spot_img
Homeຂ່າວການພັດທະນາຫລາຍເສັ້ນທາງໃນຕົວເມືອງ ຈະຖືກຍົກລະດັບ ຮອງຮັບກອງປະຊຸມ ສຸດຍອດອາຊຽນ 2016

ຫລາຍເສັ້ນທາງໃນຕົວເມືອງ ຈະຖືກຍົກລະດັບ ຮອງຮັບກອງປະຊຸມ ສຸດຍອດອາຊຽນ 2016

Published on

dongdok

ຫລາຍເສັ້ນທາງໃນນະຄອນຫລວງວຽງຈັນຈະໄດ້ຮັບການກໍ່ສ້າງ ແລະ ປັບປຸງໃຫ້ ມີມາດຕະຖານດີ ຂຶ້ນກວ່າເກົ່າ, ຫລັງຈາກ ລັດຖະບານຈີນ, ໄດ້ໃຫ້ການຊ່ວຍເຫລືອ ເງິນກູ້ຈຳນວນໜຶ່ງແກ່ລາວໃນການປັບປຸງພື້ນຖານໂຄງ ລ່າງໃນນະຄອນຫລວງເມື່ອ ບໍ່ດົນມານີ້, ເພື່ອຮອງຮັບການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນໃນປີ 2016.

ທ່ານ ນວນຕາ ຫອມປະທຸມ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນ ສົ່ງນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ, ພວກເຮົາພວມຂຶ້ນແຜນກໍ່ສ້າງ ແລະ ປັບປຸງທາງຫລາຍເສັ້ນໃນນະຄອນຫລວງວຽງຈັນ, ທີ່ເຫັນວ່າມີສະພາບ ຊຸດໂຊມ ແລະ ການສັນຈອນອ່າວໜາແໜ້ນແອ ອັດຄື ເສັ້ນທາງແຕ່ 4 ແຍກໄຟແດງດົງໂດກໄປຫາສີ່ແຍກໄຟແດງຕານມີໄຊ ,ເສັ້ນທາງທົ່ງປົ່ງເຂົ້າໄປຫາກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫລວງ, ເສັ້ນທາງໜອງໜ່ຽງຕັດໄປຫາທາງ 450 ປີ, ເສັ້ນທາງດ້ານຫລັງຫ້ອງວ່າການສູນກາງພັກ ແລະ ເສັ້ນທາງອື່ນໆ, ເຊິ່ງມີຄວາມຍາວປະມານ 60 ກວ່າກິໂລແມັດ. ນອກ ຈາກນີ້, ຍັງຈະກໍ່ສ້າງສ້ອມແປງຮ່ອງລະ ບາຍນ້ຳ ຢູ່ເມືອງສີສັດຕະນາກ, ສີໂຄດຕະບອງ ແລະ ໄຊທານີ ເພື່ອແກ້ໄຂບັນຫານ້ຳ ອັ່ງຂັງໃນລະດູຝົນ.

ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ສຳລັບເສັ້ນທາງແຕ່ສີ່ແຍກໄຟແດງດົງໂດກໄປຫາສາມແຍກໄຟ ແດງໜອງບຶກແມ່ນຈະປູເບຕົງ, ໂດຍການກໍ່ສ້າງຈະແບ່ງເປັນສອງໄລຍະຄື ໄລຍະທີໜຶ່ງແຕ່ສີ່ແຍກໄຟແດງດົງໂດກ ຫາສີ່ແຍກ ໄຟແດງຕານມີໄຊມີຄວາມຍາວ 2.500 ແມັດ, ກວ້າງ 28 ແມັດ, ຄາດວ່າຈະສູ້ຊົນໃຫ້ໄດ້ລົງມືກໍ່ສ້າງສຳເລັດໃນປີນີ້, ຫລັງ ຈາກນັ້ນແມ່ນຈະສືບຕໍ່ກໍ່ສ້າງໄລຍະທີສອງນັບແຕ່ ໄຟແດງຕານມີໄຊໄປຫາສາມແຍກໄຟແດງໜອງບຶກ ມີຄວາມຍາວປະມານ 9 ກິໂລ ແມັດ, ໂດຍແມ່ນບໍລິສັດວິສະວະກຳກໍ່ສ້າງຢູນນານເປັນຜູ້ຮັບເໝົາກໍ່ສ້າງ. ສ່ວນເສັ້ນທາງນັບແຕ່ວົງວຽນດອນ ໜູນຫາທ່າງ່ອນ ເມືອງໄຊທານີ ມີຄວາມຍາວປະມານ 20 ກວ່າກິໂລແມັດ, ໂດຍແມ່ນບໍລິສັດເອກກະຊົນເປັນ ຜູ້ລົງທຶນກໍ່ສ້າງຄາດວ່າຈະສຳ ເລັດການປູໜ້າທາງໃນປີນີ້ເຊັ່ນກັນ, ເຊິ່ງແຜນການກໍ່ສ້າງບັນດາເສັ້ນທາງສຳຄັນດັ່ງກ່າວນັ້ນ, ກໍເພື່ອເປັນການປັບປຸງຍົກລະດັບ ພື້ນຖານໂຄງລ່າງໃນນະຄອນຫລວງວຽງຈັນ, ເວົ້າສະເພາະແມ່ນຖະໜົນ ຫົນທາງໃຫ້ມີມາດຕະຖານ, ສວຍງາມ, ຮັບປະກັນ ໃຫ້ການສັນຈອນມີຄວາມສະດວກໂລ່ງລຽນເພື່ອຮອງ ຮັບການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນຂອງລາວໃນປີ 2016 ຈະມາເຖິງນີ້.

 

ແຫລ່ງ​ຂ່າວ​: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...