spot_img
Homeຂ່າວການພັດທະນາລົດ​ໂດຍ​ສານ​ທຸກ​ປ​ະ​ເພດ ຈະ​ໄດ້​ກວດ​ກາ​ເຕັກ​ນິກ ຮອງ​ຮັບ​ຜູ້​ໂດຍ​ສານ​ບຸນ​ປີ​ໃໝ່​ລາວ

ລົດ​ໂດຍ​ສານ​ທຸກ​ປ​ະ​ເພດ ຈະ​ໄດ້​ກວດ​ກາ​ເຕັກ​ນິກ ຮອງ​ຮັບ​ຜູ້​ໂດຍ​ສານ​ບຸນ​ປີ​ໃໝ່​ລາວ

Published on

g7cd1fab copy

ເພື່ອກະກຽມຮອງ​ຮັບ​ການ​ຂົນ​ສົ່ງ​ໂດຍສານ​ໄລຍະ​ປີ​ໃໝ່ລາວ​ ພສ 2558 ນີ້​ໃຫ້​ມີ​ຄວາມ​ຮັບປະກັນ ໂດຍສານ​ທຸກ​ປະ​ເພດ​ທາງ​ພາຍ​ໃນ ແລະ ຕ່າງ​ປະ​ເທດແມ່ນ ຈະຕ້ອງໄດ້ຮັບການກວດກາຄຸນນະພາບເຕັກນິກໃຫ້ດີທີ່ສຸດ ພາຍຫຼັງສັງເກດເຫັນວ່າ: ໃນໄລຍະຜ່ານມາ ລົດໂດຍສານທີ່ບໍລິການຢູ່ຕາມສາຍທາງຕ່າງໆໃນທົ່ວປະ ເທດ ມັກເກີດອຸປະຕິເຫດ ອາດດ້ວຍການຕຳກັນ, ພິກຂວ້ຳ, ຕີນແຕກ, ເບກແຕກ ແລະ ອື່ນໆ ຍ້ອນຍັງຂາດການກວດກາຄຸນນະພາບເຕັກນິກ ແລະ ຮ້າຍແຮງໄປກ່ວານັ້ນ ລົດໂດຍສານຫຼາຍຄັນທີ່ແລ່ນໃນຍາມຄໍ່າຄືນ ມີໄຟເຍືອງທາງພຽງເບື້ອງດຽວ, ໄຟສູງ, ໄຟຕໍ່າ, ບໍ່ຮັບປະກັນ ສົ່ງຜົນໃຫ້ເກີດອຸປະຕິເຫດ ເວົ້າລວມແລ້ວ ບັນຫາດັ່ງກ່າວແມ່ນຍ້ອນຜູ້ຂັບຂີ່ ຫຼື ເຈົ້າຂອງຜູ້ປະກອບການ ຍັງຖືເບົາບໍ່ເອົາໃຈໃສ່ໃນການກວດກາສະພາບເຕັກນິກຂອງລົດກ່ອນ ອອກເດີນທາງແຕ່ລະຄັ້ງ.

ດັ່ງນັ້ນໃນໂອກາດການຫຼິ້ນປີໃໝ່ປີນີ້ ການພັກຫຼິ້ນບຸນອາດຈະແກ່ຍາວໄປຫຼາຍວັນ ແລະ ຈະເຮັດໃຫ້ມີຜູ້ ໂດຍ ສານເດີນທາງໄປມາຫຼາຍ ດັ່ງນັ້ນຈຶ່ງມີຄວາມຈຳເປັນໃນການເຂັ້ມງວດ ກວດກາສະພາບເຕັກນິກລົດ ແລະ ສະຕິຂອງຜູ້ຂັບຂີ່ໃຫ້ດີໃນການປະຕິບັດລະບຽບຈະລາຈອນ ພ້ອມສັ່ງໃຫ້ບັນດາບໍລິສັດຂົນສົ່ງໂດຍສານ ເພີ່ມປະລິມານລົດ ແລະ ເພີ່ມຖ້ຽວໃຫ້ຫຼາຍຂຶ້ນ ເພື່ອອຳນວຍຄວາມສະດວກ ແລະ ຮັບປະກັນຄວາມປອດໄພ ຂອງຜູ້ໂດຍສານ, ພ້ອມກັນໄດ້ສະຫຼອງສົງການປີໃໝ່ລາວປີ ນີ້ດ້ວຍບັນຍາກາດເບີກບານມ່ວນຊື່ນ ປາສະຈາກອຸປະຕິເຫດຕ່າງໆທີ່ຈະເກີດຂຶ້ນ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...