spot_img
Homeຂ່າວການພັດທະນາສະ​ໜາມ​ບິນ​ອັດ​ຕະ​ປື ໃກ້​ສຳ​ເລັດ​ແລ້ວ ກຽມ​ເປີດ​ນຳ​ໃຊ້​ອີກ​ບໍ່​ດົນ​ນີ້!

ສະ​ໜາມ​ບິນ​ອັດ​ຕະ​ປື ໃກ້​ສຳ​ເລັດ​ແລ້ວ ກຽມ​ເປີດ​ນຳ​ໃຊ້​ອີກ​ບໍ່​ດົນ​ນີ້!

Published on

7ea9291aca8e7b25f203595a2a47012f

ສະ­ໜາມ​ບິນ​ສາ­ກົນ​ອັດ​ຕະ​ປື ພາຍ­ຫຼັງ​ທີ່​ລົງ­ມື​ກໍ່­ສ້າງ​ມາ​ແຕ່​ທ້າຍ​ປີ 2013 ເປັນ­ຕົ້ນ​ມາ ຮອດ​ຂະ­ນະ​ນີ້​ໃກ້​ຈະສຳ­ເລັດ​ແລ້ວ, ຄາດ​ວ່າ​ຈະ​ເປີດ​ນຳ​ໃຊ້​ໃນອີກ​ບໍ່​ຊ້າ​ນີ້ ແລະ ຈະ​ປະ­ກອບ­ສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດຖະ​ກິດ-ສັງຄົມ, ການ­ທ່ອງ­ທ່ຽວ​ຂອງ​ແຂວງ​ອັດ​ຕະ​ປື ກໍ​ຄືຂອບ​ເຂດ​ທົ່ວ​ປະ­ເທດ.

ການ​ກໍ່­ສ້າງ​ສະ­ໜາມ​ບິນ​ອັດ​ຕະ​ປື ແມ່ນ​ໜຶ່ງ​ໃນ​ໂຄງ­ການ​ຂອງ​ລັດ­ຖະ­ບານ ເພື່ອ​ຮອງ​ຮັບ​ເຮືອ­ບິນ​ຈາກ​ສາຍ­ພາຍ​ໃນ ແລະ ຕ່າງ­ປະ­ເທດ​ໃນ​ອະ­ນາ­ຄົດຈຸດ​ປະສົງ​ຂອງ​ໂຄງ­ການ ເພື່ອ​ຊຸກ­ຍູ້​ສົ່ງ­ເສີມ​ການພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແລະ ການທ່ອງ​ທ່ຽວ​ຂອງ​ແຂວງ​ອັດ​ຕະ​ປື ກໍ​ຄື​ຂອບເຂດ​ທົ່ວ​ປະ­ເທດ ໂດຍ​ສະ­ເພາະ​ແມ່ນ​ວຽກງານ​ການ​ຂົນ­ສົ່ງ​ທາງ​ອາ­ກາດ ທັງ​ນີ້ ໃນໄລ­ຍະ​ຍາວ​ແມ່ນ​ການ​ຜັນ​ຂະ­ຫຍາຍ​ແຜນພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ລັດ ​ຖະບານ​ປີ 2010-2020 ຕາມ​ນະ­ໂຍ­ບາຍຫັນ ສປປ ລາວ ຈາກ​ປະ­ເທດ​ບໍ່​ມີ​ຊາຍແດນ​ຕິດ​ກັບ​ທະ­ເລ​ມາ​ເປັນ​ປະ­ເທດ​ທາງຜ່ານ ແລະ ມີ​ຄວາມ​ມຸ່ງ​ໝັ້ນ​ເພື່ອ​ນຳ­ພາ​ປະ­ເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ປະ­ເທດ ດ້ອຍ​ພັດ­ທະ­ນາ​ໃນ​ປີ 2020.

ໂດຍ​ໂຄງ­ການ​ແມ່ນ​ມີ​ມູນ​ຄ່າ​ການ​ກໍ່ສ້າງ​ກວ່າ 289 ຕື້​ກວ່າ​ກີບ ທີ່​ເປັນ​ທຶນ​ກູ້ຢືມ​ຈາກ​ບໍ­ລິ­ສັດ​ຮຸ້ນ​ສ່ວນ​ຮວ່າງ​ແອງ​ຢາ ລາຍອັນ​ມີ​ເປົ້າ​ໝາຍ​ກໍ່­ສ້າງ​ໃຫ້​ເປັນ​ສະ­ໜາມ​ບິນ​ທີ່​ມີ​ການ​ກໍ່­ສ້າງ​ຕາມ ​ມາດ​ຕະຖານ​ຂອງ​ກົມ​ການ­ບິນ​ພົນ​ລະ​ເຮືອນ ແລະ ສາ­ກົນ ສາ­ມາດ​ຮອງ​ຮັບ​ເຮືອ­ບິນ​ຂະ­ໜາດ 70-100 ບ່ອນ​ນັ່ງ​ເຊັ່ນ: ເຮືອ­ບິນ ATR 72, Fokker 70, MA-60, Fokker-100 ຫຼື ທຽບ​ເທົ່າ.

ແນວ­ໃດ​ກໍ​ດີ​ຕາມ​ຂໍ້​ມູນ​ທີ່​ຄະ­ນະ​ຮັບ​ຜິດ ຊອບ​ໄດ້​ລາຍ​ງານ​ຕໍ່​ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ຜູ້ຊີ້​ນຳ​ວຽກ​ງານ​ເສດ­ຖະ­ກິດ, ການ​ຜະ­ລິດ ແລະ ຈໍ​ລະ​ຈອນເນື່ອງ​ໃນ​ໂອ­ກາດ​ລົງ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ​ອັດ​ຕະ​ປື ເມື່ອ​ວັນ​ທີ 24 ກຸມ­ພາ​ຜ່ານ​ມາ​ວ່າ: ສະໜາມ​ບິນ​ດັ່ງ­ກ່າວ ເລີ່ມ​ກໍ່­ສ້າງ​ມາ​ແຕ່​ວັນ​ທີ 10 ພຶດ­ສະ­ພາ 2013 ເປັນ​ໄລ­ຍະ​ເວ­ລາ 2 ປີ (24 ເດືອນ) ມາ​ຮອດ​ປະ­ຈຸ​ບັນ ສຳ­ເລັດ​ແລ້ວ​ປະ­ມານ 90,13% ຖື​ວ່າ​ລື່ນແຜນ­ການ 1,65% ຊຶ່ງ​ຍັງ​ຈະ​ໄດ້​ສືບ­ຕໍ່​ປັບປຸງ​ແຜນ­ທີ່​ທາງ​ອາ­ກາດ, ການ​ຈັດ​ຊື້​ອຸ­ປະກອນ ແລະ ການ​ກະ­ກຽມ​ຄວາມ​ພ້ອມ ເພື່ອ​ເປີດ​ບໍ­ລິ­ການ.

ພ້ອມ​ດຽວ​ກັນ​ນັ້ນ​ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ກໍ​ຍັງ​ໄດ້​ລົງ​ຢ້ຽມ ແລະ ຊຸກຍູ້​ໂຄງ­ການ​ລ້ຽງ​ງົວ​ຂຸນອັນ​ແມ່ນ​ການຫັນ­ປ່ຽນ​ພື້ນ​ທີ່​ສຳ​ປະ­ທານ​ປູກ​ ຢາງ­ພາ­ລາ 1.500 ເຮັກ­ຕາ ທີ່​ຍັງ​ບໍ່​ທັນ​ດຳ­ເນີນ​ການປູກ ເນື່ອງ​ຈາກ​ລາ­ຄາ​ຢາງ­ພາ­ລາ​ໃນ​ຕະຫຼາດ​ໂລກ​ຕົກ­ຕ່ຳ​ຫຼາຍ ຈຶ່ງ​ໄດ້​ຫັນ​ມາ​ເຮັດກິດ­ຈະ­ການ​ທີ່​ມີ​ຜົນຕອບ​ແທນ​ໄວ ກໍ​ຄື​ການ​ລ້ຽງ​ງົວ​ຊີ້ນ ຫຼື ງົວ​ຂຸນ ເພື່ອ​ສົ່ງ​ອອກ ໂດຍ​ໄດ້​ເລີ່ມ​ປູກ​ຫຍ້າ ເພື່ອ​ລ້ຽງ​ງົວ​ມາ​ແຕ່​ປີ 2012 ມາ​ຮອດ ທ້າຍ​ປີ 2014 ໄດ້​ເລີ່ມ​ເກັບ​ຊື້​ງົວ ແລະ
ນຳ​ເຂົ້າ​ຈາກ​ປະ­ເທດ​ໄທ ແລະ ປະ­ເທດອົສ​ຕຣາ​ລີ ຈຳ­ນວນ 10 ພັນ​ໂຕ ພ້ອມ​ນີ້ ກໍ​ມີ​ແຜນ​ຈະ​ລ້ຽງ​ງົວ​ຂຸນ​ໃຫ້​ໄດ້ 1 ແສນໂຕ.

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄົມ

 

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...