Homeນານາສາລະຕັດ​ຜົມ​ມື້​ໃດ​ດີ ມື້​ຕັດ​ຜົມ​ແລ້ວ​ມີ​ໂຊກລາບ

ຕັດ​ຜົມ​ມື້​ໃດ​ດີ ມື້​ຕັດ​ຜົມ​ແລ້ວ​ມີ​ໂຊກລາບ

Published on

201983

     ຕັດ​ຜົມ​ມື້​ໃດ​ດີ?ເຊື່ອວ່າ​ຫລາຍ​ຄົນ​ຄົງ​ມີ​ຄຳ​ຖາມ​ເຫລົ່າ​ນີ້​ໃນ​ໃຈຈະ​ຕັດ​ຜົມ​ຕາມ​ວັນທີ່​ເຮົາ​ສະ​ດວກ​ດີ​ບໍ່ຫລື​ຈະ​ຢຶດ​ຫລັກ​ຕາມ​ທີ່​ຄົນ​​ບູຮານ​ສອນ​ໄວ້​ດີອັນ​ນີ້​ແລ້ວ​ແຕ່​ຄວາມ​ເຊື່ອ​ຂອງ​ແຕ່​ລະ​ຄົນແຕ່​ຕ້ອງ​ບໍ່​ລືມ​ວ່າ​ບູຮານ​ທ່ານ​ສອນ​ທ່ານ​ສັ່ງ​ເອົາ​ໄວ້​ຈາກ​ປະສົບການ​ທີ່​ຊະສົມ​ມາ​ດົນພົບ​ເຫັນ​ຫຍັງ​ມາ​ຫລາຍດັ່ງ​ນັ້ນ​ຖ້າ​ເຮົາ​ຈະ​ເຊື່ອ​ໄວ້​ນຳ​ກໍ​ບໍ່​ເສຍ​ຫາຍ​ຫຍັງ​ມື້​ນີ້​ເຮົາ​ຈະ​ມາ​ເບິ່ງ​ກັນ​ວ່າຄົນ​ບູຮານ​ເພີ່ນສອນ​ໄວ້​ວ່າ​ຕັດ​ຜົມ​ມື້​ໃດ​ດີ,ມື້​ໃດ​ບໍ່​ດີ.ຕັດ​ຜົມ​ມື້​ໃດ​ຈະ​ເກີດ​ສິ​ລິ​ມົງ​ຄຸນ​ກັບ​ຕົວມື້​ໃດ​ຈະ​ເກີດ​ສິ່ງ​ບໍ່​ດີ​ກັນ​ນຳມາ​ເບິ່ງ​ກັນ

1.ວັນ​ອາ​ທິດ ເພີ່ນວ່າ​ດີ​ນັກ​ແລຈະ​ມີ​ອາ​ຍຸ​ຍືນ​ຍາວ,ຮ່າງກາຍ​ແຂງ​ແຮງ,ບໍ່​ເຈັບ​ປ່ວຍ​ເປັນ​ໄຂ້​ອອດໆ​ແອດໆ

2.ວັນ​ຈັນ ເພິ່ນ​ວ່າ​ຈະ​ມີ​ແຕ່​ໂຊກ​ລາບ,ໄດ້​ຂອງ​ມີ​ຄ່າ,ການ​ຄ້າ​ຂາຍ​ຄ່ອງ​ຕົວບໍ່​ອົດ​ບໍ່​ທຸກ

3.ວັນ​ອັງ​ຄານ ເພີ່ນ​ວ່າ​ບໍ່​ດີມີ​ແຕ່​ໂທດມີ​ແຕ່​ຄົນ​ປອງ​ຮ້າຍສັດຕູ​ຈະ​ເຮັດໃຫ້​ໄດ້​ເຈັບ,ຫລິກລ້ຽງ​ໄດ້​ຈົ່ງຫລິກ​ລ້ຽງ​ການ​ຕັດ​ຜົມ​ວັນອັງ​ຄານ​

4.ວັນພຸດ ຕັດຜົມ​ມື້ວັນ​ພຸດເພີ່ນ​ວ່າ​ມື້ວັນ​ພຸດ​ເປັນ​ມື້​ຂອງ​ເຈົ້າ​ຂອງ​ນາຍ​ເຮົາ​ບໍ່​ຄວນ​ຕີ​ຕົນ​ສະເໝີ,ການ​ງານ​ຈະ​ມີ​ແຕ່​ຕົກ​ຕ່ຳ,ມີ​ແຕ່​ເລື່ອງ​ຜິດຖຽງກັນ​​ຂັດ​ແຍ້ງ,ທັງ​ກັບ​ຜູ້​ອື່ນ​ແລະ​ຄົນ​ໃນ​ຄອບຄົວຄົນ​ບູຮານ​ທ່ານ​ບໍ່​ແນະ​ນຳ​ໃຫ້​ຕັດ​ຜົມ​ມື້​ນີ້

5.ວັນ​ພະ​ຫັດ ເພິ່ນ​ວ່າ​ເປັນ​ມື້​ຄູເປັນ​ມື້​ມົງ​ຄຸນ​ຍິ່ງ​ນັກເຫລົ່າ​ເທວະ​ດາ​ຈະ​ມາ​ປົກ​ປັກ​ປິ່ນປົວ​ໃຫ້​ແຄ້ວ​ຄາດ​ຈາກອັນຕະ ລາຍ​ທັງ​ຫລາຍ​ທັງປວງເປັນ​ມື້​ສິ​ລິ​ມົງ​ຄຸນ​ຍິ່ງຖ້າ​ບໍ່​ຕິດ​ວຽກ​ສຳຄັນ​ໜັກ​ໜາໃຫ້​ຕັດ​ຜົມ​ມື້​ວັນພະຫັດ​ດີ​

6.ວັນສຸກ ຕັດຜົມ​ມື້​ສຸກທ່ານ​ວ່າ​ເປັນ​​ໄຊເຮັດຫຍັງ​ຈະເລີນ​ຮຸ່ງເຮືອງຕັດ​ຜົມ​ມື້​ນີ້​ຈະ​ມີ​ແຕ່​ໂຊກລາບການ​ຄ້າ​ການ​ຂາຍ​ດີ,ມີ​ເງີນ​ທອງ​ໃຊ້​ບໍ່​ຂາດ​ມື,ໃຜ​ເຮັດ​ຄ້າ​ຂາຍ​ບູຮານ​ທ່ານ​ວ່າຕັດ​ຜົມ​ມື້​ສຸກຈະ​ດີ​ທີ່ສຸດ

7.ວັນເສົາ ຕັດ​ຜົມ​ວັນເສົາເພີ່ນວ່າ​ເປັນ​ມື້​ມົງ​ຄຸນ​ຫລາຍຕັດ​ຜົມ​ແລ້ວ​ຈະ​ໄດ້​ດັ່ງ​ສິ່ງ​ທີ່​ຫວັງປະສົງ​ສິ່ງ​ໃດ​ໄວ້​ກໍ​ຈະ​ໄດ້​ສິ່ງ​ນັ້ນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...