Homeນານາສາລະ ມາຮູ້ຈັກເຄື່ອງ​ປະ​ດັບ​ທີ່​ກຳ​ລັງ​ຮິດ​ປີ 2015 ຫິນ​ສີ​ນຳ​ໂຊກ

ມາຮູ້ຈັກເຄື່ອງ​ປະ​ດັບ​ທີ່​ກຳ​ລັງ​ຮິດ​ປີ 2015 ຫິນ​ສີ​ນຳ​ໂຊກ

Published on

     ເຄື່ອງ​ປະ​ດັບ​ທີ່​ກຳ​ລັງ​ຮິດ​ປີ 2015 ຫິນ​ສີ​ນຳ​ໂຊກຕາມ​ມື້​ເກີດໃຜ​ກຳ​ລັງ​ເລັງ​ຫາ​ຊື້​ປະລັກແຂນ​ຫິນ​ສີ​ສຸດ​ຮິດແຕ່​ກຳ​ລັງ​ມຶນເພາະ​ມີ​ຫລາຍ​ສີຫລາຍ​ແບບ​ເຫລືອ​ເກີນເອົາ​ລະມາ​ເບິ່ງ​ຄວາມຫມາຍ​ຂອງ​ແຕ່​ລະ​ສີ​ແບບ​ກັນ​ດີກວ່າຈະ​ໄດ້​ເລືອກ​ຊື້​ກັນ​ງ່າຍ​ຂຶ້ນ ເບິ່ງ​ສີ​ທີ່​ເປັນ​ມົງ​ຄຸນຕາມ​ມື້​ເກີດ​ກັນ​ກ່ອນ​ດີກວ່າວ່າ​ເຮົາ​ເໝາະ​ກັບ​ຫິນ​ສີ​ຫຍັງ 

ຫິນ​ສີ​ຂຽວ  ເປັນ​ຫິນ​ທີ່​ເສີມ​ພະລັງ​ດ້ານ​ການ​ເຈນລະຈາເໝາະ​ກັບນັກ​ທຸລະກິດນັກ​ເວົ້າຫລື​ຜູ້​ທີ່​ຕ້ອງ​ເຈນລະຈາ​ຕໍ່​ຮອງເປັນ​ຫິນ​ທີ່​ສົ່ງ​ເສີມ​ໃຫ້​ອະນາຄົດ​ຂອງ​ເຈົ້າ​ດີ​ຂຶ້ນແລະ​ຊ່ວຍ​ໃຫ້​ເຂົ້າ​ສະ​ມາ​ທິ​ໄດ້​ໄວໃນ​ດ້ານ​ຄວາມ​ເຊື່ອຖ້າ​ຫິນ​ມີ​ພະລັງ​ແຮງ​ສັ່ນ​ສະ​ເທືອນມີ​ຄວາມຫມາຍ​ໃນ​ດ້ານ​ການ​ເຕືອນ​ໄພ​ອຸບັດເຫດ​ທີ່​ຈະ​ເກີດ​ຄ່ອນ​ຂ້າງ​ສູງເປັນ​ການ​ເຕືອນ​ໄພ​ລ່ວງ​ໜ້າຫິນ​ຈະ​ເຮັດ​ຫນ້າທີ່​ປົກ​ປ້ອງ​ຄຸ້ມ​ຄອງ​ຕ້ານ​ພະລັງ​ຮ້າຍຈົນ​ບາງຄັ້ງເຮັດໃຫ້​ຫິນ​ແຕກມີ​ຮອຍ​ລ້າວ​ເກີດ​ຂຶ້ນ​ໄດ້

1

ຫິນ​ສີ​ແດງ  ຫິນ​ທີ່​ດຶງ​ດູດ​ຄວາມມັ່ງຄັ່ງ​ລ້ຳລວຍຊ່ວຍ​ແກ້​ບັນຫາ​ໄດ້​ຢ່າງ​ງ່າຍ​ດາຍ​ເຮັດໃຫ້​ເຈົ້າ​ຂອງ​ຫມັ້ນຄົງ​ທາງ​ອາລົມຊ່ວຍ​ໃນ​ການ​ຕັດ​ສິນ​ໃຈຫາກ​ເອາໄວ້​ຕິດ​ຕົວ​ຈະ​ເຮັດໃຫ້​ມີ​ສະເໜ່​ຕໍ່​ເພດ​ກົງກັນຂ້າມຊ່ວຍ​ປ້ອງ​ກັນ​ຈາກ​ສິ່ງ​ຊົ່ວ​ຮ້າຍລວມ​ເຖິງ​ໂລກໄພ

OLYMPUS DIGITAL CAMERA

ຫິນ​ສີບົວ ເປັນ​ສັນຍະລັກ​ແຫ່ງ​ຄວາມ​ຮັກຈະ​ຊ່ວຍ​ເຮັດໃຫ້​ຄູ່​ຮັກ​ຮັກ​ກັນ​ຫລາຍ​ຍິ່ງ​ຂຶ້ນມີ​ເລື່ອງ​ຜິດຖຽງກັນ ນ້ອຍ​ລົງ​ແລະ​ຍັງ​ຊ່ວຍ​ເຮັດໃຫ້​ເຂົ້າໃຈ​ຊຶ່ງ​ກັນ​ແລະ​ກັນ​ຫລາຍ​ຂຶ້ນກວ່າ​ເກົ່າກຳຈັດ​ຄວາມ​ຮ້າຍກຽດຊັງຫລື​ການ​ອິດສາບັງບຽດຄົົນທີ່​ອົກ​ຫັກ​ຈະ​ຊ່ວຍ​ໃຫ້​ຮູ້ສຶກ​ຮັກ​ຕົວ​ເອງ​ຫລາຍ​ຂຶ້ນ

3

ຫິນ​ສີ​ຟ້າ   ເປັນ​ຫິນ​ທີ່​ມີ​ພະລັງ​ຫລາຍຊ່ວຍ​ສ້າງ​ສະຕິປັນຍາຄວາມ​ສະຫລຽວ​ສະຫລາດ​ໃຫ້​ແກ່​ຜູ້​ຄອບຄອງມີ​ພະລັງ​ໃນ​ການ​ແສ​ກົນ​ຄົນເຮັດໃຫ້​ເບິ່ງເຫັນ​ເລິກ​ເຂົ້າໄປ​ໃນ​ຈິດ​ໃຈ​ຂອງ​ຜູ້​ຄົນຊ່ວຍ​ໃຫ້​ຄວາມ​ແຂງ​ແຮງ​ກັບ​ທັງ​ຮ່າງກາຍ​ແລະຈິດ​ໃຈ​ປ້ອງ​ກັນ​ພະຍາດ​ຊຶມ​ເສົ້າ​ແລະ​ອາການ​ຜິດ​ປົກກະຕິ​ທາງ​ຈິດ

4

ສີຟ້າອອນ ເປັນ​ສັນຍະລັກ​ຂອງ​ຄວາມ​ສຸກແລະ​ມີ​ຄວາມ​ໜຸ່ມ​ເປັນ​ສາວ​ທີ່​ເປັນ​ອຳມະຕະເຮັດໃຫ້​ການ​ຕິດ​ຕໍ່​ສື່​ສານ​ກັບ​ຜູ້​ອື່ນ​ດີ​ຂຶ້ນລຸດ​ຄວາມ​ຢ້ານ,ລຸດ​ອາການ​ຄຽດ, ເຮັດໃຫ້​ຈິດ​ໃຈ​ສະຫງົບ,ສະຕິປັນຍາ​ດີມີ​ຈິດ​ໃຈ​ລະອຽດ​ອ່ອນ,ມີ​ຄວາມ​ຄິດ​ສ້າງສັນກ້າ​ຮັບ​ຜິດຊອບ​ໃນ​ການ​ກະທຳ​ຂອງ​ຕົນເອງ

5

3  ຫິນສີເຫລືອງ ແລະ ສີສົ້ມ ເປັນ​ສັນຍະລັກ​ຂອງ​ຄວາມມັ່ງຄັ່ງ​ລ້ຳລວຍ​ຈະ​ນຳ​ຄວາມ​ອຸດົມ​ສົມບູນ​ແລະ​ໂຊ​ລາບ​ມາສູ່​ຜູ້ເປັນ​ເຈົ້າ​ຂອງສວມ​ໃສ່​ຕິດ​ກາຍ​ໄວ້​ຫາກ​ມີ​ການ​ສື່​ສານ​ເຖິງ​ເລື່ອງ​ເງີນ​ທອງ​ຊັບ​ສິນ​ອາດ

6

ຫິນ​ສີ​ຂາວ  ຊ່ວຍ​ເລັ່ງ​ການ​ຫລັ່ງ​ຮໍ​ໂມນ​ຊ່ວຍ​ລະບົບ​ການ​ໄຫລ​ວຽນ​ເລືອດແລະ​ການ​ເຜົາ​ຜານ​ອາຫານນອກ​ຈາກ​ນີ້ຊ່ວຍ​ໃນ​ເວລາ​ທີ່​ຕ້ອງ​ການ​ໃຊ້​ຄວາມ​ຄິດ​ຫລືການເຮັດ​ສະ​ມາ​ທິ​ຊ່ວຍ​ຄາຍ​ຄຽດ,ຄາຍ​ຄວາມ​ຮ້າຍແລະ​ຄວາມ​ເຈັບ​ປວດ​ທາງ​ກາຍ​ປັບ​ຈິດ​ໃຈ​

7

ຫິນ​ສີ​ມ່ວງ  ໃຜ​ທີ່​ຄິດ​ກັບ​ເຮົາ​ບໍ່​ດີ​ຄິດ​ຮ້າຍ​ສິ່ງ​ນັ້ນ​ກໍ​ຈະ​ຍ້ອນ​ກັບ​ໄປ​ຫາ​ຄົົນທີ່​ຄິດ​ບໍ່​ດີ ຈະປ່ຽນ​ສີ​ກໍ​ຕໍ່​ເມື່ອ​ຮັບ​ສິ່ງ​ທີ່​ບໍ່​ດີ​ແທນ​ເຮົາຮັກສາກ່ຽວກັບ​ສຸກຂະພາບພະຍາດ​ເລືອດພະຍາດ​ນອນ​ບໍ່​ຫລັບກຳຈັດ​ຄວາມ​ຄຽດ ຊ່ວຍ​ໃຫ້​ອາລົມ​ທີ່​ໂມ​ໂຫ​ຢູ່​ຜ່ອນ​ຄາຍ​ລົງ

 

8

ຫິນ​ສີ​ເທົາ   ຊ່ວຍ​ຟື້ນ​ຟູ​ພະລັງ​ທັງ​ກາຍ​ແລະ​ໃຈ​ໃຫ້​ແກ່​ຜູ້​ທີ່​ເລີ່ມ​ລົ້ມ​ເຈັບ​ແລະ​ເປັນ​ມາ​ດົນທັງ​ຜູ້​ທີ່​ຂາດ​ສະຕິຫລົງ​ລືມ​ງ່າຍລວມ​ໄປ​ເຖິງ​ຄວາມ​ຈຳ​ເສື່ອມອາ​ການຫົດ​ຫູ່ທໍ້​ແທ້ໃຫ້​ຜ່ອນ​ຄາຍ​ໄດ້​ວ່ອງໄວຊ່ວຍ​ຜູ້​ມີ​ຄວາມ​ປະສົງ​ໃນ​ການ​ເຊົາເຫລົ້າ,ສູບຢາຫລື​ຢາ​ເສບ​ຕິດ​ຕ່າງໆໄດ້ດີອີກ​ທັງ​ຍັງ​ນຳ​ພາ​ຊຶ່ງ​ຄວາມສະຫງົບສຸກຄວາມ​ໂຊ​ກດີ ລົບ​ລ້າງ​ພະລັງ​ລົບ​ທັງ​ຫລາຍ​ໃຫ້​ໝົດ​ສິ້ນ

9

ຫິນສີດຳ         ໃຊ້​ໃນ​ການເຮັດວຽກງານ​ຈະຈະເລີນ​ກ້າວ​ໜ້າຫາກ​ໃຊ້​ດຳ​ເນີນ​ທຸລະກິດ​ຈະເລີນ​ຮຸ່ງເຮືອງນິ້ເປັນ​ຄຸນສົມບັດຕົ້ນໆ

10

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...