spot_img
Homeຂ່າວເຫດການທ່ານນາຍົກ ເນັ້ນໃຫ້ກະຊວງກຽ່ວຂ້ອງ ເອົາໃຈໃສ່ແຈ້ງເຕືອນອາກາດ

ທ່ານນາຍົກ ເນັ້ນໃຫ້ກະຊວງກຽ່ວຂ້ອງ ເອົາໃຈໃສ່ແຈ້ງເຕືອນອາກາດ

Published on

130ea80276998b4dd999cd7eb0ce0c77

ທ່ານນາຍົກລັດຖະ ມົນຕີ ທອງສິງ ທຳມະວົງ ໄດ້ໃຫ້ທິດຊີ້ນຳສະມາຊິກ ລັດຖະບານຜ່ານກອງປະ ຊຸມປະຈຳເດືອນກຸມພາ ໃນຫຼາຍຫົວຂໍ້ທີ່ກ່ຽວພັນ ກັບຫຼາຍກະຊວງ ສະເພາະ ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດ ລ້ອມໃຫ້ເອົາໃຈໃສ່ຕິດຕາມ ແລະ ແຈ້ງເຕືອນປະຊາຊົນ ກ່ຽວກັບສະພາບດິນຟ້າອາ ກາດ ເພື່ອກຽມພ້ອມເຝົ້າລະວັງ.

ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກຸມພາ 2015 ໄດ້ໄຂຂຶ້ນຢ່າງ ເປັນທາງການໃນວັນທີ 19-20 ກຸມພາ 2015 ພາຍໃຕ້ການເປັນປະທານຂອງ ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ໂດຍການເຂົ້າຮ່ວມຂອງບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໃນຄັ້ງນີ້ ຄະນະລັດຖະບານໄດ້ນຳເອົາຫຼາຍບັນຫາສຳຄັນເຂົ້າພິຈາລະນາຄື: ບົດລາຍງານກ່ຽວກັບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແຜນງົບປະມານ ແລະ ແຜນເງິນຕາປະ ຈໍາສົກປີ 2013-2014 ຊຶ່ງກອງປະຊຸມ ໄດ້ມີທິດຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມຕາມການປະກອບຄໍາຄິດຄໍາເຫັນຂອງສະມາຊິກລັດຖະບານສໍາຄັນຕ້ອງຊອກໃຫ້ເຫັນໄດ້ວິທີການ, ມາດຕະການ ເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ.

ພ້ອມນີ້ ທີ່ປະຊຸມໄດ້ປະກອບຄໍາຄິດຄໍາເຫັນດ້ວຍຄວາມຮັບຜິດຊອບສູງ ແລະ ພິຈາລະນາຮັບຮອງຕໍ່ການປັບປຸງ ກົດໝາຍວ່າດ້ວຍທາງຫຼວງ, ຮ່າງດໍາ ລັດວ່າດ້ວຍລັດວິສາຫະກິດ; ຮ່າງມະຕິ ຂອງກົມການເມືອງສູນກາງພັກວ່າດ້ວຍ ການຄຸ້ມຄອງການເຄື່ອນໄຫວຕ່າງປະ ເທດຢ່າງເປັນເອກະພາບ ແລະ ຮ່າງບົດ ລາຍງານເພີ່ມເຕີມຄວາມຄືບໜ້າການ ຈັດຕັ້ງປະຕິບັດຄໍາສັ່ງສະບັບເລກທີ 13/ນຍ, ລົງວັນທີ 12 ມິຖຸນາ 2012.

ຊຶ່ງໃນຕອນທ້າຍກອງປະຊຸມທ່ານ ນາຍົກລັດຖະມົນຕີໄດ້ຊີ້ນໍາໃຫ້ສະມາຊິກ ລັດຖະບານນໍາເອົາເນື້ອໃນຈິດໃຈທີ່ໄດ້ ຕົກລົງເປັນເອກະພາບໃນກອງປະຊຸມຄັ້ງ ນີ້ ລວມທັງບັນດາວຽກງານທີ່ເປັນຈຸດ ສຸມໃນເດືອນມີນາ 2015 ໄປຈັດຕັ້ງຜັນ ຂະຫຍາຍ ແລະ ປະຕິບັດດ້ວຍຄວາມ ຮັບຜິດຊອບສູງ ໂດຍໃຫ້ສືບຕໍ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ  ຫງົບໃຫ້ໜັກແໜ້ນເຂັ້ມແຂງ ແລະ ເດັດ ຂາດກວ່າເກົ່າ ເປັນຕົ້ນແມ່ນ ສຸມໃສ່ການ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງ ຄົມ, ບັນຫາຢາເສບຕິດ, ການປຸ້ນຈີ້ຊີງຊັບ, ອຸບັດຕິເຫດຕາມທ້ອງຖະໜົນ ແລະ ອື່ນໆ ຊຶ່ງກ່ອນອື່ນໝົດແມ່ນໃຫ້ສຸມໃສ່ ລົງຮາກຖານເພື່ອສຶກສາອົບຮົມການ ເມືອງແນວຄິດໃຫ້ແກ່ພະນັກງານ, ທະ ຫານ, ຕໍາຫຼວດ ແລະ ປະຊາຊົນໃຫ້ຮັບ ຮູ້ເຊື່ອມຊຶມ ເປັນຕົ້ນ ແມ່ນການໂຄສະນາ ຊວນເຊື່ອຂອງພວກກຸ່ມຄົນບໍ່ດີທີ່ນໍາໃຊ້ສື່ສັງຄົມອອນລາຍ ເພື່ອໂຄສະນາໃສ່ ຮ້າຍປ້າຍສີແນວທາງນະໂຍບາຍຂອງ ພັກ-ຂອງລັດເຮົາ.

ໃຫ້ກະຊວງສາທາລະນະສຸກເພີ່ມທະ ວີການກວດກາ, ຫາວິທີປ້ອງກັນການ ລະບາດຂອງພະຍາດໄຂ້ເລືອດອອກທີ່ ພວມເກີດຂຶ້ນໃນປະຈຸບັນ; ນອກນີ້ ກໍໃຫ້ເອົາໃຈໃສ່ຕິດຕາມກວດກາການລະບາດຂອງພະຍາດຕິດຕໍ່ ແລະ ພະຍາດລະບາດ ຕາມລະດູການ;ສ່ວນກະຊວງກະສິກຳ ແລະ ປ່າໄມ້ ສືບຕໍ່ເປັນເຈົ້າການສົມທົບກັບບັນດາຂະ ແໜງການ ແລະ ທ້ອງຖິ່ນ ເພື່ອຊຸກຍູ້ ການຜະລິດລະດູແລ້ງໃຫ້ໄດ້ຕາມແຜນ ການ, ຮັບປະກັນໃຫ້ມີສະບຽງອາຫານ ຕອບສະໜອງຢ່າງພຽງພໍ.

ຂະນະທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງ ປ້ອງກັນຄວາມສະຫງົບເອົາໃຈໃສ່ບັນ ຫາການຄຸ້ມຄອງແຮງງານພາຍໃນ ແລະ ຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດທີ່ເຄື່ອນໄຫວຢູ່ໃນ ປະເທດເຮົາ ໃຫ້ເຂົ້າສູ່ລະບຽບກົດໝາຍ.

ພ້ອມດຽວກັນນີ້ທ່ານນາຍົກລັດຖະມົນຕີ ຍັງເນັ້ນໜັກໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເອົາໃຈໃສ່ຕິດຕາມ ແລະ ແຈ້ງເຕືອນປະ ຊາຊົນກ່ຽວກັບສະພາບດິນຟ້າອາກາດ ເປັນຕົ້ນແມ່ນລົມພາຍຸ ທີ່ອາດຈະ ເກີດຂື້ນ ຊຶ່ງຜ່ານມາ ຢູ່ເມືອງຫາດຊາຍຟອງ ກໍໄດ້ ຖືກຜົນກະທົບໜັກຈາກພາຍຸລະດູຮ້ອນ  ບັນຫາດັ່ງກ່າວໄດ້ເຮັດໃຫ້ຊັບສິນຂອງລັດ ແລະ ປະຊາຊົນເສຍຫາຍຢ່າງຫຼວງຫຼາຍ.

 

ແຫລ່ງ​ຂ່າວ: ເສ​ດ​ຖະ​ກິດ – ສັງ​ຄົມ

 

ບົດຄວາມຫຼ້າສຸດ

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...

ໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

ເຊິ່ງກຳລັງເປັນກະແສຮ້ອນແຮງໃນຫວຽດນາມ ແລະ ຖືກແຊສອອກໄປເປັນວົງກ້ວາງ ກໍລະນີວີດີໂອໝໍແຂ້ວ (ທັນຕະເເພດ) ໄດ້ທຳຮ້າຍຮ່າງກາຍຄົນເຈັບ. ອີງຕາມການລາຍງານຈາກສຳນັກຂ່າວຈາກປະເທດຫວຽດນາມລາຍງານໃຫ້ຮູ້ວ່າ ໃນວັນທີ 03/09/2025 ທີ່ຜ່ານມາ, ເກີດເຫດການ ທ່ານໝໍທຳຮ້າຍຮ່າງກາາຍຄົນເຈັບ ຢູ່ຄີນິກປົວແຂ້ວແຫ່ງໜຶ່ງໃນປະເທດຫວຽດນາມ ໂດຍມີສາເຫດຄື: ຄົນເຈັບແມ່ນໃຊ້ບໍລິການຢູ່ຄລິນິກດັ່ງກ່າວ,...

ຂໍສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ທ່ານທູດ ມໍລະກົດ ສີສະຫວັດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍວັນທີ 8 ກັນຍາ 2025 ຢູ່ກະຊວງການຕ່າງປະເທດ,...