Homeນານາສາລະ7 ຜັກຫມາກໄມ້ທີ່ມີວິຕາມິນຊີຫລາຍກວ່າໝາກກ້ຽງ

7 ຜັກຫມາກໄມ້ທີ່ມີວິຕາມິນຊີຫລາຍກວ່າໝາກກ້ຽງ

Published on

ดาวน์โหลด

ໃຜ​ບອກວ່າ​ເຮົາ​ຈະ​ຫາວິ​ຕາ​ມິນ​ຊີຫລາຍ​ໄດ້​ຈາກ​ການ​ກິນ​ໝາກກ້ຽງ​ແຕ່​ພຽງ​ຢ່າງ​ດຽວ   ຍັງມີຜັກ​ຫມາກໄມ້ອີກ​ຫລວງຫລາຍ​ທີ່​ໃຫ້​ວິ​ຕາ​ມິນ​ຊີ​ກັບ​ຮ່າງກາຍ​ໄດ້​ຫລາຍກວ່າ​ໝາກກ້ຽງ​ອີກມາຮູ້​ກັນ​ວ່າຜັກ​ຫມາກໄມ້ເຫລົ່າ​ນັ້ນ​ມີ​ຫຍັງ​ແນ່

ແລ້ວ​ເປັນຫຍັງ​ເຮົາ​ຈຶ່ງຕ້ອງ​ຢາກ​ກິນວິ​ຕາ​ມິນ​ຊີ​?ກໍ​ມັນ​ມີ​ປະໂຫຍດ​ຕໍ່​ຮ່າງກາຍຊ່ວຍ​ສ້າງ​ເກາະ​ຄຸ້ມ​ກັນ​ເຊື້ອ​ພະຍາດ​ເຊັ່ນ​ພະຍາດ​ໄຂ້​ຫວັດ​ເຫລົ່າ​ນີ້​ທາງ​ການ​ແພດ​ໄດ້​ເຮັດ​ການສຶກສາ​ແລະ​ຢືນຢັນ​ແລ້ວ​ວ່າຖ້າ​ເຮົາ​ກຳ​ລັງ​ເປັນ​ຫວັດ​ຢູ່ການ​ກິນ​ອາຫານ​ທີ່​ມີ​ວິ​ຕາ​ມິນ​ຊີ​ສູງຈະ​ຊ່ວຍ​ບັນ​ເທົາ​ອາການ​ຫວັດ​ໃຫ້​ເຊົາໄດ້​ໄວ​ຂຶ້ນຊຶ່ງ​ໂດຍ​ທົ່ວ​ໄປ​ຮ່າງກາຍ​ເຮົາ​ຕ້ອງ​ການ​ວິ​ຕາ​ມິນ​ຊີ​ບໍ່​ກາຍມື້​ລະ1, 000 mgແລ້ວ​ຫມາກໄມ້​ທີ່​ມີວິ​ຕາ​ມິນ​ຊີຫລາຍກວ່າ​ໝາກກ້ຽງ(ໂດຍ​ທົ່ວ​ໄປໝາກກ້ຽງໜຶ່ງ​ໜ່ວຍ​ໃຫ້​ວິ​ຕາ​ມິນ​ຊີ 50 mg)ນີ້​ມີ​ຫຍັງ​ແນ່ມາ​​ເບິ່ງ​ກັນເລຍ

1. ໝາກເພັດ​ຫວານ​ແດງ1ໜ່ວຍ​ໃຫ້​ວິ​ຕາ​ມິນ​ຊີ190mgຊຶ່ງ​ຈັດ​ວ່າ​ເປັນ​ຜັກ​ທີ່​ໃຫ້​ວິ​ຕາ​ມິນ​ຊີ​ຫລາຍກວ່າ​ໝາກກ້ຽງເຖິງ3ເທົ່າ

2.ໝາກເພັດ​ຫວານ​ຂຽວໃຫ້​ວິ​ຕາ​ມິນ​ຊີ120mgທີ່​ສຳຄັນ​ຍັງມີ​ເສັ້ນ​ໃຍ​ທີ່​ດີ​ຕໍ່​ການ​ຂັບ​ຖ່າຍ​ນໍາອີກ

3.ສະ​ຕໍ​ເບີ​ລີຫມາກໄມ້​ໜ່ວຍນ້ອຍ​ໆ,ຫວານໆ,ສົ້ມ​ໆນີ້​ເປັນ​ແຫລ່ງ​ວິ​ຕາ​ມິນ​ຊີ​ຊັ້ນ​ດີໃຫ້​ວິ​ຕາ​ມິນ​ຊີ​ຕໍ່​ຮ່າງກາຍ85mgທີ່​ສຳຄັນ​ຢ່າ​ລືມ​ລ້າງ​ໃຫ້​ສະ​ອາດ​ກ່ອນ​ກິນ

4.ກີ​ວີຫມາກໄມ້​ໜ່ວຍ​ນ້ອຍ​ໆແຕ່​ເປັນ​ແຫລ່ງ​ພະລັງ​ງານ​ຊັ້ນ​ດີ​ຕໍ່​ຮ່າງກາຍແລະ​ໃຫ້​ວິ​ຕາ​ມິນ​ເຖິງ138mg

5.ໝາກ​ມ່ວງຫມາກໄມ້​ທີ່​ຫາ​ກິນ​ງ່າຍ​ໄລຍະ​ໜ້າ​ຮ້ອນ​ແຖມ​ຍັງ​ຫວານ​ແຊບໃຫ້​ວິ​ຕາ​ມິນ​ຊີ 123mgແລະ​ໃນ​ໝາກ​ມ່ວງ​ສຸກ​ຈະ​ມີ​ວິ​ຕາ​ມິນ​ຊີ​ຫລາຍ​ກວ່າ​ໝາກມ່ວງ​ດິບ​

6. ໝາກນັດເປັນຫມາກໄມ້​ອີກ​ຊະນິດ​ທີ່​ມີ​ລາ​ຄາ​ບໍ່​ແພງ​ແລະ​ຫາ​ກິນ​ງ່າຍໂດຍ​ໝາກນັດ​ໃຫ້​ວິ​ຕາ​ມິນ​ຊີ​ກັບ​ຮ່າງກາຍ79mg

7. ບລັອກ​ໂຄ​ລີຜັກ​ນີ້​ໃຫ້​ວິ​ຕາ​ມິນ​ຊີປະ​ມານ133mgຕໍ່​ບ​ລັອກ​ໂຄ​ລີ​ໜຶ່ງ​ຖ້ວຍແລະ​ຍັງມີ​ເສັ້ນ​ໃຍ​ອາຫານ​ຊັ້ນ​ດີລວມ​ເຖິງ​ແຄ​ລໍ​ລີ​ຕ່ຳ​ອີກ​ຕ່າງ​ຫາກ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...