spot_img
Homeຂ່າວການພັດທະນາຈະເລີ່ມກໍ່ສ້າງເຂື່ອນໄຟຟ້ານ້ຳຮຸ່ງ 1 ຢູ່​ໄຊ​ຍະ​ບູ​ລີ

ຈະເລີ່ມກໍ່ສ້າງເຂື່ອນໄຟຟ້ານ້ຳຮຸ່ງ 1 ຢູ່​ໄຊ​ຍະ​ບູ​ລີ

Published on

20150318141327

ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກນ້ຳ​ຮຸ່ງ 1 ເມືອງ​ໄຊ​ຍະ​ບູ​ລີ ແຂວງໄຊ​ຍະ​ບູ​ລີ ຈະ​ເລີ່ມ​ລົງມື​ກໍ່ສ້າງໃນ​ມໍ່ໆ​ນີ້ ໂດຍ​ຈະ​ໃຊ້​ທຶນ​ການ​ກໍ່ສ້າງ​ທັງ​ໝົດ 16,99 ລ້ານ​ກວ່າໂດ​ລາ​ສະຫະລັດ ຫຼື ປະມານ 135 ຕື້​ກວ່າ​ກີບ ເຊິ່ງ​ຈະ​ໃຊ້​ເວລາ​ໃນການ​ກໍ່ສ້າງ 3 ປີ ນັບ​ແຕ່​ມື້​ລົງນາມ​ສັນຍາ​ການ​ກໍ່ສ້າງ ເຊິ່ງ​ໂຄງການ​ດັ່ງກ່າວ​ມີ​ກຳລັງ​ຕິດ​ຕັ້ງການ​ຜະລິດ 15 ເມ​ກາ​ວັດ.

ພິທີ​ລົງ​ນາມ​ສັນຍາ​ຮັບ​ເໝົາກໍ່ສ້າງ​ເຂື່ອນ​ດັ່ງກ່າວ ຈັດ​ຂຶ້ນ​ໃນວັນ​ທີ 18 ມີນາ 2015 ທີ່​ໂຮງແຮມ​ວຽງ​ຈັນ​ພລາ​ຊາ ລະຫວ່າງບໍລິສັດ ສີ​ເມືອງກຣຸບ ຈຳກັດ ໂດຍ​ແມ່ນ​ທ່ານ ເອກະ​ພັນ ພະ​ພິທັກ ປະທານບໍລິສັດ ສີ​ເມືອງກຣຸບ ຈຳກັດ ກັບ​ສອງ​ບໍລິສັດຈາກ ສ ເກົາຫຼີ ບໍລິສັດ ວິ​ສາ​ວະກຳວູ​ດູ (ວີ​ເຈ) ຈຳກັດ ໂດຍທ່ານ ລີ ຊັອກ ຊາງ (Lee Sauk Seung) ຮອງ​ປະທານບໍລິສັດ ວິ​ສາ​ວະ​ກຳວູ​ດູ (ວີ​ເຈ) ຈຳກັດ ແລະ ບໍລິສັດ ອຸດສາຫະກຳປຸງຈິງ ໂດຍ​ທ່ານ ລີ ຊັງ ບັອກ ຜູ້​ອຳນວຍ​ການບໍລິສັດ ອຸດສາຫະກຳປຸງ​ຈິງ ເຊິ່ງ​ມີ​ພາກສ່ວນ​ກ່ຽວຂ້ອງ​ ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ສຳລັບ​ການ​ລົງ​ນາມ​ຄັ້ງ​ນີ້ ແມ່ນ​ມີ​ພຽງ​ແຕ່​ໄລຍະ​ຂອງ​ການກໍ່ສ້າງ​ເທົ່າ​ນັ້ນ ສ່ວນ​ໄລຍະ​ການສະໜອງ​ເຄື່ອງ​ຈັກ ​ເຂົ້າ​ໃນ​ການຜະລິດ​ກະແສ​ໄຟຟ້າ​ນັ້ນ ແມ່ນຈະ​ໄດ້​ລົງ​ນາມ​ສັນຍາ​ອີກ​ຄັ້ງ.

ການ​ພັດທະນາ​ດ້ານ​ພະລັງງານ ເປັນຕົ້ນ​ແມ່ນ​ການ​ກໍ່ສ້າງເຂື່ອນ​ໄຟຟ້າ​ນ້ຳຕົກ ຈະ​ສົ່ງ​ຜົນ​ດີຕໍ່​ການ​ພັດທະນາ​ທາງ​ເສດ​ຖະກິດ ເພື່ອ​ຍົກ​ລະດັບ​ຄຸນະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນລາວ​ບັນດາເຜົ່າ ເວົ້າ​ສະເພາະ ປະຊາຊົນ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ເນື່ອງ​ຈາກ ​ສປປ ລາວ ສາມາດທີ່​ຈະ​ສ້າງ​ລາຍ​ຮັບ​ຈາກ​ການຂາຍ​ກະແສ​ໄຟຟ້າ ແລະ ໃນ​ຂະນະ​ດຽວ​ກັນ​ ການ​ຕອບ​ສະໜອງກະແສ​ໄຟຟ້າ​ໄປ​ໃຫ້​ປະຊາຊົນລາວ ​ໄດ້​ຊົມໃຊ້​ຢ່າງ​ກວ້າງຂວາງຫຼາຍ​ຂຶ້ນ ທັງ​ເປັນ​ການ​ປະກອບສ່ວນ​ທີ່​ສຳຄັນ ເຂົ້າ​ໃນ​ການ​ພັດທະ​ນາເສດຖະກິດ-ສັງຄົມ ຕື່ມ​ອີກ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...