spot_img
Homeຂ່າວການພັດທະນາຮອດປີ 2020 ນ.ວ ຈະສະໜອງນ້ຳປະປາກວມ 95% ຂອງພົນລະເມືອງ

ຮອດປີ 2020 ນ.ວ ຈະສະໜອງນ້ຳປະປາກວມ 95% ຂອງພົນລະເມືອງ

Published on

water supply

ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດ ລາວ ຄົບຮອບ 60 ປີ(22 ມີນາ 1955-22 ມີນາ 2015), ອຳນວຍການລັດວິສ າຫະກິດນ້ຳປະປານະຄອນຫລວງ ຄຳເຜີຍ ວົງສາຄຳຜຸຍ ໄດ້ໃຫ້ສຳ ພາດຕໍ່ນັກ ຂ່າວພວກເຮົາວ່າ: ນັບແຕ່ປະເທດຊາດຂອງພວກເຮົາໄດ້ຮັບການປົດປ່ອຍ ຢ່າງສົມບູນໃນປີ 1975, ພັກ-ລັດໄດ້ສຸມໃສ່ປັບປຸງປົວແປງພື້ນຖານໂຄງລ່າງໃຫ້ສະ ດວກດີຂຶ້ນເທື່ອລະກ້າວ, ເວົ້າສະເພາະໃນຂະແໜງນ້ຳປະປາ ແມ່ນຖືເປັນ ບູລິມະສິດສຳຄັນ ແລະ ເປັນນະໂຍບາຍພິເສດທີ່ພັກ ແລະ ລັດ ຕ້ອງໄດ້ຄຸ້ມຄອງດັດສົມເພື່ອໃຫ້ສາມາດ ຕອບສະ ໜອງຄວາມຕ້ອງການຂອງສັງຄົມ ແລະ ສະພາບການຂະຫຍາຍເສດຖະກິດຂອງຊາດໃນແຕ່ລະໄລຍະ.ທ່ານອຳນວຍການກ່າວວ່າ: ເມື່ອຫລາຍປີກ່ອນນີ້, ອັດຕາການຊົມໃຊ້ນ້ຳປະປາທົ່ວປະເທດມີບໍ່ເຖິງ10% ແລະ ມີສະຖານີຜະລິດນ້ຳພຽງຢູ່ນະຄອນຫລວງວຽງຈັນ, ຫລວງພະບາງ ແລະ ຈຳປາສັກເທົ່ານັ້ນ, ແຕ່ມາຮອດ ປັດຈຸບັນ ຢູ່ນະຄອນຫລວງວຽງຈັນມີໂຮງງານຜະລິດນ້ຳ 4 ແຫ່ງຄື: ສະຖານີຈີນາຍໂມ້ມີກຳລັງການຜະລິດ 80 ພັນແມັດ ກ້ອນ, ເກົ້າລ້ຽວ 60 ພັນແມັດກ້ອນ, ດົງໝາກຄາຍ ແລະ ດົງບັງແຫ່ງລະ 20 ພັນແມັດກ້ອນຕໍ່ມື້, ຕາມການຄິດໄລ່

ຄວາມຕ້ອງການນ້ຳໃນປັດຈຸບັນມີປະມານ 320-340 ພັນແມັດກ້ອນຕໍ່ມື້ຈຶ່ງພຽງພໍ ແລະ ຄາດວ່າ ແຕ່ປີ 2015-2020 ຈະມີຄວາມຕ້ອງການນ້ຳເພີ່ມຂຶ້ນປະມານ 360-400 ພັນແມັດກ້ອນ, ແຕ່ປີ 2021-2025 ປະມານ 400-450 ພັນແມັດກ້ອນ ແລະ ຮອດປີ 2030 ຈະມີຄວາມຕ້ອງການຫລາຍກວ່າ 5 ແສນແມັດກ້ອນຕໍ່ມື້ ແລະ ເປັນສິ່ງ ທ້າທາຍຫລາຍຕໍ່ຂະແໜງນ້ຳປະປາ. ກໍດັ່ງປັດຈຸບັນການສະໜອງນ້ຳປະປາຂອງນະຄອນຫລວງວຽງຈັນບໍ່ທັນຕອບ ສະໜອງຕາມຄວາມຕ້ອງການຂອງສັງຄົມໄດ້ຢ່າງທົ່ວເຖິງ, ສາເຫດຕົ້ນຕໍແມ່ນມາຈາກມີຜູ້ຊົມໃຊ້ເພີ່ມຂຶ້ນຢ່າງວ່ອງ ໄວເຊັ່ນ: ການພັດທະນາເຂດອຸດສະຫະກຳ, ເຂດເສດຖະກິດ, ທ່ີຢູ່ອາໄສ ແລະ ອື່ນໆ, ນອກຈາກນີ້, ການຂະຫຍາຍ ທໍ່ສົ່ງກໍຍັງເຮັດບໍ່ທັນໄດ້ກວ້າງຂວາງ, ປັດຈຸບັນລະບົບທໍ່ສົ່ງນ້ຳນັບທັງຂະໜາດນ້ອຍ ແລະ ໃຫຍ່ມີຄວາມຍາວປະ ມານ 1.340 ກິໂລແມັດ ແລະ ສ່ວນຫລາຍຍັງບໍ່ໄດ້ມາດຕະຖານຍ້ອນມີອາຍຸການນຳໃຊ້ດົນນານອັນເປັນສາເຫດ ໜຶ່ງເຮັດໃຫ້ອັດຕານ້ຳຕົກເຮ່ຍມີປະລິມານຫລາຍໃນແຕ່ລະປີ ແລະ ນັບແຕ່ປີ 2009 ເປັນຕົ້ນມາແມ່ນປະຕິບັດ ຫົວໜ່ວຍລາຄາ 1.350 ກີບຕໍ່ແມັດກ້ອນ, ຊຶ່ງຕ່ຳຫລາຍທຽບກັບຕົ້ນທຶນການຜະລິດຕົກມາຮອດເດືອນກັນຍາ 2014 ລັດຖະບານຈຶ່ງອະນຸມັດໃຫ້ມີການປັບປຸງລາຄານ້ຳໃໝ່ມາເປັນ 1.900 ກີບຕໍ່ແມັດກ້ອນ ແລະ ແຍກອອກ ເປັນ 3 ປະເພດການຊົມໃຊ້ຄື: 1.ນຳໃຊ້ເພື່ອຄົວເຮືອນ, 2.ນຳໃຊ້ໃນສຳນັກງານຫ້ອງການ, ສະຖານທູດ, ອົງການຈັດ ຕັ້ງສາກົນ ແລະ 3. ນຳໃຊ້ເພື່ອທຸລະກິດ, ໂຮງແຮມ, ຮ້ານອາຫານ. ເຊິ່ງໄລຍະຜ່ານມາ, ສະພາບທາງດ້ານການເງິນ ແມ່ນເຫັນວ່າພົບຄວາມຫຍຸ້ງຍາກ ແລະ ຂາດສະພາບຄ່ອງ, ເນື່ອງຈາກການປະຕິບັດລາຄາເກົ່າແມ່ນຕ່ຳກວ່າ ລາຄາຕົ້ນທຶນການຜະລິດ. ນອກຈາກນີ້, ຄ່ານ້ຳໃນບ້ວງພາກລັດແມ່ນປະຕິບັດບໍ່ໄດ້ຕາມແຜນການ, ແກ່ຍາວການຊຳ ລະເກີດມີໜີ້ສີນຄຸມເຄືອຫລາຍ.

ອຳນວຍການລັດວິສາຫະກິດນ້ຳປະປາ ກ່າວວ່າ: ສຳລັບແຜນການຕໍ່ໜ້ານີ້ ແມ່ນຈະສຸມໃສ່ໂຄງການຂະຫຍາຍ ໂຮງງານດົງໝາກຄາຍໄລຍະ II ມີກຳລັງການຜະລິດ 1 ແສນແມັດກ້ອນ, ຂະຫຍາຍໂຮງງານນ້ຳປະປາທ່າເດື່ອມີກຳລັງ ການຜະລິດ 20 ພັນແມັດກ້ອນ, ສ້າງໂຮງງານນ້ຳປະປາບ້ານແສນດິນ 20 ພັນແມັດກ້ອນ, ຂະຫຍາຍໂຮງງານຜະ ລິດດົງບັງຈາກ 20 ພັນມາເປັນ 40 ພັນແມັດກ້ອນ ແລະ ຂະຫຍາຍໂຮງງານຜະລິດນ້ຳປະປາຈີນາຍໂມ້ຈາກ 80 ພັນມາເປັນ 120 ພັນແມັດກ້ອນຕໍ່ມື້ ແລະ ໃນໂອກາດນີ້, ກໍຮຽກຮ້ອງໃຫ້ທົ່ວສັງຄົມຈົ່ງພ້ອມກັນໃຊ້ນ້ຳຢ່າງປະຢັດ ແລະ ເກີດປະໂຫຍດສູງສຸດ, ຊ່ຳລະຄ່ານ້ຳໃຫ້ທ່ວງທັນເວລາເປັນປົກກະຕິ, ຂະນະດຽວກັນຫາກພົບເຫັນທໍ່ນ້ຳຮົ່ວ, ແຕກ ຫລື ການລັກໃຊ້ນ້ຳໂດຍບໍ່ຖືກຕ້ອງອື່ນໆກະລຸນາແຈ້ງສາຍດ່ວນໝາຍເລກ 1169 ຕະຫລອດ 24 ຊົ່ວໂມງ ແລະ ພິເສດຊ່ວງໄລຍະສະຫລອງປີໃໝ່ລາວ ພສ 2015 ທີ່ຈະມາເຖິງນີ້ກໍຂໍໃຫ້ທຸກຄົນຈົ່ງຊ່ວຍກັນໃຊ້ນ້ຳຢ່າງປະ ຢັດ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...