spot_img
Homeຂ່າວການພັດທະນາມອບ-ຮັບໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດ ເລກ 9

ມອບ-ຮັບໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດ ເລກ 9

Published on

Road number 9

ພາຍຫຼັງ​ໂຄງການ​ປັບປຸງ​ທາງ​ຫຼວງ​ແຫ່ງ​ຊາດ ເລກ 9 ໄດ້​ດຳເນີນ​ມາ​ແຕ່​ປີ 2012 ຫຼ້າ​ສຸດ ໃນ​ວັນ​ທີ 14 ມີນາ 2015 ກໍ່​ໄດ້​ຈັດ​ພິທີ​ມອບ-ຮັບ​ໂຄງການ​ດັ່ງກ່າວ​ນີ້​ຂຶ້ນ​ຢ່າງ​ເປັນ​ທາງ​ການ ທີ່​ເມືອງ​ອາດ​ສະພັງ​ທອງ ແຂວງ​ສະຫວັນ​ນະ​ເຂດ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ​ການ​ຜະລິດ ແລະ ຈໍ​ລະ​ຈອນ ພ້ອມ​ບັນດາ​ທ່ານ​ເຈົ້າແຂວງ​ສະຫວັນ​ນະ​ເຂດ ລັດຖະມົນຕີ​ວ່າການ ລັດຖະມົນຕີ​ຊ່ວຍ​ວ່າການ ທ່ານ​ເອກ​ອັກ​ຄະ​ຣາ​ຊະ​ທູດ​ຍີ່ປຸ່ນ ປະຈຳ​ລາວ ຜູ້ຕາງໜ້າ​ອົງການ​ໄຈ​ກາ ປະຈຳ​ລາວ ແລະ ພໍ່​ແມ່​ປະຊາຊົນ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ.

ໂຄງການ​ປັບປຸງ​ທາງ​ຫຼວງ​ແຫ່ງ​ຊາດ ເລກ 9 ແມ່ນ​ນອນ​ຢູ່​ໃນ​ບຸລິມະສິດ​ໜຶ່ງ ໃນ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ລັດຖະບານ ແຕ່​ປີ 2000-2015 ເປັນ​ເສັ້ນທາງ​ໃນ​ແລວ​ເສດຖະກິດ​ຕາເວັນ​ອອກ-ຕາເວັນຕົກ ມີ​ຄວາມ​ຍາວ 242 ກິໂລແມັດ ນັບ​ແຕ່​ຊາຍ​ແດນ​ໄທ ຜ່ານ​ແຂວງ​ສະຫວັນ​ນະ​ເຂດ ຈົນ​ຮອດ​ຊາຍ​ແດນ​ຫວຽດນາມ ດັ່ງນັ້ນ ເພື່ອ​ເຮັດ​ໃຫ້ການ​ຄົມມະນາຄົມ​ຕາມ​ເສັ້ນທາງ​ເລກ 9 ມີ​ຄວາມ​ສະດວກ ວ່ອງໄວ ສ້າງ​ເງື່ອນໄຂ​ໃຫ້​ແກ່​ການ​ລົງທຶນ​ພາຍ​ໃນ ໂດຍ​ສະເພາະ ໃນ​ເຂດ​ເສດຖະກິດ​ພິເສດ​ສະຫວັນ-ເຊ​ໂນ ທີ່​ນັບ​ມື້​ມີ​ນັກທຸລະກິດ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ມາ​ລົງທຶນ​ຫຼາຍ​ຂຶ້ນ ທັງ​ຍັງ​ມີ​ການ​ບໍລິການ​ປ່ອງ​ດຽວ-ປະຕູ​ດຽວ ຢູ່​ດ່ານ​ສາກົນ​ແດນ​ສະຫວັນ-ລາວ​ບາວ ດັ່ງນັ້ນ ຈຶ່ງ​ໄດ້​ມີ​ໂຄງການ​ປັບປຸງ​ຍົກ​ລະດັບ​ທາງ​ຫຼວງ​ແຫ່ງ​ຊາດ ເລກ 9 ໃນ 2 ຕອນ​ຂອງ​ເສັ້ນທາງ​ດັ່ງກ່າວ ຄື: ແຕ່​ເມືອງ​ອາດ​ສະພັງ​ທອງ​ຫາ​ເມືອງ​ພະ​ລານ​ໄຊ ແລະ ແຕ່​ເຊ​ທ່າ​ມວກ​ຫາ​ເມືອງ​ພິນ ລວມ​ຄວາມ​ຍາວ 58,1 ກິໂລແມັດ ເຊິ່ງ​ໄດ້​ມີ​ການ​ຂູດ​ຮື້​ໜ້າ​ທາງ​ເກົ່າ​ອອກ ແລ້ວ​ຍົກ​ລະດັບ​ພື້ນ​ທາງ ແລະ ປູ​ດ້ວຍ​ຢາງ​ອາສ​ຟານ 2 ຊັ້ນ ໜາ 10 ຊັງ​ຕີ​ແມັດ ແລະ ກໍ່ສ້າງ​ທາງ​ເບ​ຕົງ ຢູ່​ໜ້າ​ສະຖານີ​ຕິດ​ຊັ່ງ​ລົດ​ບັນທຸກ​ໜັກ ຍາວ 265 ແມັດ ມີໜ້າ​ທາງ​ກວ້າງ 9 ແມັດ ພ້ອມ​ທັງ​ສ້າງ​ລະບົບ​ລະບາຍ​ນ້ຳ​ດ້ວຍ​ເບ​ຕົງ​ທັງ​ສອງ​ຂ້າງ​ທາງ ສາມາດ​ຮັບ​ນ້ຳໜັກ​ໄດ້ 11 ໂຕນ​ຕໍ່​ເພົາ ນອກຈາກ​ນີ້ ຍັງ​ໄດ້​ຕິດ​ຕັ້ງ​ລະບົບ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທາງ​ຖະໜົນ ປ້າຍ​ຈະລາຈອນ ແລະ ລະບົບ​ໄຟ​ເຍືອງ​ທາງ​ໃນ​ເຂດ​ຕົວ​ເມືອງ ລວມ​ມູນ​ຄ່າ​ໂຄງການ​ກວ່າ 32 ລ້ານ​ໂດ​ລາ​ສະຫະລັດ ເປັນ​ທຶນ​ຊ່ວຍເຫຼືອ​ຈາກ​ລັດຖະບານ​ຍີ່ປຸ່ນ ເຊິ່ງ​ໄດ້​ເລີ່ມ​ການ​ກໍ່ສ້າງ​ມາ​ແຕ່​ວັນ​ທີ 26 ເມສາ 2012 ໃນ​ໄລຍະ​ເວລາ​ສັນຍາ 36 ເດືອນ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

ບົດຄວາມຫຼ້າສຸດ

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...