spot_img
Homeຂ່າວການພັດທະນາມູນນິທິຊ່ວຍເຫຼືອຄົນທຸກຍາກ ໄດ້ຮັບການຊ່ວຍເຫຼືອ

ມູນນິທິຊ່ວຍເຫຼືອຄົນທຸກຍາກ ໄດ້ຮັບການຊ່ວຍເຫຼືອ

Published on

20150226125429

ເຫັນ​ໄດ້​ຄວາມ​ສຳຄັນ​ຂອງ​ມູນນິທິ​ຊ່ວຍເຫຼືອ​ຄົນ​ທຸກ​ຍາກ​ແຫ່ງ ​ສປປ ລາວ ທີ່​ໃຫ້ການ​ຊ່ວຍເຫຼືອສັງຄົມ ໃນ​ການ​ກອບ​ກູ້​ຊີວິດ​ແກ່​ຜູ້ປະສົບ​ອຸບັດ​ຕິ​ເຫດ ແລະ ຜູ້​ຖືກເຄາະ​ຮ້າຍມາ​ໂດຍ​ຕະຫຼອດ ແຕ່ອຸປະກອນ​ຮັບ​ໃຊ້​ໃນ​ວຽກ​ງານ​ດັ່ງກ່າວ​ ຍັງ​ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ ດັ່ງນັ້ນ ວັນ​ທີ 26 ກຸມພາ 2015 ບໍລິສັດ ​ເມືອງ​ວັງ​ພັດທະນາ ຈຳກັດ​ຜູ້​ດຽວ ໄດ້​ນຳ​ເຄື່ອງ​ໄປມອບ​ໃຫ້​ກັບ​ມູນ​ນິທິ​ຊ່ວຍເຫຼືອ​ຄົນທຸກ​ຍາກແຫ່ງ ​ສປປ ລາວ ມອບໂດຍ​ທ່ານ ຄຳ​ກົມ ອຸ​ນາ​ວົງ ຜູ້​ອຳນວຍ​ການ​ບໍລິສັດ ຮັບ​ໂດຍທ່ານນາງ ສີ​ສະຫຼຽວ ທຳ​ມະ​ເທວາ ປະທານ​ມູນ​ນິທິ ມີ​ພະນັກງານກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ເຄື່ອງ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້ ປະກອບ​ມີຕູ້ Container ທີ່​ປະດິດ​ໃຫ້​ເປັນ​ຫ້ອງການ​ພ້ອມ​ໃຊ້ງານ​ໜຶ່ງ​ໜ່ວຍ ບັ້ງ​ອົກ​ຊີ​ນ້ອຍຈຳນວນ 4 ບັ້ງ ALCOHOL 90.70 ຈຳນວນ 96 ປ່ອງ COTTON 419 ກໍ້ OS (ຜ້າ​ແສ) 23 ກັບ Paster Neoplast 20 ກັບ ສະ​ກ໋ອດ Neoplast 30 ກັບ ບັ້ງ​ພັນ 71 ຖົງ ຢາດົມ 228 ອັນ Glove ທຳ​ມະ​ດາ 24 ກັບ Mask 24 ກັບ ຢາແດງ 39 ໂຫຼ ລວມ​ມູນ​ຄ່າ​ທັງ​ໝົດ 65 ລ້ານກີບ.

ໂອກາດ​ດັ່ງກ່າວ ທ່ານ​ນາງ ສີ​ສະຫຼຽວ ທຳ​ມະ​ເທວາ ກໍ່​ໄດ້​ສະແດງ​ຄວາມ​ຂອບໃຈ​ມາ​ຍັງ​ບໍ​ລິສັດ​ດັ່ງກ່າວ ​ທີ່​ໃຫ້ການ​ສະໜັບ​ສະໜູນ ແລະ ຈະ​ນຳ​ເອົາ​ເຄື່ອງ​ທີ່​ໄດ້ຮັບ​ໃນ​ຄັ້ງ​ນີ້​ ນຳໄປ​ໃຊ້​ເຂົ້າ​ໃນ​ການຊ່ວຍເຫຼືອ​ສັງຄົມ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...