spot_img
Homeຂ່າວເຫດການທ່ານຮອງນາຍົກ ຊີ້ນຳການເດີນສຳຫຼວດພົນລະເມືອງ ຢູ່ບ້ານໂພນສະຫວ່າງ

ທ່ານຮອງນາຍົກ ຊີ້ນຳການເດີນສຳຫຼວດພົນລະເມືອງ ຢູ່ບ້ານໂພນສະຫວ່າງ

Published on

20150301163848

ທ່ານ ​ດຣ. ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ນາຍົກລັດຖະມົນຕີ ຫົວໜ້າ​ຄະນະ​ຊີ້​ນຳ​ການ​ສຳ​ຫຼວດພົນລະເມືອງ ແລະ ທີ່ຢູ່​ອາໄສລະດັບ​ຊາດ ຄັ້ງ​ທີ IV ປີ 2015 ໄດ້​ລົງ​ເຄື່ອນ​ໄຫວ​ຊີ້​ນຳ​ການ​ດຳເນີນ​ການ​ສຳ​ຫຼວດ​ພົນລະເມືອງ ແລະ ທີ່ຢູ່​ອາໄສ​ຂອງ​ບ້ານ​ໂພນສະຫວ່າງ ເມືອງ​ຈັນທະ​ບູ​ລີ ນະຄອນ​ຫຼວງ​ວຽງ​ຈັນ (ນວ) ໃນ​ວັນທີ 1 ມີນາ 2015 ໂດຍ​ມີ​ທ່ານ ​ດຣ. ອານຸພາບ ຕຸ​ນາ​ລົມ ຮອງເຈົ້າ​ຄອງ ນວ ພ້ອມ​ດ້ວຍ​ຄະນະ​ຊີ້ນຳ​ການ​ສຳ​ຫຼວດ​ພົນລະເມືອງ ແລະ ທີ່ຢູ່​ອາໄສ​ຂັ້ນ​ສູນ​ກາງ ອຳນາດ​ການ​ປົກຄອງ ຄະນະ​ກວດກາເມືອງ ບ້ານ ແລະ ພະນັກງານ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ​ນາງ ບົວ​ລອນ ວົງ​ດາລາ​ແສນ ເຈົ້າເມືອງ​ຈັນທະ​ບູ​ລີ ກ່າວ​ວ່າ: ພາຍຫຼັງ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ຂັ້ນ​ເທິງ ເມືອງ​ຈັນທະ​ບູລີ ​ກໍ່​ໄດ້​ມີ​ການ​ກະກຽມ ໂດຍ​ສົມທົບ​ກັບ​ຄະນະ​ກະກຽມ​ຂອງ ນວ ຈັດ​ຕັ້ງ​ເຝິກອົບຮົມ​ຄັ້ງ​ທີ 1 ເດືອນພະຈິກ 2014 ກ່ຽວ​ກັບ​ການ​ເກັບກຳ​ສະຖິຕິ​ຄົວ​ເຮືອນ ແລະ ໄດ້​ສຳເລັດ​ການ​ລົງ​ເກັບ​ກຳ​ຕົວ​ຈິງ​ໃນເດືອນ​ທັນວາ 2014 ມາ​ເຖິງ​ວັນ​ທີ 20-24 ກຸມພາ 2015 ໄດ້​ຈັດເຝິກອົບຮົມ​ທົ່ວ​ເມືອງ ພວກ​ເຮົາມີ​ຄະນະ​ຮັບຜິດຊອບ​ຢູ່​ແຕ່​ລະ​ຂັ້ນ 62 ທ່ານ ນັກ​ເດີນ​ສຳ​ຫຼວດ 234 ທ່ານ ເຊິ່ງ​ພວກ​ເຮົາ​ໄດ້​ເນັ້ນ​ກ່ຽວກັບ​ວິທີ​ການ​ຢ່າງ​ເຂັ້ມ​ງວດ ເພື່ອເຮັດ​ໃຫ້ການ​ເດີນ​ສຳ​ຫຼວດ​ສຳເລັດ​ຢ່າງ​ຈົບງາມ ພ້ອມ​ນີ້​ຍັງ​ໄດ້ເນັ້ນ​ໃຫ້​ນັກ​ສຳ​ຫຼວດ ແລະ ຄະນະຮັບຜິດຊອບ​ໃຫ້​ເຮັດ​ວຽກ​ຢ່າງ​ມີແຜນການ​ລະອຽດ​ໃນ​ແຕ່​ລະ​ບ້ານ ແຕ່​ລະ​ວັນ​ຕ້ອງ​ມີ​ການ​ຖອດ​ຖອນບົດຮຽນ​ເຊິ່ງ​ກັນ ແລະ ກັນ ທັງ​ມີການ​ໂຄສະນາ​ໃຫ້​ປະຊາຊົນ​ເຂົ້າໃຈ ແລະ ມີ​ສ່ວນ​ຮ່ວມ ເມືອງ​ຈັນທະ​ບູ​ລີ ມີ 30 ບ້ານ 232 ເຂດ ເຊິ່ງ​ສ່ວນ​ໃຫຍ່​ແມ່ນ​ໃຊ້​ພະນັກງານ​ຂອງ​ບ້ານ​ເປັນ​ຜູ້​ເດີນ​ສຳຫຼວດ ສ່ວນ​ພະນັກງານ​ເມືອງແມ່ນ​ເປັນ​ຜູ້​ກວດກາ ແລະ ມີ​ພະນັກ​ງານ​ປົກຄອງ ວິຊາ​ການ ອົງການຈັດຕັ້ງ​ມະຫາຊົນ ​ປກຊ-​ປກສ ປະກອບ​ເປັນ​ຄະນະ​ຮັບ​ຜິດຊອບ.

ທ່ານ ຊະນະ​ນິກອນ ອິນ​ທິ​ລາດ ນາຍບ້ານ​ໂພນ​ສະຫວ່າງ ກ່າວວ່າ: ບ້ານ​ໂພນ​ສະຫວ່າງ ມີ​ເນື້ອທີ່ 1.073.000 ຕາ​ແມັດ ມີ 892 ຄອບຄົວ 698 ຫຼັງຄາ​ເຮືອນ ແບ່ງ​ເປັນ 72 ໜ່ວຍ ພົນ​ລະເມືອງ 4.282 ຄົນ ຍິງ 2.148 ຄົນ ອາຊີບ​ສ່ວນ​ໃຫຍ່​ແມ່ນ​ພະນັກ​ງານ ມີ​ກອງ​ທຶນ 3,8 ຕື້​ກີບ ກອງ​ທຶນ​ສົງເຄາະ​ຜູ້​ເສຍ​ຊີວິດ 25 ລ້ານ​ກີບ ແຕ່​ລະ​ປີ​ໄດ້​ຖອກ​ພັນທະ​ບໍ່​ຫຼຸດ 150 ລ້ານ​ກີບ ບ້ານໂພນ​ສະຫວ່າງ ​ໄດ້​ແບ່ງ​ເຂດ​ສຳຫຼວດ 13 ເຂດ ໃຊ້​ນັກ​ເດີນ​ສຳຫຼວດ 13 ທ່ານ ເລີ່ມ​ເກັບ​ກຳ​ທີ່ຢູ່​ອາໄສ​ວັນ​ທີ 5 ທັນວາ 2014 ວັນ​ທີ 20-24 ເຝິກອົບຮົມ​ຢູ່ເມືອງ ວັນ​ທີ 25-28 ກຸມພາ 2015 ໄດ້​ລົງ​ປະຕິບັດ​ຕົວ​ຈິງ​ຢູ່ບ້ານ ແລະ ມື້ນີ້​ກໍ່​ໄດ້​ເລີ່ມ​ສຳຫຼວດ​ຕົວ​ຈິງ​ນັບ​ແຕ່ 8:00 ໂມງເປັນຕົ້ນ​ມາ.

ໂອກາດ​ນີ້ ທ່ານ ​ດຣ. ບຸນ​ປອນ ບຸດ​ຕະ​ນະ​ວົງ ກໍ່​ໄດ້​ໃຫ້​ທິດ​ຊີ້​ນຳ ເຊິ່ງ​ກ່ອນ​ອື່ນ​ທ່ານ​ໄດ້​ສະແດງຄວາມ​ຊົມເຊີຍ​ຕໍ່​ອຳນາດ​ການ​ປົກຄອງ​ເມືອງ ບ້ານ ແລະ ພະນັກງານ​ກ່ຽວຂ້ອງ​ທີ່​ໄດ້​ເອົາໃຈໃສ່ ເປັນ​ເຈົ້າ​ການ​ໃນ​ການ​ກະກຽມຄວາມ​ພ້ອມ​ດ້ານ​ຕ່າງໆ ສຳລັບການ​ດຳເນີນ​ການ​ເດີນ​ສຳ​ຫຼວດພົນລະເມືອງ ແລະ ທີ່ຢູ່​ອາໄສ​ຄັ້ງນີ້ ພ້ອມ​ນີ້ ​ທ່ານ​ຍັງ​ໄດ້​ເນັ້ນ​ຄະນະຊີ້​ນຳ​ຂອງ ນວ ເມືອງ ແລະ ບ້ານ ຈົ່ງ​ເອົາໃຈໃສ່​ຊີ້​ນຳ​ດ້ານ​ວິທີ​ການເກັບ​ກຳ​ຂໍ້​ມູນ​ໃຫ້​ລະອຽດ ແຈ້ງໃຫ້​ປະຊາຊົນ​ມີ​ການ​ຫ້າງ​ຫາ​ກະກຽມ​ຄຳ​ຕອບ ສຳຄັນ​ທີ່​ສຸດ ​ຄະນະຊີ້​ນຳ​ແຕ່​ລະ​ຂັ້ນ ​ຕ້ອງ​ໄດ້​ຍາດ​ເວລາ​ໄປ​ເຮັດ​ວຽກ​ກາງຄືນ ເພາະວ່າປະຊາຊົນ​ພວກ​ເຮົາ ແມ່ນ​ມີອາຊີບ​ແຕກ​ຕ່າງ​ກັນ ສຳລັບ​ຕ່າງປະເທດ ຊາວ​ຄ້າຂາຍ ຊາວ​ຕ່າງດ້າວ​ທີ່​ມາ​ເພິ່ງ​ພາ​ອາໄສ ​ກໍ່​ຕ້ອງໄດ້​ສຳ​ຫຼວດ​ໃຫ້​ຄົບ​ຖ້ວນ ໂດຍ​ມີການ​ແບ່ງ​ຄວາມ​ຮັບຜິດຊອບ​ກັນຄັກແນ່ ຄະນະ​ຮັບຜິດຊອບ​ແຕ່ລະ​ຂັ້ນ ​ຕ້ອງ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງການ​ເດີນ​ສຳ​ຫຼວດ​ຄັ້ງ​ນີ້ ເປົ້າໝາຍ​ຂອງ​ການ​ເດີນ​ສຳ​ຫຼວດ ແມ່ນ​ຕ້ອງ​ຕີ​ລາຄາ ແລະ ປະເມີນ​ຜົນ​ໃຫ້​ໄດ້​ສະພາບ​ຄວາມເປັນ​ຈິງ​ຂອງ​ພົນລະເມືອງ ແລະ ທີ່ຢູ່​ອາໄສ​ຢູ່​ໃນ​ຂອບ​ເຂດ​ຄວາມຮັບຜິດຊອບ​ຂອງ​ພວກ​ເຮົາ ເຊິ່ງມັນ​ໄດ້​ຕິດ​ພັນ​ເຖິງ​ການ​ຊີ້​ນຳ-ນຳພາ​ໃນ​ການຈັດຕັ້ງ​ປະຕິບັດ ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ຖ້າວ່າ​ພວກ​ເຮົາ​ມີ​ການ​ເກັບກຳ​ຂໍ້​ມູນ​ໄດ້​ລະອຽດ​ຊັດ​ເຈນ​ເຮົາ ຈະ​ຮູ້​ໄດ້​ວ່າການ​ວາງ​ແຜນ​ພັດ​ທະນາ​ໃນ​ໄລຍະ​ຜ່ານ​ມາ ​ກັບ​ສະພາບຄວາມ​ເປັນ​ຈິງ​ຂອງ​ໂຄງ​ປະກອບພົນລະເມືອງ ແຮງ​ງານ ຄອບຄົວທຸກ​ຍາກ ນັກທຸລະກິດ ແລະ ບັນດາ​ຊັ້ນ​ຄົນ​ສາຂາ​ອາຊີບ​ຕ່າງໆ ພວກ​ເຮົາ​ຈະ​ກຳ​ໄດ້​ໝົດ ຈາກ​ນັ້ນ ຈະ​ສາມາດ​ເກັບ​ກຳ​ໂຄງ​ປະກອບທາງ​ດ້ານ​ກະສິກຳ ສາທາລະນະສຸກ ສຶກ​ສາ ການ​ຄ້າ ການ​ລົງທຶນ ແລະ ອື່ນໆ ເຊິ່ງ​ເປັນ​ຂໍ້​ມູນ​ທີ່​ສຳຄັນ​ພື້ນຖານ​ ໃຫ້​ແກ່​ການ​ສືບຕໍ່ວາງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ບ້ານ ເມືອງ ແລະ ນວ ກໍ່​ຄື​ທົ່ວ​ປະເທດ​ໃຫ້​ມີ​ຄວາມຊັດ​ເຈນ ແລະ ຖືກຕ້ອງ​ຂຶ້ນ​ຕື່ມ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...