spot_img
Homeນານາສາລະຂໍ້ມູນສ່ວນຕົວ 5 ຢ່າງທີ່ບໍ່ຄວນໂພສລົງເຟສບຸກ

ຂໍ້ມູນສ່ວນຕົວ 5 ຢ່າງທີ່ບໍ່ຄວນໂພສລົງເຟສບຸກ

Published on

ຂໍ້ມູນສ່ວນຕົວ 5 ຢ່າງທີ່ບໍ່ຄວນໂພສລົງເຟສບຸກ

facebook-140903_64011

ຂໍ້ມູນສ່ວນຕົວ 5 ຢ່າງນທີ່ບໍ່ຄວນໂພສລົງເຟສບຸກ ເພາະອາດຈະເປັນອັນຕະລາຍຕໍ່ກັບທ່ານ ແລະ ຄົນອ້ອມຂ້າງໄດ້, ມີຫຍັງແດ່ ເຮົາມາເບິ່ງພ້ອມກັນ.

ຄົງປະຕິເສດບໍ່ໄດ້ວ່າທຸກມື້ນີ້ ເຟສບຸກເປັນແຫຼ່ງລວບລວມຂໍ້ມູນສ່ວນຕົວຂອງຄົນທົ່ວໂລກ ຊຶ່ງຫຼາຍຄົນມັກໂພສ ຂໍ້ມູນສ່ວນຕົວເອົໄວ້ຈົນຂະໜາດທີ່ວ່າ  ພຽງແຕ່ເຂົ້າໄປເບິ່ງໃນເຟສບຸກກໍ່ສາມາດຮູ້ຈັກຕົວຕົນ ຂອງຄົນໆ ນັ້ນໄດ້ຢ່າງວອງໄວງ່າຍດ້າຍ ບໍ່ວ່າຈະເປັນ ລົດສະນິຍົມສິ່ງທີ່ມັກ ອາຍຸ ວັນເກີດ ລວມໄປທັງທີ່ຢູ່ ແຕ່ຫຼາຍຄົນອາດບໍ່ເຄີຍຄິດວ່າ ບາງທີ່ໃນການໂພສ ຂໍ້ມູນສ່ວນຕົວແບບເປີດເຜີຍນັ້ນ ຖືວ່າບໍ່ປອດໄປໄພ ແລະ ມີຄວາມສ່ຽງຄືກັນ. ມື້ນີ້ທີມງານຈຶ່ງນໍາບົດຄວາມ ຂໍ້ມູນສ່ວນຕົວ 5 ປະການທີ່ບໍ່ຄວນໂພສລົງເຟສບຸກ  ຈາກເວັບໄຊທ໌ netsecurity.about.com ມາໃຫ້ທ່ານໄດ້ພິຈາລະນານໍາກັນ ວ່າຄວນຈະລົບຂໍ້ມູນພວກນີ້ອອກຈາກເຟສບຸກ ຫຼື ບໍ່?

 

1 ວັນດືອນປີເກີດ ຂອງທ່ານ ຫຼືຄົນໃນຄອບຄົວ

ການເປີດເຜີຍ ວັນດືອນປີເກີດ ໃນທີ່ສາທາລະນະນັ້ນ ຟັງເບິ່ງແລ້ວກໍ່ບໍ່ນ່າຈະເປັນຫ່ວງອີຫຍັງ ແຕ່ໃນຄວາມເປັນຈິງແລ້ວ ບັນດາຜູ້ບໍ່ຫວັງດີລວມທັງແຮັກເກີ ທັງຫຼາຍນັ້ນອາດສາມາດນໍາວັນດືອນປີເກີດ ໄປໃຊ້ແຮັກບັນຊີ ຫຼື ປອມແປງບັນຊີບໍລິການຕ່າງໆ ຂອງທ່ານໄດ້ ເພາະສະນັ້ນຖ້າເປັນໄປໄດ້ກໍ່ບໍ່ຄວນໂພສ ວັນເດືອນປີເກີດ ເອົາໄວ້ເທີງເຟສບຸກ ຫຼືຖ້າຕ້ອງການໂພສເພື່ອໃຫ້ໝູ່ເພື່ອນຈືວັນເກີດຂອງທ່ານໄດ້ແທ້ໆ ກໍ່ຈາດໂພສສະເພາະວັນທີແລະເດືອນ ແຕ້ບໍ່ລະບຸປີກໍ່ໄດ້.

ll

2 ສະຖານະຄວາມສໍາພັນ

ບໍ່ວ່າທ່ານຈະໂສດ ຫຼືມີຄວາມຮັກກໍ່ຕາມຖ້າບໍ່ຈໍາເປັນກໍ່ບໍ່ຄວນປ່າວປະກາດໃຫ້ຄົນຮູ້ທົ່ວໄປ ໂດຍສະເພາະທ່ານທີ່ເປັນຜູ້ຍິງ ທັງຫຼາຍ ເພາະວ່າໃນກໍລະນີທີ່ທ່ານຍັງໂສດຢູ່  ຫຼືວ່າຫາກໍ່ເລີກກັນກັບຄົນຮັກ ແລ້ວປ່ຽນສະຖານະເປັນໂສດ ນັ້ນອາດເປັນຊ່ອງວ່າງໃຫ້ຄົນຮ້າຍ ຮູ້ວ່າທ່ານຢູ່ຄົນດຽວໃນບ້ານຫຼືຫໍພັກ ຫຼືອອກໄປໃສມາໃສຄົນດຽວ ຊຶ່ງເປັນໂອກາດໃຫ້ຄົນຮ້າຍຈອບຕິດຕາມ ແລະ ເຮັດບໍ່ດີບໍ່ງາມກັບທ່ານໃດ້.

 

lp

3 ສະຖານທີ່ ທີ່ທ່ານຢູ່ໃນປັດຈຸບັນ

ການໂພສບອກສະຖານທີ່ ທີ່ທ່ານຢູ່ໃນຂະນະນັ້ນ ໃຫ້ຄົນທົ່ວໄປຮັບຮູ້ຕະຫຼອດເວລາ ອາດບໍ່ແມ່ນເລື່ອງດີ ເນື່ອງຈາກການທີ່ທຸກຄົນຮູ້ວ່າທ່ານຢູ່ບ່ອນໃດ ໃນເວລາໃດແດ່ ກໍ່ເໝືອນກັບວ່າເປັນການເປີດໂອກາດໃຫ້ຄົນຮ້າຍຮູ້ວ່າຊ່ວງເວລາໃດທີ່ທ່ານບໍ່ຢູ່ບ້ານ ແລະ ສາມາດຫຼອຍເຂົ້າມາລັກເຄື່ອງຂອງໄດ້ ຫຼືຫາກວ່າມີຄົນທີ່ເປັນສັດຕູກັບທ່ານກໍ່ອາດຈະດັກທໍາຮ້າຍທ່ານໄດ້ເຊັ່ນດຽວກັນ.

 

4​ ເປີດເຜີຍວ່າທ່ານຢູ່ເຮືອນຄົນດຽວ

ການເປີດເຜີຍວ່າທ່ານບໍ່ຢູ່ເຮືອນຫຼືປ່ອຍໃຫ້ເດັກນ້ອຍ ຢູ່ເຮືອນຄົນດຽວ ຊຶ່ງຖ້າມີຄົນແປກໜ້າຮູ້ວ່າມີເດັກນ້ອຍຢູ່ເຮືອນພຽງຄົນດຽວ ນັ້ນກໍ່ຖືວ່າເປັນອັນຕະລາຍຢ່າງຍິ່ງ ເພາະຖ້າວ່າຮູ້ໄປຮອດຫູ້ຂອງຄົນຮ້າຍ ກໍ່ອາດຈະບຸກມາປົ້ນເຮືອນ ຫຼືລັກພາໂຕເດັກນ້ອຍໄປກໍ່ເປັນໄດ້ ແລະ ເຖີງແມ່ນວ່າ ຈະຕັ້ງໄວ້ສະເພາະ ເພື່ອນທີ່ສາມາດເບິ່ງເຫັນ ຂໍ້ມູນເຫຼົ່ານັ້ນໄດ້ກໍ່ຕາມ ແຕ່ໃຜຈະໄປຮູ້ບາງທີ່ທ່ານອາດເຜີຮັບແອດຄົນແປກໜ້າເປັນເພືອນໄວ້ກໍ່ເປັນໄດ້ ຫຼື ອາດຖືກຄົນຮ້າຍແຮກເຟສແລ້ວເຂົ້າມາເບິ່ງຂໍ້ມູນຂອງທ່ານກໍ່ເປັນໄປໄດ້.

 

5 ຮູບລູກ ຫຼານທີ່ແທ໊ກຊື່ຂອງພວກເຂົາ

ຍຸກນີ້ພໍ່ແມ່ຫຼາຍຄົນນິຍົມໂພສຮູບພາບຂອງລູກຫຼານໂຕເອງລົງເຟສບຸກ ແຕ່ນັ້ນອາດບໍ່ປັນບັນຫາຖ້າບໍ່ມີການແທັກຊື່ຂອງເດັກນ້ອຍລົງໄປນໍາ ຫຼືໜັກໄປກວ່ານັ້ນ ອາດມີການໂພສຂໍ້ມູນລາຍລະອຽດຕ່າງໆ ຂອງເດັກເຊັ່ນ ສິ່ງທີ່ເດັກນ້ອຍມັກ ຫຼືວັນດືອນປີເກີດຂອງເດັກນ້ອຍ  ເນື່ອງຈາກຂໍ້ມູນເຫຼົ່ານີ້ ຈະເຮັດໃຫ້ຄົນແປກໜ້າ ຫຼື ໂຈນລັກພາໂຕ ເດັກໄດ້ງ່າຍຂຶ້ນ ດ້ວຍການໃຊ້ຂໍ້ມູນ ເຫຼົ່ານີ້ ລອກລໍ້ໃຫ້ເດັກເຊື່ອໃຈ ແລະ ບໍ່ຄິດວ່າວ່າເປັນຄົນແປກໜ້ານັ້ນເອງ.

ຢ່າງໃດກໍ່ຕາມນີ້ ເປັນພຽງຄວາມເຫັນຈາກເວັບໄຊທ໌ netsecurity.about.com ເທົ້ານັ້ນຊຶ່ງແຕ່ລະທ່ານຈະນໍາໄປພິຈາລະນາວ່າຂໍ້ມູນໃດສົມຄວນລົບອອກ ຫຼືຂໍ້ມູນໃດສາມາດໂພສ ໄວ້ເທີງເຟສບຸກໄດ້ນັ້ນ ລ້ວນແລ້ວແຕ່ຂຶ້ນຢູ່ກັບວິຈາລະນາຍານຂອງແຕ່ລະທ່ານ ຫຼືໃຊ້ວິທີກໍາໜົດຄ່າຄວາມເປັນສ່ວນຕົວເພື່ອຈໍາກັດຄົນທີ່ສາມາດເຫັນຂໍ້ມູນສາວນຕົວໃຫ້ຢູ່ໃນສະເພາະກຸ່ມຄົນສະນິດກໍ່ໄດ້.

sd

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...