spot_img
Homeນານາສາລະວິທີ​ເພີ່ມ​ຄວາມ​ສຸກ​ຂອງ​ສາວ​ເຮັດວຽກຫ້ອງການ

ວິທີ​ເພີ່ມ​ຄວາມ​ສຸກ​ຂອງ​ສາວ​ເຮັດວຽກຫ້ອງການ

Published on

11074

ວິທີ​ເພີ່ມ​ຄວາມ​ສຸກ​ຂອງ​ສາວ​ເຮັດວຽກຫ້ອງການພຽງ​ປ່ຽນ​ພຶດຕິກຳ​ກໍ​ສາມາດ​ເຮັດໃຫ້​ມື້​ເຮັດວຽກ​ຂອງ​ເຈົ້າ​ມີ​ຄວາມ​ສຸກ​ໄດ້​ຢ່າງ​ບໍ່​ໜ້າເຊື່ອມາ​ລອງ​ປ່ຽນ​ມື້​ຈັນ​ເຖິງ​ສຸກ​ໃຫ້ເປັນ​ຊ່ວງ​ເວລາ​ແຫ່ງ​ຄວາມ​ສຸກ​ສຳລັບ​ເຈົ້າ​ກັນ​ດີກວ່າ

  1. ກ່າວ​ຄຳ​ທັກ​ທາຍ​ຕອນ​ເຊົ້າ ຈະ​ດີ​ພຽງໃດ​ຖ້າ​ເຈົ້າ​ເລີ່ມ​ຕົ້ນ​ມື້​ເຮັດວຽກ​ດ້ວຍ​ການ​ກ່າວ​ທັກ​ທາຍ​ຢ່າງ​ອາລົມ​ດີ​ກັບ​ເພື່ອນຮ່ວມ​ງານ​ໃນ​ຫ້ອງການຍາມ​ເຊົ້າ​ແລ້ວ​ໄດ້ຮັບ​ຄຳ​ທັກ​ທາຍ​ພ້ອມ​ຮອຍ​ຍິ້ມ​ກັບ​ມາເທົ່າ​ນີ້​ຄວາມ​ສຸກ​ນ້ອຍ​ໆກໍເກິດ​ຂຶ້ນ​ໄດ້​ແລ້ວ
  2. ສ້າງ​ພື້ນ​ທີ່​ຜ່ອນ​ຄາຍ​ສ່ວນ​ຕົວ ໃນ​ເມື່ອ​ຕ້ອງ​ນັ່ງ​ເຮັດວຽກ​ງົກໆປະມານ 8-9 ຊົ່ວ​ໂມງ​ຕໍ່​ມື້ກໍ​ຕ້ອງ​ຄາຍ​ຄຽດ​ກັນ​ແນ່ດ້ວຍ​ການ​ຕົກ​ແຕ່ງ​ພື້ນ​ທີ່​ສ່ວນ​ຕົວ​ໃນ​ທີ່​ເຮັດວຽກ​ຂອງ​ເຈົ້າເຊັ່ນຈັດ​ໂຕະ​ເຮັດວຽກ​ໃຫ້​ຮູ້ສຶກ​ສະບາຍ​ແລະ​ຜ່ອນ​ຄາຍ​ທີ່ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້ພຽງ​ເທົ່າ​ນີ້​ກໍ​ສາມາດ​ເຮັດໃຫ້​ເຈົ້າ​ກໍ​ມີ​ອາລົມ​ໃນ​ການເຮັດວຽກງານ​ຫລາຍ​ຂຶ້ນ​ແລ້ວ
  3. ກິນ​ດີ​ສຸກຂະພາບດີສາວໆຄວນ​ເລືອກ​ກິນ​ອາຫານ​ທີ່​ມີ​ປະໂຫຍດ,ຄວນ​ລ້ຽງ​ກາ​ແຟແລະ​ຫັນ​ມາ​ດື່ມ​ນ້ຳ​ແທນເພື່ອ​ເຕີມ​ພະລັງ​ງານຄວາມ​ສົດ​ຊື່ນແລະ​ເພີ່ມ​ພະລັງ​ຄວາມ​ຄິດ​ໃນ​ການເຮັດວຽກເມື່ອ​ສຸກຂະພາບ​ດີ​ກໍ​ບໍ່​ເປັນ​ອຸປະສັກ​ໃນ​ການເຮັດວຽກງານແລ້ວ​ກໍ​ຈະ​ສົ່ງ​ຜົນ​ໃຫ້​ເກີດ​ຄວາມ​ຄິດ​ດີໆແລະ​ຜົນ​ງານ​ດີໆຕາມ​ມາ
  4. ແກ້​ເຫງົານອນອດ້ວຍ​ຂອງ​ກິນ​ຫລີ້ນຂອງ​ກິນ​ຫລິ້ນ​ໃນ​ທີ່​ນີ້​ບໍ່ແມ່ນ​ຂະໜົມ​ເພາະ​ຖ້າ​ຫາກ​ກິນ​ເລື້ອຍໆອາດ​ເຮັດໃຫ້​ເຈົ້າ​ນ້ຳ​ໜັກ​ຂຶ້ນ​ໄດ້ ດັ່ງ​ນັ້ນ​ຄວນ​ລ້ຽງ​ຂະໜົມ​ຫວານ​ມາ​ເປັນ​ອາຫານ​ວ່າງ​ຈຳ​ພວກ​ຫມາກໄມ້​ແທນ​ຈະ​ດີກວ່າມີ​ປະໂຫຍດ​ແຖມ​ຍັງ​ສຸກຂະພາບ​ດີ​ອີກ​ດ້ວຍ
  5. ເຄື່ອນ​ໄຫວ​ຮ່າງກາຍ​ແນ່ ການ​ນັ່ງ​ເຮັດວຽກ​ໃນ​ຫ້ອງຫລື​ນັ່ງ​ເຮັດວຽກ​ຢູ່​ໜ້າ​ຈໍ​ຄອມພິວເຕີ​ຕະຫລອດ​ທັງ​ມື້ຈະ​ເຮັດໃຫ້​ຮ່າງກາຍ​ຮູ້ສຶກ​ເໜື່ອຍ​ລ້າດັ່ງ​ນັ້ນ​ສາວໆຄວນ​ຈະ​ຕ້ອງ​ເຄື່ອນ​ໄຫວ​ກ້າມ​ເນື້ອ​ນຳຢ່າງ​ເຊັ່ນ ລຸກ​ຍ່າງ​ໄປ​ເຂົ້າ​ຫ້ອງ​ນ້ຳຫລື​ຍ່າງ​ຂຶ້ນ​ລົງ​ຂັ້ນ​ໄດ​ແທນ​ການ​ໃຊ້​ລິ​ບເພື່ອ​ຄວາມ​ຜ່ອນ​ຄາຍ​ແລະ​ອອກ​ກຳ​ລັງ​ກາຍ​ໄປ​ໃນ​ຕົວ
  6. ປ່ອຍວາງເຮັດ​ຈິດ​ໃຈ​ໃຫ້​ສະງົບ ເວລາ​ເຮັດວຽກ​ຫລື​ເຮັດຫຍັງ​ຜິດ​ພາດ​ໄປໃຫ້​ຮຽນ​ຮູ້​ແລະ​ຄ່ອຍ​ໆຫາ​ວິທີ​ແກ້​ໄຂຢ່າ​ເກັບ​ເອົາ​ມາ​ຄຽດຄິດ​ບວກ​ໄວ້​ຈະ​ດີກວ່າ​
  7. ຟັງ​ເພງ​ທິ່ມັກ ແທນທີ່​ຈະ​ເອົາ​ເວລາ​ເຮັດວຽກ​ໄປ​ເຮັດຫຍັງ​ຂາດ​ສາ​ລະ​ຢ່າງ,ເຂົ້າ​ເຟ​ດບຸກ,ອິ​ນຕາ​ແກມຫລື​ທະ​ວິດ​ເຕີເພື່ອ​ແກ້​ເບື່ອລອງ​ຫັນ​ມາ​ໃສ່​ຫູ​ຟັງ​ແລ້ວ​ເປີດ​ເພງ​ຟັງ​ແທນ​ເຮັດວຽກ​ໄປ​ນຳຟັງ​ເພງ​ໄປ​ນຳຈະ​ຊ່ວຍ​ໃຫ້​ເຈົ້າ​ສະບາຍ​ໃຈ​ຂຶ້ນ
  8. ໃຫ້​ລາງ​ວັນ​ກັບ​ຕົວ​ເອງ ການ​ໃຫ້​ລາງ​ວັນ​ກັບ​ຕົວ​ເອງ​ຖື​ເປັນ​ການສ້າງ​ຄວາມ​ສຸກ​ຢ່າງ​ໜຶ່ງເວລາ​ທີ່ເຈົ້າ​ຕັ້ງ​ເປົ້າ​ວ່າ​ຈະ​ຕ້ອງ​ເຮັດວຽກ​ຫຍັງ​ໃຫ້​ສຳ​ເລັດແລະເມື່ອ​ເຈົ້າ​ເຮັດ​ໄດ້​ຕາມ​ນັ້ນ​ແທ້ໆກໍ​ຄວນ​ໃຫ້​ລາງ​ວັນ​ກັບ​ຕົວ​ເອງ​ນຳເຊັ່ນເບິ່ງຮູບເງົາ, ໄປຊີ້ເຄື່ອງ,ເຮັດ​ຜົມ,ເຂົ້າ​ສະ​ປາຫລື​ເຮັດຫຍັງ​ກໍ​ຕາມ​ທີ່​ເຈົ້າ​ມັກພຽງເທົ່າ​ນີ້​ກໍ​ສາມາດ​ເຕີມ​ຄວາມ​ສຸກ​ໃຫ້​ຊີວິດ​ໄດ້​ແລ້ວ​

 

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...