spot_img
Homeຂ່າວການພັດທະນາໂຄງ​ການ​ກໍ່​ສ້າງລົດ​ໄຟ​ຄວາມ​ໄວ​ສູງ ສະ​ຫວັນ​ນະ​ເຂດ - ລາວ​ບາວ ສຳ​ເລັດ​ການ​ອອກ​ແບບ!

ໂຄງ​ການ​ກໍ່​ສ້າງລົດ​ໄຟ​ຄວາມ​ໄວ​ສູງ ສະ​ຫວັນ​ນະ​ເຂດ – ລາວ​ບາວ ສຳ​ເລັດ​ການ​ອອກ​ແບບ!

Published on

20150311130547

ພິທີມອບ-ຮັບ​ປຶ້ມ​ການ​ອອກແບບ​ໂຄງການ​ກໍ່ສ້າງ​ເສັ້ນທາງລົດໄຟ​ຄວາມ​ໄວ​ສູງ ສະຫວັນ​ນະເຂດ-ລາວ​ບາວ ໄດ້​ຈັດ​ຂຶ້ນ​ວັນ​ທີ 10 ມີນາ 2015 ຢູ່​ໂຮງແຮມ​ດອກຈຳປາ ເຊິ່ງ​ມອບ​ໂດຍ​ທ່ານ ອາຊາ​ຮາ ອາ​ມັດ ປະທານ​ບໍລິສັດ OSI (ຜູ້​ອອກ​ແບບ) ແລະ ຮັບໂດຍ​ທ່ານ HM Fadzwi ປະທານບໍລິສັດ ​ທາງ​ລົດໄຟ​ໄຈ​ແອນ ຈຳກັດ (ເຈົ້າ​ຂອງ​ໂຄງການ) ໂດຍຊ້ອງ​ໜ້າທ່ານ ດາ​ໂຕະ ທັນໄຕຮິງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ມາ​ເລເຊຍ ປະຈຳ​ລາວ ທ່ານ ສອນ​ສັກ ນ.ຍານ​ຊະນະ ຮອງ​ຫົວໜ້າ​ກົມທາງ​ລົດໄຟ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ.

ການ​ມອບ-ຮັບ​ຄັ້ງ​ນີ້ ແມ່ນເປັນ​ຊຸດ​ທຳ​ອິດ​ລວມ​ມີ 2.700 ກວ່າ​ເຫຼັ້ມ ເຊິ່ງ​ແມ່ນ​ປຶ້ມ​ທີ່​ຮວບຮວມ​ເອົາ​ການ​ອອກ​ແບບ​ທັງ​ໝົດຂອງ​ໂຄງການ ເປັນຕົ້ນ​ ທາງ​ລົດໄຟ ລາງ​ລົດໄຟ ອາຄານ​ສຳນັກງານ ສະຖານີ​ຕ່າງໆ ພາຍຫຼັງມອບ​ໃຫ້​ບໍລິສັດ​ຜູ້​ລົງທຶນ​ແລ້ວ ກໍ່​ຈະ​ໄດ້​ມອບ​ຕໍ່ໃຫ້​ລັດຖະບານເພື່ອ​ພິຈາລະນາ ແລະ ພາຍຫຼັງການ​ຮັບຮອງ​ແລ້ວ ກໍ່​ຈະ​ເລີ່ມ​ກໍ່ສ້າງ​ທັນທີ ໂດຍ​ຈະ​ໃຊ້​ເວລາ​ໃນການ​ກໍ່ສ້າງ 3 ປີ ໂຄງການ​ທາງລົດໄຟ​ຄວາມ​ໄວ​ສູງ ສະຫວັນ​ນະເຂດ-ລາວ​ບາວ ມີ​ຄວາມ​ຍາວ 220 ກິໂລແມັດ ມີ 11 ສະຖານີ ເປັນໂຄງການ​ລົງທຶນ​ຮູບ​ແບບ BOT ໂດຍ​ບໍລິສັດ ​ທາງ​ລົດໄຟໄຈແອນ ​ຈຳກັດ ລົງທຶນ​ກ່ອນ 100% ມູນ​ຄ່າ 5 ຕື້​ໂດ​ລາ​ສະຫະລັດ ຫຼື ປະມານ 40.700 ຕື້​ກີບ (ຖື​ຮຸ້ນ 90%) ແລະ ລັດຖະບານ​ລາວ​ຖືຮຸ້ນ 10%.

ໂຄງການ​ລົດໄຟ​ຄວາມ​ໄວສູງ ​ສະຫວັນ​ນະ​ເຂດ-ລາວ​ບາວ ໄດ້​ອອກ​ແບບ​ຄວາມ​ໄວ​ເບື້ອງ​ຕົ້ນ 120 ກິໂລແມັດຕໍ່​ຊົ່ວໂມງ (ສຳລັບ​ຜູ້ໂດຍສານ) 80 ກິໂລແມັດຕໍ່​ຊົ່ວໂມງ (ສຳລັບ​ບັນທຸກ​ສິນຄ້າ) ແລະ ຍັງ​ສາມາດ​ເພີ່ມຄວາມ​ໄວ​ເຖິງ 200 ກິໂລແມັດຕໍ່​ຊົ່ວໂມງ ພາຍຫຼັງ​ການ​ກໍ່ສ້າງສຳເລັດ ​ຈະ​ປະກອບສ່ວນ​ສຳຄັນໃນ​ການ​ພັດທະນາ​ເສດຖະກິດ ​ລະຫວ່າງ​ປະເທດ​ໃນ​ເຂດ​ລຸ່ມ​ແມ່ນ້ຳຂອງ ທີ່​ມີ​ລາວ​ເປັນ​ສູນ​ກາງ​ເຊື່ອມຕໍ່​ດ້ານ​ຄົມມະນາຄົມ-ຂົນສົ່ງກັບຫວຽດນາມ ໄທ ແລະ ມຽນ​ມາ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...