spot_img
Homeນານາສາລະວິທີ​ເຮັດ​ໄຂ່​ເຄັມຮັບປະທານ​ເອງ​

ວິທີ​ເຮັດ​ໄຂ່​ເຄັມຮັບປະທານ​ເອງ​

Published on

SaltedEggs

         ໄຂ່​ເຄັມເປັນ​ອາຫານ​ທີ່ເກິດຂື້ນ​ມາ​ຈາກ​ພູ​ມ​ປັນຍາ​ຊາວບ້ານ​ໃນ​ກາ​ນຖະ​ໜອມ​ອາຫານ​ເພື່ອ​ທີ່​ຈະ​ເກັບ​ໄຂ່​ເປັດ​ໄວ້​ກິນ​ໄດ້​ດົນ​ໆເລີຍ​ຈັບ​ໄປ​ດອງ​ກັບ​ນ້ຳ​ເກືອຫລື​ສູດ​ອື່ນໆຕາມ​ແຕ່​ລະ​ພື້ນ​ຈົນ​ກາຍ​ມາ​ເປັນ​ໄຂ່​ເຄັມ​ສຸ​ດ​ແຊບແລະ​ຖື​ເປັນ​ອາຫານ​ທີ່​ຫລາຍໆເຮືອນ​ມັກ​ຈະ​ມີ​ຕິດ​ເອົາ​ໄວ້ຈະ​ເຮັດ​ໄຂ່​ເຄັມ​ຕົ້ມ,ໄຂ່​ເຄັມດາວຫລື​ຈະ​ຍຳ​ແຊບໆກິນ​ກັບ​ເຂົ້າ​ກໍ່ແຊບແຕ່​ຄົງ​ຈະ​ດີ​ຖ້າ​ເຮົາ​ມາ​ເຮັດ​ໄຂ່​ເຄັມ​ກິນ​ເອງ​ໄດ້
ເຖິງແມ່ນວ່າ​ໄຂ່​ເຄັມ​ຈະ​ສາມາດ​ຫາ​ຊື້​ມາ​ຮັບປະທານ​ໄດ້​ງ່າຍໆແຕ່​ຫາກ​ມື້​ໜຶ່ງ​ມື້​ໃດ​ເຈົ້າ​ເກີດ​ໄດ້ຮັບ​ໄຂ່​ເປັດ​ສົດໆຈາກ​ຟາລ໌​​ຈຳນວນ​ຫລາຍ​ມາ​ເປັນ​ຂອງ​ຝາກແລ້ວ​ບໍ່​ຮູ້​ຈະ​ນຳ​ໄປ​ເຮັດ​ເປັນ​ເມ​ນູ​ຫຍັງ​ໄດ້​ອີກນອກ​ຈາກ​ຕົ້ມ,ຈືນ,ຕຸ໋ນຫລື​ເຈົ້າ​ຢາກ​ຈະ​ວັດ​ຝີ​ມື​ຄວາມ​ເປັນ​ພໍ່​ເຮືອນ​ແມ່​ເຮືອນ​ດ້ວຍ​ການເຮັດ​ໄຂ່​ເຄັມ​ກິນ​ເອງ​ມື້​ນີ້ເຮົາ​ກໍ​ມີ​ວິທີ​ເຮັດ​ໄຂ່​ເຄັມ​ເອງ​ແບບ​ງ່າຍໆມາ​ຝາກເປັນ​ສູດ​ໄຂ່​ເຄັມ​ດອງ​ໃນ​ນ້ຳ​ເກືອ​ພຽງ1-2ອາທິດ ກໍ​ໄດ້​ໄຂ່​ເຄັມ​ຝີ​ມື​ຕົວ​ເອງ​ໄວ້​ກິນ​ແລ້ວຖ້າ​ຢາກ​ຮູ້​ແລ້ວ​ວ່າໄຂ່​ເຄັມ​ເຮັດ​ເອງ​ນີ້​ຈະ​ມີ​ວິທີ​ການ​ຢ່າງໃດມາ​ເບິ່ງ​ກັນ​ເລີຍ​
-ສິ່ງ​ທີ່​ຕ້ອງ​ກຽມ
1.ໄຂ່​ເປັດ​ດິບ 10 ໜ່ວຍ
2.ພາ​ຊະນະ​ສຳລັບ​ດອງ​ໄຂ່ (ທີ່​ບໍ່​ເຮັດ​ປະຕິ​ກິ​ລິ​ຢາ​ກັບ​ເກືອເຊັ່ນໂຫລ​ແກ້ວ,ແກ້ວ​ພາ​ສະຕິ​ກເຄື່ອງ​ເຄືອບ​ດິນ​ເຜົາ)
3.ເກືອ1ຖ້ວຍ
4.ນ້ຳ​ສຳລັບ​ຕົ້ມ​ນ້ຳ​ເກືອ4ຖ້ວຍ(ຫລື1ລີດ)
– ວິທີ​ເຮັດ
1. ລ້າງ​ໄຂ່​ເປັດ​ໃຫ້​ສະ​ອາດສະ​ເດັດ​ນ້ຳ​ຈົນ​ແຫ້ງ​ສະນິດໃສ່​ລົງ​ໃນ​ໂຫລ​ແກ້ວກຽມ​ໄວ້
2. ເຮັດ​ນ້ຳ​ເກືອ​ສຳລັບ​ດອງ​ໄຂ່ໂດຍ​ໃສ່​ເກືອ​ກັບ​ນ້ຳ​ລົງ​ໃນ​ໝໍ້ນຳ​ຂຶ້ນ​ຕັ້ງ​ໄຟ​ຈົນ​ເດືອດແລະ​ຄົນ​ໃຫ້​ເກືອ​ລະ​ລາຍ​ຈົນ​ໝົດມອດໄຟປະ​ໄວ້​ຈົນ​ເຢັນ​ສະນິດ
3. ເທ​ນ້ຳ​ເກືອ​ທີ່​ເຢັນ​ແລ້ວ​ລົງ​ໃນ​ໂຫລ​ໄຂ່​ຈົນ​ທ່ວມ​ໄຂ່ຈາກ​ນັ້ນ​ໃຊ້​ຖົງ​ພາດ​ສະຕິກ​ໃສ່​ນ້ຳ​ວາງ​ທັບ​ລົງ​ໄປ​ໃຫ້​ໄຂ່​ເປັດ​ຈົມ​ຢູ່​ກ້ອງນ້ຳຕະຫລອດ​ເວລາປິດ​ຝາ​ໃຫ້​ສະນິດເກັບ​ໄວ້​ໃນ​ທີ່​ຮົ່ມດົນ​ປະ​ມານ2-3ອາທິດສຳລັບ​ເຮັດ​ໄຂ່​ດາວເກັບ​ໄວ້​ດົນ​ປະ​ມານ2ອາທິດສຳລັບ​ເຮັດ​ໄຂ່​ຕົ້ມ
– ເຮັດ​ຢ່າງໃດ​ໃຫ້​ໄຂ່​ແດງ​ເຄັມ​ເປັນ​ນ້ຳ​ມັນ?
ຫລາຍ​ຄົນ​ມັກ​ກິນ​ໄຂ່​ເຄັມ​ທີ່​ມີ​ໄຂ່​ແດງ​ເປັນ​ນ້ຳ​ມັນ​ເຍີ້ມໆອອກ​ມາເພາະ​ທັງ​ມັນທັງ​ແຊບເທັກ​ນິກ​ກໍ​ຄື ຫລັງ​ຈາກ​ທີ່​ພັກ​ນ້ຳ​ເກືອ​ຈົນ​ເຢັນ​ສະນິດ​ແລ້ວໃຫ້​ເຕີມ​ເຫລົ້າ​ຂາວ​ລົງ​ໄປ​ໃນ​ນ້ຳ​ເກືອ​ດ້ວຍ​ເລັກນ້ອຍຄົນປະ ສົມ​ໃຫ້​ເຂົ້າ​ກັນແລ້ວ​ເທ​ໃສ່​ລົງ​ໃນ​ໂຫລຈະ​ເຮັດໃຫ້​ໄຂ່​ແດງ​ເຄັມ​ທີ່​ໄດ້​ກໍ​ຈະ​ເປັນ​ນ້ຳ​ມັນ​ເຍີ້ມໆໜ້າ​ກິນ​
–  ວິທີ​ຕົ້ມ​ໄຂ່​ເຄັມ​ໃຫ້​ແຊບ
ການ​ທີ່​ຈະ​ຕົ້ມ​ໄຂ່​ເຄັມ​ໃຫ້​ແຊບ​ນັ້ນມີ​ເຄັດ​ລັບ​ຢູ່​ທີ່”ສານ​ສົ້ມ”ເຮັດໄດ້​ໂດຍ​ໃສ່​ນ້ຳ​ລົງ​ໃນ​ໝໍ້ໃສ່​ສານ​ສົ້ມ 1ກ້ອນຫລື​ສານ​ສົ້ມ​ບົດປະ​ມານ1/2ບ່ວງຕາມ​ດ້ວຍ​ໄຂ່​ນຳ​ຂຶ້ນ​ຕັ້ງ​ໄຟ​ປານ​ກາງຕົ້ມ​ຈົນ​ເດືອດດົນ​ປະ​ມານ 8-10ນາ​ທີກໍ​ຈະ​ໄດ້​ໄຂ່​ເຄັມ​ຕົ້ມ​ສຸ​ດແຊບ​ໄວ້​ກິນ​ແລ້ວ
– ວິທີ​ເກັບ​ໄຂ່​ເຄັມ​ຕົ້ມ​ໃຫ້​ໄດ້​ດົນ​ທີ່​ສຸດ
ໄຂ່​ເຄັມ​ທີ່​ນຳ​ໄປ​ຕົ້ມ​ແລ້ວ​ສາມາດ​ເກັບ​ໄວ້​ໃນ​ຕູ້​ເຢັນ​ໄດ້​ດົນ​ປະ​ມານ1ເດືອນສ່ວນ​ວິທີ​ການ​ເກັບ​ຮັກສາ​ໄຂ່​ເຄັມ​ຕົ້ມ​ໃຫ້​ໄດ້​ດົນ​ທີ່ສຸດ​ຄືໃຫ້​ໃສ່​ສານ​ສົ້ມ​ລົງ​ໄປ​ແກວ່ງ​ໃນ​ນ້ຳ​ທີ່​ໃຊ້​ຕົ້ມ​ໄຂ່​ດ້ວຍນອກ​ຈາກ​ຈະ​ຍືດ​ອາ​ຍຸ​ໄຂ່​ເຄັມ​ໄດ້​ແລ້ວສານ​ສົ້ມ​ຈະ​ເຮັດໃຫ້​ສີ​ຂອງ​ເປືອກ​ໄຂ່ແລະ​ເນື້ອ​ໄຂ່​ຂາວ​ງາມ​ຂຶ້ນ​ອີກ​ດ້ວຍ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...