Homeຄວາມງາມງາມ​ໃນ​ແບບ​ສະບັບ​ປະ​ຫຍັດ

ງາມ​ໃນ​ແບບ​ສະບັບ​ປະ​ຫຍັດ

Published on

11

ເຄີຍ​ໄດ້ຍິນ​ສາວໆຫລາຍ​ຄົນ​ຈົ່ມ​ວ່າຖ້າລວມ​ກໍ​ງາມ​ໄປ​ແລ້ວແຕ່​ບອກ​ເລີຍ​ວ່າ​ຄວາມ​ຈິງ​ບໍ່​ຈຳ​ເປັນ​ຕ້ອງ​ລວຍ​ຫລື​ມີ​ງົບ​ເຮັດ​ງາມ​ຫລວງຫລາຍສາວໆກໍ​ສາມາດ​ອັບ​ຄວາມ​ງາມ​ໄດ້​ຄືກັນເພາະ​ຂອງ​ໃກ້​ຕົວ​ຫລື​ຂອງ​ໃຊ້​ໃນ​ເຮືອນ​ທີ່​ເຄີຍ​ເບິ່ງ​ຂ້າມ​ນີ້​ແຫລະທີ່​ຈະ​ມາ​ເປັນ​ຕົວ​ຊ່ວຍ​ໃນ​ການ​ເສີມຄວາມ​ງາມ​ໄດ້​ເປັນ​ຢ່າງ​ດີ​ເລີຍມື້​ນີ້​ຈຶ່ງ​ນຳ10ເຄັດ​ລັບ​ຄວາມງາມ​ໃນ​ສະບັບ​ປະ​ຫຍັດ​ເງີນ​ມາ​ຝາກ​ຮັບຮອງ​ວ່າ​ເດັດ​ແລະ​ບາງຂໍ້​ເຈົ້າ​ອາດ​ບໍ່​ເຄີຍ​ຮູ້​ເລີຍ​

1.ອາຍ​ໄລ​ເນີເກົ່າ ​ສໍ​ອາຍ​ໄລ​ເນີລ໌​ເກົ່າ​ທີ່​ແຂງ​ຈົນ​ເຮັດໃຫ້​ເຈັບ​ຕາຢ່າ​​ຄິດ​ໂຍນ​ຖິ້ມເພາະ​ພຽງເຈົ້າ​ນຳ​ໄປ​ລົນ​ໄຟ​ຈັກ1-2ວິ​ນາ​ທີແລ້ວ​ປະ​ໄວ້​ໄລຍະໜຶ່ງໄສ້​​ສໍ​ກໍ​ຈະ​ອ່ອນ​ລົງ​ແລະ​ໃຊ້​ງານ​ໄດ້​ຄືເກົ່າ

12

  1. ຮູຂຸມ​ຂົນ​ຫົດ​ຕົວ​ໄດ້​ດ້ວຍ​ນ້ຳ​ເ​ຢັນ ກຸ້ມ​ໃຈ​ເພາະ​ເກີດ​ມາ​ເປັນ​ສາວ​ຮູຂຸມ​ຂົນ​ໃຫຍ່ກໍ​ບໍ່​ຕ້ອງ​ກັງ​ວົນ​ໄປ​ເພາະ​ເຈົ້າ​ສາມາດ​ລຸດ​ຂະໜາດ​ລູ​ຂຸມ​ຂົນ​ໃຫ້​ນ້ອຍ​ລົງ​ໄດ້ພຽງ​ນຳ​ນ້ຳ​ເຢັນ​ມາ​ປະສົມ​ນ້ຳ​ແຂງຈາກ​ນັ້ນ​ໃຫ້​ເອົາ​ໜ້າ​ຈຸ່ມ​ລົງ​ໄປ​ຖິ້ມ​ໄວ້ 8-10 ວິ​ນາ​ທີ

13

           3.ຕາ​ບວມ​ຫາຍ​ໄດ້​ດ້ວຍ​ຖົງ​ຊາ ພຽງ​ນຳ​ຖົງ​ຊາ​ໄປ​ຈຸ່ມ​ໃນ​ນ້ຳ​ຮ້ອນ3ນາ​ທີຈາກ​ນັ້ນ​ຄ່ອຍ​ນຳ​ໄປ​ໄວ້​ໃນ​ຕູ້​ເຢັນ​​​ຈົນ​ເຊົາ​ຮ້ອນແລ້ວ​ຄ່ອຍ​ນຳ​ຖົງ​ຊາ​ທີ່​ແຊ່​ໄວ້​ອອກ​ມາ​ແປະ​ໄວ້​ທີ່​ຕາ10ນາ​ທີ

14

            4.ປັບ​ສີ​ຜິວ​ດ້ວຍ​ນ້ຳແອບ​ເປີນ​ ສິວ​ນິ້ເປັນ​ຕົວ​ຮ້າຍ​ແທ້ໆເພາະ​ເຮັດໃຫ້​ເຈັບ​ໜ້າ​ແລ້ວ​ບໍ່​ພໍກໍ​ຍັງ​ປະຮອຍ​ໄວ້​ໃຫ້​ຊ້ຳ​ໃຈ​ອີກໃຜ​ທີ່​ມີ​ບັນຫາ​ຮອຍ​ສິວ​ຫລື​ສີ​ຜິວ​ບໍ່​ສະ​ໝ່ຳ​ສະເໝີກໍ​ລອງ​ນຳ​ນ້ຳແອບ​ເປີນ​1ສ່ວນມາ​ປະສົມ​ກັບ​ນ້ຳ4ສ່ວນຈາກ​ນັ້ນ​ນຳ​ມາ​   ທາ​ໃຫ້​ທົ່ວ​ໃບ​ໜ້າ​ຫລັງ​ລ້າງ​ໜ້າ​ກ່ອນ​ນອນ

15

 

            5.ຜົມ​ນຸ່ມ​ເງົາ​ງາມ​ດ້ວຍ​ນ້ຳ​ມັນ​ໝາກກອກ ຮູ້​ໄວ້​​ວ່າ​ນ້ຳ​ມັນ​ໝາກກອກ​ບໍ່​ພຽງ​ແຕ່​ຈະ​ເອົາ​ໄປ​ເຮັດ​ອາຫານ​ໄດ້​ຢ່າງ​ດຽວແຕ່​ມັນ​ຍັງ​ຊ່ວຍ​ເຕີມ​ຄວາມ​ຊຸ່ມ​ຊື້ນ​ໃຫ້​ຜົມ​ໄດ້​ຫາກ​ໃຜ​ຜົມ​ແຫ້ງ​ເສຍກໍ​ຮີບ​ຈັດການ​ດ່ວນໆດ້ວຍ​ການ​ນຳ​ນ້ຳ​ມັນ​ມະ​ກອກ​ຄຶ່ງ​ຖ້ວຍ​ໄປ​ອຸ່ນ​ໃນ​ໄມ​ໂຄ​ເວ​ຟ10ວິ​ນາ​ທີຈາກ​ນັ້ນ​ນຳ​ມາ​ໝັກ​ຜົມ​ໄວ້ 20 ນາ​ທີ ແລ້ວ​ຄ່ອຍ​ລ້າງ​ອອກ​ດ້ວຍ​ຢາຊະຫົວ

16

 

         6.ຂົນ​ຕາ​ງອນ​ກວ່າ​ເກົ່າ​ດ້ວຍ​ໄດ​ເປົ່າ​ຜົມ ການ​ດັດ​ຂົນ​ຕາ​​ສາມາດ​ເຮັດໃຫ້​ຂົນ​ຕາ​ໜາງ​ອນ​ໄດ້​ຫລາຍກວ່າ​ເກົ່າ​ພຽງ​ນຳ​ໄດ​ມາ​ເປົ່າ​ໃຫ້​ຢາງ​ທີ່​ດັດ​ຂົນ​ຕາ​ຮ້ອນ​ຈັກ3-4ວິ​ນາ​ທີຈາກ​ນັ້ນ​ລໍ​ໃຫ້​ອຸ່ນໆຄ່ອຍ​ນຳ​ໄປ​ດັດ​ຂົນ​ຕາ ຮັບຮອງ​ວ່າ​ໜາງ​ອນ​ກ່ວາເກ່າ

17

 

7.ຂັດ​ຜິວ​ໃສ​ດ້ວຍ​ສູດ​ສະຄັບ​ເຮັດ​ເອງ ຜິວ​ໝອງ​ຄ້ຳ​ບໍ່​ສົດ​ໃສ​ເປັນ​ເພາະ​ເຈົ້າ​ບໍ່​ເຄີຍ​ຂັດ​ຜິວ​ເລີຍ​ແຕ່​ຢ່າ​ໃຈ​ຮ້ອນ​ອອກ​ໄປ​ຊື້​ສະຄັບ​​ສຳ​ເລັດ​ຮູບ​ມາ​ໃຊ້ເພາະ​ເຈົ້າ​ເຮັດ​ເອງ​ໄດ້​ງ່າຍໆດ້ວຍ​ການ​ນຳ​ນ້ຳ​ຕານ2ສ່ວນມາ​ປະສົມ​ກັບ​ນ້ຳ​ມັນ​ມະ​ກອກ​ຫລື​ນ້ຳ​ມັນ​ມະ​ພ້າວ1ສ່ວນຈາກ​ນັ້ນ​ຄ່ອຍ​ນຳ​ມາ​ຂັດ​ເບົາໆທີ່​ໃບ​ໜ້າ​ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ

18

 

        8.ລຸດ​ຮອຍ​ແດງ​ຈາກ​ສິວ​ດ້ວຍ​ນ້ຳ​ຢາ​ຫຍອດ​ຕາ ບໍ່​ຢາກ​ຈະ​ເຊື່ອ​ເລີຍ​ວ່າ​ຢາສາ​ມັນ​ປະຈຳ​ບ້ານ​ຄື​ນ້ຳ​ຢາ​ຫຍອດ​ຕາຈະ​ສາມາດ​ຊ່ວຍ​ລຸດ​ຮອຍ​ແດງ​ຈາກ​ສິວ​ໄດ້​ຄືກັນລອງ​ນຳ​ສຳ​ລີ​ກ້ອນ​ຊຸບ​ນ້ຳ​ຢາ​ຫຍອດ​ຕາແລ້ວ​ນຳ​ມາ​ວາງ​ໄວ້​ເທິງ​ຈຸດ​ທີ່​ມີ​ຮອຍ​ສິວ​ເບິ່ງມັນ​ຈະ​ຊ່ວຍ​ລຸດ​ຄວາມ​ແດງ​ຊົ່ວ​ຄາວເໝາະ​ຫລາຍ​ກັບ​ວັນທີ່​ຕ້ອງ​ໄປ​ງານ​ສຳຄັນ​ໆ

19

 

9.ຜິວ​ຊຸ່ມ​ຊື້ນ​ດ້ວຍ​ອະ​ໂວ​ຄາ​ໂດ ຜິວ​ແຫ້ງ​ຫລາຍ​ຈົນ​ເຮັດໃຫ້​ແຕ່ງ​ໜ້າ​​​ບໍ່​ງາມ​ລອງ​ມາ​ບຳ​ລຸງ​ດ້ວຍ​ສູດ​ທຳມະຊາດ​ດ້ວຍ​ການ​ນຳ​ອະ​ໂວ​ຄາ​ໂດບົດ1ໜ່ວຍ​ມາ​ທາ​ໃຫ້​ທົ່ວ​ໃບ​ໜ້າປະໄວ້20ນາ​ທີ​ຄ່ອຍ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນຜິວ​ນຸ່ມ​ຊຸ່ມ​ຊື້ນ​ໜ້າ​ສຳ​ຜັດ​ສຸດໆ

 

20

10. ສີ​ຜົມ​ແຈ້ງດ້ວຍ​ໝາກ​ນາວ ຖ້າຢາກ​ໃຫ້​ສີ​ຜົມ​ແຈ້ງ​ເພື່ອ​ຄວາມ​ໂດດ​ເດັ່ນ​ຫລາຍ​ຂຶ້ນລອງ​ນຳ​ມະ​ນາວ 4ໜ່ວຍ​ມາ​ຄັ້ນ​ເອົາ​ແຕ່​ນ້ຳແລ້ວ​ນຳ​ມາ​ປະສົມ​ກັບ​ນ້ຳ​ສະ​ອາດ1/3ຖ້ວຍຈາກ​ນັ້ນ​ກໍ​ນຳ​ໄປ​ເທ​ໃສ່​ກ໋ອງ​ສະ​ເປີແລະ​ນຳ​ມາ​ສີດ​ຜົມ​ໃຫ້​ທົ່ວແລ້ວ​ອອກ​ໄປ​ຍ່າງ​ໃນ​ກາງ​ແດດ45ນາ​ທີກັບ​ມາ​ແລ້ວ​ລ້າງ​ອອກເຈົ້າ​ກໍ​ຈະ​ເຫັນ​ວ່າ​ສີ​ຜົມ​ອ່ອນ​ລົງ​ຢ່າງ​ໜ້າ​ປະ​ຫລາດ​ໃຈ​ເລີຍ​ແຫລະ

21

ບົດຄວາມຫຼ້າສຸດ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ...