spot_img
Homeຄວາມງາມກູຕ້າເຮັດໃຫ້ຜິວຂາວຂຶ້ນແທ້ຫລືບໍ່

ກູຕ້າເຮັດໃຫ້ຜິວຂາວຂຶ້ນແທ້ຫລືບໍ່

Published on

H2NewZealand

ທຸກ​ມື້​ນີ້​ຄວາມ​ຂາວ​ກາຍ​ເປັນ​ມາດຕະຖານ​ຄວາມ​ງາມ​ຂອງ​ສາວ​ໆ​ໄປ​ແລ້ວ​ບໍ່ແມ່ນ​ພຽງແຕ່​ຂາວ​ທຳມະດາຕ້ອງ​ຂໍຂາວ​ໆ,ຂາ​ວບົວແບບ​ດາ​ລາ​ສາວ​ເກົາ​ຫລີຊຶ່ງ​ວິທີ​ເຮັດໃຫ້​ຂາວ​ກໍ​ຫລຸດ​ໜ້າ​ຕາມ​ເຕັກ​ໂນ​ໂລ​ຊີ​ທີ່​ຫຍັງ​ກໍ່ໄດ້​ຂໍ​ໃຫ້​ຂາວ​ໄວ​ທີ່ສຸດທາງ​ລັດ​ແບບການ​ກິນ​ອາຫານ​ເສີມ​ຈົນເຖິງ​ຂັ້ນ​ສີດ​ສານ​ອັນ​ທີ່ເອີ້ນວ່າ​ຢາ​ທາງ​ການ​ແພດ​ກໍ​ໄດ້​ນັ້ນຈຶ່ງ​ກາຍ​ເປັນ​ທີ່​ນິຍົມ​ຂອງ​ສາວ​ໆ​ຍຸກ​ນີ້​ຢ່າງ​ຫລວງຫລາຍແລະກູ​ຕ້າໄທ​ໂອນ(Glutathione)ຍັງ​ເປັນ​ຜະລິດຕະພັນ​ທີ່​ຊອກຫາ​ຊື້​ກັນ​ມາ​ເຮັດໃຫ້​ຜິວ​ຂາວ​ໄດ້​ຕະຫລອດ​ໄລຍະ4-5ປີ​ທີ່​ຜ່ານມາເຖິງວ່າ​ຈະ​ມີ​ຂ່າວ​ສີດ​ສານ​ແລ້ວ​ຊັອກ​ເສັຍຊີວິດຫລື​ລາ​ຄາ​ກູ​ຕ້າບາງ​ໂຕ​ທີ່​ແພງ​ຫລາຍຊຶ່ງ​ບໍ່​ຮູ້​​ຊ້ຳ​ວ່າ​ຂອງ​ເປັນຂອງແທ້​ຫລື​ບໍ່ແຕ່​ສາວ​ໆ​ຕັ້ງ​ແຕ່​ໄວ​ໜຸ່ມ​ຈົນ​ເຖິງ​ໄວ​ເຮັດວຽກ​ກໍ​ຍັງ​ຕິດ​ຕໍ່​ຂໍ​ຊື້​ຜ່ານ​ທາງ​ໂຊ​ຊຽວ​ມີ​ເດຍ​ກັນ​ງ່າຍໆເພາະ​ຄົົນທີ່​ໃຊ້​ໄດ້​ຜົນ​ມີ​ຫລາຍກວ່າ​ຄົົນທີ່​ຜິດ​ຫວັງ

ພິສູດ​ຄວາມ​ຂາວ​ແບບເຜືອກ

ຈະ​ໃຊ້ກູ​ຕ້າກໍ​ຄວນ​ຮູ້​ຈັກ​ກັນ​ແນ່ວ່າກູ​ຕ້າເປັນ​ໂປ​ຕີນ​ຂະໜາດ​ນ້ອຍ​ທີ່​ປະກອບ​ໄປ​ດ້ວຍ​ກົດ​ອະ​ມິ​ໂນ3ຊະນິດ​ຄືຊິດ​ເທ​ອີນ(Cysteine),ກູ​ຕາ​ມິກ(Glutamic Acid)ແລະ​ໄກ​ຊີນ(Glycine)ພົບ​ໄດ້​ທຸກ​ຈຸລັງ​ໃນ​ຮ່າງກາຍ​ມີ​ບົດ​ບາດ​ສຳຄັນ​ໃນ​ກະ​ບວນ​ການ​ເມ​ຕາ​ບໍ​ລິ​ຊຶ່ມ​ຂອງ​ຈຸລັງຊ່ວຍ​ຕໍ່​ຕ້າ​ນອານຸ​ມູນ​ອິດສະຫລະປ້ອງ​ກັນ​ຄວາມ​ເສື່ອມ​ຂອງ​ຈຸລັງອີກ​ຢ່າງ​ຍັງ​ຊ່ວຍ​ກະຕຸ້ນ​ລະບົບ​ພູ​ມ​ຄຸ້ມ​ກັນ​ແລະ​ຊ່ວຍ​ຕັບ​ໃນ​ການ​ກຳຈັດ​ສານ​ພິດ​ອອກຈາກ​ຮ່າງກາຍທາງ​ການ​ແພດ​ມີ​ການ​ນຳ​ກູ​ຕ້າ​ມາ​ສຶກ​ສາແລະ​ໃຊ້​ເສີມ​ການ​ປິ່ນປົວພະຍາດ​ກໍ່ຄືມະ​ເຮັງ,ພາລ​ກິນ​ສັນ,ອັນ​ໄຊ​ເມີ,ພະຍາດ​ຕັບ,ເອດເປັນ​ຕົ້ນຫລັງ​ພົບ​ວ່າ​ຜູ້​ປ່ວຍ​ພະຍາດ​ເຫລົ່າ​ນີ້​ຈະ​ມີ​ລະ​ດັບກູ​ຕ້າຫລຸດລົງຢ່າງໃດ​ກໍ​ຕາມ​ຫລັງ​ນຳ​ໄປ​ໃຊ້​ກັບ​ຜູ້​ປ່ວຍ​ຜົນ​ປາກົດ​ວ່າ​ພວກເຂົາ​ມີ​ຜິວ​ຂາວ​ຂຶ້ນດ້ວຍ​ຄຸນສົມບັດທາງ​ອ້ອມ​ທີ່​ໄປ​ຍັບ​ຍັ້ງ​ການເຮັດວຽກງານ​ຂອງ​ຈຸລັງ​ເມັດ​ສີນີ້​ເອງ​ຈຶ່ງ​ເປັນ​ທີ່​ມາ​ຂອງ​ການ​ນຳ​ກູ​ຕ້າ​ມາ​ໃຊ້​ໃນ​ວົງ​ການ​ຄວາມ​ງາມປະ​ສິດ​ທິ​ພາບ​ແລະ​ປະໂຫຍດ​ຂອງກູ​ຕ້າ ໃນ​ການເຮັດໃຫ້​ຜິວ​ຂາວ​ກໍ​ຍັງ​ບໍ່​ມີ​ຜົນ​ທາງ​ວິທະຍາ​ສາດ​ຮອງ​ຮັບ​ຫລື​ຢືນຢັນຈຶ່ງ​ບໍ່​ໜ້າ​ແປກ​ໃຈ​ທີ່ກູ​ຕ້າບໍ່​ຜ່ານ​ການ​ຮັບຮອງ​ຂໍ້​ບົ່ງ​ໃຊ້​ໂດຍ​ອົງ​ການ​ອາຫານ​ແລະ​ຢາ​ປະເທດ​ສະ​ຫະລັດ​ອະ​ເມລິ​ກາ​ວ່າ​ເຮັດໃຫ້​ຜິວ​ຂາວ​ໄດ້ແຕ່​ທີ່​ແນ່ນອນ​ກໍ​ຄືການ​ກິນ​ກູ​ຕ້າ​ໂດຍ​ກົງ​ເກືອບຈະ​ບໍ່​ໃຫ້​ຜົນ​ຫຍັງ​ເລີຍສ່ວນ​ການ​ສີດ​ເຂົ້າ​ເສັ້ນ​ເລືອດ​ຫລື​ກ້າມ​ຊີ້ນກໍ​ສ່ຽງ​ຕໍ່​ຊີວິດ​ທີ່​ບໍ່​ຄຸ້ມ​ກັນ

ກິນ​ແບບໃດຂາວ​ໄດ້​ແທ້

ແພດ​ໝໍຕ່າງ​ເວົ້າ​ເປັນ​ສຽງ​ດຽວ​ກັນ​ວ່າການ​ກິນກູ​ຕ້າໂດຍ​ກົງ​ໃຫ້​ຜົນ​ບໍ່​ຫລາຍ​ໄປ​ກວ່າ “ສູນ” ແພດໝໍ​ອາ​ເມ​ລິ​ກາບອລ​ທາງ​​ເສັ້ນ​ຜົມ,ຜິວ​ໜັງ/ເລ​ເຊີບອກວ່າ​ການ​ກິນ​ສານກູ​ຕ້າໂດຍ​ກົງ​ຈະ​ບໍ່​ສາມາດ​ດູດ​ຊຶມ​ໄດ້​ດີ​ເທົ່າ​ທີ່​ຄວນການ​ກິນ​ອາຫານ​ທີ່​ມີ​ສານ​ວັດ​ຖຸ​ດິບ​ກໍ່ຄືN-Acetyl Cysteineກັບ​ຊ່ວຍ​ກະຕຸ້ນ​ໃຫ້​ຮ່າງກາຍ​ສ້າງກູ​ຕ້າເອງ​ໄດ້​ດີກວ່າແລະ​ສານ​ນີ້​ມີ​ຢູ່ໃນ​ອາຫານ​ກໍ່ຄື​ໂຢເ​ກີດ,ກາ​ໂນ​ລ່າ,ເຂົ້າ​ໂອດແລະ​ຄອດ​ເທດ​ຊີດຫລື​ຈະ​ກິນ​ສານ​ນີ້​ໃນ​ຮູບ​ແບບ​ເມັດ​ອາຫານ​ເສີມ​ກໍ​ໄດ້ຊຶ່ງ​ສອດ​ຄ່ອງ​ກັບ​ທີ່Mark Hymanຂຽນ​ໄວ້​ໃນ​ເວັບ​ຂ່າວ Huffingtonpost ຕັ້ງ​ແຕ່​ເມື່ອ​ກາງ​ປີ2010ວ່າຖ້າ​ຮ່າງກາຍ​ຍ່ອຍ​ໂປ​ຕີນມັນ​ຈະ​ບໍ່​ໄດ້​ຜົນ​ຖ້າ​ເຮົາ​ກິນກູ​ຕ້າ ໂດຍ​ກົງ​ຊຶ່ງ​ກໍ​ເປັນ​ໂປ​ຕີນ​ເຊັ່ນ​ກັນ

ທັງ​ນີ້ພວກເຂົາ​ຍັງ​ໃຫ້​ເຄັດ​ລັບ4ຂໍ້​ໃນ​ການ​ກະຕຸ້ນ​ໃຫ້​ຮ່າງກາຍ​ສ້າງກູ​ຕ້າເພື່ອ​ສຸຂະພາບ​ທີ່​ດີ (ແຕ່​ເຮົາ​ຫວັງ​ຜົນ​ຫລາຍກວ່າ​ນັ້ນ​ຄື​ເລື່ອງ​ຄວາມ​ຂາວ​​ນັ້ນ​ເອງ)ນັ້ນ​ກໍ​ຄື

ໝັ່ນ​ກິນ​ອາຫານ​ທີ່​ອຸດົມ​ດ້ວຍ​ຊັນ​ເຟີ​ກໍ່ຄື​ກະ​ທຽມ,​ຫົວຜັກບົ່ວໃຫຍ່ແລະຜັກ​ຕະກູນ​ກະ​ຫລ່ຳ ໄດ້​ແກ່,ບັອກ​ໂຄ​ລີ,ຜັກກາດນາ,ດອກ​ກະ​ຫລ່ຳ,ກະ​ຫລ່ຳ​ປີ,ວໍ​ເຕີ​ເຄດ,ເປັນ​ຕົ້ນ

ກິນ​​ໂປ​ຕີນ​ປະ​ເພດBioactiveຊຶ່ງ​ເປັນ​ແຫລ່ງ​ກົດ​ອະ​ມິ​ໂນ​ຊິດ​ເທ​ອີນ

ອອກ​ກຳ​ລັງ​ເປັນ​ປະຈຳ​ເທື່ອ​ລະ50ນາ​ທີ3ເທື່ອ​ຕໍ່​ອາທິດ​ໂດຍ​ແອ​ໂລ​ບິກ​ບຳ​ລຸງ​ຫົວ​ໃຈ30 ນາ​ທີເຊັ່ນຍ່າງ​ໄວ,ແລ່ນ,ລອຍນໍ້າຫລື​ຂີ່ລົດຖີບ,ສະ​ຫລັບ​ກັນ​ໄປແລະ​ອອກ​ກຳ​ລັງ​ເສີມ​ຄວາມ​ແຂງ​ແຮງ​ຂອງ​ຮ່າງກາຍ​ດ້ວຍ​ການ​ຍົກ​ເວດ​ອີກ20ນາທີ

ກິນ​ອາຫານ​ເສີມ​ກໍ່ຄືN-AcetylCysteine, Alpha Lipoic Acid,ວິ​ຕາ​ມິນ​ບີ 6ແລະ12,ຊີ​ລີ​ນຽມ, ວິ​ຕາ​ມິນ​ຊີ​ແລະ​ອີແລະ Milk Thistle​ນີ້​ກໍ​ອາດຈະ​ມີ​ຄົນ​ບອກ​ວ່າ​ເຄີຍ​ກິນ​ກູ​ຕ້າແລ້ວ​ໄດ້​ຜົນ​ແທ້ ຫລື​ໝູ່​ກິນ​ແລ້ວ​ຂາວ​ຫລາຍຖ້າ​ແບບນັ້ນ​ຕ້ອງ​ຖາມ​ກັບ​ວ່າ​ມີ​ການ​ເບິ່ງແຍງ​ຕົວ​ເອງ​​ອື່ນ​ຮ່ວມ​ນໍາຫລື​ບໍ່ໂດຍ​ສະເພາະ​ຢ່າງ​ຍິ່ງ​ໄລຍະ​ນັ້ນ​ຄຽດ​ໜ້ອຍ​ລົງແລະ​ພັກ​ຜ່ອນ​ພຽງ​ພໍ​ນໍາແມ່ນບໍ່ ເພາະ​ຄວາມ​ຄຽດ​ມີ​ຜົນ​ຕໍ່​ກູ​ຕ້າ​ທີ່​ຫລຸດລົງ​ເຊັ່ນ​ກັນ

ທີ່​ສຳຄັນ​ຄວາມ​ຂາວ​ທີ່​ເຫັນ​ນັ້ນ​ເບິ່ງ​ເປັນ​ທຳມະຊາດ​ດີ​ຫລື​ບໍ່ເພາະ​ສຸດ​ທ້າຍ​ແລ້ວ​ຖ້າ​ເຮົາ​ຕ້ອງ​ອາໃສຢາກູ​ຕ້າໄປ​ຕະຫລອດ,ກາ​ນບໍ​ລິ​ໂພກ​ຫຍັງ​ທີ່​ຫລາຍ​ໄປໂດຍ​ສະເພາະ​ເຄ​ມີ​​ນໍາ​ແລ້ວຍ່ອມ​ບໍ່​ເປັນ​ຜົນດີີ​ຕໍ່​ສຸຂະພາບ​ໃນ​ໄລຍະ​ຍາວ​ຫັນ​ມາ​ເສີມ​ຄວາມ​ງາມ​ຂອງ​ຜິວ​ພັນ​ດ້ວຍ​ການ​ກິນອາຫານ​ທີ່​ມີ​ປະໂຫຍດ,ດື່ມ​ນ້ຳ,ພັກ​ຜ່ອນແລະ​ບໍ່​ຄຽດ​ກັບ​ເລື່ອງ​ນ້ອຍ​ໆຈະ​ດີກວ່າ ຮັບຮອງ​ວ່າ​ກູ​ຕ້າ​ໃນ​ຮ່າງກາຍ​ຈະ​ຜະລິດ​ເກືອບບໍ່​ທັນແລະ​ຫລາຍກວ່າ​ນັ້ນຍອມ​ຮັບ​ສີ​ຜິວ​ທີ່​ເກີດ​ຈາກ​ເມ​ລາ​ນິນ​ຕາມ​ທຳມະຊາດ​ແລ້ວ​ງາມ​ໃນ​ແບບ​ຂອງ​ເຮົາ​ກັນດີກ່ວາ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...