spot_img
HomeມູມໄອທີລາວHP ເປີດໂຕ ວິນໂດວສ໌ PC ຂະໜາດນ້ອຍພຽງ 2ນິ້ວ ສະເປັກແຮງຈິງ ແຖມຍັງປະຢັດໄຟ

HP ເປີດໂຕ ວິນໂດວສ໌ PC ຂະໜາດນ້ອຍພຽງ 2ນິ້ວ ສະເປັກແຮງຈິງ ແຖມຍັງປະຢັດໄຟ

Published on

HP ເປີດໂຕ ວິນໂດວສ໌ PC ຂະໜາດນ້ອຍພຽງ 2ນິ້ວ ສະເປັກແຮງຈິງ ແຖມຍັງປະຢັດໄຟ

5750_150303230535k1

HP ໄດ້ຈັດຕັ້ງງານຖະແຫຼ່ງຂ່າວເປີດໂຕເດສທັອບວິນໂດພີຊີ ທີ່ມີຂະໜາດນ້ອຍພຽງ 2​ນິ້ວ ຫາດເບິ່ງແບບຜິວເຜີນຄົງຄິດວ່າເປັນພຽງກ້ອງທີ່ວີດີຈີຕອນທໍາມະດາ ແຕ່ສິ່ງທີ່ເຮັດໃຫ້ເຄື່ອງ HP Pavilon Mini 300-016d ເຄື່ອງນີ້ເປັນທີ່ໜ້າສົນໃຈຄືສະເປັກຂັ້ນເທບ ທີ່ທຽບເທົ້າກັບຄອມພິວເຕີ PC ຕັ້ງໂຕະຕາມເຮືອນ ຫຼື ຫ້ອງການທີ່ເຮົາຫຼາຍໆຄົນໃຊ້ກັນຢູ່ນັ້ນເອງ

5750_150303230536EG

ສໍາລັບ HP Pavilon Mini ເຄື່ອງນີ້ມາພ້ອມກັບລະບົບປະຕິບັດການ windows 8.1 with Bing ປະມວນຜົນດ້ວຍຊິບ Intel CoreTm i3-4025u (3M Cache, 1.9GHz, 2 Cores) ແລມ 2GB ຮາດດິສ 500GB

5750_150303230611u6

 

ນອກຈາກນີ້ວິນໂດ ພີຊີເຄື່ອງນີ້ຍັງສາມາດຕໍ່ໄດ້ເຖີງ 2 ຈໍດ້ວຍລະບົບ HDMI ແລະ Display Port ເໝາະສໍາລັບຄົນທີ່ຕ້ອງເຮັດວຽກໃຊ້ໜ້າຈໍ 2ຈໍພ້ອມໆກັນ ທັງ 2ຈໍສາມາດລວມເປັນຈໍດຽວກັນໄດ້ອີກດ້ວຍ ບໍ່ວ່າທ່ານຈະຕິດຕາມຫຸ້ນຫຼືຕ້ອງການເບິ່ງໜັງກໍ່ສາມາດເຮັດພ້ອມໆກັນໄດ້ແບບບໍ່ມີສະດຸດ ແລະ ໃຊ້ພະລັງງານພຽງ 45 ວັດທ໌ເທົ້ານັ້ນ

5750_15030323053707

ຮອງຮັບ USB 3.0 ເຖີງ 4 Port ມີລະບົບ Bluetooth ແລະ Wi-Fi ໃນໂຕ ສາມາດສັ່ງປິ່ນເອກະສານຕ່າງໆ ໄດ້ທັນທີບໍ່ຈໍາເປັນຕ້ອງລົງ Driver ໃດໆ ຫາກທ່ານຕ້ອງການຄວາມເປັນສ່ວນຕົວໃນການໃຊ້ງານກໍ່ສາມາດສຽບສາຍຟັງຫູໄປຍັງຊ່ອງສຽງຟັງຫູ ທາງດ້ານຫຼັງເຄື່ອງ ແລະ ຍັງມີຊ່ອງສໍາລັບສຽບສາຍແລນ ເພື່ອເຮັດໃຫ້ການເຊື່ອມຕໍ່ຂອງທ່ານວ່ອງໄວຂຶ້ນອີກ ສໍາລັບເຄື່ອງນີ້ຈະເນັ້ນການທໍາງານຜ່ານອິນເຕີເນັດເປັນຫຼັ້ກ ແຕ່ດ້ວຍການອອກແບບທີ່ດີ ເຮັດໃຫ້ສາມາດອັບເດດເຄື່ອງນີ້ໄດ້ດ້ວຍໂຕເອງ ທ່ານສາມາດເພີ່ມແລມ ເພີ່ມຮາດດິສ ໄດ້ເອງ.

ທາງດ້ານ HP ມີແຜນຈະວາງຈໍາໜ່າຍ HP Pavilon Mini ໃນໄວໆນີ້ດ້ວຍລາຄາປະມານ 3.497.500 ກີບ ພ້ອມວາງຈໍາໜ່າຍກັບທຸກສາຂາ.

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...