spot_img
Homeນານາສາລະລວມພາບ 10 ອາຄານ ກັບການອອກແບບທີ່ສຸດແປກ

ລວມພາບ 10 ອາຄານ ກັບການອອກແບບທີ່ສຸດແປກ

Published on

ລວມພາບ 10 ອາຄານສຸດແປກແຫວກແນວຂອງການອອກແບບ

1

1

ລວມອາຄານບ້ານເຮືອນ ທີ່ສຸດແປກແຫວກແນວ ທ້າທາຍທັງສະຖາປັດຕະຍະກໍາ ແລະ ແຮງດືງດູດ

ພີພິທະພັນ ຮາໂນ່ຍ ຫວຽດນາມ

ພີພິທະພັນ ຮາໂນ່ຍອອກແບບໂດຍບໍລິສັດ ສະຖາປະນິກ GMP Architekten ຈາກເຢຍລະມັນທ້າທາຍຮູບແບບເກົ່າໆຂອງພິພິທະພັນ ດ້ວຍການອອກແບບທີ່ສຸດພ້ຽນ ເບິ່ງແລ້ວພາໃຫ້ນຶກເຫັນ ປິນລະມິດແຕ່ປິ້ນຫົວ ຄືຊັ້ນດ້ານລຸ່ມພັດມີຂະໜາດນ້ອຍສຸດ ທີ່ອ້ອມຮອບດ້ວຍສວນ ແລະ ສະນໍ້າ ດືງດູດຜູ້ຄົນເຂົ້າໄປເບິ່ງໃຫ້ຫາຍຄວາມສົງໃສ

 

2

 2

ອາຄານ ຊີຊີທີວີ ທາວເວີຣ໌

ເຮົາບອກບໍ່ໄດ້ວ່າ ນີ້ຄືອາຄານ ລະຟ້າ ຫຼືວ່າໂຕຕໍ່ຂະຫນາດຍັກກັນແທ້ ແຕ່ມັນຄືໜຶ່ງໃນອາຄານທີ່ສູງທີ່ສຸດໃນປັກກິ້ງ ທີ່ຢືນສະຫງ່າສູງກວ່າ 230 ແມັດ ຖືເປັນຄວາມທ້າທາຍທາງວິສະວະກໍາ ທີ່ຕ້ອງສ້າງໃຫ່ມີຊ່ອງວ່າງເຄີ່ງກາງ. ທໍາອິດແຜນການກໍ່ສ້າງອາຄານນີ້ມີມາຕັ້ງແຕ່ 11ປີກ່ອນແຕ່ກໍ່ຖືກວິພາກວິຈານຢ່າງແຜ່ຫຼາຍ ຈົນທີ່ສຸດກໍ່ໄດ້ມາເປັນອາຄານທີ່ສຸດແປກແຫວກແນວ ເພີ່ມຄວາມລໍ້າຍຸກໃຫ້ພູມີທັດອ້ອມຂ້າງ

 

3

3

ເຮືອນເຕັ້ນໄດ້, ປຣາກ, ເຊ໊ກ

ອາຄານສຸດລໍ້າຍຸກຫຼັງນີ້ ໄດ້ຮັບການອອກແບບໂດຍສະຖາປະນິກຊື່ Frank Gehry ແລະ Vlado Milunić ແຜ່ນຄອນກຣິດທັງ 99 ມີຮູບແບບ ແລະ ລັກສະນະພິເສດທີ່ບໍ່ຄືໃຜ ເລີຍແມ່ນແຕ່ໂຕດຽວ ຖືກໃຊ້ເພື່ອຮອງຮັບນໍ້າໜັກຂອງຜາ “ເຕັ້ນໄດ້” ດັ່ງພາບເກົ່າທີ່ອາຄານຫຼັງນີ້ ຖືກສ້າງຂຶ້ນໃຫ້ແປກແຕກຕ່າງຈາກອາຄານສະໄຕລ໌ ບາໂຣກ ແລະ ອາຣ໌ຕູນ ໂວທີ່ພົບໄດ້ທົ່ວໄປ ໃນຍາມນີ້ ແຕ່ໄປໆມາໆ ອາຄານທັງຫຼັງ ໄດ້ກາຍເປັນສິນລະປະຂະໜາດໃຫຍ່ຂອງກຸງ ປຣາກໄປແລ້ວ

4

4

ອາຄານລອງກາເບີຣ໌ເກີຣ໌ , ໂອໄຮໄອ, ສະຫະລັດອາເມລິກາ

ກະຕ່າຍັກໂຕນີ້ເປັນອາຄານຂອງ ລອງເບີຣ໌ເກີຣ໌ ຜູ້ຜະລິດກະຕ່າໄມ້ ແລະ ສິນຄ້າເຄື່ອງໃຊ້ອຶ່ນໆ, ອອຟຟິສຂອງບໍລິສັດ ສ້າງຂຶ້ນ ໂດຍອິງຈາກສິນຄ້າ ທີ່ຂາຍດີທີ່ສຸດ ຊຶ່ງກໍ່ຄື “ກະຕ່າເລາະຕະຫຼາດຂະໜາກກາງ” ພາຍໃນມີ 7 ຊັ້ນ ສະເພາະແຕ່ຫູຫິ້ວ ກໍ່ມີນໍ້າໜັກຫຼາຍເຖີງ 150 ໂຕ່ນ ເພາະຕ້ອງມີລະບົບອຸ່ນຄວາມຮ້ອນໃຫ່ຕົນອງ ເພື່ອປ້ອງກັນບໍ່ໄຫ້ນໍ້າແຂງເກາະໂຕ ແລ້ວຫຼົ່ນລົງມາສ້າງຄວາມເສຍຫາຍ ໃຫ້ກັບກະຕ່າ(ອາຄານ) ດ້ານລຸ່ມໄດ້

5

5

ພິພິທະພັນ ຣໍຍັລອອນແທຣີໂອ, ໂຕລອນໂຕ. ການາດາ

ພິພິທະພັນເປັນໜຶ່ງໃນພິພິທະພັນທີ່ໃຫຍ່ທີ່ສຸດຂອງອາເມລິກາເໜືອ ສ່ວນຂອງໂຄງແກ້ວ ແລະ ອາລູມີນຽມໄດ້ຮັບການອອກແບບໂດຍສະຖາປະນິກຊື່ Daniel Libeskind ເພື່ອເຕີມແຕ່ງຂະໜາດບາງສ່ວນ ຂອງອາຄານດັ່ງເດີມຂອງພິພິທະພັນ. ບໍ່ແປກໃຈທີ່ການອອກແບບສຸດທ້າທາຍນີ້ ຈະສ້າງຄວາມບໍ່ພໍໃຈໃຫ້ກັບໃຜຫຼາຍໆຄົນ ແຕ່ນັ້ນກໍ່ທຽບກັນບໍ່ໄດ້ກັບ ຜູ້ຄົນເປັນລ້ານໆ ຕໍ່ປີທີ່ມຸ່ງໜ້າເພື່ອມາຊົມຄວາມແປກຂອງພິພິທະພັນໄດ້

6

6

ເຮືອນປິ້ນຫົວ, ທິໂຣລ , ອອສເຕຣເລຍ

ໜຶ່ງໃນວິທີການດືງດູດ ຄວາມສົນໃຈຄົນທີ່ດີທີ່ສຸດກໍຄື ການປິ້ນຫົວກັບຂອງເຮືອນໝົດຫຼັງ ແລະ ນັ້ນຄື ວິທີການທີ່ນັກສະຖາປະນິກ ຊາວໂປແລນ Irek Glowacki ແລະ Marek Rozhanski ໄດ້ລົງມືເຮັດແທ້ໆ ຕ້ອນນີເຮືອນປິ້ນຫົວໄດ້ກາຍເປັນແຫຼ່ງທ່ອງທ່ຽວທີ່ສໍາຄັນຂອງບ້ານ ຜູ້ເຂົ້າມາຊົມຈະໄດ້ວິນຫົວຫຼິ້ນໆ ໄປກັບທຸກສິ່ງທຸກຢ່າງ ແມ່ນແຕ່ສິ່ງຂອງທີ່ຕົກແຕ່ງພາຍໃນກໍ່ປິ້ນຫົວກັບ ຄືກັນຈົນໝົດ

 

7

7

ອະໂຕມຽມ,​ ບຣັສເຊລສ໌, ເບລຢຽມ

ຕອນນີ້ ອະໂຕມຽມ ອາດຈະເບິ່ງບໍ່່ໜ້າຕຶ້ນເຕັ້ນພໍເທົ້າໃດ ແຕ່ຍ້ອນກັບໄປເມື່ອປີ 1958 ມັນຄືສຸດຍອດຄວາມແປກແຫວກແນວ ອາຄານດັ່ງກ່າວຖືກອອກແບບ ທີ່ຮຽນແບບໂມເລກຸນຂອງທາດເຫຼັ້ກ ຂະຫຍາຍຂະໜາດ 1.65 ແສນລ້ານເທົ່າຈາກຂະໜາດແທ້ ຜົນງານຂອງ ວິສະວະກອນຊື່ André Waterkeyn

ພາຍໃນມີລິຟທ໌ ແລະ ຂັ້ນໄດເລື່ອນ ເຊື່ອມຕໍ່ລະຫວ່າງຊົງກົມແຕ່ລະຫ້ອງ CNN ຍົກອາຄານນີ້ເປັນອາຄານທີ່ແປກປະຫຼາດທີ່ສຸດຂອງ ຢຸໂຣບ

 

8

8

ຄາສິໂນແກຣນດ໌ລິສໂບ, ມາເກົ້າ, ຈີນ

ຄາສິໂນແກຣນດ໌ລິສໂບ ເບິ່ງໃຫ້ໂຊກຫຼາຍທີ່ສຸດເທົ່າທີ່ຫຼາຍໆຄົນຈະເຮັດໄດ້ແລ້ວ ເພາະສັບປະລົດຖືກເຊື່ອມໂຍງໄປວ່າໃຫ້ໂຊກດ້ານເງິນຄໍາໄດ້ ມິນ່າຄາສິໂນ ເຖີງຕ້ອງອອກແບບມາໃຫ້ເປັນຮູບຊົງແບບນີ້ ໂຮງແຮມ ແລະ ຄາສິໂນສູງ 58ຊັ້ນ 261 ແມັດ ແທ່ງນີ້ເປັນຜົນງານຂອງສະຖາປະນິກຊາຮ່ອງກົງຊື່ Dennis Lau ແລະ Ng Chun Man

 

9

9

ພິພິທະພັນອູສກາຣ໌, ນີເອໄມເຢີຣ໌, ບຣາຊິລ

ອາຄານນີ້ເບິ່ງຄືກັບຜົນງານສິນລະປະທີ່ໃຫຍ່ເກີນໂຕ ແຕ່ອັນທີ່ຈິງແລ້ວມັນເປັນພິພິທະພັນ ສິນລະປະ, ການອອກແບບ ແລະ ສະຖາປັດຕະຍະກໍາ ຕ່າງຫາກ ມັນໄດ້ສາຍານາມວ່າເປັນ “ພິພິທະພັນດວງຕາ” ເພາະຮູບຊົງໂຄ້ງໆ ດ້ານເທີງນັ້ນຄ້າຍຄືກັບດງວຕາສີດໍາຂະໜາດໃຫຍ່ ເຮັດໃຫ້ເຮົາຄຶດຫາອີຫຍັງທີ່ຄ້າຍໆກັບໃນໜັງມະຫາກາບຈັກເລື່ອງ

10

10

ເຮືອນລູກ ບາສກ໌ , ຣອຕເທີຣ໌ດາມ, ເນເທີຣ໌ແລນ

ເຮືອນລູກບາສກ໌ ຫຼືຊື່ແທ້ວ່າ “Kubuswoningen” ເປັນຜົນງານການອອກແບບຂອງ Piet Blom ລູກບາສກ໌ແຕ່ລະລູກ ຈະເຮັດມູມງ່ຽງ 45 ອັງສາຕັ້ງຢູ່ເທີງຖານຫົກຫຼ່ຽມ ຍິ່ງໄປກວ່ານັ້ນ ເຮືອນແຕ່ລະຫຼັງໝາຍຄວາມເຖີງຕົ້ນໄມ້ແຕ່ລະຕົ້ນ ລວມກັນເປັນປ່າແນວສິນລະປະ ແອ໊ບສະແຕຣກ ນາມທໍາມະສຸດລໍ້າເລີດ ຕາມໄອເດຍຂອງນັກອອກແບບ ແຕ່ເຮົາຂໍເລືອກເຮືອນຕົ້ນໄມ້ແບບທໍາມະດາໆ ແທນຈະດີກວ່າ…

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...