spot_img
Homeຄວາມງາມການລ້າງ​ໜ້າ​ໃຫ້​ສະ​ອາດ​ແທ້​ໆ

ການລ້າງ​ໜ້າ​ໃຫ້​ສະ​ອາດ​ແທ້​ໆ

Published on

9700

1.ເປີດ​ຮູ​ຂຸມ​ຂົນ ໃນ​ແຕ່​ລະ​ວັນທີ່​ຕ້ອງ​ອອກ​ໄປ​ຂ້າງ​ນອກຮູ້​ຫລື​ວ່າ​ສິ່ງ​ສົກກະປົກ​ຕ່າງໆສາມາດ​ມາ​ອຸດ​ຕັນ​ຮູ​ຂຸມ​ຂົນ​ໄດ້​ໂດຍ​ທີ່​ເຈົ້າ​ອາດ​ບໍ່​ຮູ້​ຕົວໂດຍສະ​ນັ້ນ​ສະ​ເຕັບ​ທຳອິດ​​ໃນ​ການທຳຄວາມ​ສະ​ອາດ​ຄື​ການ​ເປີດ​ຮູ​ຂຸມ​ຂົນເພື່ອ​ໃຫ້​ເຮັດ​ຄວາມ​ສະ​ອາດ​ໄດ້​ໝົດ​ຈົດໂດຍ​ໃຫ້​ນຳ​ຜ້າ​ຂົນ​ໜູ​ມາ​ຊຸບ​ນ້ຳ​ຮ້ອນ​ແລ້ວ​ບິດ​ອອກຈາກ​ນັ້ນ​ນຳ​ມາ​ວາງ​ໄວ້​ເທິງ​ໃບ​ໜ້າແຕ່​ນ້ຳ​ທີ່​ໃຊ້​ບໍ່​ຄວນ​ຈະ​ຮ້ອນ​ເກີນ​ໄປ​ບໍ່​ຢ່າງ​ນັ້ນ​ອາດຈະ​ສົ່ງ​ຜົນ​ເສຍ​ຕໍ່​ຜິວ​ໜ້າ​ໄດ້
2.ລ້າງ​ໜ້າ ຂັ້ນ​ຕອນ​ຕໍ່ໄປ​ກໍ​ເຖິງ​ເວລາ​ເຮັດ​ຄວາມ​ສະ​ອາດ​ຜິວ​ແລ້ວໂດຍ​ໃຫ້​ເຈົ້າ​ເລືອກ​ໃຊ້​ຄຣີນ​ເຊີ​ເຮັດ​ຄວາມ​ສະ​ອາດ​ຜິວ​ໜ້າ​ສູດ​ອ່ອນ​ໂຍນ​ບີບ​ລົງ​ເທິງ​ຝ່າ​ມືຈາກ​ນັ້ນ​ນຳ​ມາ​ນວດ​ວົນໆເທິງ​ໃບ​ໜ້າ​ປະມານ30ວິ​ນາ​ທີ​ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນແລ້ວ​ໃຊ້​ຜ້າ​ຂົນ​ໜູ​ຊັບ​ເບົາໆໃຫ້​ແຫ້ງ
3.ຂັດ​ຜິວ ນຳ​ນ້ຳ​ຕານ2ບ່ວງ​ມາ​ປະສົມ​ກັບ​ນ້ຳ​ສະ​ອາດ2ບ່ວງຈາກ​ນັ້ນ​ຄົນ​ໃຫ້​ເຂົ້າ​ກັນ ແລ້ວ​ຄ່ອຍ​ນຳ​ນ້ຳ​ຕານ​ມາ​ໃສ່​ເພີ່ມ​ອີກ​ຄຶ່ງ​ບ່ວງຈຶ່ງ​ຄ່ອຍ​ນຳ​ສ່ວນ​ປະສົມ​ທີ່​ໄດ້​ມາ​ຂັດ​ວົນໆໃຫ້​ທົ່ວ​ໃບ​ໜ້າ​ເລີ່ມ​ຈາກ​ໜ້າ​ຜາກ ແກ້ມ​ຊ້າຍ​ແລະ​ຂວາໂດຍ​ແຕ່​ລະ​ສ່ວນ​ໃຫ້​ນວດ​ວົນໆໃຊ້​ເວລາ1ນາ​ທີສຳເລັດ​ທຸກ​ສ່ວນ​ແລ້ວ​ຄ່ອຍ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ
4.ປັບ​ສີ​ຜິວ​ໃຫ້​ໃສ ບີບ​ໝາກ​ນາວ​ລົງ​ຖ້ວຍ​ປະ​ມານ20ຢອດຈາກ​ນັ້ນ​ໃຊ້​ນິ້ວ​ມືແຕະ​ນ້ຳ​ໝາກ​ນາວ​ມາ​ທາ​ເທິງ​ໃບ​ໜ້າ​ປະ​ມານ10ວິ​ນາ​ທີແລ້ວ​ລ້າງ​ອອກຫລື​ຈະ​ບີບ​ໝາກນາວເ​ຄຶ່ງ​ປ່ຽງ​ມາ​ປະສົມ​ກັບ​ນ້ຳ​ເຜຶ້ງເ​ຄຶ່ງ​ບ່ວງກາແຟແລ້ວ​ຄ່ອຍ​ນຳ​ມາ​ທາ​ເທິງ​ໃບ​ໜ້ານວດ​ວົນໆປະ​ມານ30ວິ​ນາ​ທີຄ່ອຍ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ
5.ປິດ​ຮູຂຸມ​ຂົນ ເມື່ອ​ເປີດ​ຮູ​ຂຸມ​ຂົນ​ດ້ວຍ​ນ້ຳ​ອຸ່ນ​ຫລື​ນ້ຳ​ຮ້ອນ​ແລ້ວໃຫ້​ປິດ​ລູ​ຂຸມ​ຂົນ​ກັບ​ດ້ວຍ​ນ້ຳ​ເຢັນໂດຍ​ໃຫ້​​ນ້ຳ​ເຢັນ​ໃສ່​ໜ້າ​ແບບ​ບໍ່​ຕ້ອງ​ສຳ​ຜັດ​ຜິວ​ໜ້າ​ຫລາຍຈາກ​ນັ້ນ​ນຳ​ນ້ຳ​ກ້ອນມາ​ຖູໆໃຫ້​ທົ່ວ​ໃບ​ໜ້າ​ແລະ​ລຳ​ຄໍ​ເພື່ອ​ປິດ​ຮູ​ຂຸມ​ຂົນເຊັດ​ໜ້າ​ໃຫ້​ແຫ້ງ​ແລ້ວ​ລົງ​ມອຍ​ເຈີ​ໄລ​ເຊີ​ໃຫ້​ທົ່ວ​ໃບ​ໜ້າ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...