spot_img
Homeຂ່າວການພັດທະນາເຂດເສດຖະກິດພິເສດ - ສະເພາະ ເປັນແມ່ເຫລັກສຳຄັນ ດຶງດູດການລົງທຶນ

ເຂດເສດຖະກິດພິເສດ – ສະເພາະ ເປັນແມ່ເຫລັກສຳຄັນ ດຶງດູດການລົງທຶນ

Published on

Toyota-Establishes-Production-Base-In-Laos

ຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ສະເພາະ (ຄຂພສ) ຢັ້ງຢືນວ່າ: ເຂດເສດຖະ ກິດພິເສດ ແລະ ສະເພາະ ຄືແມ່ເຫລັກສຳຄັນ ໃນການດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ເຊິ່ງມາຮອດ ປັດຈຸບັນ ທົ່ວປະເທດມີເຂດເສດຖະກິດພິເສດ 2 ແຫ່ງ ແລະ ສະເພາະ 8 ແຫ່ງ, ມີເນື້ອ ທີ່ສຳປະທານ 13 ພັນກວ່າເຮັກຕາ, ສາມາດດຶງດູດການລົງທຶນຕາມສັນຍາໄດ້ຫລາຍ ກວ່າ 4,7 ຕື້ໂດລາສະຫະລັດ, ໃນນັ້ນມີການລົງທຶນຕົວຈິງແລ້ວ ຫລາຍກວ່າໜຶ່ງ ຕື້ໂດລາສະຫະລັດ, ເຊິ່ງມີນັກທຸລະກິດມາຈົດທະບຽນລົງທຶນປະມານ 158 ບໍລິສັດ, ຊຶ່ງພົ້ນເດັ່ນແມ່ນ ເຂດເສດຖະກິດພິເສດສະຫວັນ-ເຊໂນ, ໄດ້ມີບໍລິສັດທີ່ມີຊື່ສຽງລະດັບສາກົນມາລົງທຶນ ຄື:ບໍລິສັດນິກອນຜະລິດກ້ອງ ຖ່າຍຮູບ, ບໍລິສັດ ໂຕໂຍຕາ ປະກອບຊິ້ນສ່ວນອາໄຫລ່ລົດ, ບໍລິສັດ ເອສຊີລໍ ຜະລິດ ເລນແວ່ນຕາ, ບໍລິສັດ ແອໂຣເວີກ ຜະລິດຊິ້ນສ່ວນປະກອບເຮືອບິນ ແລະ ອື່ນໆ, ສ່ວນເຂດເສດຖະກິດພິເສດນິຄົມ ອຸດສະຫະກຳ ແລະ ການຄ້າວຽງຈັນ- ໂນນທອງ ກໍມີບໍລິສັດ ມິຊູມິດຊິ, ບໍລິສັດ ມາສຄອດ, ບໍລິສັດ ໄດອິຈິເດັນຊຶ

ຊຶ່ງສາມາດຜະລິດ ແລະ ສົ່ງອອກຕ່າງປະ ເທດແລ້ວ, ສຳລັບເຂດເສດຖະກິດພິເສດສາມ ຫລ່ຽມຄຳ ທີ່ດຳເນີນກິດຈະການ ດ້ານການຄ້າ, ການບໍລິການທ່ອງທ່ຽວ ວັດທະນະທຳອາຊຽນ-ຈີນ ຜູ້ພັດທະນາໄດ້ລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮອງຮັບການລົງທຶນ ແລະ ການ ດຳເນີນກິດຈະການຂອງຕົນ ເປັນຕົ້ນ: ການສ້າງເສັ້ນທາງເບຕົງແຕ່ບ້ານນ້ຳເກິ່ງ ຫາບ້ານມອມ ມີຄວາມຍາວ 40 ກິໂລ ແມັດ, ສ້າງຕາຝັ່ງເຈື່ອນລຽບແຄມແມ່ນ້ຳຂອງຍາວປະມານ 6 ກິໂລແມັດ, ກໍ່ສ້າງຕຶກອາຄານພາຍໃນເຂດທີ່ເຄີຍເປັນ ເຂດຊົນນະບົດຫ່າງໄກສອກຫລີກໃຫ້ມີໃບໜ້າໃໝ່ ແລະ ພັດທະນາເປັນຕົວ ເມືອງທັນສະໃໝເທື່ອລະກ້າວ. ສ່ວນເຂດ ເສດຖະກິດສະເພາະອື່ນໆ ກໍມີການພັດທະນາ ແລະ ລົງທຶນພົ້ນເດັ່ນຫລາຍຂຶ້ນ ເປັນລຳດັບ, ອັນໄດ້ສ້າງວຽກເຮັດງານ ທຳໃຫ້ປະຊາຊົນຢູ່ໃນທ້ອງຖິ່ນຈຳນວນຫລາຍພັນຄົນ, ປະກອບສ່ວນສຳຄັນເຂົ້າໃນການ ປັບປຸງປົວແປງສ້າງຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ແລະ ສ້າງຖານເກັບລາຍຮັບທີ່ຍືນຍົງເຂົ້າງົບປະ ມານນັບມື້ຫລາຍຂຶ້ນ.

ການຢັ້ງຢືນເຖິງຜົນສຳເລັດການເຄື່ອນໄຫວຂອງເຂດເສດຖະກິດດັ່ງກ່າວມີຂຶ້ນໃນກອງປະຊຸມຄະນະກຳມະການ ແຫ່ງຊາດເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ສະເພາະ ໃນວັນທີ 2 ກຸມພານີ້, ຢູ່ສູນປະຊຸມແຫ່ງຊາດ ນະຄອນ ຫລວງວຽງຈັນໂດຍການເປັນປະທານຂອງທ່ານ ສົມສະຫວາດ ເລັ່ງສະຫວັດຮອງນາຍົກລັດຖະມົນຕີຜູ້ຊີ້ນຳວຽກງານ ການຜະລິດ ແລະ ຈໍລະຈອນ.

 

ແຫລ່​ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...