spot_img
Homeຄວາມງາມເບິ່ງ​ໜັງເສົ້າ​ເຮັດໃຫ້​ກິນ​ຫລາຍ​ຂຶ້ນຮູ້​ແລ້ວ​ຢຸດ​​ເລີຍ

ເບິ່ງ​ໜັງເສົ້າ​ເຮັດໃຫ້​ກິນ​ຫລາຍ​ຂຶ້ນຮູ້​ແລ້ວ​ຢຸດ​​ເລີຍ

Published on

qqqqq

      ການ​ເບິ່ງ​ໜັງເປັນກິດຈະກຳ​ສຳລັບ​ໃຜ​ຫລາຍໆຄົນທີ່​ມັກ​ຈະ​ເຮັດ​ຍາມວາງຖ້າ​ຢາກ​ໄດ້​ອັດ​ທະລົດ​ກໍ​ຕ້ອງ​ມີ​ຂະໜົມ​ແລະ​ເຄື່ອງ​ດື່ມ​ຢູ່​ໃກ້​ໆມື​ໄວ້​ຈັບ​ຮັບປະທານ​ເວລາ​ໜັງ​ກຳ​ລັງມ່ວນ​ອີກ​ແຕ່​ຮູ້​ຫລື​ບໍ່​ວ່າ​ການ​ຮັບປະທານ​ອາຫານ​ໃນ​ຂະນະ​ທີ່​ເບິ່ງ​ໜັງ​ສາມາດ​ເຮັດໃຫ້​ຕຸ້ຍ​ໄດ້ໂດຍ​ສະເພາະ​ໜັງ​ເສົ້າ​ທີ່​ເຮັດໃຫ້​ເຮົາ​ເສຍ​ນ້ຳ​ຕາ​ຍິ່ງ​ເບິ່ງ​ຍິ່ງ​ເສົ້າ​ກໍ​ຍິ່ງ​ຮັບປະທານ​ຫລາຍ​ຂຶ້ນ
ການສຶກສາ​ລ່າ​ສຸດ​ຂອງ the Cornell Food and Brand Lab ໄດ້ເປີດ​ເຜີຍ​ວ່າ​ການ​ເບິ່ງ​ໜັງແນວເສົ້າ​ສົ່ງ​ຜົນ​ໃຫ້​ຄົນ​ເຮົາ​ຮັບປະທານ​ອາຫານ​ຫລາຍກວ່າ​ການເບິ່ງໜັງແນວຕະຫລົກ​​ໂດຍ​ໃນ​ການສຶກສາ​ພົບ​ວ່າ​ຜູ້​ທີ່​ເບິ່ງ​ໜັງໂລ​ແມນ​ຕິກ​ຈະ​ມີ​ການ​ຮັບປະທານ​ປ໋ອບຄອນ​ຫລາຍກວ່າ​ຄົົນທີ່​ເບິ່ງ​ໜັງ​ແນວຕະຫລົກເຖິງ28%ໃນ​ຂະນະ​ທີ່​ຜູ້​ທີ່​ເບິ່ງ​ໜັງ​ເສົ້າ​ນັ້ນ​ຮັບປະທານ​ປ໋ອບຄອນ​ຫລາຍກວ່າ​ຄົນ​ເບິ່ງ​ໜັງ​ຕະ​ຫລົກ​ເຖິງ55 %ເລີຍ​ຊຶ່ງ​ນັ້ນ​​ເປັນ​ສາ​ເຫດ​ຂອງ​ຮອບ​ແອວ​ທີ່​ເພີ່ມ​ຂຶ້ນ​ນັ້ນ​ເອງ
ເຖິງແມ່ນວ່າ​ການ​ເບິ່ງ​ໜັງ​ເສົ້າ​ຈະ​ເປັນ​ສາ​ເຫດ​ຂອງ​ການ​ຮັບປະທານ​ທີ່​ຫລາຍ​ຂຶ້ນແຕ່​ການ​ແກ້​ບັນຫາ​ກໍ​ບໍ່ແມ່ນ​ວ່າ​ຕ້ອງ​ເຊົາ​ເບິ່ງ​ໜັງ​ເສົ້າໄປເລີຍຕາບ​ໃດ​ທີ່​ທ່ານປ່ຽນ​ຂອງ​ວ່າງ​ທີ່​ວ່າງ​ຕໍ່​ໜ້າ​ຕອນ​ທີ່​ເບິ່ງ​ໜັງ​ຈາກ​ຂອງ​ວ່າງ​ທີ່​ເຮັດໃຫ້​ຕຸ້ຍເປັນ​ຂອງ​ວ່າງ​ທີ່​ດີ​ຕໍ່​ສຸກຂະພາບຫລື​ຫມາກໄມ້​ບັນຫາ​ເລື່ອງ​ການ​ຮັບປະທານ​ຫລາຍ​ເກີນ​ໄປ​ກໍ​ບໍ່ແມ່ນ​ບັນຫາໂດຍDr. Brian Wansink ຫົວ​ໜ້າ​ທີມ​ຜູ້​ວິ​ໄຈ​ໄດ້​ເປີດ​ເຜີຍ​ວ່າ ລະຫວ່າງ​ການ​ເບິ່ງ​ໜັງ​ຄົນ​ເຮົາ​ຈະ​ບໍ່​ຄ່ອຍ​ສົນ​ໃຈ​ວ່າ​ຄົນ​ເຮົາ​ຈັບຫຍັງ​ເຂົ້າ​ປາກດັ່ງ​ນັ້ນ​ຫາກ​ປ່ຽນ​ຈາກ​ຂອງ​ວ່າງ​ທົ່ວ​ໄປ​ເປັນ​ອາຫານ​ເພື່ອ​ສຸກຂະພາບກໍ​ຈະ​ຊ່ວຍ​ເຮັດໃຫ້​ໄດ້​ປະໂຫຍດ​ຫລາຍ​ຂຶ້ນ ແຖມ​ຍັງ​ບໍ່​ຕ້ອງ​ກັງ​ວົນ​ເລື່ອງ​ຄວາມ​ຕຸ້ຍ​ອີກ​

ບົດຄວາມຫຼ້າສຸດ

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...

ໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

ເຊິ່ງກຳລັງເປັນກະແສຮ້ອນແຮງໃນຫວຽດນາມ ແລະ ຖືກແຊສອອກໄປເປັນວົງກ້ວາງ ກໍລະນີວີດີໂອໝໍແຂ້ວ (ທັນຕະເເພດ) ໄດ້ທຳຮ້າຍຮ່າງກາຍຄົນເຈັບ. ອີງຕາມການລາຍງານຈາກສຳນັກຂ່າວຈາກປະເທດຫວຽດນາມລາຍງານໃຫ້ຮູ້ວ່າ ໃນວັນທີ 03/09/2025 ທີ່ຜ່ານມາ, ເກີດເຫດການ ທ່ານໝໍທຳຮ້າຍຮ່າງກາາຍຄົນເຈັບ ຢູ່ຄີນິກປົວແຂ້ວແຫ່ງໜຶ່ງໃນປະເທດຫວຽດນາມ ໂດຍມີສາເຫດຄື: ຄົນເຈັບແມ່ນໃຊ້ບໍລິການຢູ່ຄລິນິກດັ່ງກ່າວ,...

ຂໍສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ທ່ານທູດ ມໍລະກົດ ສີສະຫວັດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍວັນທີ 8 ກັນຍາ 2025 ຢູ່ກະຊວງການຕ່າງປະເທດ,...