spot_img
Homeຂ່າວເຫດການຄະນະຜູ້ແທນຂັ້ນສູງນະຄອນຫຼວງ ສຳເລັດການເຂົ້າຮ່ວມກອງປະຊຸມ MGM3

ຄະນະຜູ້ແທນຂັ້ນສູງນະຄອນຫຼວງ ສຳເລັດການເຂົ້າຮ່ວມກອງປະຊຸມ MGM3

Published on

20150316103741

ໂດຍ​ຕອບ​ສະໜອງ​ຕາມ​ຄຳເຊື້ອ​ເຊີນ​ຂອງ ​ຜູ້​ວ່າ​ຣາ​ຊະ​ການ​ກຸງເທບ​ມະຫາ​ນະຄອນ ໃນ​ນາມ​ປະທານ​ກອງ​ປະຊຸມ ຄະນະ​ຜູ້​ແທນຂັ້ນ​ສູງ​ຂອງ​ນະຄອນຫຼວງ​ວຽງຈັນ ນຳ​ໂດຍ​ທ່ານ ສາຍທອງ ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນ​ຫຼວງ​ວຽງ​ຈັນ ພ້ອມ​ຄະນະ ໄດ້​ເດີນທາງ ແລະ ເຂົ້າ​ຮ່ວມ​ກອງປະຊຸມ​ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ປະເທດ​ອາຊີ ແລະ ເອີ​ຣົບ ຄັ້ງ​ທີ III (3rd ASEM Mayors and Governors Meeting) ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ບາງກອກ ປະເທດ​ໄທ ໃນ​ວັນ​ທີ 11 ຫາ 13 ມີນາ 2015 ໂດຍ​ມີ​ຕົວ​ແທນ​ຈາກ​ບັນດາ​ນະຄອນ​ເຂົ້າ​ຮ່ວມ 24 ນະຄອນ ແລະ ນະຄອນຫຼວງ​ຂອງ 21 ປະເທດ ໃນ​ນັ້ນ ມາ​ຈາກ​ອາຊີ 14 ປະເທດ ແລະ ອົງການຈັດ​ຕັ້ງ​ສາກົນ 2 ອົງການ.

ກອງ​ປະຊຸມ​ຄັ້ງ​ນີ້ ໄດ້​ດຳເນີນພາຍ​ໃຕ້​ຫົວຂໍ້ “ອາ​ແຊັມ ກ້າວ​ສູ່ທ້ອງຖິ່ນ​ແຫ່ງ​ການ​ປ່ຽນແປງ​ໃໝ່ ແລະ ການ​ເກີດ​ໃໝ່” ໂດຍ​ໄດ້​ຍົກເອົາ 3 ປະເດັນ​ທີ່​ສຳຄັນ​ມາ​ປຶກສາ​ຫາລື ແລະ ແລກປ່ຽນ​ບົດຮຽນ​ນຳ​ກັນ ເປັນຕົ້ນ ການ​ໂຕ້ຕອບ​ຕໍ່​ຜົນ​ກະທົບ​ຈາກ​ສິ່ງ​ແວດລ້ອມ ການ​ຈັດ​ສັນ​ການ​ຄົມ​ມະນາ​ຄົມ ແລະ ການ​ຂົນສົ່ງ ການຄຸ້ມ​ຄອງ​ການທ່ອງທ່ຽວ ແລະ ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດທະນະ​ທຳ.

ຜ່ານ​ການ​ດຳເນີນ​ກອງ​ປະຊຸມ​ເປັນ​ເວລາ 2 ວັນ ກໍ່​ໄດ້​ມີ​ຖະແຫຼງ​ການ​ບາງກອກ ຄັ້ງ​ທີ 3 ເຊິ່ງ​ໄດ້​ຮັບຮອງ​ເອົາ​ຜົນ​ຂອງ​ກອງປະຊຸມ​ໃນ 3 ຫົວຂໍ້​ທີ່​ສຳຄັນ​ນັ້ນ ເຊິ່ງ​ເປັນ​ບົດຮຽນ​ອັນ​ດີ​ໃຫ້​ແກ່ການ​ວາງ​ແຜນ​ນະໂຍບາຍ ຍຸດທະ​ສາດ​ການ​ພັດທະນາ ແລະ ການ​ຮ່ວມ​ມື​ແບບ​ພາຄີ​ໃນ​ການປົກ​ປ້ອງ​ສິ່ງແວດລ້ອມ ການ​ບໍ​ລິຫານ​ຈັດການ ແລະ ວາງ​ແຜນຜັງ​ພັດທະນາ​ຕົວ​ເມືອງ ປັບປຸງ​ຊີວິດ​ການ​ເປັນ​ຢູ່ ການ​ຫຼຸດຜ່ອນຄວາມ​ແອ​ອັດ ການ​ສັນຈອນ​ຕິດຂັດ ການ​ຍົກ​ສູງ​ຄຸນຄ່າ​ຂອງ​ການທ່ອງ​ທ່ຽວ ​ໄປ​ຄຽງ​ຄູ່​ກັບ​ການ​ອະນຸຮັກ​ຄວາມ​ຫຼາກ​ຫຼາຍ​ ທາງ​ດ້ານວັດທະນະທຳ​ເພື່ອ​ການ​ທ່ອງທ່ຽວ.

ນອກ​ນັ້ນ ກອງ​ປະຊຸມ​ຍັງ​ໄດ້ຮັບຮອງ​ໃຫ້​ນະຄອນຫຼວງ​ອູ​ລັນບາ​ຕໍ ປະເທດ​ມົງ​ໂກ​ລີ ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາແຊັມ ຄັ້ງ​ທີ XI ໃນ​ເດືອນ​ກໍລະກົດ 2016 ແລະ ເຫັນ​ດີ​ໃຫ້ນະຄອນ​ຫຼວງ​ລີສ​ບອນ ປະເທດປອກຕຸຍ​ການ ເປັນ​ເຈົ້າພາບ​ກອງ​ປະຊຸມ​ເຈົ້າ​ນະຄອນ-ເຈົ້າ​ຄອງ​ນະຄອນ​ຫຼວງ​ບັນດາ​ປະເທດ​ ອາຊີ ແລະ ເອີ​ຣົບ ຄັ້ງ​ທີ IV ໃນ​ປີ 2017 ເຊິ່ງ 3 ຄັ້ງ​ທີ່​ຜ່ານ​ມາ ແມ່ນ​ຈັດຂຶ້ນ​ທີ່ນະຄອນຫຼວງ​ຈາ​ກາ​ຕາ ປະເທດ​ສິງກະໂປ ແລະ ນະຄອນຫຼວງ​ແບກ​ແລັງ ປະເທດ​ເຢຍ​ລະມັນ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...