spot_img
Homeຂ່າວການພັດທະນາໄຂນຳໃຊ້ ສຳນັກງານສະຫະພັນກຳມະບານລາວ ຫຼັງໃໝ່

ໄຂນຳໃຊ້ ສຳນັກງານສະຫະພັນກຳມະບານລາວ ຫຼັງໃໝ່

Published on

20150130183900

ໂຄງການ​ແລກປ່ຽນ​ສຳນັກງານສູນ​ກາງ​ສະຫະພັນ​ກຳມະບານລາວ ໄດ້​ຮັບ​ການ​ລົງ​ນາມ​ໃນ​ສັນຍາ ໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິບັດ​ໃນ​ວັນທີ 15/7/2013 ລວມ 19 ເດືອນ ຊຶ່ງ​ຕັ້ງ​ຢູ່​ເຂດ​ບ້ານ​ນາ​ແຄ​ຄຳ (ເສັ້ນທາງ​ວຽງ​ຈັນ 450 ປີ) ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງຈັນ ໃນ​ເນື້ອທີ່​ດິນ 11.203 ຕາແມັດ ຖົມ​ດິນ​ປຸກ​ສ້າງ​ອາຄານ​ສຳນັກ​ງານ​ຂະໜາດ 29×43 ແມັດ ສູງ 4 ຊັ້ນ ​ມີ​ຂັ້ນໄດ​ໄຟຟ້າ (ລິບ) ພ້ອມ​ກັບ​ການ​ຕົບແຕ່ງ​ພາຍ​ໃນຄົບ​ຊຸດ ມີ​ລານ​ຈອດ​ລົດ ຫ້ອງ​ອາຫານ ກຳແພງ​ອ້ອມ​ຮອບ ເສັ້ນທາງ​ເຂົ້າ-ອອກ ສະໜອງ​ເຟີ​ນີ​ເຈີ ແລະ ພາຫະນະ​ເຄື່ອງມື​ອຸປະກອນ​ຮັບ​ໃຊ້​ວຽກ​ງານ​ຈຳນວນໜຶ່ງ ສຳຄັນ​ທີ່​ສຸດ​ແມ່ນ​ບໍ່​ໄດ້​ແຕະຕ້ອງ​ເຖິງ​ງົບປະມານ​ຂອງ​ລັດ ແລະ ບໍ່​ໄດ້​ຮັບ​ຜົນ​ກະທົບ​ຈາກຄວາມ​ຫຍຸ້ງຍາກ​ດ້ານ​ການ​ເງິນຂອງ​ລັດຖະບານ ໂຄງການ​ໄດ້​ສຳເລັດ​ໄວ​ກວ່າ​ກຳນົດ ທັງ​ເປັນ​ໂຄງການ​ຮ່ວມ​ມື​ທີ່​ມີ​ປະ​ສິດທິ​ຜົນ ແລະ ສາມາດ​ເປັນ​ຕົວ​ແບບ​ທີ່​ດີ ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງພາກ​ລັດ​ກັບ​ເອກະ​ຊົນ​ໃນ​ອະ​ນາຄົດ ໂຄງການ​ແລກປ່ຽນ​ສຳນັກງານ​ສູນ​ກາງ​ສະຫະພັນ​ກຳ​ມະບານ​ລາວ ​ແມ່ນ​ບໍລິສັດ ​ຣາ​ມາຢາ​ນາ​ບູ​ຕິ ​ຈຳກັດ ເປັນ​ຜູ້​ລົງທຶນ​ຜູ້ດຽວ ດັ່ງນັ້ນ​ໄດ້​ມອບ​ສຳນັກງານໃໝ່​ໃຫ້​ພະນັກງານ-ລັດຖະກອນສູນ​ກາງ​ສະຫະພັນ​ ກຳມະບານ ເປັນ​ເຈົ້າ​ການ​ຄຸ້ມ​ຄອງປົກ​ປັກ​ຮັກສາ ແລະ ນຳ​ໃຊ້​ໃຫ້​ມີ​ປະ​ສິດທິ​ຜົນ.

ພິທີ​ມອບ-ຮັບ​ໂຄງການ​ແລກປ່ຽນ​ສຳນັກງານ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ ໄດ້​ຈັດ​ຂຶ້ນວັນ​ທີ 30 ມັງກອນ 2015 ທີ່​ຜ່ານມາ​ ໂດຍ​ມີ​ທ່ານ ​ດຣ. ພັນ​ຄຳ ວິພາວັນ ຮອງ​ນາຍົກລັດຖະມົນຕີ ລັດຖະ​ມົນຕີ​ວ່າການ​ກະຊວງ​ສຶກ​ສາທິ​ການ ແລະ ກີລາ ທ່ານ ຄຳ​ຫຼ້າ ລໍ​ລອນ​ສີ ປະທານ​ສູນ​ກາງ​ສະຫະ​ພັນ​ກຳມະບານ​ລາວ ມີ​ລັດ​ຖະມົນຕີ​ວ່າການ ຊ່ວຍ​ວ່າການ ຕາງໜ້າ​ນະຄອນຫຼວງ​ວຽງ​ຈັນ ອົງການຈັດຕັ້ງ​ມະຫາຊົນ ແມ່ຍິງ ຊາວ​ໜຸ່ມ ປະທານ​ບໍລິສັດ​ຜູ້​ຮັບເໝົາ ພະນັກງານ-ລັດຖະກອນພາຍ​ໃນ ແລະ ແຂກ​ຖືກ​ເຊີນ​ເຂົ້າຮ່ວມ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...