spot_img
Homeຄວາມງາມ6 ວິທີປຸກຜິວໃຫ້ສົດໃສງາມໄດ້ບໍ່ຕ້ອງແຕ່ງໜ້າ

6 ວິທີປຸກຜິວໃຫ້ສົດໃສງາມໄດ້ບໍ່ຕ້ອງແຕ່ງໜ້າ

Published on

206017

1.ດື່ມ​ນ້ຳ​ສະ​ອາດ ບໍ່ມີ​ຫຍັງ​ທີ່​ຈະ​ດີ​ເທົ່າ​ການ​ດື່ມ​ນ້ຳ​ສະ​ອາດ​ອີກ​ແລ້ວເພາະ​ບໍ່​ພຽງ​ແຕ່​ຈະ​ຊ່ວຍ​ຂັບ​ຂອງ​ເສຍ​ອອກຈາກ​ຮ່າງກາຍ​ແລ້ວກໍ​ຍັງ​ຊ່ວຍ​ເຕີມ​ຄວາມ​ຊຸ່ມ​ຊື້ນ​ໃຫ້​ຜິວ​ຖ້າ​ມົວ​ແຕ່​ປ່ອຍ​ໃຫ້​ຜິວ​ຂາດ​ນ້ຳ​ລະ​ກໍລະ​ວັງ​ຜິວ​ຈະ​ແຫ້ງ​ແລະ​ເກີດ​ຣິ້ວ​ຮອຍ​ໄວ​ກວ່າ​ທີ່​ຄິດສະ​ນັ້ນ​ການ​ວາງ​ຈອກນ້ຳ​ໄວ້​ໃກ້​ມື​ແລະ​ດື່ມ​ນ້ຳ​​ເລື້ອຍໆເປັນ​ສິ່ງ​ທີ່​ຄວນ​ເຮັດ​

2.ບຳ​ລຸງ​ດ້ວຍ​ມອຍສ໌​ເຈີ​ໄລ​ເຊີ ຢ່າງທີ່​ບອກ​ໄປ​ແລ້ວ​ວ່າ​ການ​ດື່ມ​ນ້ຳ​ຊ່ວຍ​ເຕີມ​ຄວາມ​ຊຸ່ມ​ຊື້ນ​ໃຫ້​ຜິວແຕ່​​ກໍ​ຕ້ອງ​ຫາ​ມອຍສ​ເຈີ​ໄລ​ເຊີດີໆມາ​ບຳ​ລຸງ​ເພື່ອ​ກັກ​ເກັບ​ຄວາມ​ຊຸ່ມ​ຊື້ນ​ໄວ້​ໃນ​ຜິວ​ນຳລອງ​ເລືອກ​ມອຍສ໌​ເຈີ​ໄລ​ເຊີທີ່​ເໝາະ​ກັບ​ຜິວ​ມາ​ໃຊ້​ເບິ່ງຖ້າ​ເຈົ້າ​ມີ​ຜິວ​ແຫ້ງ​ກໍ​ລອງ​ເລືອກ​ແບບ​ເນື້ອ​ຄີມ​ສ່ວນ​ສາວ​ຜິວ​ມັນ​ກໍ​ເລືອກ​ແບບ​ເປັນ​ເນື້ອ​ເຈນ​ເພື່ອ​ບໍ່​ໃຫ້​ຮູ້ສຶກ​ຜີວໝຽວຖ້າ​ຜິວ​ຊຸ່ມ​ຊື້ນ​ແລ້ວ​ຮັບຮອງ​ບັນຫາ​ຜິວ​ບໍ່​ຕາມ​ມາ​ແລະ​ສາວ​ຜິວ​ມັນ​ກໍ​ຈະ​ໜ້າ​ມັນ​ນ້ອຍ​ລົງນຳ

3.ບໍ່ມັກຂັດຜິວ ຢ່າຫາກໍ່​ຄິດວ່າ​ການ​ຂັດ​ຜິວ​ຈະ​ຊ່ວຍ​ໃຫ້​ສິວ​ທັງ​ຫລາຍ​ທີ່​ຢູ່​ເທິງ​ໃບ​ໜ້າ​ຫາຍ​ໄປເພາະ​ການ​ຂັດ​ຜິວ​ເລື້ອຍໆຖື​ເປັນ​ການທຳ​ຮ້າຍ​ຜິວ​ທາງ​ທີ່​ດີ​ຂັດ​ຜິວ​ພຽງ2-3ເທື່ອ​ຕໍ່​ອາທິດ​ກໍ​ພໍ​ແລ້ວ

4.ເລືອກ​ໃຊ້​ສ່ວນ​ປະສົມ​ຈາກ​ທຳ​ມະຊາດ ແມ່ນຢູ່​ທີ່​ການ​ໃຊ້​ຜະລິດຕະພັນ​ເບິ່ງແຍງ​ຜິວ​ທີ່​ເຮັດ​ຈາກ​ສານ​ເຄ​ມີອາດຈະ​ຊ່ວຍ​ແກ້​ບັນຫາ​ຜິວ​ໄດ້​ຢ່າງ​ດີ​ແລະ​ເຫັນ​ຜົນ​ທັນ​ຕາແຕ່​ມັນ​ກໍ​ຮຸນແຮງ​ກັບ​ຜິວ​ຢູ່​ບໍ່​ນ້ອຍຖ້າ​ຢ່າງ​ນັ້ນ​ລອງ​ຫັນ​ມາDIY7u,​ບຳ​ລຸງ​ຜິວ​ໜ້າ​ເອງ​ນຳ​ດີກວ່າບໍ່​ວ່າ​ຈະ​ເປັນ​ນ້ຳ​ຫມາກໄມ້​ຕ່າງໆມາ​ບຳ​ລຸງ​ກໍ​ດີ​ກັບ​ຜິວ​ທັງ​ນັ້ນ​

5.ກິນ​ວິ​ຕາ​ມິນ​ເສີ ຄົງເປັນ​ເລື່ອງ​ຍາກ​ທີ່​ໃນ​ຊີວິດ​ປະຈຳວັນ​ເຈົ້າ​ຈະ​ໄດ້ຮັບ​ວິ​ຕາ​ມິນ​ເຂົ້າ​ສູ່​ຮ່າງກາຍ​ຄົບ​ຖ້ວນພຽງ​ພໍ ສະ​ນັ້ນ​ວິ​ຕາ​ມິນ​ເສີມ​ເປັນ​ເມັດໆນີ້​ແຫລະ​ຊ່ວຍ​ເຈົ້າ​ໄດ້​ຢ່າງ​ຫລາຍ​ເລີຍ​ລອງ​ຫາ​ພວກ​ນ້ຳ​ມັນ​ຕັບ​ປາ​ມາ​ກິນ​ເບິ່ງ​ເພາະ​ມັນ​ຈະ​ຊ່ວຍ​ໃຫ້​ຜິວ​ເບິ່ງ​ສົດ​ໃສ​ເປັ່ງ​ປັ່ງອີກ​ທັງ​ຍັງ​ຊ່ວຍ​ບຳ​ລຸງ​ເລັບ,ຜົມແລະ​ອີກ​ຫລາຍ​ຢ່າງ​

6.ບໍ່​ຄຽດ ລອງເຮັດ​ວິທີ​ຕ່າງໆດັ່ງ​ທີ່​ໄດ້​ກ່າວ​ໄປ​ແລ້ວ​ເພື່ອ​ໃຫ້​ຜິວ​ສົດ​ໃສແຕ່​ຮູ້​ໄວ້​​ວ່າ​ມັນ​ຈະ​ເປັນ​ໄປ​ບໍ່​ໄດ້​ຕະຫລອດຖ້າ​ຫາກ​ເຈົ້າ​ຍັງມີ​ເລື່ອງ​ຄຽດ​ຫລວງຫລາຍ​ຢູ່ໃນ​ໃຈສະ​ນັ້ນ​ຕ້ອງ​ຮູ້​ຈັກ​ປ່ອຍວາງ​ບໍ່​ຄິດ​ຫລາຍ​ແລະ​ເບິ່ງ​ໂລກ​ໃນ​ແງ່​ບວກ​ເຂົ້າ​ໄວ້ຮັບຮອງ​ວ່າ​ເຈົ້າ​ຈະ​ເປັນ​ສາວ​ທີ່​ມີ​ຄວາມ​ສຸກຊຶ່ງ​ກໍ​ຈະ​ເຮັດໃຫ້​ຜິວ​ພັນ​ສົດ​ໃສ​ເປັ່ງ​ປັ່ງ​ຕາມ​ໄປ​ດ້ວຍ

ບົດຄວາມຫຼ້າສຸດ

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...