Homeຄວາມງາມຢາກ​ຮູບຮ່າງງາມ​ຄືສາວ​ເກົາ​ຫລີຕ້ອງ​ກິນ​ແບບ​ນີ້!

ຢາກ​ຮູບຮ່າງງາມ​ຄືສາວ​ເກົາ​ຫລີຕ້ອງ​ກິນ​ແບບ​ນີ້!

Published on

205418

  1. ກິນ​ຜັກ​ໃຫ້​ໝົດ ອາຫານເກົາ​ຫລີ​ຄືເຂົ້າ​ຍຳ​ເກົາ​ຫລີຈະ​ມີ​ຜັກ​ສີ​ສັນ​ຕ່າງໆຫລວງຫລາຍທັງ​ຜັກ​ປ່າ,ຜັກ​ສວນ​ ແລະ​ເຖິງວ່າ​ຈະ​ສັ່ງ​ພຸນ​ໂກ​ກິ(ຊີ້ນງົວ​ໝັກ​ປິ້ງ)ກໍ​ຈະ​ມີ​ຜັກ​ເປັນ​ເຄື່ອງ​ຄຽງການ​ກິນ​ຜັກ​ຫລາຍໆຈະ​ເຮັດໃຫ້​ທ້ອງ​ເຮົາ​ເຕັມ​ໄປ​ດ້ວຍ​ໃຍ​ອາຫານ​ແລະ​ສານ​ອາຫານ​ແຄ​ລໍ​ລີ​ຕ່ຳ​ຈົນ​ບໍ່​ເຫລືອ​ທີ່​ໃນກະເພາະ​ອາຫານ​ໄວ້​ສຳລັບ​ຢ່າງ​ອື່ນ​ເລີຍ
  2. ປຸງ​ລົດ​ເຂັ້ມຂຸ້ນ ໃຜ​ກໍ​ເວົ້າ​ກັນ​ວ່າ​ອາຫານ​ເກົາ​ຫລີ​ລົດ​ຈັດມັກ​ຈະ​ນຳ​ເຄື່ອງ​ເທດ​ຫລື​ພິກ​ມາ​ໃຊ້​ໃນ​ການ​ປຸງ​ອາຫານ​ເພື່ອ​ເພີ່ມ​ລົດ​ຊາດແລະ​ຍັງ​ຊ່ວຍ​ໃນ​ເລື່ອງ​ການ​ລຸດ​ນ້ຳ​ໜັກ​ອີກ​ດ້ວຍເພາະ​ການ​ເຕີມ​ເຄື່ອງ​ເທດ​ລົງ​ໄປ​ຈະ​ຊ່ວຍ​ເລັ່ງ​ການ​ເຜົາ​ຜານ​ພະລັງ​ງານ​ໃນ​ຮ່າງກາຍ​ໃຫ້​ເຮັດວຽກໜັກ​ຂຶ້ນ​
  3. ຂາດ​ກິມ​ຈິ​ບໍ່​ໄດ້ ກິມ​ຈິໂດຍ​ທົ່ວ​ໄປ​ເຮັດ​ມາ​ຈາກ​ກະ​ຫລ່ຳ​ປີດອງ​ຫລື​ກະ​ຫລ່ຳ​ປີສົດແລ້ວ​ນຳ​ມາ​ປຸງ​ລົດ​ກັບ​ຂິງ,ໝາກເຜັດ​ຜົງແລະ​ກະ​ທຽມ,ມັກ​ນຳ​ມາ​ກິນ​ຄູ່​ກັບ​ມື້​ອາຫານ​ທຸກ​ໆມື້ນອກ​ຈາກ​ນີ້​ກິມ​ຈິ​ຍັງມີ​ສານ​ອາຫານ​ສູງດີ​ຕໍ່​ລະບົບ​ຂັບ​ຖ່າຍ​ອີກ​ດ້ວຍ
  4. ລອງ​ໂສມ​ເກົາ​ຫລີ Seoul Department of Internal Medicine ເປີດ​ເຜີຍ​ວ່າໂສມ​ເກົາ​ຫລີ​ຊ່ວຍ​ລຸດ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດຊຶ່ງ​ອາດຈະ​ຊ່ວຍ​ຄວບ​ຄຸມ​ຄວາມ​ຢາກ​ນ້ຳ​ຕານ​ໄດ້​ດ້ວຍ​ແຕ່​ຫາກ​ໃຜ​ບໍ່​ຢາກ​ດື່ມ​ຊາ​ໂສມກໍ​ລອງ​ຊຸບ​ໄກ່​ໃສ່​ໂສມ​ຕາມ​ແບບ​ເກົາ​ຫລີ​ເບິ່ງບາງ​ທີ​ອາດ​ລຸດ​ນ້ຳ​ໜັກ​ໄດ້​ໄວ​ກວ່າ​
  5. ກິນ​ຊ້າ​ໆ ປົກກະຕິແລ້ວ​ການ​ກິນ​ອາຫານ​ເກົາ​ຫລີສຳ​ລັບ​ອາຫານ​ມັກ​ຈະ​ມາ​ເປັນ​ກຸ່ມຫລາຍຄົນ​ການ​ກິນ​ອາຫານ​ກັບ​ຄົນ​ໝູ່​ຫລາຍ​ກໍ​ເຮັດໃຫ້​ເຮົາ​ກິນ​ຊ້າລົງສະຫມອງ​ກໍ​ຈະ​ມີ​ເວລາ​ສັ່ງ​ການ​ວ່າ​ອິ່ມ​ແລ້ວ​ເຮົາ​ຈຶ່ງ​ກິນ​ນ້ອຍ​ລົງ​ແລະ​​ກໍ​ບອກວ່າ​ການ​ກິນ​ຊ້າຫຍ້ຳ​ໃຫ້​ລະອຽດ​ຈະ​ເຮັດໃຫ້​ເຮົາ​ອິ່ມ​ໄວ​ນຳ

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...