spot_img
Homeຂ່າວການພັດທະນາຄຳ​ມ່ວນ​ ມີ​ພື້ນ­ຖານ​ເກືອບ 200 ແຫ່ງ ຮອງ​ຮັບ­ແຂກ​ມາ​ຢ້ຽມ­ຢາມ

ຄຳ​ມ່ວນ​ ມີ​ພື້ນ­ຖານ​ເກືອບ 200 ແຫ່ງ ຮອງ​ຮັບ­ແຂກ​ມາ​ຢ້ຽມ­ຢາມ

Published on

a199893fd32356b51aff8da15bdb0504

ແຂວງ​ຄຳ​ມ່ວນ​ແດນ​ສີ​ໂຄດ​ຕະບອງ ທີ່​ມີ​ທ່າ­ແຮງ​ເປັນ​ແຂວງ​ທາງ​ຜ່ານຂອງ​ບັນ­ດາ​ແຂວງ ແລະ ພາກ​ພື້ນ​ພວມເລ່ງ​ສ້າງ​ເງື່ອນ­ໄຂ​ດຶງ​ດູດ​ການ​ມາ​ຢ້ຽມຢາມ​ຂອງ​ແຂກ​ໃຫ້​ໄດ້​ ແວ່​ພັກ​ແຮມ​ໃຊ້​ຈ່າຍນັບ​ມື້​ຫຼາຍ​ຂຶ້ນ​ດ້ວຍ​ການ​ພັດ­ທະ­ນາ​ພື້ນຖານ​ໂຄງ​ ລ່າງ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ຮອງ​ຮັບ ນັກ​ເດີນ­ທາງ​ໄດ້​ແວ່​ຢາມ ໂດຍ​ຮອດ​ຂະນະ​ນີ້​ໄດ້​ສຳ​ຫຼວດ ແລະ ຂຶ້ນ​ບັນ­ຊີ​ແລ້ວ ທັງ​ໝົດ​ເກືອບ 200 ແຫ່ງ.

ຕາມ​ຂໍ້​ມູນ​ເປີດ­ເຜີຍ​ໃນ​ກອງ​ປະ­ຊຸມ​ໂຄງການ​ພັດ­ທະ­ນາ​ໂຄງ​ລ່າງ​ພື້ນ­ຖານ​ ສ້າງຕັ້ງ​ເຄື່ອ​ຂ່າຍ​ສົ່ງ­ເສີມ ແລະ ຄຸ້ມ​ຄອງ​ຈຸດ ໝາຍ​ປາຍ­ທາງ​ການ­ທ່ອງ­ທ່ຽວ​ຂອງແຂວງ​ຄຳ​ມ່ວນ​ຮູ້​ວ່າ:  ທຸກ​ວັນ​ນີ້ ການທ່ອງ​ທ່ຽວ​ຖື​ເປັນ​ຂະ­ແໜງ​ບຸ­ລິ­ມະ­ສິດ​ໜຶ່ງທີ່​ພາກ​ລັດ​ພວມ​ເນັ້ນ​ໃສ່​ ສົ່ງ­ເສີມ​ໃຫ້​ມີ​ການພັດ­ທະ­ນາ​ໃນ​ທຸກໆ​ດ້ານນັບ​ແຕ່​ພື້ນ­ຖານ​ໂຄງ​ລ່າງ, ການ​ໂຄ­ສະ­ນາ, ຕະ­ຫຼອດ​ຮອດ​ການ​ບໍ­ລິ­ການ​ເພາະ​ສາ­ມາດກະ­ຈາຍ​ລາຍ​ໄດ້​ໃນ​ວົງ​ກວ້າງ​ສຳ­ຄັນ​ ຄື​ປະຊາ​ຊົນ ໃນ​ຂະ­ນະ​ທີ່​ຄຳ​ມ່ວນ​ແມ່ນ​ແຂວງ ທາງ​ຜ່ານ​ໄປ​ຍັງ​ບັນ­ດາ​ແຂວງ​ທາງ​ພາກໃຕ້ ແລະ ຂຶ້ນ​ສູ່​ພາກ​ເໜືອ​ອີກ​ທັງ​ຍັງ​ມີ​ເສັ້ນທາງ​ອອກ​ສູ່ ສສ ຫວຽດ­ນາມ ແລະ ປະເທດ​ໄທ​ນຳ.

ຈາກ​ຈຸດ​ດັ່ງ­ກ່າວ​ຂະ­ນະ​ນີ້ ທາງ​ແຂວງຈິ່ງ​ພະ­ຍາ­ຍາມ​ຂຸດ​ຄົ້ນ​ທ່າ­ແຮງ​ທີ່​ມີ​ພາຍໃນ​ປະ­ເທດ​ອອກ​ມາ​ ຊົມ­ໃຊ້​ໃຫ້​ເກີດ​ຜົນ​ປະໂຫຍດ​ສູງ​ສຸດ ໂດຍ​ມາ​ຮອດ​ປະ­ຈຸ​ບັນ​ທົ່ວ​ແຂວງ​ມີ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ໄດ້​ສຳ​ຫຼວດ ແລະ ຂຶ້ນ​ບັນ­ຊີ​ແລ້ວ​ທັງ​ໝົດ 198 ແຫ່ງ, ຈຳ­ນວນ​ໜຶ່ງ​ແມ່ນ​ໄດ້​ເປີດ​ບໍ­ລິ­ການ​ນັກທ່ອງ​ທ່ຽວ​ແລ້ວ ແລະ ອີກ​ສ່ວນ​ໜຶ່ງ​ພວມຢູ່​ໃນ​ໄລ­ຍະ​ພັດ­ທະ­ນາ​ເພື່ອ​ຮອງ​ຮັບ​ນັກທ່ອງ​ທ່ຽວ​ທັງ​ ພາຍ​ໃນ ແລະ ຕ່າງ­ປະ­ເທດ​ທີ່​ນັບ​ມື້​ມີ​ຈຳ­ນວນ​ເພີ່ມ​ຂຶ້ນ.

ທ່ານ ແສງ​ທອງ ພະ​ຄຸນ​ທອງ ໄດ້ກ່າວ ໂຄງ​ລ່າງ​ພື້ນ­ຖານ​ສ້າງ­ຕັ້ງ​ເຄື່ອ​ຂ່າຍສົ່ງ­ເສີມ ແລະ ຄຸ້ມ​ຄອງ​ຈຸດ­ໝາຍ​ປາຍ
ທາງ​ການ­ທ່ອງ­ທ່ຽວ​ໄດ້​ຄັດ​ເລືອກ ແລະ ຈັດ​ສັນ​ທຶນ­ຮອນ ໂດຍ​ສະ­ເພາະ​ແມ່ນ​ແຫຼ່ງທຶນ​ຈາກ​ທະ­ນາ­ຄານ​ພັດ­ທະ­ນາ​ອາ­ຊີ​ໃຫ້ແກ່​ແຂວງ​ຄຳ​ ມ່ວນ, ເພື່ອ​ພັດ­ທະ­ນາ​ແຫຼ່ງທ່ອງ​ທ່ຽວ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ​ທາງດ້ານ​ທຳ​ມະ​ຊາດ, ປະ­ຫວັດ­ສາດ ແລະ ວັດທະ­ນະ​ທຳ​ທີ່​ອຳ­ນວຍ​ໃຫ້​ແກ່​ການ​ທ່ອງທ່ຽວ​ໃນ​ນີ້​ມີ​ປ່າ​ສະ­ຫງວນ​ແຫ່ງ​ ຊາດ 3 ແຫ່ງ ທີ່​ເປັນ​ແຫຼ່ງ​ກຳ­ເນີດ​ສາຍ​ນ້ຳ​ລຳ​ທານ ແລະ ແຫຼ່ງ​ທ່ອງ​ທ່ຽວ​ປະ­ເພດ​ຕ່າງໆຄື: ປ່າ​ສະ­ຫງວນ​ແຫ່ງ​ຊາດ​ພູ​ຫີນ​ປູນ ເປັນແຫຼ່ງ​ກຳ­ເນີດ​ຂອງ​ສາຍ​ນ້ຳ​ເທີນ​ທີ່​ໄຫຼ​ລອດພູ​ຫີນ​ປູນ ພາ­ໃຫ້​ເກີດ​ມີ​ຖ້ຳ​ກອງ​ລໍ-ນາ​ຕານທີ່​ມີ​ຄວາມ​ຍາວ 7.500 ແມັດ, ປ່າ​ສະຫງວນ​ແຫ່ງ​ຊາດ​ນາ​ກາຍ-ນ້ຳ​ເທີນ​ເປັນແຫຼງ​ກຳ­ເນີດ​ສາຍ​ນ້ຳ​ເທີນ, ນ້ຳ​ອອນ, ນ້ຳ​ມອນ, ນ້ຳ​ນ້ອຍ, ນ້ຳ​ໂຊດ ລວມ​ເຂົ້າກັນ​ເມື່ອ​ຖືກ​ຕັນ​ກໍ​ເປັນ​ອ່າງ​ນ້ຳ​ເທີນ 2 ເປັນ​ແຫຼ່ງ​ຜະ­ລິດພະ­ລັງ­ງານ​ໄຟ­ຟ້າ​ນ້ຳຕົກ​ທີ່​ມີ​ຂະ­ໜາດ​ໃຫຍ່​ທີ່​ສຸດ​ຢູ່ ​ໃນ​ປະ­ເທດລາວ ບັນ­ດາ​ຍອດ­ນ້ຳ​ເຫຼົ່າ​ນີ້​ລ້ວນ​ແຕ່​ມີ​ຊີ­ວະ​ນາໆພັນ​ເຊັ່ນ: ນ້ຳ­ຕົກ­ຕາດ, ແກ້ງ​ຫີນທີ່​ອຳ­ນວຍ​ໃຫ້​ແກ່​ການ​ສ້າງ​ຜະ­ລິດ​ຕະ​ພັນ​ທ່ອງ​ທ່ຽວ​ທີ່​ ເປັນ­ຄວາມ​ຕ້ອງ­ການ​ຂອງຕະ­ຫຼາດ ແລະ ປ່າ​ສະ­ຫງວນ​ແຫ່ງ​ຊາດຫີນ​ໜາມ​ໜໍ່​ກໍ​ເປັນ​ແຫຼ່ງ​ກຳ­ເນີດ​ຂອງ​ສາຍນ້ຳ​ເຊ​ ບັ້ງ­ໄຟ​ທີ່​ໄຫຼ​ລອດ​ຊອດ​ຜ່ານ​ອອກ ເອີ້ນ​ວ່າ: ຖ້ຳ​ນ້ຳ​ລອດ​ຍອດ​ເຊ​ບັ້ງ­ໄຟ​ທີ່​ມີ ລວງ​ຍາວ​ປະ­ມານ 12.000 ແມັດ.

ທ່ານ​ກ່າວ​ວ່າ: ຈຸດ­ປະ­ສົງ​ຂອງ​ໂຄງການ​ແມ່ນ​ເພື່ອ​ພັດ­ທະ­ນາ​ໂຄງ​ລ່າງ​ພື້ນຖານ ແລະ ສິ່ງ​ທີ່​ອຳ­ນວຍ​ຄວາມ​ສະ­ດວກຕິດ​ພັນ​ກັບ​ການ­ທ່ອງ­ທ່ຽວ​ໃນ​ບັນ­ດາ​ແຂວງເປົ້າ ​ໝາຍ ເພື່ອ​ໃຫ້​ກາຍ­ເປັນ​ຈຸດ­ໝາຍ​ປາຍ ທາງ​ການ­ທ່ອງ­ທ່ຽວ​ທີ່​ໂດດ​ເດັ່ນ​ເພື່ອ​ເພີ່ມ​ລາຍ​ຮັບ​ຈາກ​ການ­ທ່ອງ­ທ່ຽວ ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ­ຊາ­ຊົນ​ເຂດທ້ອງ­ຖິ່ນ.

ໂດຍ​ກິດ­ຈະ­ກຳ​ຫຼັກ​ຂອງ​ໂຄງ­ການ​ນີ້ ປະ­ກອບ​ມີ 4 ພາກ​ໃຫຍ່​ຄື: ພາກ​ທີ I ປັບ­ປຸງ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ເພື່ອ​ສົ່ງເສີມ​ການ­ທ່ອງ­ທ່ຽວ, ພາກ​ທີ II ແມ່ນ​ການປັບ­ປຸງ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ ແລະ ສະ­ພາບ​ການ​ບໍ­ລິ­ການ​ລູກ​ຄ້າ​ທີ່​ດີ​ໃນ​ຈຸດເຊື່ອມ​ຕໍ່​ການ­ທ່ອງ­ທ່ຽວ​ພາກ​ ພື້ນ, ພາກ​ທີ III ແມ່ນ​ການ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ແກ່ເຄື່ອ​ຂ່າຍ​ພັດ­ທະ­ນາ​ສົ່ງ­ເສີມ ແລະ ຄຸ້ມຄອງ​ຈຸດ­ໝາຍ​ປາຍ­ທາງ​ຂອງ​ການ​ທ່ອງທ່ຽວ ແລະ ພາກ​ສຸດ​ທ້າຍ​ແມ່ນ​ການ​ສະ­ໜັບ­ສະ­ໜູນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ໃຫ້​ ມີ​ປະ­ສິດ­ທິ­ພາບ ແລະ ມີ​ຄວາມ​ຍືນ​ຍົງ.

ໂດຍ​ສະ­ເພາະ​ແຜນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຂອງ​ໂຄງ­ການ​ພັດ­ທະ­ນາ​ໂຄງ​ ລ່າງພື້ນ­ຖານ​ເພື່ອ​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ຢູ່ ແຂວງ​ຄຳ​ມ່ວນ ປະ­ກອບ​ມີ​ກິດ­ຈະ­ກຳ​ການປັບ­ປຸງ​ເສັ້ນ­ທາງ​ເຂົ້າ​ບ້ານ​ຖ້ຳ​ໄປ​ຫາ​ຖ້ຳຊ້າງ​ໃນ ​ໄລ­ຍະ 4 ກິ­ໂລ­ແມັດ, ປັບ­ປຸງ ຂົວ​ເກົ່າ​ທີ່­ຢູ່​ຕາມ​ເສັ້ນ­ທາງ, ສ້າງ​ຂົວ​ຂ້າມແມ່­ນ້ຳ​ໄປ​ຫາ​ຖ້ຳ​ເພື່ອ​ສາ­ມາດ​ທຽວ​ໄປ​ມາໄດ້​ໃນ​ລະ­ດູ­ຝົນ, ປັບ­ປຸງ​ເສັ້ນ­ທາງ​ຈາກ​ບ້ານຖ້ຳ​ໄປ​ຫາ​ບ້ານ​ຊຽງ​ແຫວນ ແລະ ເສັ້ນທາງ​ສຳ­ຮອງ​ໄປ​ຍັງ​ຂົວ​ຍ່າງ, ສ້າງ​ບ່ອນຈອດ​ລົດ​ຢູ່​ໃກ້​ບ່ອນ​ເຂົ້າ​ຖ້ຳ, ສ້າງ​ສູນ​ຂໍ້​ມູນຂ່າວ­ສານ​ການ­ທ່ອງ­ທ່ຽວ, ບ່ອນ​ຂາຍ​ປີ້ ແລະ ສະ­ຖານ­ທີ່​ຂາຍ​ຜະ­ລິດ​ຕະ​ພັນ​ທ້ອງຖິ່ນ.

ສ້າງ​ຫ້ອງ​ນ້ຳ​ສາ­ທາ­ລະ­ນະ​ຢູ່​ບໍ­ລິ­ເວນ​ໃກ້​ຖ້ຳ​ຊ້າງ, ສ້າງ​ຂັ້ນ­ໄດ​ຍ່າງ​ຂຶ້ນ​ຖ້ຳ​ຊ້າງ, ທາງ​ຍ່າງ​ຢູ່​ບໍ­ລິ­ເວນ​ຖ້ຳ​ເພື່ອ​ຮັບ­ປະ­ກັນຄວາມ​ປອດ​ໄພ​ໃຫ້​ແກ່​ນັກ​ທ່ອງ​ ທ່ຽວ, ການ​ພັດ­ທະ­ນາ​ສິ່ງ​ອຳ­ນວຍ​ຄວາມ​ສະດວກ ແລະ ສະ­ພາບ​ການ​ບໍ­ລິ­ການ​ໃນ​ເຂດຈຸດ​ເຊື່ອມ​ຕໍ່​ການ­ທ່ອງ­ທ່ຽວ​ພາກ​ພື້ນ, ການ​ປັບ­ປຸງ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ ແລະ ສະ­ພາບ​ການ​ບໍ­ລິ­ການ​ຢູ່​ບໍ­ລິ­ເວນ​ເດີ່ນພະ­ທາດ​ສີ​ໂຄດ​ຕະ­ບອງ, ສ້າງ​ສະ­ຖານ­ທີ່ຈອດ​ລົດ​ບໍ­ລິ­ເວນ​ພະ­ທາດ​ສີ​ໂຄດ​ຕະ­ບອງ, ສ້າງ​ຈຸດ​ກວດ​ລົດ​ເພື່ອ​ຄວບ​ຄຸມ​ການ​ຈະລາ​ຈອນ​ຢູ່​ເສັ້ນ­ທາງ​ຫຼວງ​ເລກ​ທີ 11, ປັບປຸງ​ເສັ້ນ­ທາງ​ນ້ອຍ​ຢູ່​ພາຍ​ໃນ​ເດີ່ນ​ພະ­ທາດ, ປັບ­ປຸງ​ພື້ນ​ທີ່​ເປັນ​ສວນ​ສາ­ທາ­ລະ­ນະ, ຕິດ ຕັ້ງ​ລະ­ບົບ​ການ​ຄຸ້ມ​ຄອງ​ຂີ້​ເຫຍື້ອ, ຄອງ​ລະບາຍ​ນ້ຳ​ເປື້ອນ, ຕິດ​ຕັ້ງ​ປ້າຍ​ຊີ້​ບອກ, ກະ ດານ​ຂໍ້​ມູນ​ຂ່າວ­ສານ​ຢູ່​ຈຸດ​ສຳ­ຄັນ​ຕ່າງໆ.

ໂຄງ­ການ​ຍ່ອຍ​ນີ້​ຈະ​ຊ່ວຍ​ປັບ­ປຸງ​ສະ­ພາບ​ການ​ບໍ­ລິ­ການ​ຢູ່​ເຂດ​ຈຸດ­ໝາຍ​ ປາຍ­ທາງ​ການ­ທ່ອງ­ທ່ຽວ​ຢູ່​ທີ່​ເມືອງ​ທ່າ​ແຂກ ຊຶ່ງ​ປະ­ຈຸ​ບັນ​ໄດ້​ມີ​ຂົວ​ມິດ­ຕະ­ພາບ​ແຫ່ງ​ທີ 3 ເຊື່ອມ​ຕໍ່​ລະ­ຫວ່າງ​ເມືອງ​ທ່າ​ແຂກ ​ແຂວງ​ຄຳ​ມ່ວນ-ນະ­ຄອນ​ພະ­ນົມ (ປະເທດ​ໄທ) ຊຶ່ງ​ຈະ​ຊ່ວຍ​ສະ­ໜັບ­ສະ­ໜູນ,  ສົ່ງເສີມ​ໃຫ້​ນັກ​ທ່ອງ​ທ່ຽວ ແລະ ປະ­ຊາ­ຊົນເຂດ​ທ້ອງ­ຖິ່ນ​ມີ​ວິ­ຖີ​ການ​ດຳ­ລົງ​ຊີ­ວິດ​ທີ່​ດີ​ຂຶ້ນ.

ກອງ​ປະ­ຊຸມ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກຸມ­ພາ 2015 ທີ່​ແຂວງ​ຄຳ​ມ່ວນ ໂດຍການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ແສງ ທອງ ພະ​ຄຸນ​ທອງ ປະ­ທານ​ຄະ­ນະ​ສະ​ມາຊິກ​ສະ­ພາ​ແຫ່ງ​ຊາດ​ປະ­ຈຳ​ເຂດ​ເລືອກຕັ້ງ​ທີ 12,  ຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ​ແຂວງຄຳ​ມ່ວນ, ຄະ­ນະ​ຮັບ­ຜິດ­ຊອບ​ຈັດ​ຕັ້ງ​ປະ­ຕິບັດ​ໂຄງ­ການ​ຂັ້ນ​ແຂວງ, ທ່ານ ສູນມະ­ນີວົງ ຫົວ­ໜ້າ​ກົມ​ພັດ­ທະ­ນາ​ການ­ທ່ອງ­ທ່ຽວ ກະ­ຊວງ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ, ມີ​ບັນ­ດາ​ຕາງ­ໜ້າ​ຈາກ​ອຳ­ນາດການ​ປົກ­ຄອງ​ເມືອງ 4 ຕົວ​ເມືອງ​ຄື: ເມືອງ​ຄູນ​ຄຳ, ເມືອງ​ນາ​ກາຍ, ເມືອງ​ຫີນ ບູນ, ເມືອງ​ທ່າ​ແຂກ, ພະ­ນັກ­ງານ​ວິ­ຊາການ​ທີ່​ກ່ຽວ­ຂ້ອງ​ຊ່ຽວ­ຊານ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ປະ­ຈຳ​ໂຄງ­ການ, ເຂົ້າຮ່ວມ.

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄົ​ມ

 

ບົດຄວາມຫຼ້າສຸດ

ຂໍຂອບໃຈ! ຍີ່ປຸ່ນຊ່ວຍເຫຼືອລ້າ 1.27 ຕື້ເຢນ ເຂົ້າໃນວຽກງານພັດທະນາຄູໃນ ສປປ ລາວ

ຍີ່ປຸ່ນຊ່ວຍເຫຼືອລ້າ 1.27 ຕື້ເຢນ ເຂົ້າໃນວຽກງານພັດທະນາຄູໃນ ສປປ ລາວ ວັນທີ 25 ກຸມພາ 2025, ອົງການຮ່ວມມືສາກົນຍີ່ປຸ່ນ ໄດ້ລົງນາມໃນສັນຍາຊ່ວຍເຫຼືອລ້າໃຫ້ແກ່ລັດຖະບານລາວ ຈຳນວນ 1.27 ຕື້ເຢນ...

ຊາວໜຸ່ມ ກະຊວງ ປກສ ຄວ້າແຊ້ມກິລາບານເຕະ Lao Youth Union Cup ປະຈຳປີ 2024

ກະຊວງ ປກສ ຄວ້າແຊ້ມບານເຕະ Lao Youth Union Cup ປະຈຳປີ 2024 ໄດ້ສຳເລັດ ການແຂ່ງຂັນກິລາບານເຕະ ຊີງຂັນ ສະຫາຍ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ...

ສູນການສຶກສາແອວແອສ ລົງນາມເຊັນສັນຍາ ກັບສະຖາບັນ PSB ຂອງສິງກະໂປ ແລະ ການຮ່ວມມືກັບ (GEA)

ສູນການສຶກສາແອວແອສ (LS Education): ຜູ້ນຳດ້ານຄວາມເປັນເລີດທາງການສຶກສາໃນລາວ ແລະ ທົ່ວໂລກ ໃນຊຸມປີມໍ່ໆມານີ້, ປະເທດລາວເຫັນໄດ້ວ່າມີຄວາມຕ້ອງການການສຶກສາທີ່ມີຄຸນນະພາບໄດ້ຕາມມາດຕະຖານສາກົນນັບມື້ນັບເພີ່ມຂຶ້ນ. ຢູ່ແຖວໜ້າຂອງການຫັນປ່ຽນນີ້ແມ່ນ ສູນການສຶກສາແອວແອສ. ເນື່ອງຈາກເປັນສູນການສຶກສາຊັ້ນນຳທີ່ມຸ້ງໝັ້ນໃນການຍົກລະດັບການຮຽນຮູ້ໃນລາວ. ດ້ວຍວິໄສທັດທີ່ຈະສົ່ງເສີມໃຫ້ນັກຮຽນມີສັກະຍະພາບ ແລະ ໂອກາດທີ່ໄດ້ຮັບການຍອມຮັບໃນທົ່ວໂລກ, ສູນການສຶກສາແອວແອສ...

ກົມອຸຕຸອອກແຈ້ງການສະພາບອາກາດ ປະຈຳວັນທີ 26 ກຸມພາ 2025 ເວລາ 06:00 ໂມງ

ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 26/02/2025 ຫາ ເວລາ 07 ໂມງ ຂອງວັນທີ 27/02/2025 ມວນອາກາດຫນາວເຢັນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງແຮງ, ສົມທົບກັບກະແສ ລົມຕາເວັນອອກສ່ຽງເຫນືອພັດປົກຄຸມ....