spot_img
Homeນານາສາລະ PODO ກ້ອງຖ່າຍຮູບ ເຊລຟີselfie ໂຕນ້ອຍທີ່ເຮັດວຽກໄດ້ ສຸດຍອດ

PODO ກ້ອງຖ່າຍຮູບ ເຊລຟີselfie ໂຕນ້ອຍທີ່ເຮັດວຽກໄດ້ ສຸດຍອດ

Published on

PODO ກ້ອງຖ່າຍຮູບ ເຊລຟີselfie ໂຕນ້ອຍທີ່ເຮັດວຽກໄດ້ ສຸດຍອດ

 podocam

ເມື່ອການ “ເຊລຟີ” ເປັນທີ່ຍອດຮິດໃນປັດຈຸບັນ ຄົນເຮົາເລີ່ມມີການຖ່າຍຮູບໂຕເອງຫຼາຍຂຶ້ນ ຈົນເຮັດໃຫ້ຕ້ອງມີອຸປະກອນທີ່ລາກຫຼາຍຢ່າງເຊັ່ນການໃຊ້ໄມ້ເຊລຟີ ເພື່ອທີ່ຈະເກັບພາບ ຄົນທີ່ຈະຖ່າຍຮູບນໍາກັນໃຫ້ ຄົບຖ້ວນ ໝົດທຸກຄົນ ແຕ່ເມື່ອຮູບ ອອກມາບາງຄົນອາດຈະບໍ່ພໍໃຈກັບຮູບທີ່ໄດ້ ເພາະບາງຄັ້ງກໍ່ໄດ້ທັງພາບຂອງ ການຕິດກ້ອງຖ່າຍຮູບ (ໄມ້ເຊລຟີ) ຈົນມີຄົນຄິດຄົ້ນ ກ້ອງນ້ອຍໆ ທີ່ໃຫ້ການເຊລຟີ ຂອງທ່ານເປັນເລື່ອງງ່າຍຂຶ້ນ ! podocam

process

ນະວັດຕະກໍາໃໝ່ ການຖ່າຍພາບ “ເຊລຟີ” ເປັ່ນເລື່ອງທີ່ງ່າຍ ຄື “PODO” ກ້ອງໂຕນ້ອຍບໍ່ມີສາຍ Kick starter ທີ່ເຮົາສາມາດນໍາ ກ້ອງໂຕນີ້ ມາແປະໄວ້ກັບຝາ ຫຼື ພື້ນຜິວທີ່ພຽງບ່ອນໃດກໍ່ໄດ້ ຊຶ່ງດ້ານຫຼັງຂອງກ້ອງຈະມີໂຕຢຶດທີ່ໜຽວເອົາໄວ້ ເພື່ອແປະ (ບໍ່ຕ້ອງຢ້ານ ຕົກແນ່ນອນ)​ໂດຍໂຕຢຶດ ເຮົາສາມາດທໍາຄວາມສະອາດ ໄດ້ ຫາກວ່າມີສິງສົກກະປົກມາເກາະຕິດ, ເມື່ອເວລາເຮົາຕິດສໍາເລັດແລ້ວ ກໍ່ສາມາດ ສັ່ງການເຮັດວຽກຜ່ານ Bluetooth ຜ່ານທາງສະມາດໂຟນໄດ້ທັນທີ

girlholding

ກ້ອງໂຕນີ້ມີຄຸນສົມບັດ ສຸດຍອດຕາມຂະໜາດຂອງມັນ ທີມາພ້ອມຄວາມລະອຽດ 8 ລ້ານພິກເຊລ ບັນທຶກວິດີໂອໄດ້ທີ່ຄວາມລະອຽດ 720P, ມີໄຟແຟລຊ LED ດ້ານໜ້າ 2 ອັນ, ມີ Accelerometer ຄວາມຈຸພາຍໃນ 4 GB ໃນໂຕ

 

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...