spot_img
Homeນານາສາລະອາຊີບທີ່ຈະສູນພັນຈາກໂລກ

ອາຊີບທີ່ຈະສູນພັນຈາກໂລກ

Published on

EyWwB5WU57MYnKOuFNJU5YFbC3ahXJOLTHJORdAfu4aPvNXskkV7U4

ອາ​ຊີບ​ທີ່​ຈະ​ກ່າວເຖິງ​ຕໍ່ໄປ​ນີ້ກໍ​ກຽມ​ໂຕ​ກຽມ​ໃຈ​ໄວ້​ລ່ວງ​ໜ້າ​ເລີຍ​ວ່າມັນ​ກຳ​ລັງ​ຈະ​ສູນ​ພັນຄືກກັບ​ສັດ​ດຶກ​ດຳ​ບັນ​ເຊັ່ນໄດ​ໂນ​ເສົາທີ່​ສູນ​ພັນ​ໄປ​ຈາກ​ໂລກ​ເມື່ອ65ລ້ານ​ປີ​ກ່ອນໃຜ​ບໍ່​ຮູ້​ຈັກ​ປັບ​ຕົວ​ປ່ຽນ​ນິ​ໄສລະ​ວັງ​ຖືກ​ເຊັກ​ໄລ່ອອກ

ເຈົ້າຂອງ​ໄມ​ໂຄ​ຊອຟບິວເກດອອກ​ໂຮງ​ເຕືອນ​ມາ​ໄລຍະ​ໜຶ່ງແລ້ວວ່າພາຍ​ໃນ20ປີ​ຂ້າງ​ໜ້າ ອາ​ຊີບ​ຫລາຍ​ອາ​ຊີບ​ຈະ​ຫາຍ​ສາບ​ສູນ​ໄປ​ຈາກ​ໂລກເພາະ​ມະນຸດ​ຖືກ​ຍາດວຽກ​​ໂດຍອິນ​ເຕີ​ເນັດ​ຊອບ​ແວ​ລະບົບ​ອັດ​ໂນ​ມັດຊຶ່ງ​ເປັນ​ໂປ​ແກມ​ສຳ​ເລັດ​ຮູບ​ທີ່​ຊ່ວຍ​ເພີ່ມ​ປະ​ສິດ​ທິ​ພາບ​ການເຮັດວຽກງານ​ໃຫ້​ງ່າຍ​ຂຶ້ນແລະ​ປະ​ຢັດ​ເວລາ​ຫລາຍ​ຂຶ້ນອາ​ຊີບ​ທີ່​ມີ​ຄວາມ​ສ່ຽງ​ຈະ​ສູນ​ພັນ​ໃນ​ສາຍ​ຕາ​ມະຫາ​ເສດ​ຖີ​ໂລກ​ຄືນັກ​ບັນຊີ,ພະ​ນັກ​ງານ​ຂາຍ​ທາງ​ໂທລະ​ສັບ,ພະ​ນັກ​ງານ​ຂາຍ​ຕາມ​ຫ້າງຊັບພະສິນຄ້າແລະ​ຊຸບ​ເປີ​ມາ​ເກັດ

“ບິວ ເກດ ຢ້ຳວ່າຍິ່ງ​ມີ​ກະ​ແສ​ຮຽກຮ້ອງ​ໃຫ້​ຂຶ້ນ​ຄ່າ​ຈ້າງ​ແຮງ​ງານ​ພື້ນ​ຖານ​ຫລາຍ​ເທົ່າ​ໃດ ຄົນ​ເຮັດວຽກ​ອາ​ຊີບ​ເຫລົ່າ​ນີ້​ກໍ​ຈະ​ຖືກ​ໄລ່ໄວ​ຂຶ້ນ​ເທົ່າ​ນັ້ນເພາະ​ຄົນ​ຈ້າງ​ຖືກ​ບີບ​ໃຫ້​ຫັນ​ໄປ​ຫາ​ທາງ​ເລືອກ​ອື່ນ​ທີ່​ມີ​ຕົ້ນ​ທຶນ​ຕ່ຳ​ກວ່າແຕ່​ປະ​ສິດ​ທິ​ພາບ​ສູງ​ກວ່າ​ຫລາຍແຖມ​ບໍ່​​ສ້າງ​ຄວາມ​ລຳ​ຄານ​ໃຈ

ສອດ​ຄ່ອງ​ກັບ​ລາຍ​ງານ​ຂອງ​ສຳ​ນັກ​ງາ​ນສະ​ຖິ​ຕິ​ແຫ່ງ​ຊາດ​ສະ​ຫລັດ​ອະ​ເມລິ​ກາປີ2014 ຊຶ່ງ​ລະ​ບຸ​ວ່າອາ​ຊີບ​ສ່ຽງທີ່​ອາດ​ຕົກ​ງານ​ໃນ​ທົດສະ​ວັດ​ໜ້າແລະ​ກຳ​ລັງ​ກາຍ​ເປັນ​ອະ​ດີດ​ເຂົ້າໄປ​ທຸກ​ເທື່ອຄືພະນັກງານໄປສະນີຄົນ​ເຮັດ​ອາ​ຊີບ​ນີ້​ຈະ​ຕົກ​ວຽກ​ຫລາຍ​ເຖິງ28%ເພາະ​ເກືອບ​ບໍ່​ມີ​ໃຜ​ສົ່ງ​ຈົດຫມາຍ​ເຖິງ​ກັນ​ແລະ​ກັນ​ອີກ​ແລ້ວ

ຕາມ​ມາ​ຕິດໆ​ແມ່ນນັກ​ຫນັງສື​ພິມຄາດ​ການ​ວ່າ​ຈະ​ຫາຍ​ໄປ​ຈາ​ກຕະ​ຫລາດ​ແຮງ​ງານ 13% ໃນ​ອີກ10ປີ​ຂ້າງ​ໜ້າຂະນະ​ທີ່ “ໄກ​ທ່ອງ​ທ່ຽວ”ເປັນ​ອາ​ຊີບ​ສ່ຽງ​ສູນ​ພັນ​ໄວ​ທີ່ສຸດເພາະ​ທຸກ​ມື້​ນີ້​ພຽງແຕ່​ກົດ​​ເຂົ້າໄປ​ໃນ​ໂລກ​ອອນ​ລາຍກໍ​ສາມາດ​ຈອງ​ປີ້​ເຄື່ອງ​ບິນ​ແລະ​ໂຮງ​ແຮມ​ໄດ້​ດ້ວຍຕົນ​ເອງໂດຍ​ບໍ່​ຕ້ອງ​ຖືກ​ກິນ​ຄ່າ​ຫົວ​ຄິວ

ອີກ​ໜຶ່ງ​ອາ​ຊີບ​ໜ້າ​ເປັນ​ຫ່ວງ​ຕ້ອງ​ຍົກ​ໃຫ້ຊາວໄຮຊາວ​ນາກະເສດຕະກອນພາຍ​ໃນ​ປີ 2020ມີ​ທ່າອ່ຽງ​ທີ​ຈະ​ຫາຍ​ໄປ​ຈາ​ກຕະຫ​ລາດ​ແຮງ​ງານ8%ເພາະ​ຖືກ​ມາແທນ​ທີ່​ດ້ວຍ​ເຄື່ອງ​ຈັກ​ລະ​ທັນ​ສະໄໝທີ່​ສ້າງ​ຜົນ​ຜະລິດ​ໄດ້​ຫລາຍກວ່າ​ຫລາຍ​ເທົ່າ​ໂຕແຖມ​ຍັງ​ປະ​ຫຍັດ​ທັງ​ເວລາ​ແລະ​ເງິນ​ທອງສ່ວນ​ອາ​ຊີບ​ສ່ຽງ​ຮອງໆ​ລົງ​ມາ​ຄືພະ​ນັກ​ງານ​ຈົດ​ມິ​ເຕີນ້ຳ, ຊ່າງ​ເລື່ອຍ​ ໄມ້,ນັກ​ຈັດ​ດອກ​ໄມ້,ພະ​ນັກ​ງານ​​ປະ​ກັນ​ລົດ​ໃຫຍ່,ພະ​ນັກ​ງານ​ຕ້ອນ​ຮັບ​ເທິງ​ເຮືອ​ບິນ,ສາວ​ໂຮງ​ງານ​ຫຍິບ​ຜ້າ,ພະ​ນັກ​ງານ​ພິມ​ດີດ,ໂອ​ປະ​ເລ​ເຕີແລະ​ໂຊ​ຊຽວ​ມີ​ເ​ດຍ

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...