spot_img
Homeຄວາມງາມ4 ສາເຫດການເກີດສິວທີ່ບໍ່ຄວນເບິ່ງຂ້າມ

4 ສາເຫດການເກີດສິວທີ່ບໍ່ຄວນເບິ່ງຂ້າມ

Published on

1371644590-targetacne-o

ໃຜ​ໆກໍ​ເປັນສິວໄດ້ແຕ່​ເຮົາ​ສາມາດ​ປາບ​ມັນ​ໄດ້​ເຊັ່ນ​ກັນຖ້າ​ຮູ້​ຈັກ​ປະຕິບັດ​ໂຕ​ແລະ​ປ້ອງ​ກັນ​ຕົ້ນ​ເຫດ​ຂອງສິວ

ສະ​ຖາ​ບັນ​ພະຍາດ​ຜິວ​ໜັງ​ແຫ່​ງສະ​ຫະລັດ​ອາ​ເມ​ລິ​ກາ(AAD)ລາຍ​ງານ​ວ່າການ​ເປັນສິວໃນ​ໄວ​ຜູ້ໃຫຍ່​ນັ້ນ​ມີ​ສາ​ເຫດ​ຫລາກ​ຫລາຍເນື່ອງ​ຈາກ​ຜິວ​ໜັງ​ຂອງ​ແຕ່​ລະ​ຄົນ​ມີ​ຄວາມ​ແຕກ​ຕ່າງ​ກັນໂດຍ​ພົບ​ວ່າຄົນ85ສ່ວນຮ້ອຍມັກ​ຈະ​ເປັນສິວບໍລິເວນ​​ໜ້າ,ໜ້າ​ເອິກແລະ​ຫລັງເຊິ່ງ​ເກີດ​ຈາກ​ຄວາມ​ຄຽດຄວາມ​ມັນ​ເທິງ​​ໜ້າລວມ​ໄປ​ເຖິງ​ແບັກ​ທີ​ເຣຍ(P. acnes)ຍັງ​ເປັນ​ປັດ​ໄຈ​ສຳຄັນ​ຂອງ​ການ​ເກີດສິວ

ແຕ່​ຢ່າງໃດ​ກໍ​ຕາມ​ຍັງມີ​ສາ​ເຫດ​ອື່ນໆທີ່​ເຮົາ​ອາດ​ເບິ່ງ​ຂ້າມ​ໄປເຊິ່ງ​ໄດ້​ແກ່

  1. ສົບໝອນ:ໝອນ​ທີ່​ເຮົາ​ໃຊ້​ນອນ​ເປັນ​ປະຈຳ​ທຸກ​ຄືນ,ມີ​ທັງ​ເຫື່ອ,ນ້ຳ​ລາຍແລະ​ສິ່ງ​ສົກກະປົກ​ຈາກ​ຜົມ​ປົນ​ເປື້ອນ​ເຊິ່ງ​ເປັນ​ສາ​ເຫດ​ຂອງສິວໄດ້ດັ່ງ​ນັ້ນ​ກ່ອນ​ນອນຄວນ​ປັດ​ແລະ​ເຮັດ​ຄວາມ​ສະ​ອາດ​ທຸກ​ເທື່ອແລະ​ປ່ຽນ​ສົບ​ໝອນ​ໃໝ່​ເປັນ​ປະຈຳ​ຢູ່​ສະເໝີ
  2. ໂທລະ​ສັບ​ມື​ຖືການ​ລົມ​ໂທລະ​ສັບ​ຕ້ອງ​ແນບ​ແກ້ມ​ແລະ​ຄາງ​ຊຶ່ງ​ມີ​ຄວາມ​ມັນ​ກັບ​ໜ້າ​ຈໍ​ໂທລະ​ສັບເຮັດໃຫ້​ສິ່ງ​ເປິເປື້ອນ​ເທິງ​​ໜ້າ​ຕົກ​ຄ້າງ​ຢູ່​ທີ່​ໜ້າ​ຈໍ​ໂທລະ​ສັບແລະ​ກາຍ​ເປັນ​ແຫລ່ງ​ສະ​ສົມ​ເຊື້ອ​ພະຍາດ​ຕົ້ນ​ເຫດ​ການ​ເກີດສິວດັ່ງ​ນັ້ນ​ຄວນ​ເຊັດ​ເຮັດ​ຄວາມ​ສະ​ອາດ​ໜ້າ​ຈໍ​ໂທລະ​ສັບ​ທຸກ​ເທື່ອຫລື​ແກ້​ບັນຫາ​ໂດຍ​ການ​ໃຊ້​ໝອນອື່ນແທນ
  3. ລະບົບ​ກອງ​ອາ​ກາດຖ້າ​​ບໍ່​ເບິ່ງແຍງ​ລະບົບ​ກອງ​ອາ​ກາດ​ໃຫ້​ດີແນ່ນອນ​ມັນ​ຈະ​ຕ້ອງ​ເຕັມ​ໄປ​ດ້ວຍ​ຝຸ່ນ,ໄລ​ຝຸ່ນແລະ​ແບັກ​ທີ​ເຣຍ​ທີ່​ຈະ​ສົ່ງ​ຜົນ​ໃຫ້​ເກີດສິວໄດ້ດັ່ງ​ນັ້ນ​ການເຮັດ​ຄວາມ​ສະ​ອາດ​ແລະ​ປ່ຽນ​ໄສ້​ກອງ​ທຸກ​ໆ3ເດືອນກໍ​ຈະ​ຊ່ວຍຫ​ລຸດ​ປັດ​ໄຈ​ສ່ຽງ​ໄດ້ແລະ​ຍັງ​ເຮັດໃຫ້​ອາ​ກາດ​ບໍລິສຸດ​ຫລາຍກວ່າ​ເ​ກົ່າ
  4. ການ​ສໍາພັດ​ກັບ​ຄູ່​ຮັກ​ໂດຍ​ສຳ​ຜັດ​ແກ້ມ​ຫລື​ໜ້າ​ໂດຍ​ກົງອາດຈະ​ສົ່ງ​ຜົນ​ໃຫ້
    ຜິວ​ໜັງ​ລະ​ຄາຍ​ເຄືອງສິວ​ຫລາຍ​ຂຶ້ນເພາະ​ຜິວ​ໜ້າ​ສຳ​ຜັດ​ນ້ຳ​ມັນ​ຈາກ​ເຄື່ອງ​ສຳ​ອາງຫລື​ເຈວໃສ່​ຜົມ​ຂອງ​ແຟນວິທີ​ການ​ທີ່​ດີ​ທີ່ສຸດ​ຄືການ​ໃຫ້​ຄູ່​ຮັກ​ໃຊ້​ເຄື່ອງ​ສຳ​ອາງ​ທີ່​ປາສະຈາກ​ນ້ຳ​ມັນ​ເປັນ​ສ່ວນ​ຜົມ

ຖ້າ​ບໍ່​ຢາກ​ເປັນສິວຢ່າ​ລືມ​ກິນ​ອາຫານ​ທີ່​ມີ​ປະໂຫຍດແລະ​ອອກ​ກຳ​ລັງ​ກາຍ​ນໍາອີກ

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...