຈົ້າ​ກໍ​ລອງ​ເລືອກ​ທ່າ​ໂຍ​ຄະ​ສຳລັບ​ລຸດ​ໄຂ​ມັນ​ສະເພາະ​ສ່ວນ​ໂດຍ ສະເພາະ​ກໍ​ໄດ້​ຫລື​ໃຜ​ຢາກ​ຫລິ້ນ​ໂຍ​ຄະ​ແບບ​ຈິງ​ຈັງ​ກໍ​ສາມາດ​ຫາ​ຄອດ​ຮຽນ​ໂດຍ​ກົງ​ໄດ້​ເລີຍຮັບຮອງ​ວ່າ​ການ​ຫລິ້ນ​ໂຍ​ຄະ​ເລື້ອຍ​ຈະ​ຊ່ວຍ​ໃຫ້​ກົ້ນ​ຂອງ​ສາວໆງາມ​ໄດ້​ຮູບ​ຂຶ້ນ​ແນ່ນອນ
  2. ຢ່າ​ນັ່ງ​ຢູ່​ກັບ​ທີ່​ນານ ການ​ນັ່ງ​ຢູ່​ບ່ອນເກົ່າ​ດົນ​ໆໂດຍ​ບໍ່​ລຸກ​ເຄື່ອນ​ໄຫວ​ເລີຍ​ສົ່ງ​ຜົນ​ໃຫ້​ຄອນ​ລາ​ເຈນ​ບໍລິເວນ​ກົ້ນ​ລາບ​ລຽບກົ້ນ​ໃຫຍ່,ກ້າມ​ເນື້ອ​ຫຍ່ອນ​ຄ້ອຍ​ບໍ່​ກະ​ຊັບເພາະ​ສະ​ນັ້ນ​ສາວໆຄົນ​ໃດ​ບໍ່​ຢາກ​ກົ້ນ​ໃຫຍ່​ບໍ່ງາມໝັ່ນ​ລຸກ​ຍ່າງ​ຫລື​ຍືດ​ເສັ້ນ​ຍືດ​ສາຍ​ລະຫວ່າງ​ເຮັດວຽກ​ດ້ວຍ​ຢ່າ​ມົວ​ແຕ່​ນັ່ງ​ເຮັດວຽກ​ຈົນ​ເພີນ​ບໍ່​ດັ່ງນັ້ນ​ບັ້ນ​ທ້າຍ​ຂອງ​ເຈົ້າ​ຈະ​ໝົດ​ງາມ​ແນ່ນອນ
  3. ບອກ​ລາ​ອາຫານ​ຈຳ​ພວກ​ແປ້ງ ການ​ຮັບປະທານ​ອາຫານ​ຈຳ​ພວກ​ແປ້ງ​ຫລາຍ​ຈະ​ເຮັດໃຫ້​ເຮົາ​ຕຸ້ຍແລະ​ມີ​ໄຂ​ມັນ​ສະ​ສົມ​ຫລາຍ​ຂຶ້ນ​ໂດຍສະເພາະ​ບໍລິເວນ​ບັ້ນ​ທ້າຍດັ່ງ​ນັ້ນເຈົ້າ​ຄວນ​ລຸດ​ປະລິມານ​ອາຫານ​ຈຳ​ພວກ​ແປ້ງ​ລົງ​ນຳ​ແລ້ວ​ຫັນ​ມາ​ຮັບປະທານແປ້ງ​ບໍ່​ຂັດ​ສີ​ຈຳ​ພວກ​ເຂົ້າ​ກ້ອງຫລື​ທັນ​ພືດ​ແທນຊຶ່ງ​ນອກ​ຈາກ​ຈະ​ເຮັດໃຫ້​ບັ້ນ​ທ້າຍ​ມີ​ໄຂ​ມັນ​ສະ​ສົມ​ແໜ້ນ​ແລ້ວຍັງມີ​ປະໂຫຍດ​ຕໍ່​ສຸກຂະພາບ​ຂອງ​ເຈົ້າ​ອີກ​ດ້ວຍ
  4. ລຸດ​ອາຫານ​ປະ​ເພດ​ໄຂ​ມັນ ຫລີກ​ລ້ຽງ​ອາຫານ​ໄຂ​ມັນ​ສູງ​ເພື່ອ​ລຸດ​ການ​ສະ​ສົມ​ຂອງ​ໄຂ​ມັນ​ຕາມ​ສ່ວນ​ຕ່າງໆວິທີ​ນີ້​ເປັນ​ອີກ​ວິທີ​ທີ່​ຈະ​ເຮັດໃຫ້​ຮູບ​ຮ່າງ​ເຈົ້າ​ງາມ​ສົມ​ສ່ວນ​ໄປ​ທັງ​ເຮືອນ​ຮ່າງບໍ່​ສະເພາະ​ແຕ່​ບໍລິເວນ​ບັ້ນ​ທ້າຍ​ເທົ່າ​ນັ້ນ​
  5. ອອກ​ກຳ​ລັງ​ກາຍ​ເປັນ​ປະຈຳ ການ​ອອກ​ກຳ​ລັງ​ກາຍ​ເຮັດໃຫ້​ຮູບ​ຮ່າງ​ກະ​ຊັບເຜົາ​ຜານ​ໄຂ​ມັນ​ສ່ວນ​ເກີນ​ແລະ​ສ້າງ​ຫຸ່ນ​ໃຫ້​ງາມ​ພຽວດັ່ງ​ນັ້ນໃຜ​ທີ່​ຢາກ​ມີ​ຫຸ່ນ​ງາມບັ້ນ​ທ້າຍ​ຕຶງ​ກະ​ຊັບກໍ​ຕ້ອງ​ໝັ່ນ​ອອກ​ກຳ​ລັງ​ກາຍ​ເປັນ​ປະຈຳ​ໂດຍ​ຊ່ວງ​ເວລາ​ທີ່​ເໝາະ​ກັບ​ການ​ອອກ​ກຳ​ລັງ​ກາຍ​ຫລາຍ​ທີ່ສຸດກໍ​ຄືຊ່ວງ​ເຊົ້າ​ແລະ​ຊ່ວງ​ແລງ​ນັ້ນ​ເອງ ແຕ່​ຕ້ອງ​ອອກ​ກຳ​ລັງ​ກາຍ​ຢ່າງ​ຕໍ່​ເນື່ອງ​ໃຫ້​ໄດ້​ເທື່ອ​ລະ​ຢ່າງ​ນ້ອຍ 30 ນາ​ທີ​

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...