spot_img
Homeຂ່າວການພັດທະນາກູເວດສະໜອງເງິນກູ້ ໂຄງການຊົນລະປະທານ ນາບົງ-ໂຄກສາ

ກູເວດສະໜອງເງິນກູ້ ໂຄງການຊົນລະປະທານ ນາບົງ-ໂຄກສາ

Published on

20150302123221

ໂຄງການ​ຊົນລະປະທານນາ​ບົງ-ໂຄກ​ສາ ເປັນ​ໂຄງການ​ທີ່ປະກອບສ່ວນ​ໃນ​ການ​ພັດທະນາເສດຖະກິດ-ສັງຄົມ​ຂອງ ​ສປປ ລາວ ໂດຍ​ສະເພາະ​ໃນ​ຂົງເຂດ 11 ບ້ານ ໃນ​ເມືອງ​ປາກ​ງື່ມ ໂດຍການ​ຟື້ນ​ຟູ ປັບປຸງ ແລະ ຂະຫຍາຍ​ລະບົບ​ຊົນລະປະທານ​ຈັກສູບ​ນ້ຳ ເພື່ອ​ລຳລຽງ​ນ້ຳຈາກ​ນ້ຳງື່ມ​ ເພື່ອ​ສະໜອງ​ນ້ຳ​ໃຫ້​ເນື້ອທີ່ປະມານ 4.500 ເຮັກຕາ ເຊິ່ງ​ຈະຊ່ວຍ​ອຳນວຍຄວາມ​ສະດວກ​ໃຫ້ແກ່​ການ​ຜະລິດ​ເຂົ້າ ແລະ ພືດ​ຜັກ ແນໃສ່​ຫຼຸດຜ່ອນ​ຄວາມທຸກ​ຍາກ ປັບປຸງ​ຊີວິດ​ການ​ເປັນ​ຢູ່ ແລະ ເພີ່ມ​ລາຍ​ຮັບ​ໃຫ້​ປະຊາຊົນ​ໃນ​ຂົງເຂດ​ໂຄງການ​ໃຫ້​ດີ​ຂຶ້ນ ພ້ອມ​ນັ້ນ ໂຄງການ​ດັ່ງກ່າວ​ ຍັງ​ຕອບ​ສະໜອງ​ການ​ຜະລິດ​ສິນຄ້າ​ສົ່ງ​ອອກ ເພື່ອ​ເປັນ​ການ​ປະກອບສ່ວນ​ ໃນການ​ພັດທະນາ​ເສດຖະກິດ​ຂອງຊາດ ​ໃຫ້​ນັບ​ມື້​ດີ​ຂຶ້ນ ກໍ່​ຄືການ​ປະກອບ​ສ່ວນ​ໃນ​ການ​ພັດທະນາເສດຖະກິດ-ສັງຄົມຂອງ​ຊາດ ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ.

ສຳລັບ​ເງື່ອນໄຂ​ທາງ​ດ້ານການ​ເງິນ ​ຂອງ​ການ​ສະໜອງ​ເງິນກູ້​ຂອງ​ກອງ​ທຶນ​ກູ​ເວດ ເພື່ອ​ການພັດທະນາ​ເສດຖະກິດ​ອາ​ຣັບ ເຂົ້າ​ໃນ​ໂຄງການ​ດັ່ງກ່າວ ແມ່ນມີ​ໄລຍະ​ທົດ​ແທນ​ຄືນ​ເງິນ​ກູ້​ຢືມ 24 ປີ ໃນ​ນັ້ນ ລວມ​ມີ​ໄລຍະ​ການປອດ​ຊຳລະ​ຕົ້ນ​ທຶນ 7 ປີ ອັດຕາດອກ​ເບ້ຍ 1,5% ຕໍ່​ປີ.

ໃນ​ວັນ​ທີ 2 ມີນາ 2015 ກະຊວງ​ການ​ເງິນ ຕາງໜ້າ​ລັດ​ຖະບານ​ແຫ່ງ ​ສປປ ລາວ ແລະ ກອງ​ທຶນ​ກູ​ເວດ ເພື່ອ​ການ​ພັດ​ທະນາ​ເສດຖະກິດ​ອາ​ຣັບ ໄດ້​ເຊັນ​ສັນຍາ​ເງິນ​ກູ້​ມູນ​ຄ່າ 7 ລ້ານ​ກູ​ເວດດີ​ນາ ທຽບ​ເທົ່າ 23,8 ລ້ານ​ໂດລາ​ສະຫະລັດ ທີ່​ກະຊວງ​ດັ່ງກ່າວ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການຈັດຕັ້ງປະຕິບັດ​ໂຄງການ​ຊົນລະປະທານນາ​ບົງ-ໂຄກ​ສາ ການ​ເຊັນ​ສັນຍາໃນ​ຄັ້ງ​ນີ້ ​ໄດ້​ມີ​ຂຶ້ນລະຫວ່າງທ່ານນາງ ທິບ​ພະ​ກອນ ຈັນທະ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ການ​ເງິນ ແລະ ທ່ານ ເຮ ແຊມ ອານ ວາ​ກາ ຍານ ຮອງປະທານ​ກອງ​ທຶນ​ກູ​ເວດ ເພື່ອ​ການພັດທະນາ​ເສດຖະກິດ​ອາ​ຣັບ ໂດຍມີ​ບັນດາ​ທ່ານ​ຜູ້ຕາງໜ້າ​ຈາກພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...