spot_img
Homeຄວາມງາມອາຫານເພີ່ມນ້ຳໜັກ 10 ເມນູສຸຂະພາບ

ອາຫານເພີ່ມນ້ຳໜັກ 10 ເມນູສຸຂະພາບ

Published on

4

ມີ​ຫລາຍ​ຄົນ​ຢາກຫ​ລຸດ​ນ້ຳ​ໜັກແຕ່​ອີກ​ຫລາຍ​ຄົນ​ກໍ​ຢາກ​ເພີ່ມ​ນ້ຳ​ໜັກມີ​ອາຫານ​ຊະນິດ​ໃດແດ່​ເພີ່ມ​ນ້ຳ​ໜັກ​ໄດ້​ດີມາ​ເບິ່ງ​ກັນ​ກັບ10ເມນູ​ສຸ​ຂະພາ

1

  1. ເຕົ້າຮູ້
    ເມ​ນູ​ອາຫານ​ທີ່​ມີ​ເຕົ້າ​ຮູ້​ເປັນ​ສ່ວນ​ປະກອບ​ຫລັກ​ຖື​ວ່າ​ເປັນ​ອາຫານ​ສຸຂະພາບ​ທີ່​​ສາມາດ​ເລີ່ມ​ກິນໄດ້​ງ່າຍໆເມື່ອ​ຕ້ອງ​ການ​ເພີ່ມ​ໄຂ​ມັນ​ໃຫ້​ກັບ​ຮ່າງກາຍແລະ​ເພື່ອ​ໃຫ້​ລົດ​ຊາດ​ຂອງ​ອາ​ ຫານ​ແຊບ​​ຂຶ້ນອາດ​ກິນ​ໄປ​ພ້ອມ​ກັບ​ຊອດ​ປຸງ​ລົດ​ຊັ້ນ​ດີ​ທີ່​ມີ​ລົດ​ຊາດ​ດີ​​ກໍ​ໄດ້

2

  1. ສະ​ຫລັດ
    ສະ​ຫລັດ​ຖື​ເປັນ​ເມ​ນູ​ທີ່​ຮູ້​ກັນ​ວ່າ​ເປັນ​ອາຫານ​ສຸຂະພາບຖ້າ​ເພີ່ມ​ຊອດ​ປຸງ​ລົດເຂົ້າໜົມ​ປັງ​ກອບຖົ່ວຫລື​ຊີດ​ເຂົ້າໄປ​ໃນ​ສະ​ຫລັດ​ນໍາກໍ​ຈະ​ເຮັດໃຫ້​​ໄດ້​ອາຫານ​ທີ່​ຊ່ວຍ​ເພີ່ມ​ໄຂ​ມັນ​​ໄດ້ ແລະ​ຖ້າ​​ເລືອກ​ນ້ຳ​ສະ​ຫລັດ​ລົດ​ເຂັ້ມ​ຂຸ້ນບໍ່​ພຽງ​ແຕ່​ຈະ​ເພີ່ມ​ລົດ​ຊາ​ດ​​ໃຫ້​ແຊບ​ຂຶ້ນແຕ່​ຍັງ​ຊ່ວຍ​ເພີ່ມ​ໄຂ​ມັນ​​ໄດ້ນໍາ​ອີກ

3

  1. ອາຫານ​ທີ່​ປຸງ​ດ້ວຍ​ໄມ​ໂຄ​ເວ
    ອາຫານ​ທີ່​​ສາມາດ​ປຸງ​ດ້ວຍ​ໄມ​ໂຄ​ເວ​ຟ​ໄດ້​ເປັນ​ອີກ​ທາງ​ເລືອກ​ໜຶ່ງເນື່ອງ​ຈາກ​ອາຫານ​ປະ​ເພດ​ນີ້​ມີ​ສ່ວນ​ປະກອບ​ຂອງ​ໄຂ​ມັນ​ຢູ່​ພໍ​ສົມຄວນຈຶ່ງ​ນັບ​ວ່າ​ເປັນ​ທາງ​ເລືອກ​ທີ່​ດີ​ເພື່ອ​ເພີ່ມ​ປະລິມານ​ໄຂ​ມັນ​ຈາກ​ອາຫານ​ທີ່​ມີ​ແຄ​ລໍ​ລີ​ສູງ​ເຊັ່ນ​ນີ້

4

  1. ນ້ຳ​ໝາກໄມ້
    ນ້ຳ​ຫມາກໄມ້​ໂດຍ​ທົ່ວ​ໄປ​ມັກ​ມີ​ນ້ຳ​ຕານ​ໃນ​ປະລິມານ​ສູງບໍ່​ວ່າ​ຈະ​ມາ​ຈາກ​ນ້ຳ​ຕານ​ທີ່​ໃສ່​ເພີ່ມ​ເພື່ອ​ແຕ່ງ​ລົດ​ຊາດ​ຫລື​ມາ​ຈາກ​ຫມາກໄມ້​ເອງ​ກໍ​ຕາມການ​ດື່ມ​ນ້ຳ​ຫມາກໄມ້​ເຂັ້ມ​ຂຸ້ນ1-2 ຈອກ​ຈະ​ຊ່ວຍ​ໃຫ້​​ໄດ້ຮັບ​ປະລິມານ​ຄາລ​ໂບ​ໄຮ​ເດ​ດ​ທີ່​ພຽງ​ພໍ​ສຳລັບ​ການສ້າງ​ໄຂ​ມັນ

5

  1. ເບີເກີ
    ບາງ​ຄົນ​ອາດ​ເລືອກ​ເບີ​ເກີ​ຜັກ​ແທນ​ເບີເກີ​ຊີ້ນ​ເພາະ​ຄິດວ່າ​ເຮັດໃຫ້​ສຸຂະພາບ​ດີກວ່າ​ແລະ​ມີ​ປະລິມານ​ແຄ​ລໍ​ລີຕ່ຳຢ່າງໃດ​ກໍ​ຕາມທັງ​ຊີດ​ແລະ​ເຂົ້າໜົມ​ປັງ​ທີ່​ໃຊ້​ເຮັດ​ເບີ​ເກີ​ຊ່ວຍ​ໃຫ້​​ມີ​ປະລິມານ​ໄຂ​ມັນ​ເພີ່ມ​ຂຶ້ນ​ໄດ້​ໃນ​ຂະນະ​ທີ່​ຍັງມີ​ສຸຂະພາບ​ດີ​ຢູ່

6

  1. ອາຫານ​ຈຳ​ພວກ​ຫໍ່
    ອາຫານ​ຈຳ​ພວກ​ຫໍ່​ໄດ້ຮັບ​ການ​ຍອມ​ຮັບ​ວ່າ​ເປັນ​ອາຫານ​ສຸຂະພາບ​ທາງ​ເລືອກ​ເມື່ອ​ທຽບ​ກັບ​ອາຫານ​ທີ່​ເຮັດ​ຈາກ​ແປ້ງ​ທັງ​ຫລາຍຢ່າງໃດ​ກໍ​ຕາມເນື່ອງ​ຈາກ​ຜິວ​ໜ້າ​ຂອງ​ສ່ວນ​ທີ່​ຫໍ່​ມີ​ຂະ ໜາດ​ໃຫຍ່​ກວ່າ​ຜິວ​ໜ້າ​ຂອງ​ເຂົ້າໜົມ​ປັງຈຶ່ງ​ເຮັດໃຫ້​ສາມາດ​ເພີ່ມ​ມາ​ຍໍ​ເນດ​ແລະ​ນ້ຳ​ສະ​ຫລັດ​ໄດ້​ຫລາຍ​ຂຶ້ນແລະ​ໃຫ້​ໄດ້​ປະລິມານ​ໄຂ​ມັນ​ທີ່​ຫລາຍ​ນໍາຂຶ້ນ​

7

  1. ນ້ຳ​ນົມ
    ຖ້າ​ໄດ້​ດື່ມ​ນົມ​ທີ່​ມີ​ປະລິມານ​ຄີມ​ໄຂ​ມັນ​ຢູ່​ເຕັມ1-2ຈອກນອກ​ຈາກ​ຈະ​ຊ່ວຍ​ໃຫ້​ກະດູກ​ແຂງ​ແຮງ​ແລ້ວ​ຍັງ​ຊ່ວຍ​ໃຫ້​​ໄດ້ຮັບ​ປະລິມານ​ໄຂ​ມັນ​ທີ່​ດີ​ເພື່ອ​ເພີ່ມ​ນ້ຳ​ໜັກ​ໂຕ​ໃຫ້​​ໄດ້ການ​ດື່ມ​ເຄື່ອງ​ດື່ມ​ຮ້ອນ​ພ້ອມ​ເຕີ່ມ​ນົມ2-3ບ່ວງກໍ​ເປັນ​ເຕັກ​ນິກ​ທີ່​ດີ​ທີ່​ຊ່ວຍ​ໃຫ້​​ດື່ມ​ນົມ​ເພີ່ມ​ຂຶ້ນ

8

  1. ເຂົ້າໜົມອົບ​​ຈາກ​ລຳ​ເຂົ້າ
    ການ​ໄດ້​ປິ່ນປົວ​ສຸຂະພາບ​ໄປ​ພ້ອມ​ກັບ​ເພີ່ມ​ນ້ຳ​ໜັກ​ໂດຍ​ການ​ເພີ່ມ​ສ່ວນ​ປະສົມ​ທີ່​ໃຫ້​ປະໂຫຍດ​ທັງ​ສອງ​ໄດ້​ກໍ​ສາມາດ​ເຮັດ​ໄດ້​ຈາກ​ເຂົ້າໜົມ​​ກອບເນື່ອງ​ຈາກ​ນ້ຳ​ຕານ​ແລະ​ເນີຍ​ທີ່​ໃສ່​ໃນ​ເຂົ້າໜົມ​ຈະ​ຊ່ວຍ​ເພີ່ມ​ປະລິມານ​ໄຂ​ມັນ​ໃຫ້​​ໄດ້​ຫລາຍ​ເລີຍ​

9

  1. ອາຫານ​ເຊົ້າ​ກາ​ໂນ​ຣາ
    ເປັນ​ອາຫານ​ສຸຂະພາບ​ແຕ່​ຊ່ວຍ​ເພີ່ມ​ນ້ຳ​ໜັກ​​ໄດ້​ອີກ​ຢ່າງໜຶ່ງເນື່ອງ​ຈາກ​ມີ​ປະລິມານ​ຂອງ​ນ້ຳ​ຕານ​ແລະ​ນ້ຳ​ມັນ​ເພື່ອ​ສຸຂະພາບ​ທີ່​ໃສ່​ເພີ່ມ​ເຂົ້າໄປນ້ຳ​ຕານ​ແລະ​ນ້ຳ​ມັນ​ທີ່​ເປັນ​ສ່ວນ​ປະກອບ​ໃຫ້​ພະລັງ​ງານ​ປະ​ມານ500ແຄ​ລໍ​ລີ​ຕໍ່​ໜຶ່ງ​ຖ້ວຍແລະ​ນີ້​ພຽງ​ພໍ​ສຳຫລັບ​ການ​ເພີ່ມ​ປະລິມານ​ໄຂ​ມັນ​ໃນ​ຮ່າງກາຍ​​ແລ້ວ

10

  1. ຫມາກໄມ້​ແຫ້
    ຫມາກໄມ້​ໃນ​ຮູບ​ແບບ​ໃດ​ກໍ​ຕາມ​ຖື​ເປັນ​ອາຫານ​ສຸຂະພາບເຮັດໃຫ້​ບັນ​ເທົາ​ອາການ​ຢາກ​ໄດ້ ການ​ເລືອກ​ກິນຫມາກໄມ້​ແຫ້ງ​ແທນ​ຫມາກໄມ້​ສົດ​ຈະໃຫ້​ພະລັງ​ງານ​ຫລາຍກວ່າ​ເຖິງ 5 ເທົ່າ​ເລີຍ​

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...