spot_img
Homeຄວາມງາມພຶດຕິກຳ​ທີ່ເຮັດໃຫ້​ສາວ​ເຮັດວຽກຫ້ອງການ​ຮູບຮ່າງບໍ່ດີ

ພຶດຕິກຳ​ທີ່ເຮັດໃຫ້​ສາວ​ເຮັດວຽກຫ້ອງການ​ຮູບຮ່າງບໍ່ດີ

Published on

13109

​      ສາວ​ເຮັດວຽກຫ້ອງການ​ທັງ​ຫລາຍ​ເຄີຍ​ຮູ້ສຶກ​ນຳ​ບໍ​ວ່າຕັ້ງ​ແຕ່​ເລີ່ມ​ຊີວິດ​ການເຮັດວຽກງານ ຮ່າງກາຍ​ແລະ​ສຸກຂະພາບ​ກໍ​ເລີ່ມ​ເກືອບ​ຈະ​ບໍ່ຄື​ເກົ່າ​ແລ້ວເພາະ​ທັງ​ນ້ຳ​ໜັກ​ຕົວ​ທີ່​ເພີ່ມ​ຫລາຍ​ຂຶ້ນແລະອາການ​ເຈັບ​ປ່ວຍ​ອອດໆແອດໆທີ່​ເປັນ​ຢູ່​ສະເໝີນັ້ນ​ເປັນ​ເພາະ​ສິ່ງ​ທີ່​ເຈົ້າ​ເຮັດ​ເປັນ​ປະຈຳ​ຢ່າງ​ບໍ່​ຮູ້​ຕົວ​ນັ້ນ​ແຫລະ​ທີ່​ສົ່ງ​ຜົນ​ໃຫ້ເປັນແບບ​ນີ້ວ່າ​ແຕ່​ຈະ​ມີ​ພຶດຕິກຳ​ໃດ​ທີ່​ເຮັດໃຫ້​ຫຸ່ນ​ຂອງ​ເຈົ້າ​ພັງ​ບໍ່​ຄືເກົ່າ​​ນຳມາ​ເບິ່ງ​ກັນ​ເລີຍ​ດີ

1.ນັ່ງ​ແຊ່​ທີ່​ໂຕະເຮັດວຽກ ສາວໆຄົນ​ໃດ​ທີ່​ເອົາ​ແຕ່​ນັ່ງ​ແຊ່​ທີ່​ໂຕະ​ເຮັດວຽກ​ຕະຫລອດ​ຕັ້ງ​ແຕ່​ເຊົ້າ​ຈົນຮອດແລງບອກ​ເລີຍ​​ວ່າ​ແບບ​ນີ້​ບໍ່​ດີເພາະ​ຖ້າ​ບໍ່​ລຸກ​ອອກ​ໄປ​ຍືດ​ເສັ້ນ​ຍືດ​ສາຍຫລື​ສູບ​ອາ​ກາດ​ຂ້າງ​ນອກ​ນຳ​ອາດ​ເຮັດໃຫ້​ເຈົ້າ​ປ່ວຍ​ໄດ້​ງ່າຍໆອີກ​ທັງ​ຖ້າ​ມົວ​ແຕ່​ນັ່ງ​ແຊ່​ຢູ່​ທ່າ​ເກົ່າ​ດົນໆລະ​ວັງ​ພະຍາດOffice Syndrome ປວດ​ຫລັງ​ປວດ​ບ່າ​ຈະ​ຖາ​ມຫາ​ເອົາ​ໄດ້​

frustration

2.ເສບ​ຕິດ​ເຄື່ອງ​ດື່ມ​ຫລາຍ​ດ້ວຍ​ແຄ​ລໍ​ລີ່ ຮຽກ​ໄດ້​ວ່າ​ເຄື່ອງ​ດື່ມ​ຫລາຍ​ແຄ​ລໍ​ລີ່ຢ່າງ​ພວກ​ກາ​ແຟ​ເຢັນ,ໂກ​ໂກ້ຫລື​ຊາ​ນົມ​ທັງ​ຫລາຍເປັນ​ຂອງ​ຄູ່​ກັນ​ກັບ​ສາວ​ໆຢູ່​ແລ້ວເພາະ​ເຊົ້າ​ຂຶ້ນ​ມາ​ກໍ​ຕ້ອງ​ຖື​ເຂົ້າ​ຫ້ອງ​ເຮັດວຽກ​ກັນ​ຄົນ​ລະ​ຈອກ​ສອງ​ຈອກ​ທຸກ​ມື້ເຜີໆບ່າຍ​ແລະ​ແລງ​ກໍ​ຈັດ​ມາ​ອີກ​ຄົນ​ລະ​ຈອກຊຶ່ງ​ເຄື່ອງ​ດື່ມ​ພວກ​ນີ້​ແຫລະ​ທີ່​ມີ​ນ້ຳ​ຕານ​​ຢູ່​ຫລາຍຖ້າ​ບໍ່​ຍອມ​ລຸດ​ບອກ​ເລີຍ​ຫຸ່ນ​ຂອງ​ເຈົ້າ​ຈະ​ຕຸ້ຍ​​ພາຍ​ໃນ​ເວລາ​ອັນ​ວ່ອງໄວ​ແນ່ນອນ

13105

3.ມີ​ຂະໜົມ​ວາງ​ໃກ້​ມື ນັ່ງ​ເຮັດວຽກ​ໝົດ​ມື້​ກໍ​ຕ້ອງ​ມີ​ຫິວ​ກັນ​ນຳຈຶ່ງ​ບໍ່​ແປກ​ທີ່​ສາວໆຈະ​ມັກ​ຊື້ເຂົ້າໜົມ​ມາ​ໄວ້​ເທິງ​ໂຕະ​ເພື່ອ​ເວລາ​ຫິວຖ້າ​ຢ່າງ​ນັ້ນ​ກໍ​ບໍ່​ຕ້ອງ​ແປກ​ໃຈ​ເລີຍ​ວ່າຕັ້ງ​ແຕ່​ເຮັດວຽກ​ມາ​ເປັນຫຍັງ​ນ້ຳ​ໜັກ​ຂອງ​ເຈົ້າ​ພຸ່ງ​ພວດ​ຂຶ້ນ​ຈົນ​ໜ້າ​ຕົກ​ໃຈມັນ​ເປັນ​ເພາະ​ເຈົ້າ​ຂະໜົມ​ເຫລົ່າ​ນີ້​ແຫລະ​

13107

4.ນັດ​ສ້າງສັນ​ຫລັງ​ເລີກ​ວຽກ ຮູ້​ຢູ່​ແລ້ວ​ແຫລະວ່າ​ຫລັງ​ເລີກ​ງານ​ກໍ​ຍັງ​ບໍ່​ຢາກ​ກັບ​ເຮືອນ​ເລີຍ​ເພາະ​ລົດ​ຕິດ ແຖມ​ຍັງ​ຢາກ​ປາລ໌​ຕີ້​ກັບ​ເພື່ອນ​ໆຢູ່ຍິ່ງ​ເປັນແລງມື້​ສຸກ​ຍິ່ງ​ປາລ໌​ຕີ້​ຍາວ​ເລີຍ​ນີ້​ແຫລະ​ເປັນ​ຕົ້ນ​ເຫດ​ທີ່​ເຮັດໃຫ້​ສາວໆຫຸ່ນ​ພັງ​ເລີຍ​ເພາະ​ທັງ​ແອວ​ກໍ​ຮອລ໌​ແລະ​ອາຫານ​ຕ່າງໆຕອນ​ສ້າງສັນມັນ​ເຮັດໃຫ້​ຕຸ້ຍໄດ້​ງ່າຍໆທັງ​ນັ້ນ

13106

5.ຂີ້ຄ້ານ​ອອກ​ກຳ​ລັງ​ກາ ການ​ອອກ​ກຳ​ລັງ​ກາຍ​ບໍ່ແມ່ນ​ພຽງ​ແຕ່​ເຮັດໃຫ້​ຫຸ່ນ​ຟິດ​ຂຶ້ນ​ເທົ່າ​ນັ້ນແຕ່​ຍັງ​ເຮັດໃຫ້​ເຈົ້າ​ສຸຂະພາບ​ດີ​ຫ່າງ​ໄກ​ໂລກໄພ​ໄຂ້​ເຈັບ​ອີກ​ດ້ວຍທາງ​ທີ່​ດີ​ຫລັງ​ເລີກ​ງານ​ແທນ​ທີ່​ຈະ​ຊວນ​ເພື່ອນ​ໄປ​ກິນ​ກໍ​ຫັນ​ມາ​ຊວນ​ກັນ​ໄປ​ອອກ​ກຳ​ລັງ​ກາຍ​ດີກວ່າເຊົາ​ຂີ້ຄ້ານ​ໄດ້​ແລ້ວ​
13108

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...