spot_img
Homeຂ່າວເຫດການລັດ​ວິ​ສາ​ຫະ​ກິດ​ຫວຍ​ພັດ​ທະ​ນາ ຊີ້​ແຈງ​ເລື່ອງ​ການອ​ອກ​ເລກ

ລັດ​ວິ​ສາ​ຫະ​ກິດ​ຫວຍ​ພັດ​ທະ​ນາ ຊີ້​ແຈງ​ເລື່ອງ​ການອ​ອກ​ເລກ

Published on

2375668

ປັດຈຸບັນ, ປາກົດວ່າກະແສວິພາກວິຈານຂອງສັງຄົມຕໍ່ກັບ ການອອກຜົນຫວຍ ພັດທະນາແມ່ນໄດ້ຍິນ ອ່າວໜາຫູ ສົມຄວນໂດຍສະເພາະກ່ຽວກັບບັນຫາຄວາມບໍ່ໂປ່ງໃສຂອງການ ອອກຜົນຫວຍໃນໄລຍະຫລັງມານີ້ເຫັນວ່າມັກອອກເລກໂຕເກົ່າຊ້ຳ ກັນຫລາຍຄັ້ງ ແລະ ບໍ່ມີການຖ່າຍທອດສົດຜ່ານທາງໂທລະພາບ ໃຫ້ສັງຄົມເຫັນກັບຕາ ຄືດັ່ງເມື່ອກ່ອນ.

ຕໍ່ບັນຫາດັ່ງກ່າວ, ນັກຂ່າວພວກເຮົາໄດ້ສຳພາດທ່ານ ສຸບັນ ເພຍສັກຂາ ຮອງອຳນວຍການບໍລິສັດລັດວິສາຫະກິດ ຫວຍພັດທະ ນາ ໂດຍທ່ານຊີ້ແຈງວ່າ:ການອອກຫວຍແຕ່ລະຄັ້ງແມ່ນຈັດຂຶ້ນຢູ່ສະ ໂມສອນຂອງລັດວິສາຫະກິດຫວຍພັດທະ ນາບ້ານທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໂດຍມີຕາງໜ້າຈາກສູນກາງແນວລາວສ້າງຊາດ, ກະຊວງ ການເງິນ, ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ,ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງ ວ່າການລັດຖະບານ ແລະ ສະພາແຫ່ງຊາດ ເຂົ້າຮ່ວມເປັນຄະນະກຳມະການຄຸ້ມຄອງການອອກຫວຍທຸກຄັ້ງ, ສ່ວນອຸປະ ກອນທີ່ນຳໃຊ້ເພື່ອອອກຫວຍນັບແຕ່ກົງໝູນ ແລະ ໜ່ວຍກົມຕົວເລກແມ່ນເຮັດດ້ວຍຢາງທັງໝົດ, ນອກຈາກນັ້ນ, ກໍໄດ້ຖ່າຍ ທອດສົດອອກອາກາດທາງວິທະຍຸກະຈາຍສຽງແຫ່ງຊາດ ແລະ ສຳລັບ ການບໍ່ມີການຖ່າຍທອດສົດຜ່ານທາງ ໂທລະພາບ

ຄືດັ່ງຜ່ານມານັ້ນ, ກໍຍ້ອນວ່າຜ່ານມາລັດວະສາຫະກິດຫວຍພັດທະນາໄດ້ຄົ້ນຄວ້າ ແລະ ນຳສະເໜີຂໍການພິ ຈາລະນາຈາກ ຂັ້ນເທິງແລ້ວ ແລະ ກໍໄດ້ຮັບການຊີ້ນຳບໍ່ໃຫ້ມີການຖ່າຍທອດຜ່ານໂທລະພາບ ເພາະວ່າຈະເປັນການເປີດກວ້າງໃຫ້ສັງ ຄົມສ່ວນໜຶ່ງຖືວ່າເປັນການໂຄສະນາຊັກຊວນໃຫ້ມວນຊົນ ຫັນມາສ່ຽງໂຊກຊິງລາງວັນຫລາຍຂື້ນແລ້ວອາດເກີດມີສຽງວິຈານວ່າເບື່ອເມົາສັງຄົມຫລາຍເກີນໄປ ແລະ ອີງໃສ່ບົດຮຽນຢູ່ບັນດາປະເທດໃກ້ຄຽງເຊັ່ນ: ສສ ຫວຽດນາມ ແລະ ສປ ຈີນ ເຂົາເຈົ້າກໍບໍ່ໄດ້ມີການ ຖ່າຍທອດສົດ ຜ່ານໂທລະພາບແຕ່ຢ່າງໃດ, ມີພຽງໃບແຈ້ງຜົນອອກເລກລາງວັນແຈກຢາຍໃຫ້ຜູ້ຂາຍ ເທົ່ານັ້ນ. ແນວໃດກໍຕາມໃນຕໍ່ໜ້ານີ້, ໂດຍໄດ້ຮັບການຊີ້ນຳຈາກກະຊວງການເງິນແມ່ນຈະໄດ້ຕິດຕັ້ງ ເຄື່ອງສາຍວີດີໂອການຖ່າຍທອດສົດການອອກເລກຜ່ານເວບໄຊໃຫ້ທຸກໆຕົວແທນຈຳໜ່າຍປະຈຳແຕ່ລະແຂວງ, ສ່ວນຜູ້ທີ່ສົນໃຈຢາກເຂົ້າມາເບິ່ງໃຫ້ເຫັນກັບຕາການອອກຜົນຫວຍພັດທະນາກໍສາມາດມາຊົມໄດ້ທີ່ສະໂມສອນລັດວິສາຫະກິດຫວຍພັດທະນາ ແລະ ແຕ່ຂໍໃຫ້ແຕ່ງກາຍສຸພາບຮຽບຮ້ອຍຈົບງາມ. ພ້ອມທັງຮຽກຮ້ອງໄປຍັງຜູ້ຂາຍຫວຍໃນທົ່ວປະ ເທດໃຫ້ເອົາໃຈໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍ, ບໍ່ກີດຂວາງການສັນຈອນໄປມາຕາມຖະໜົນ ຫົນທາງ ແລະ ເກັບກວດສິ່ງເສດເຫລືອຕ່າງໆໃນບໍລິເວນທີ່ຕົນເອງຮັບພິຊອບເພື່ອຄວາມ ສະອາດຈົບງາມໃນຕົວເມືອງ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...