Homeນານາສາລະເຄັດ​ລັບເບິ່ງເກີບໃຫ້​ໃຊ້​ໄດ້​ໄປ​ອີກ​ດົນ

ເຄັດ​ລັບເບິ່ງເກີບໃຫ້​ໃຊ້​ໄດ້​ໄປ​ອີກ​ດົນ

Published on

203696

     ເລື່ອງ​ເກີບກັບ​ຜູ້ຍິງເປັນ​ຂອງ​ຄູ່​ກັນ​ແນ່ນອນຜູ້ຍິງ​ມັກ​ຈະ​ມີ​ເກີບ​ຫລາຍ​ຄູ່ເພື່ອ​ໃສ່​ໃນ​ໂອ​ກາດຕ່າງໆກັນບາງ​ຄົນ​ມີເກີບຫລາຍຄູ່ທີ່ມັກ​ຢູ່​ຫລາຍ​ຄູ່ບາງ​ຄູ່​ກໍ​ແສນ​ຈະ​ແພງດັ່ງ​ນັ້ນ​ການ​ເບິ່ງແຍງ​ເກີບ​ຈຶ່ງ​ເປັນ​ເລື່ອງ​ຈຳ​ເປັນຫລາຍຈະ​ໄດ້​ມີ​ເກີບ​ຄູ່​ງາມ​ໃສ່​ໄດ້​ອີກ​ດົນໆ

 

1.ເກີບໜັງ​ແກ້ວ ຮອງ​ຕີນ​ໜັງ​ແກ້ວ​ແສນ​ຈະ​ບອບ​ບາງໃສ່​ບໍ່​ຈັກ​ເທື່ອ​ກໍເກິດ​ຮອຍ​ຂີດ​ຂ່ວນ​ເຕັມ​ໄປຫມົດ ໃຫ້​ໃຊ້​ຜ້າ​ນຸ່ມໆຊຸບ​ນ້ຳ​ໝາດໆເຊັດ​ເບົາໆຮອຍ​ດຳ​ກໍ​ຈະ​ຫາຍ​ໄປ​ເອງແຕ່​ຖ້າ​ຮອຍ​ຂີດ​ນັ້ນ​ເລິກ​ຫລາຍ​ກໍ​ອາດຈະ​ຕ້ອງ​ໃຊ້​ຄີມ​​ຂັດ​ຊ້ຳ​ອີກແລະ​ຫ້າມ​ໃຊ້​ນິ້ວ​ຖູ​ທີ່​ຮອຍ​ດຳເພາະ​ອາດຈະ​ເຮັດໃຫ້​ເກີດ​ຮອຍ​ຂີດ​ຂ່ວນ​ອັນ​ໃໝ່​ໄດ້ທີ່​ສຳຄັນ​ຄວນ​ເກັບ​ໄວ້​ໃນ​ທີ່​ແຫ້ງບໍ່​ຮ້ອນແລະ​ຫ້າ​ມວາງ​ເກິບ​ຕາກ​ແດດ​​ເປັນ​ອັນ​ຂາດເພາະ​ຈະ​ເຮັດໃຫ້​ໜັງ​ແກ້ວ​ກອບ​ແຕກ​ເປັນ​ອັນ​ນ້ອຍໆ

2.ເກີບ​ໜັງ​ ເກີບຊະນິດ​ນີ້​ມັກ​ຈະ​ມີ​ບັນຫາລອກ​​ຢູ່​ສະເໝີຫາກ​ເກີບ​​ເປັນ​ສີ​ດຳໃຫ້​ໃຊ້​ຜ້າ​ເຊັດ​ຝຸ່ນ​ທີ່​ຕິດ​ຢູ່​ອອກ​ຈົນ​ໝົດແລ້ວ​ໃຊ້​ບິກ​ສີ​ດຳ​ເຂັ້ມ​ແຕ້ມ​ເບົາໆທີ່​ຮອຍ​ລອກແລ້ວ​ປະ​ໄວ້​ໄລຍະໜື່ງ​ເພື່ອ​ໃຫ້​ນ້ຳ​ໝຶກ​ຊຶມ​ເຂົ້າໄປ​ໃນ​ເນື້ອ​ເກີບ​ຈະ​ແຕ້ມ​ທັບ​ຫລາຍໆຄັ້ງ​ກໍ​ໄດ້ຈົນ​ກວ່າ​ສີ​ດຳ​ຂອງ​ໝຶກ​ກັບ​ເກີບ​ຈະ​ກົມ​ກືນ​ກັນໃນ​ຂະນະ​ທີ່​ເກີບ​ເປັນ​ສີ​ອື່ນຢ່າ​ໃຊ້​ບິກ​ແຕ້ມ​ແຕ່​ໃຫ້​ໄປ​ຊື້​ສີ​ສຳລັບ​ຍ້ອມ​ເກິບ​ໜັງ​ໂດຍ​ສະເພາະ​ຈະ​ຊ່ວຍ​ລົບ​ຮອຍ​ລອກ​ທີ່​ຕ້ອງ​ການ

3.ເກິບ​ປະ​ເພດ​ມີ​ສາຍ​ຄາດ ຫລາຍ​ຄັ້ງທີ່​ຕ້ອງ​ອາລົມບໍ່ດີ​ເພາະ​ສາຍ​ຄາດ​ເກີບ​ສ່ວນ​ໃຫຍ່​ມັກ​ຈະ​ມາ​ຂາດ​ເອົາ​ໃນ​ເວລາ​ທີ່​ຕ້ອງ​ການ​ໃຊ້​ດັ່ງ​ນັ້ນ​ໃຫ້​ສັງເກດ​ສາຍ​ຮອງ​ຕີນ​ຫາກ​ເລີ່ມ​ຫຍ່ອນ​ບໍ່​ຕຶງໃຫ້​ເຊົາ​ໃສ່​ເກີບ​ຄູ່​ນັ້ນ​ໄປ​ກ່ອນບໍ່​ດັ່ງ​ນັ້ນ​ສາຍ​ອາດຈະ​ໄປ​ຂາດ​ກາງ​ທາງ​ໄດ້ແຕ່​ໃສ່​ຢູ່​ແລ້ວ​ສາຍ​ເກີບ​ຂາດ​ກາງ​ທາງ​ວິທີ​ແກ້​ຄືໃຫ້​ຫາ​ໜັງ​ຢາງ​ເສັ້ນ​ໃຫຍ່​ໆຫລາຍໆເສັ້ນ​ຮັດ​ຕີນ​ເຈົ້າ​ກັບ​ເກີບເຂົ້າ​ນຳກັນແລ້ວ​ຄ່ອຍ​ເອົາ​ໄປ​ໃຫ້​ຮ້ານ​​ຫຍິບ​ໃຫ້​ແໜ້ນ​ອີກຄັ້ງ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...