spot_img
Homeຂ່າວການພັດທະນາໂຄງການໜອງແປນ ແຫຼ່ງທ່ອງທ່ຽວຄົບວົງຈອນຂອງອາຊຽນ ຈະສຳເລັດຕາມແຜນການ

ໂຄງການໜອງແປນ ແຫຼ່ງທ່ອງທ່ຽວຄົບວົງຈອນຂອງອາຊຽນ ຈະສຳເລັດຕາມແຜນການ

Published on

20150406124818

ຄວາມ​ຫວັງ​ໃນ​ການ​ສ້າງ​ໂຄງການ​ພັດທະນາ​ໜອງ​ແປນ ເປັນແຫຼ່ງ​ທ່ອງ​ທ່ຽວ​ຄົບ​ວົງ​ຈອນ​ຂອງອາ​ຊຽນ ໄດ້​ຢັບ​ເຂົ້າ​ສູ່​ຄວາມ​ຈິງເຂົ້າ​ມາ​ທຸກ​ຂະນະ ເມື່ອ​ຜູ້​ພັດ​ທະນາ​ໂຄງການ​ສາມາດ​ປະຕິບັດ​ບັນດາ​ໜ້າ​ວຽກ​ຢ່າງ​ມີ​ຄວາມ​ສະດວກ ຈຶ່ງ​ເຮັດ​ໃຫ້ການ​ພັດທະນາໂຄງການ​ມີ​ຄວາມ​ຄືບ​ໜ້າ​ເປັນ​ທີ່ເພິ່ງ​ພໍໃຈ ພ້ອມ​ທັງ​ຄາດ​ວ່າ​ໂຄງການ ຈະ​ສຳເລັດ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້.

ທ່ານ ທະນະ​ກິດ ສຸວັນນະ​ວົງ ປະທານ​ບໍລິສັດ ​ການ​ຄ້າ​ສາກົນລາວ​ເອ​ເຊຍ ຈຳກັດ​ຜູ້​ດຽວ ໄດ້ກ່າວ​ໃນ​ໂອກາດ​ພິທີ​ທາງ​ສາ​ສະໜາ ເພື່ອ​ລິ​ເລີ່ມ​ໂຄງການ​ກໍ່ສ້າງຫ້ອງການ​ບໍລິສັດ ວັນ​ທີ 3 ເມສາ 2015 ວ່າ: ໂຄງການ​ພັດທະນາໜອງ​ແປນເປັນ​ແຫຼງ​ທ່ອງ​ທ່ຽວຄົບ​ວົງ​ຈອນ​ຂອງ​ອາ​ຊຽນ ມີ​ເນື້ອທີ່​ສຳ​ປະທານ 150 ເຮັກຕາ ໄລຍະ​ສຳ​ປະທານ 70 ປີ ແລະ ສາມາດ​ຕໍ່​ໄດ້ ຈະ​ສ້າງ​ເປັນ​ແຫຼງ​ທ່ອງທ່ຽວ​ທີ່​ໃຫຍ່​ຂອງ​ອາ​ຊຽນ ລວມ​ມີໂຮງແຮມ ສະໜາມ​ກ໊ອບ ທະເລຈຳລອງ ສູນ​ການ​ຄ້າ​ສາກົນ ສວນ​ສະໜຸກ ກຸ່ມ​ເຮືອນ​ຂອງ​ແຕ່ລະ​ປະເທດ​ໃນ​ອາ​ຊຽນ ແຫຼ່ງ​ບັນເທິງ ແລະ ກິດຈະການໆ​ທ່ອງທ່ຽວ​ຄົບ​ວົງ​ຈອນ ຄາດ​ວ່າ​ຈະ​ໃຊ້ນຳ​ໃຊ້​ເນື້ອທີ່ 300 ເຮັກຕາ ມູນຄ່າ​ການ​ກໍ່ສ້າງ 3 ຕື້​ໂດ​ລາ​ສະຫະລັດ ຫຼື ປະມານ 24.000 ຕື້​ກີບ ໄລຍະ​ການ​ກໍ່ສ້າງ 6 ປີ (2014-2020).

ໄລຍະ​ຜ່ານ​ມາ​ພວກ​ເຮົາ​ ໄດ້ມີ​ການ​ຂຸດ​ຄອງ​ລະບາຍ​ນ້ຳ ​ເພື່ອກັນ​ບໍ່​ໃຫ້​ນ້ຳ​ຖ້ວມ​ບ້ານ​ປະຊາຊົນ ແລະ ຂຸດ​ຄອງ​ຊົນລະປະທານ​ລົງສູ່​ນ້ຳຂອງ ປັດຈຸບັນ ເທ​ເບ​ຕົງ​ສຳເລັດ​ແລ້ວ 30% ພ້ອມ​ນີ້ ຍັງ​ໄດ້ຂຸດ​ລອກ​ພື້ນ​ທີ່​ຖົມ-ປັບ​ໜ້າດິນ ແລະ ພາຍ​ໃນ​ເດືອນ​ນີ້ ​ພວກ​ເຮົາຈະ​ເລີ່ມ​ກໍ່ສ້າງ​ຫ້ອງການ​ບໍລິສັດ ສ້າງ​ທະນາຄານ​ທີ​ເອັນ​ເຄ ແລະ ສູນ​ການ​ຄ້າຄຽງ​ຄູ່​ກັນ​ນີ້​ ພວກເຮົາ​ຍັງ​ໄດ້​ມີ​ການ​ຖົມ​ດິນ​ເພື່ອ​ສ້າງ​ສະໜາມ​ກ໊ອບ​ລະດັບ 18 ຫຼຸມ ຕໍ່ດ້ວຍ​ການ​ສ້າງ​ໂຮງແຮມ 5 ດາວ ທະເລ​ຈຳລອງ ຄວບ​ຄູ່​ກັບ​ການ​ກໍ່ສ້າງ​ສູນ​ພັດທະນາ​ອາ​ຊຽນ ສູນວັດທະນະທຳ​ອາ​ຊຽນ ໂຮງຮຽນນາໆຊາດ ໂຮງໝໍ​ທີ່​ລະດັບ​ສາກົນ ແລະ ແບບແຜນ​ຊີວິດ​ການ​ເປັນຢູ່​ຂອງ​ຊົນເຜົ່າ​ຕ່າງໆ ເພື່ອ​ໃຫ້​ນັກທ່ອງ​ທ່ຽວ​ເຂົ້າ​ມາ​ສຶກ​ສາ ບໍ່​ວ່າຈະ​ເປັນ​ຮີດຄອງ​ປະເພນີ ວັດ​ທະນະ​ທຳ ອາຫານ ເຄື່ອງ​ດື່ມ ຊົງເຮືອນ​ຊົນເຜົ່າ ແລະ ອື່ນໆ ໝາຍຄວາມ​ວ່າ​ມາ​ທ່ອງ​ທ່ຽວ​ແຫ່ງ​ນີ້ ຈະ​ສາມາດ​ຮູ້​ໄດ້​ເກືອບ​ທຸກ​ຢ່າງກ່ຽວ​ກັບ​ອາ​ຊຽນ.

ປັດຈຸບັນ ໄດ້​ມີ​ຫຼາຍ​ບໍລິສັດທີ່​ມີ​ເຈດ​ຈຳນົງ​ຢາກ​ມາ​ຮ່ວມ​ລົງທຶນ​ຢູ່​ໂຄງການ​ໜອງ​ ແປນ ບໍ່​ວ່າຈະ​ເປັນ​ຈີນ ຮົງ​ກົງ ມາ​ເລ​ເຊຍ ສິງກະໂປ ມາ​ເກົາ ແລະ ອື່ນໆ ຈາກ​ທົ່ວ​ໂລກ ແຕ່​ພວກ​ເຮົາ​ກໍ່​ໄດ້ເລືອກ​ເອົາ​ບໍລິສັດ​ທີ່​ມີ​ຄວາມ​ສາມາດ ແລະ ມີ​ນະໂຍບາຍ​ກົງ​ກັບນະໂຍບາຍ​ຂອງ​ບໍລິສັດ​ພວກ​ເຮົາ ເພື່ອ​ແນໃສ່​ໃຫ້ການ​ພັດທະນາໂຄງການ​ອອກ​ມາ​ດ້ວຍ​ຮູບ​ແບບທີ່​ສວຍ​ງາມ ພາຍຫຼັງ​ໂຄງການ​ນີ້ ສຳເລັດ​ຈະ​ສາມາດ​ນຳ​ເງິນ​ຈາກຕ່າງປະເທດ​ເຂົ້າ​ມາ​ປະເທດ​ເຮົາໄດ້​ຢ່າງ​ມະຫາສານ ເຊິ່ງ​ຈະ​ປະກອບ​ສ່ວນ​ໃນ​ການ​ພັດທະນາເສດຖະກິດ-ສັງຄົມ​ໃຫ້​ຂະຫຍາຍຕົວ ສາມາດ​ຫຼຸດຜ່ອນ​ຄວາມທຸກຍາກ​ຂອງ​ປະຊາຊົນ ແລະ ເຮັດໃຫ້​ປະເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ ສະຖານະ​ພາບ​ດ້ອຍ​ພັດທະນາ ໃນ​ປີ 2020.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...