spot_img
Homeຂ່າວເຫດການສຳ​ຫຼວດ​ພົນ­ລະ­ເມືອງ ຂໍ້ມູນສຳ­ຄັນ​ເພື່ອ​ພັດ­ທະ­ນາ​ປະ­ເທດ ທຸກ​ຄົນ​ຕ້ອງ​ໃຫ້­ການ​ຮ່ວມ​ມື!

ສຳ​ຫຼວດ​ພົນ­ລະ­ເມືອງ ຂໍ້ມູນສຳ­ຄັນ​ເພື່ອ​ພັດ­ທະ­ນາ​ປະ­ເທດ ທຸກ​ຄົນ​ຕ້ອງ​ໃຫ້­ການ​ຮ່ວມ​ມື!

Published on

802878764219eb7c12e6c208ad91e4a4

ບັ້ນ​ສຳ​ຫຼວດ​ພົນ­ລະ­ເມືອງ ແລະ ທີ່­ຢູ່​ອາ­ໄສ​ທີ່​ຈະ​ເລີ່ມ​ຕົ້ນ​ຂຶ້ນ​ໃນ​ສອງ​ວັນຂ້າງ​ໜ້າ​ນີ້​ເປັນ​ຖານ​ຂໍ້ ​ມູນ​ສຳ­ຄັນ ເພື່ອ​ປະເມີນ​ຜົນ​ການ​ພັດ­ທະ­ນາ​ປະ­ເທດ​ໃນ​ຕະ­ຫຼອດ 10 ປີ­ຜ່ານ­ມາ​ທັງ​ຈະ​ເປັນ​ພື້ນ­ຖານ​ທີ່​ດີ​ໃຫ້ແກ່​ການ​ວາງ​ແຜນ​ສ້າງ­ສາ​ ພັດ­ທະ­ນາ​ປະ ເທດ​ເຮົາ​ໃນ​ອີກ 1 ທົດ​ສະ​ວັດ​ນັບ​ຈາກ​ນີ້ ສະ­ນັ້ນ ປະ­ຊາ­ຊົນ​ລາວ​ທຸກ​ຖ້ວນ​ໜ້າ​ຈົ່ງ​ໃຫ້ການ​ຮ່ວມ​ມື​ສະ­ໜອງ​ຂໍ້​ມູນ​ທີ່­ແທ້​ ຈິງ​ແນໃສ່​ຮັບ­ປະ­ກັນ​ໃຫ້​ຜົນ​ຂອງ​ການ​ສຳ​ຫຼວດອອກ​ມາ​ຈະ­ແຈ້ງ ແລະ ເຫັນ​ຕົວ​ຈິງ​ຂອງ​ປະເທດ​ເຮົາ​ເພື່ອ​ການ​ວາງ​ແຜນ​ພັດ­ທະ­ນາທີ່​ຖືກ​ທິດ ແລະ ມີ​ປະ​ສິດ­ທິ​ຜົນ.

ໂດຍ​ການ​ສຳ​ຫຼວດ​ພົນ­ລະ­ເມືອງ ແລະ ທີ່­ຢູ່​ອາ­ໄສ​ແມ່ນ​ຈະ​ເລີ່ມ​ຕົ້ນ​ແຕ່​ຕອນ​ເຊົ້າ​ວັນ​ທີ 1 ຈົນ​ຮອດ​ວັນ​ທີ 7 ມີ­ນາ 2015 ເພື່ອ​ເກັບ​ກຳ​ຂໍ້​ມູນ​ສະ­ຖິ­ຕິ​ພື້ນ­ຖານ​ກ່ຽວ​ກັບ​ຈຳ­ນວນ​ປະ­ຊາ­ກອນ, ໂຄງ​ປະ­ກອບ, ການ​ເໜັງ​ຕິງ​ຂອງ​ພົນ­ລະ­ເມືອງ, ສະ­ພາບກ່ຽວ​ກັບ​ລະ­ດັບ​ການ​ສຶກ​ສາ, ການ​ເຂົ້າ​ເຖິງການ​ບໍ­ລິ­ການ​ດ້ານ​ສຸ­ຂະ­ພາບ, ການ​ສຶກສາ, ກຳ­ລັງ​ແຮງ​ງານ, ສະ­ພາບ​ການ​ມີວຽກ​ເຮັດ​ງານ​ທຳ, ການ​ວ່າງ​ງານ, ການເຄື່ອນ​ຍ້າຍ​ຂອງ​ປະ­ຊາ­ກອນລວມ​ເຖິງຄຸນ​ລັກ­ສະ­ນະ​ຂອງທີ່­ຢູ່​ອາ­ໄສ​ອັນ​ ເປັນ​ພື້ນ­ຖານ​ກ່ຽວ​ກັບ​ການ​ດຳ­ລົງ​ຊີ­ວິດ​ຂອງ​ພົນ­ລະ­ເມືອງ​ລາວ​ໃນ​ຕະ­ຫຼອດ 10 ປີ­ຜ່ານ­ມາ.

ຜົນ​ຂອງ​ການ​ສຳ​ຫຼວດ​ພົນ­ລະ­ເມືອງຄັ້ງ​ນີ້​ຈະ​ເປັນ​ແຫຼ່ງ​ຂໍ້​ມູນ​ທີ່​ ສຳ­ຄັນ ເພື່ອ​ຕີ​ລາຄາ​ຄືນ​ຜົນ­ສຳ­ເລັດ​ຂອງ​ການ­ຈັດ­ຕັ້ງ​ປະ­ຕິບັດ​ແຜນ​ພັດ­ທະ­ນາ​ ເສດ­ຖະ­ກິດ-ສັງ­ຄົມແຫ່ງ​ຊາດ​ຄັ້ງ​ທີ VII ທີ່​ກຳ­ລັງ​ຈະ​ສິ້ນສຸດ​ລົງ​ໃນ​ປີ 2015 ນີ້ ທັງ​ຈະ​ນຳ​ມາ​ປະເມີນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ເປົ້າໝາຍ​ສະ­ຫັດ​ສະ​ວັດ ​ແຫ່ງ​ການ​ພັດ­ທະ­ນາໃນ​ປີ 2015 ພ້ອມ​ດຽວ​ກັນ​ນີ້​ຍັງ​ເປັນ​ຂໍ້​ມູນ​ທີ່​ຈຳ­ເປັນ​ໃຫ້​ແກ່​ການ​ກະ­ກຽມ​ ກອງປະ­ຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ ແລະ ການກະ­ກຽມ​ສ້າງ​ແຜນພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ​ຄັ້ງ​ທີ VIII ນັບ​ແຕ່ 2016-2020 ໃຫ້​ຖືກ­ຕ້ອງ​ຕາມ​ຄວາມເປັນ​ຈິງ​ຂອງ​ສັງ­ຄົມ​ກໍ​ຄື​ປະ­ຊາ­ຊົນ. ຊຶ່ງ ການ​ວາງ​ແຜນ​ພັດ­ທະ­ນາ​ຂອງ​ລັດ ຈະ​ສາມາດ​ແກ້​ໄຂ​ໄດ້​ຖືກ​ຈຸດ​ທີ່​ມີ​ຄວາມ​ຈຳ­ເປັນຂອງ​ປະ­ຊາ­ຊົນ​ກໍ​ຕໍ່​ ເມື່ອ​ພໍ່​ແມ່​ປະ­ຊາ­ຊົນ​ທຸກຊົນ​ຊາດ​ຊົນ­ເຜົ່າ, ທຸກ​ຊັ້ນ​ຄົນ, ເພດ​ໄວ​ທັງພາຍ​ໃນ ແລະ ຕ່າງ­ປະ­ເທດ​ທີ່​ອາ­ໄສ​ຢູ່​ຜືນແຜ່ນ­ດິນ​ລາວ​ຊ່ວຍ​ເອື້ອ​ອຳ­ນວຍ​ຄວາມສະ­ດວກ, ໃຫ້​ຄວາມ​ຮ່ວມ​ມື​ດ້ວຍ​ຄວາມ​ຊື່­ສັດ​ຈິງ​ໃຈ ເພື່ອ​ຕອບ​ສະ­ໜອງ​ຂໍ້​ມູນ​ຕາມຄວາມ​ເປັນ​ຈິງ​ກ່ຽວ​ກັບ​ສະ­ພາບ​ການ​ດຳ­ລົງ​ ຊີ­ວິດ​ຂອງ​ທ່ານ​ຕໍ່​ບັນ­ດາ​ນັກ​ເດີນ​ສຳຫຼວດ​ພົນ­ລະ­ເມືອງ ແລະ ທີ່­ຢູ່​ອາ­ໄສ​ໃນຄັ້ງ​ນີ້.

ແນວ­ໃດ​ກໍ​ຕາມ ປະ­ຊາ­ຊົນ​ບັນ­ດາ­ເຜົ່າຈະ​ມີ​ຄວາມ​ຕື່ນ​ຕົວ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ສຳ​ຫຼວດ​ ຄັ້ງ​ນີ້ ​ຢ່າງ​ເປັນ​ເຈົ້າ​ການຍ່ອມ​ຫຼີກ​ລ້ຽງ​ບໍ​ໄດ້​ ການ​ຊີ້​ນຳໆພາທີ່ໃກ້​ສິດ​ຕິດ​ແທດຂອງ​ບັນ­ດາ​ຄະ­ນະ​ພັກ​ອຳນາດ​ການ​ປົກ­ຄອງ​ໃນ ​ທຸກ​ທ້ອງ­ຖິ່ນ​ເຂດ ແຂວງ ແລະ ນັກ​ສຳ​ຫຼວດ, ນັກ​ກວດ­ກາພະ­ນັກ­ງານ​ທີ່​ໄດ້​ຮັບ​ມອບ​ໝາຍ​ຕ້ອງ​ມີຄວາມ​ອົດ­ທົນ​ຜ່ານ​ຜ່າ​ ຄວາມ​ຫຍຸ້ງ­ຍາກ ທຸກ​ຢ່າງ ຈິ່ງ​ຈະ​ໄດ້​ມາ​ຊຶ່ງ​ຂໍ້​ມູນ​ທີ່​ຖືກ­ຕ້ອງຄົບ​ຖ້ວນ, ຮັບ­ປະ­ກັນ​ໄດ້​ທາງ​ດ້ານ​ຄຸນ​ນະ​ພາບ​ຂອງ​ຂໍ້​ມູນ​ສາ­ມາດ​ສົມ​ທຽບ​ກັບ​ສາ­ກົນ ແລະ ພາກ​ພື້ນ​ໄດ້.

ໃນ​ຕະ­ຫຼອດ 7 ວັນ​ທີ່​ກຳ­ນົດ​ໝາຍ​ໃຫ້ ດຳ­ເນີນ​ການ​ສຳ​ຫຼວດ​ພົນ­ລະ­ເມືອງ ແລະ ທີ່­ຢູ່​ອາ­ໄສ​ລັດ­ຖະ­ບານ​ໄດ້​ອະ­ນຸ­ຍາດ​ໃຫ້ບຸກ­ຄົນ, ຄົວ​ເຮືອນ​ທີ່​ເຮັດ​ວຽກ​ກັບ​ບັນ­ດາອົງ​ການ­ຈັດ­ຕັ້ງ​ລັດ, ເອ­ກະ​ຊົນ, ອົງ­ການຈັດ​ຕັ້ງ​ສາ­ກົນ ແລະ ຫົວ­ໜ່ວຍ​ເສດ​ຖິດ​ພື້ນຖານ​ສາ­ມາດ​ພັກ​ວຽກ​ໄດ້​ໃນ​ມື້​ທີ່​ຖືກ​ນັດໝາຍ​ສຳ­ພາດ ເພື່ອ​ຄວາມ​ສະ­ດວກ​ໃນ​ການໃຫ້​ຂໍ້​ມູນ​ແກ່​ບັນ­ດາ​ນັກ​ເດີນ​ສຳ​ຫຼວດ.

 

ແຫລ່​ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄົມ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...