spot_img
Homeຂ່າວການພັດທະນາອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ​ໄມ້​ ຄວນ​ປັບ­ປຸງຄວາມ​ປອດ​ໄພ ແລະ ສຸ­ຂະ­ພາບ​ແຮງ​ງານ!

ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ​ໄມ້​ ຄວນ​ປັບ­ປຸງຄວາມ​ປອດ​ໄພ ແລະ ສຸ­ຂະ­ພາບ​ແຮງ​ງານ!

Published on

0c6bfbe67b99cf93f4680aec98b9d65e

ເນື່ອງ​ຈາກ​ແຮງ​ງານ​ລາວ​ສ່ວນໃຫຍ່​ແມ່ນ​ເຄື່ອນ​ຍ້າຍ​ຈາກ​ຊົນ­ນະ­ບົດເຂົ້າ​ມາ​ ເຮັດ​ວຽກ​ໃນ​ຕົວ​ເມືອງ, ຄວາມຮັບ​ຮູ້​ຍັງ​ບໍ່​ທັນ​ສູງ, ເຮັດ​ວຽກ​ຕາມ​ມີ​ຕາມເກີດ, ສ່ຽງ​ຕໍ່​ການ​ເກີດ​ອຸ­ບັດ­ເຫດ ແລະ ພະ­ຍາດ​ຕ່າງໆ ສະ­ນັ້ນ ຈຳ­ເປັນ​ຕ້ອງ​ໄດ້ ປັບ­ປຸງ​ຄວາມ​ປອດ​ໄພ, ສຸ­ຂະ­ພາບ​ແຮງງານ​ໃຫ້​ແກ່​ຊາວ​ຜູ້​ອອກ­ແຮງ​ງານ ໂດຍສະ­ເພາະ​ໃນ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ​ໄມ້.

ທ່ານ ເພັດ​ສະ­ຫວ່າງ ສຸນ​ນະ­ລາດ ຮອງ​ຫົວ­ໜ້າ​ກົມ​ຄຸ້ມ​ຄອງ​ແຮງ​ງານ, ກະຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງຄົມ ກ່າວ​ວ່າ: ລາວ​ມີ​ຄວາມ​ຈຳ­ເປັນຕ້ອງໄດ້​ປັບ­ປຸງ​ວຽກ​ງານ​ຄວາມ​ປອດ​ໄພ ແລະ ສຸ­ຂະ­ພາບ​ແຮງ​ງານ​ໃຫ້​ແກ່​ຊາວ​ຜູ້ອອກ­ແຮງ​ງານ, ສະ­ພາບ​ແວດ​ລ້ອມ​ຂອງໂຮງ­ງານ​ໃນ​ຂະ­ແໜງ​ປຸງ​ແຕ່ງ​ໄມ້ ເນື່ອງຈາກ​ເປັນ​ຂະ­ແໜງ­ການ​ໜຶ່ງ​ທີ່​ມີ​ຄວາມສ່ຽງ​ສູງ​ໃນ​ການ​ເກີດ​ ອຸ­ບັດ­ເຫດ ແລະ ພະ ຍາດ​ອາ­ຊີບ ທັງ​ນີ້ ກໍ​ຍ້ອນ​ແຮງ​ງານ​ລາວສ່ວນ​ໃຫຍ່​ເປັນ​ແຮງ​ງານ​ທີ່​ເຄື່ອນ​ຍ້າຍຈາກ​ຊົນ­ນະ­ບົດ​ ເຂົ້າ​ມາ​ເຮັດ​ວຽກ​ໃນ​ຕົວເມືອງ, ຄວາມ​ຮູ້​ທາງ​ດ້ານ​ນີ້​ຍັງ​ຕ່ຳ, ເຮັດວຽກ​ຕາມ​ມີ​ຕາມ​ເກີດ, ຈິ່ງ​ມີ​ຄວາມ​ສ່ຽງຫຼາຍ​ທີ່​ຈະ​ເກີດ​ອຸ­ບັດ­ເຫດ ແລະ ພະ­ຍາດຕ່າງໆ ຍ້ອນ​ການ​ເຮັດ​ວຽກ​ບໍ່​ມີ​ຄວາມປອດ​ໄພ.

ທ່ານ ຮາຍ​ໂກະ ວໍ​ເນີ ທີ່​ປືກ​ສາ​ອາ​ວຸ ໂສ​ຂອງ​ໂຄງ­ການການ​ສະ­ໜັບ­ສະ­ໜູນ​ແຜນ​ງານ​ການ​ຈັດຕັ້ງ​ປະ­ຕິ­ບັດ​ກົດ­ໝາຍ​ ປ່າ­ໄມ້, ການ​ຄຸ້ມຄອງ, ການ​ຄ້າ​ໄມ້ລະ­ຫວ່າງ ສປປ ລາວ ກັບ​ສະ­ຫະ­ພາບ​ເອີ​ຣົບ​ກ່າວ​ວ່າ: ນິ​ຍາມໄມ້​ທີ່​ຖືກ​ກົດ­ໝາຍ​ບໍ່​ພຽງ ແຕ່​ເປັນ​ແຫຼ່ງທີ່​ມາ​ຂອງ​ໄມ້ ແລະ ວິ­ທີ​ການ​ສະ­ໜອງ​ໄມ້ໃນ​ຕ່ອງ​ໂສ້​ການ​ສະ­ໜອງ​ຈາກ​ປ່າ​ສູ່​ການສົ່ງ​ອອກ​ເທົ່າ ​ນັ້ນ ແຕ່​ຍັງ​ກວມ​ເອົາ​ສຸ​ຂະພາບ​ແຮງ​ງານ, ຄວາມ​ປອດ​ໄພ​ຂອງ​ຜູ້ອອກ­ແຮງ​ງານ ແລະ ຄອບ­ຄົວ​ຂອງ​ເຂົາເຈົ້າ, ອາ­ຍຸ​ຂັ້ນ​ຕ່ຳ​ສຳ­ລັບ​ແຮງ​ງານ​ທີ່​ເຮັດວຽກ​ພົວ­ພັນ​ກັບ​ຄວາມ​ສ່ຽງ​ຕໍ່​ກັບ​ ອັນຕະ​ລາຍ​ຕ່າງໆ, ສັນ­ຍາ​ການ​ເຮັດ​ວຽກ, ການ​ປະ­ຕິ­ບັດ​ຄ່າ​ແຮງ​ງານ​ທີ່​ສອດ­ຄ່ອງກັບ​ກົດ­ໝາຍ​ແຫ່ງ​ຊາດ ແລະ ກົດ­ໝາຍ​ສາກົນ​ຕ່າງໆ​ອີກ.

ນິ​ຍາມ​ໄມ້​ທີ່​ຖືກ​ກົດ­ໝາຍ​ໄດ້​ເປັນ​ອົງປະ­ກອບ​ໜຶ່ງ​ທີ່​ສຳ­ຄັນ​ໃນ​ລະ­ບົບ​ ການ​ຮັບປະ­ກັນ​ຄວາມ​ຖືກ­ຕ້ອງ​ທາງ​ກົດ­ໝາຍ ຂອງ​ໄມ້ ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຂໍ້​ຕົກ­ລົງການ​ເຂົ້າ​ເປັນ​ຄູ່​ຮ່ວມ​ສັນ­ຍາ​ການ​ ຄ້າແບບ​ສະ­ໝັກ​ໃຈ​ທີ່​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ ຈາກ​ໂຄງ­ການ GIZ ຊຶ່ງ​ເປັນ​ຂໍ້​ຕົກ­ລົງ​ລະຫວ່າງ​ສະ­ຫະ­ພາບ​ເອີ​ຣົບ ແລະ ບັນ­ດາ​ປະເທດ​ຜະ­ລິດ​ໄມ້​ຕ່າງໆ​ມີ​ຈຸດ­ປະ­ສົງ​ໃນການ​ສົ່ງ­ເສີມ​ການ​ຕັດ​ໄມ້​ ທີ່​ຖືກ​ກົດ­ໝາຍ ແລະ ການ​ຄ້າ​ໄມ້, ຂໍ້​ຕົກ­ລົງ​ດັ່ງ­ກ່າວ​ນີ້ ຮັບ­ປະ­ກັນ​ວ່າ​ມີ​ພຽງ​ແຕ່​ຜະ­ລິດ​ຕະ​ພັນໄມ້​ທີ່​ຖືກ​ກົດ­ໝາຍ​ເທົ່າ​ນັ້ນ​ ທີ່​ຖືກ​ນຳ​ເຂົ້າຕະ­ຫຼາດ​ເອີ​ຣົບ ສະ­ນັ້ນ ການ​ສົ່ງ­ເສີມ​ການຄຸ້ມ​ຄອງ ແລະ ບັງ­ຄັບ​ໃຊ້​ກົດ­ໝາຍ​ປ່າ­ໄມ້ທີ່​ດີ​ໃນ​ບັນ­ດາ​ປະ­ເທດ​ຜະ­ລິດ​ໄມ້​ຕ້ອງ​ຄຳນຶງ ​ເຖິງ​ບັນ­ຫາ​ສະ­ພາບ​ແວດ​ລ້ອມ ແລະ ສັງ­ຄົມ​ນຳ.

ການ​ສະ­ໜັບ­ສະ­ໜູນ​ແຜນ​ງານ​ການຈັດ​ຕັ້ງ​ປະ­ຕິ­ບັດ​ກົດ­ໝາຍ​ປ່າ­ໄມ້, ການ​ຄຸ້ມຄອງ​ການ​ຄ້າ​ໄມ້​ລະ­ຫວ່າງ ສປປ ລາວກັບ​ສະ­ຫະ­ພາບ​ເອີ​ຣົບ (Pro FLEGT)ແມ່ນ​ໂຄງ­ການ​ລິ​ເລີ່ມ​ຂອງ​ລັດ­ຖະ­ບານແຫ່ງ ສປປ ລາວ ແລະ ການ​ຮ່ວມ​ມື​ການພັດ­ທະ­ນາ​ຂອງ​ປະ­ເທດ​ເຢຍ​ລະ​ມັນ ຊຶ່ງເປັນ​ໂຄງ­ການ​ທີ່​ເຮັດ​ວຽກ​ຮ່ວມ​ກັບ​ກະຊວງ​ກະ­ສິ­ກຳ-ປ່າ­ໄມ້, ກະ­ຊວງ​ອຸດ​ສາຫະ​ກຳ ແລະ ການ​ຄ້າ, ກະ­ຊວງ​ຊັບ​ພະ­ຍາກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມລວມ​ທັງ​ໜ່ວຍ​ງານ​ພາກ​ລັດ, ອົງ­ການປະ­ຊາ​ສັງ­ຄົມ, ສະ​ຖາ​ບັນ​ການ​ສຶກ​ສາ ແລະ ອຸດ­ສາ­ຫະ­ກຳ​ການ​ປຸງ​ແຕ່ງ​ໄມ້.

ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ກ່ຽວ​ກັບການ​ປັບ­ປຸງ​ວຽກ​ງານ​ຄວາມ​ປອດ​ໄພ, ສຸ­ຂະ­ພາບ​ແຮງ​ງານ​ໃນ​ຂະ­ແໜງ​ປຸງ​ແຕ່ງ ໄມ້ ແລະ ນິ​ຍາມ​ໄມ້​ທີ່​ຖືກ­ຕ້ອງ​ຕາມ​ກົດໝາຍ​ໄດ້​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 24 ກຸມ­ພາຜ່ານ​ມາ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ເພັດ​ສະ­ຫວ່າງ ສຸນ​ນະ­ລາດ ຮອງ​ຫົວ­ໜ້າກົມ​ຄຸ້ມ​ຄອງ​ແຮງ​ງານ, ກະ­ຊວງ​ແຮງງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ, ມີ​ບັນດາ​ກົມ, ພະ​ແນກ ແລະ ພາກ­ສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄົມ

 

ບົດຄວາມຫຼ້າສຸດ

ຂໍຂອບໃຈ! ຍີ່ປຸ່ນຊ່ວຍເຫຼືອລ້າ 1.27 ຕື້ເຢນ ເຂົ້າໃນວຽກງານພັດທະນາຄູໃນ ສປປ ລາວ

ຍີ່ປຸ່ນຊ່ວຍເຫຼືອລ້າ 1.27 ຕື້ເຢນ ເຂົ້າໃນວຽກງານພັດທະນາຄູໃນ ສປປ ລາວ ວັນທີ 25 ກຸມພາ 2025, ອົງການຮ່ວມມືສາກົນຍີ່ປຸ່ນ ໄດ້ລົງນາມໃນສັນຍາຊ່ວຍເຫຼືອລ້າໃຫ້ແກ່ລັດຖະບານລາວ ຈຳນວນ 1.27 ຕື້ເຢນ...

ຊາວໜຸ່ມ ກະຊວງ ປກສ ຄວ້າແຊ້ມກິລາບານເຕະ Lao Youth Union Cup ປະຈຳປີ 2024

ກະຊວງ ປກສ ຄວ້າແຊ້ມບານເຕະ Lao Youth Union Cup ປະຈຳປີ 2024 ໄດ້ສຳເລັດ ການແຂ່ງຂັນກິລາບານເຕະ ຊີງຂັນ ສະຫາຍ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ...

ສູນການສຶກສາແອວແອສ ລົງນາມເຊັນສັນຍາ ກັບສະຖາບັນ PSB ຂອງສິງກະໂປ ແລະ ການຮ່ວມມືກັບ (GEA)

ສູນການສຶກສາແອວແອສ (LS Education): ຜູ້ນຳດ້ານຄວາມເປັນເລີດທາງການສຶກສາໃນລາວ ແລະ ທົ່ວໂລກ ໃນຊຸມປີມໍ່ໆມານີ້, ປະເທດລາວເຫັນໄດ້ວ່າມີຄວາມຕ້ອງການການສຶກສາທີ່ມີຄຸນນະພາບໄດ້ຕາມມາດຕະຖານສາກົນນັບມື້ນັບເພີ່ມຂຶ້ນ. ຢູ່ແຖວໜ້າຂອງການຫັນປ່ຽນນີ້ແມ່ນ ສູນການສຶກສາແອວແອສ. ເນື່ອງຈາກເປັນສູນການສຶກສາຊັ້ນນຳທີ່ມຸ້ງໝັ້ນໃນການຍົກລະດັບການຮຽນຮູ້ໃນລາວ. ດ້ວຍວິໄສທັດທີ່ຈະສົ່ງເສີມໃຫ້ນັກຮຽນມີສັກະຍະພາບ ແລະ ໂອກາດທີ່ໄດ້ຮັບການຍອມຮັບໃນທົ່ວໂລກ, ສູນການສຶກສາແອວແອສ...

ກົມອຸຕຸອອກແຈ້ງການສະພາບອາກາດ ປະຈຳວັນທີ 26 ກຸມພາ 2025 ເວລາ 06:00 ໂມງ

ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 26/02/2025 ຫາ ເວລາ 07 ໂມງ ຂອງວັນທີ 27/02/2025 ມວນອາກາດຫນາວເຢັນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງແຮງ, ສົມທົບກັບກະແສ ລົມຕາເວັນອອກສ່ຽງເຫນືອພັດປົກຄຸມ....