spot_img
Homeຄວາມງາມວິທີເບິ່ງແຍງ​ຜົມ​ກູດ

ວິທີເບິ່ງແຍງ​ຜົມ​ກູດ

Published on

images

   ຜົມ​ກູດໃຜ​ວ່າ​ເບິ່ງແຍງ​ຍາກ?ພຽງ​ນຳວິທິງ່າຍໆນີ້​ໄປ​ໃຊ້ສາວ​ຜົມ​ກູດ​ກໍ​ຈະ​ມີ​ເສັ້ນ​ຜົມ​ທີ່​ງາມ​ສຸກຂະພາບ​ດີ​ບໍ່​ແພ້​ສາວ​ຜົມ​ຊື່​ເລີຍ
1.ກົ້ມ​ຫົວ​ເວລາ​ເປົ່າ​ຜົມ ຫລັງ​ສະ​ຜົມ​ສຳເລັດ​ແລ້ວແທນ​ທີ່​ຈະ​ເປົ່າ​ຜົມ​ແບບ​ທຳມະດາ​ໆສາວ​ຜົມ​ກູດ​ຄວນ​ປ່ຽນ​ມາ​ກົ້ມ​ຫົວ​ແລ້ວ​ຄ່ອຍ​ໃຊ້​ໄດ​ເປົ່າ​ຈະ​ດີກວ່າວິທີ​ນີ້​ຈະ​ບໍ່​ເຮັດໃຫ້​ຜົມ​ຟູ​ຟ່ອງ​

2.ສາວ​ຜົມ​ກູດ​ມາ​ເຮັດ​ຄວາມ​ສະ​ອາດ​ໜັງ​ຫົວ​ກັນ​​ດີກວ່າ ດ້ວຍ​ສູດ​ເດັດ​ທີ່​ເຮັດ​ໄດ້​ເອງ​ບໍ່​ຍາກພຽງນຳ​ນ້ຳ​ຕານ​ຊາຍ​ແດງ​ມາ​ປະສົມ​ກັບ​ຄີມ​ນວດ​ຜົມ​ທີ່​ໃຊ້​ຢູ່​ເປັນ​ປະຈຳ​ມາ​ປະສົມ​ແລະ​ຄົນ​ໃຫ້​ເຂົ້າກັນຈາກ​ນັ້ນ​ກໍ​ນຳ​ມາ​ນວດ​ທີ່​ໜັງ​ຫົວ​ແລ້ວ​ຄ່ອຍ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ

3.ໃຊ້​ຫວີ​ຊີ່​ຫ່າງ ແທນທີ່​ຈະ​ໃຊ້​ຫວີ​ທຳມະດາ​ຫລື​ແປງ​ຜົມ​ທີ່​ເຮັດໃຫ້​ຜົມກູດ​ຍິ່ງ​ຟູ​ໜັກ​ກວ່າ​ເດີມກໍ​ໃຫ້​ຫັນ​ມາ​ໃຊ້​ຫວີ​ຊີ່​ຫ່າງຍິ່ງ​ຫວີຕອນ​ຜົມ​ປຽກ​ຍິ່ງ​ຈະ​ຊ່ວຍ​ຄາຍ​ຜົມ​ທີ່​ພັນ​ກັນ​ໄດ້​ດີ​ເຂົ້າໄປ​ໃຫຍ່
4.ໃຊ້​ຜະລິດຕະພັນ​ບຳ​ລຸງ​ຜົມ​ຕອນ​ຜົມ​ປຽກບໍ່​ວ່າ​ຈະ​ໃຊ້​ຜະລິດຕະພັນ​ບຳ​ລຸງ​ຜົມ​ຈັກ​ຕົວ​ກໍ​ຕາມ​ແຕ່ສາວ​ຜົມ​ກູດ​ກໍ​ຄວນ​ໃຊ້​ຜະລິດຕະພັນ​ເຫລົ່າ​ນັ້ນ​ໃນ​ຂະນະ​ທີ່​ຜົມ​ກຳ​ລັງ​ປຽກ​ຢູ່ວິທີ​ນີ້​ແຫລະ​ທີ່​ຈະ​ຊ່ວຍ​ເຮັດໃຫ້​ຜົມ​ຢູ່​ຊົງ​ບໍ່​ປ່ຽນ​ແປງ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...