spot_img
HomeມູມໄອທີລາວSamsung ເປີດໂຕ Galaxy S6 ແລະ Galaxy S6 edge ສຸດຍອດລາຊາແຫ່ງແອນດຣອຍ

Samsung ເປີດໂຕ Galaxy S6 ແລະ Galaxy S6 edge ສຸດຍອດລາຊາແຫ່ງແອນດຣອຍ

Published on

Samsung ເປີດໂຕ Galaxy S6 ແລະ Galaxy S6 edge ສຸດຍອດລາຊາແຫ່ງແອນດຣອຍ

5746_150302170551HV

ໃນງານ Mobile World Congress 2015 ມີສະມາຣ໌ທໂຟນຫຼາຍລຸ້ນທີ່ໜ້າສົນໃຈພາຍໃນງານເຊັ່ນ HTC One M9 ແລ້ວກໍ່ຍັງມີສະມາຣ໌ທໂຟນ ທີ່ຫຼາຍຄົນລໍຄອຍຈາກ Samsung ເຊັ່ນຕະກຸນ Galaxy ຊຶ່ງໃນທີ່ສຸດເຮົາກໍ່ໄດ້ເຫັນໂຕຈິງຂອງ Galaxy S6 ແລະ Galaxy S6 edge ກັນແລ້ວເດີ ເຊື່ອວ່າສະເປັກ ຄົງຖືກໃຈເຫຼົ່າສາວົກບໍ່ໜ້ອຍ ແຖມດ້ວຍວັດຖຸປ່ຽນມາໃຊ້ໂລຫະ ແລະ ແກ້ວເຮັດໃຫ້ມັນເບິ່ງໄຮໂຊ ແລະ ສົມສະຖານະເບີ1 ຂອງວົງການແອນດຣອຍສ໌ ແຕ່ໃນເລື່ອງຂອງການອອກແບບໃນຮອບນີ້ ຄົງຈະຜິດຫວັງເພາະຕາມຂ່າວວ່າ Samsung ບອກວ່າຈະຍົກເຄື່ອງການອອກແບບໃໝ່ທັງໝົດໃນໂຄງການ “Project Zero” ແຕ່ບໍ່ຮູ້ເປັນຫຍັງງານທີ່ອອກມາພັດຄືກັບ iphone 6 ຫຼາຍປານນີ້ ໂດຍສະເພາະດ້ານລຸ່ມຂອງໂຕເຄື່ອງ ທີ່ເໝືອນກັບວ່າພີ່ນ້ອງດຽວກັນ

Galaxy S6 ແລະ Galaxy S6 edge ມີສະເປັກທີ່ຄືກັນຕ່າງກັນບ່ອນວ່າລຸ້ນ edge ຈະເປັນຈໍໂຄ້ງແບບ Note 4 ແຕ່ທີ່ເໜືອກວ່ານັ້ນຄືຈະໂຄ້ງເຖີງ 2ຝັ່ງເລີຍອັນນີ້ຕ້ອງມາເບິ່ງວ່າ Software ພາຍໃນຈະແຕກຕ່າງກັນຫຼືບໍ່.

 

ສະເປັກຂອງ : Galaxy S6 ແລະ S6 edge

ລະບົບປະຕິບັດການ : Android 5.0.2 Lollipop ພ້ອມ TouchWiz

ໜ້າຈໍ :

– S6: 5.1-inch QHD (2560×1440) 577ppi Super AMOLED

– S6 edge: 5.1-inch QHD (2560×1440) 577ppi Super AMOLED with dual curved edges

ຊີພີຢູ່ : Octa-core 4×2.1GHz + 4×1.5GHz 64-bit 14nm Samsung Exynos processor

ແລມ : 3GB LPDDR4

 

ໜ່ວຍຄວາມຈໍາ ພາຍໃນມີໃຫ້ເລືອກ 3​ຂະໜາດ32/64/128GB ບໍ່ສາມາດຂະຫຍາຍເພີ່ມໄດ້

ກ້ອງຫຼັງ: 16MP, OIS, ƒ/1.9, auto real-time HDR, low-light video,ບ high clear zoom, IR detect white balance, virtual shot, slow motion, fast motion, pro mode, selective focus

ກ້ອງໜ້າ : 5MP, ƒ/1.9, auto real-time HDR, low-light video

ເຊັ່ນເຊີ່ : Accelerometer, ambient light, barometer, compass, fingerprint, gyroscope, hall, heart rate monitor, HRM, proximity

ຊາກແບັຕເຕີຣີ່ຜ່ານ : USB 2.0 ແລະ ຊາກແບບໄຮ້ສາຍໄດ້ທັງ 2 ມາດຕະຖານ PowerMat wireless (WPC 1.1, 4.6W output), Qi wireless (PMA 1.0, 4.2W output)

ແບຕເຕີຣີ່ :

S6: 2550mAh (non-removable)

S6 edge: 2600mAh (non-removable)

ສີ:

S6: white, black, gold, blue

S6 edge: white, black, gold, dark green

ມີລະບົບ ສະແກນລາຍນິ້ວມື ແບບສໍາພັດຄືກັບ ໄອໂຟນ ບໍ່ຕ້ອງປາດນິ້ວແລ້ວ ພ້ອມລະບົບຈັດການຄວາມປອດໄພ KNOX

ສໍາລັບສະເປັກເລື່ອງຄວາມແຮງບໍ່ມີຫຍັງນ່າຫ່ວງຈັດເຕັມມາໃຫ້ທຸກສ່ວນ ແຕ່ສໍາລັບຄວາມປ່ຽນແປງທີ່ເບິ່ງແລ້ວຈະເປັນການກືນນໍ້າລາຍໂຕເອງ ກໍ່ມີຢູ່ 2-3ເລື່ອງທີ່ ຂ້າພະເຂົ້າວ່າ ຊໍາຊູງເຮັດແບບນີ້ຄືກັບວ່າຕົບໜ້າໂຕເອງ ຄືເລື່ອງທີ່ບໍ່ສາມາດເພີ່ມໜ່ວຍຄວາມຈໍາດ້ວຍ micro SD ແລະ ປ່ຽນແບຕເຕີຣີ່ບໍ່ໄດ້ ສ້ອງເລື່ອງນີ້ທາງ Samsung ຫາກໍ່ເຮັດໂຄສະນາວ່າ Apple ເມື່ອຕົ້ນປີນີ້ນີ້ເອງແທ້ໆ

5746_1503021705531t

ສໍາລັບລາຄາ ແລະ ວັນວາງຈໍາໜ່າຍເຄື່ອ Galaxy S6 ນັ້ນ ຈະເປັນຊ່ວງເດືອນ ເມສາ ແຕ່ວ່າລາຄາຍັງບໍ່ມີການເປີດເຜີຍ

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...