Homeຂ່າວການພັດທະນາອັດຕາການມີວຽກເຮັດງານທຳ ຂອງຊາວໜຸ່ມລາວ ສຳລັບເພດຍິງຈະສູງກວ່າເພດຊາຍ

ອັດຕາການມີວຽກເຮັດງານທຳ ຂອງຊາວໜຸ່ມລາວ ສຳລັບເພດຍິງຈະສູງກວ່າເພດຊາຍ

Published on

 

ແຮງງານລາວ

ອັດຕາການມີວຽກເຮັດງານທຳຂອງຊາວໜຸ່ມລາວສຳລັບເພດຍິງຈະສູງກວ່າເພດຊາຍ

 

ຕາມບົດລາຍງານການວິໄຈສະພາບໄວໜຸ່ມ ແລະ ເຍົາວະຊົນໃຫ້ຮູ້ວ່າ:ຢູ່ ສປປ ລາວ ຍັງມີໄວ ໜຸ່ມຈຳນວນຫຼາຍມີສຸຂະພາບແຂງແຮງ, ມີໂອກາດເຂົ້າ ໂຮງຮຽນ, ມີເວລາສຳລັບກິດຈະກຳເວລາຫວ່າງ ແລະ ປະກອບສ່ວນຫຼາຍດ້ານ ໃນຄອບຄົວ ແລະ ທ້ອງຖິ່ນຕົນ. ແຕ່ກໍມີໄວໜຸ່ມຈໍວນວນໜຶ່ງທີ່ມີສຸຂະພາບບໍ່ ແຂງແຮງ, ບໍ່ສາມາດເຂົ້າເຖິງການສຶກສາ, ປະເຊີນກັບສະພາບແວດລ້ອມໃນການ ເຮັດວຽກທີ່ເປັນອັນຕະລາຍ, ສະພາບການທີ່ບໍ່ສາມາດສະແດງສິດ ແລະ ພັດທະ ນາຕົນເອງໄດ້. ມີໄວໜຸ່ມ 60% ຂອງພົນລະເມືອງລາວທັງໝົດ 6 ລ້ານຄົນທີ່ມີ ອາຍຸຕໍ່າກ່ວາ 25 ປີ,  ພວກເຂົາໄດ້ສ້າງເງື່ອນໄຂທີ່ດີ ໃຫ້ແກ່ປະເທດຊາດໃນການໄດ້ຮັບຜົນປະໂຫຍດທາງດ້ານປະຊາກອນ, ການເພີ່ມການລົງທຶນໃຫ້ແກ່ ການພັດທະນາຊັບພະຍາກອນມະນຸດໂດຍສະເພາະໃນຂົງເຂດວຽກງານການສຶກສາ, ສາທາ ລະນະສຸກ, ການສ້າງວຽກເຮັດງານທຳ, ການປົກປ້ອງ, ໃນນັ້ນ 50% ແມ່ນເພດຍິງ, 70% ຂອງພົນລະເມືອງທີ່ ມີອາຍຸ

ໜຸ່ມແມ່ນອາໄສຢູ່ເຂດຊົນນະ ບົດ ເຊິ່ງຈຳນວນຊາວໜຸ່ມຫຼາຍທີ່ສຸດແມ່ນອາໄສຢູ່ ແຂວງສະຫວັນນະເຂດ, ຈຳປາສັກແລະ ນະຄອນຫຼວງວຽງຈັນ, ໃນ 52,5% ແມ່ນຊົນເຜົ່າລາວລຸ່ມ. ເພດຍິງ ໃນເກນອາຍຸ 15-19 ປີ ມີ 59%, ຊາຍ 19%ແລະ 20-24 ປີ ຍິງ 36%, ຊາຍ 6%  ທີ່ແຕ່ງງານແລ້ວ. ການແຕ່ງງານແຕ່ອາຍຸຍັງນອ້ຍຂອງ ສປປ ລາວຈຶ່ງເປັນເລື່ອງປົກກະຕິ, ອາຍຸສະເລ່ຍຂອງ ການແຕ່ງງານຄັ້ງທຳອິດຂອງແມ່ຍິງແມ່ນ 25-49 ປີ ອັດຕາສ່ວນຂອງໄວໜຸ່ມທີ່ແຕ່ງງານມີຄວາມ ກ້ຽວພັນຢ່າງໃກ້ສິດກັບລະດັບການສຶກສາ ແລະ ຖານະທາງ ເສດຖະກິດຂອງເຂົາ, ອັດຕາສ່ວນແຕ່ງງານແຕ່ຍັງ ນ້ອຍໃນ ຕົວເມືອງແມ່ນຍັງມີໜ້ອຍກວ່າຊົນນະບົດ. ປະເທດລາວຍັງເປັນປະເທດໜຶ່ງທີ່ມີອັດຕາການເກີດລູກຂອງ ໄວໜຸ່ມສູງທີ່ສຸດ ໃນພາກພື້ນ, ມີເດັກເກີດ 94 ຄົນຕໍ່ໄວໜຸ່ມຈຳນວນ 1 ພັນຄົນ ຢູ່ໃນເກນອາຍຸ 15-19 ປີ, ເຊິ່ງມີຄວາມແຕກຕ່າງກັນ ຫຼາຍລະຫ່ວາງເຂດຊົນນະບົດ ແລະ ຕົວເມືອງ, ທາງດ້ານການສຶກສາອັດຕາການເຂົ້າໂຮງຮຽນຊັ້ນປະຖົມຂອງເດັກນ້ອຍແມ່ນ 95,2%, ອັດຕາການຮູ້ໜັງສືຂອງຊາວໜຸ່ມອາຍຸ15-19 ປີ ແມ່ນສູງກວ່າ ອາຍຸ 20-24 ປີ, ໃນນັ້ນການຮູ້ໜັງສື ຂອງເພດຍິງແມ່ນຍັງຕໍ່າກ່ວາເພດຊາຍໃນກຸ່ມອາຍຸ 15-24 ປີ. ການມີສ່ວນຮ່ວມໃນກຳລງັແຮງງານ ຂອງຄົນໜຸ່ມໃນກຸ່ມອາຍຸ 15-19 ປີ ມີ 48% ແລະ ອາຍຸ 20-24 ປີແມ່ນ 83,7%.

ປັດຈຸບັນນີ້ອັດຕາການມີວຽກເຮັດງານທຳຂອງເພດຍິງໃນເກນອາຍຸ 15-24 ປີ ແມ່ນສູງກ່ວາເພດຊາຍ,ອັດຕາການຫວ່າງງານໃນເກນອາຍຸ 15-24 ປີ ແມ່ນຈະສູງກ່ວາຜູ້ມີອາຍຸສູງກວ່ານີ້ ແລະ ຂ້ອນຂ້າງສູງຢູ່ໃນຕົວເມືອງ, ອັດຕາການຫວ່າງງານຂອງໄວໜຸ່ມ ອນຍຸ 15-24 ປີ ສຳລັບເພດຍິງ ມີ 2,5% ແລະ ເພດຊາຍ 3,5 %.

 

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກັນຍາ 2026 ພິຈາລະນາ 16 ຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ກັນຍາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ;...

ຈັດກອງປະຊຸມ ຮ່ວມ 4 ພາກສ່ວນຂະບວນຍຸຕິທຳ ສະຫຼຸບຜົນງານ 2 ປີທີ່ຜ່ານມາ

ກະຊວງປ້ອງກັນຄວາມສະຫງົບ ອົງການໄອຍະການປະຊາຊົນສູງສຸດ ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VIII ໃນວັນທີ 21 ກັນຍາ 2026 ທີ່ສະໂມສອນ...

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນຕອນບ່າຍຂອງວັນທີ 21 ກັນຍາ 2026 ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ...

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...