spot_img
Homeຊີວິດແລະຄວາມຮັກ5 ວິທີ! ໃຫ້ກໍາລັງໃຈໂຕເອງໃນການເຮັດວຽກ

5 ວິທີ! ໃຫ້ກໍາລັງໃຈໂຕເອງໃນການເຮັດວຽກ

Published on

business-people-working-computers-11914243

ທ່ານຮູ້ຫຼືບໍ່ວ່າ ຄວາມເຄັງຄຽດຈະນໍາໄປສູ່ການມີທັດສະນະຄະຕິໃນແງ່ລົບກັບວຽກງານຕ່າງໆທີ່ທ່ານປະຕິບັດ ບໍ່ວ່າທ່ານເຈີອຸປະສັກນ້ອຍ ຫຼື ໃຫຍ່ ທ່ານກໍ່ຈະເບີ່ງວ່າມັນເປັນເລື່ອງໃຫຍ່ເກີນກວ່າທ່ານຈະຮັບມືໄດ້ ສຸດທ້າຍທ່ານກໍ່ຈະເປັນຝ່າຍຜ່າຍແພ້ໄປໃນທີ່ສຸດ.
ອັນທີ່ຈິງແລ້ວ ຫາກເຮົາເບິ່ງໃຫ້ມັນດີໆ ຈະເຫັນວ່າແມ່ນຫຍັງກັນແທ້ທີ່ເປັນສາເຫດທີ່ເຮັດໃຫ້ເຮົາພົບຄວາມລົ້ມເຫຼວ ໂຕເຮົາເອງ ຫຼື ຄົນອຶ່ນ ຫຼືສະພາບແວດລ້ອມອຶ່ນ, ໃນວັນນີ້ທາງທີມງານຢາກບອກທ່ານຜູ້ອ່ານທຸກທ່ານວ່າ ບໍ່ມີຫຍັງທີ່ຈະມາທໍາຮ້າຍເຮົາໄດ້ ນອກຈາກເຮົາຈະທໍາຮ້າຍເຮົາເອງ.
ດັ່ງນັ້ນ, ກ່ອນທີ່ເຮົາຈະແກ້ໄຂຄວາມເຄັງຄຽດດ້ວຍເຫດຜົນອຶ່ນໆ ເຮົາມາປັບທັດສະນະຄະຕິໃຫ້ດີຂຶ້ນກັນກ່ອນ, ເຮົາມາເບິ່ງວ່າມີຫຍັງແດ່.
1 ບໍ່ເປັນຫຍັງຜິດພາດກັນໄດ້ບໍ່ແມ່ນເລື່ອງໃຫຍ່
ທ່ານເຮັດວຽກຜິດພາດແລ້ວຍັງມານັ່ງໂທດໂຕເອງໃຫ້ເມື່ອຍເຮັດຫຍັງ ໃຫ້ກໍາລັງໃຈໂຕເອງເພື່ອເຮັດວຽກໂຕຕໍ່ໄປດີກວ່າ, ຖ້າຍິ່ງຈະໂທດໂຕເອງກັບຄວາມຜິດພາດເກົ່າໆ ເຮົາກໍ່ຈະເຮັດໃຫ້ວຽກງານອຶ່ນບໍ່ສາມາດດໍາເນີນການຕໍ່ໄດ້. ສະນັ້ນ, ສູ້! ເອົາຄວາມຜິດພາດນັ້ນເປັນບົດຮຽນເພື່ອເຮັດໃຫ້ວຽກໂຕຕໍ່ໄປຖືກຕ້ອງ ດີກວ່າ.
ສັດຈະທໍາຊີວິດທີ່ຈະຕ້່ອງຈໍາໄວ້ຢ່າງໜຶ່ງຄື ບໍ່ມີໃຜຈະຈື່ຈໍາເລື່ອງຂອງຄົນອຶ່ນດົນດອກ ເຖິງແມ່ນວ່າຈະມີຄົນມາເວົ້າໃຫ້ເຮົາສໍ່າໃດ ແຕ່ໃນເມື່ອເຂົາຍ່າງຈາກເຮົາໄປ ເຂົາກໍ່ຕ້ອງມີເລື່ອງອຶ່ນໃຫ້ຄິດແທນແລ້ວ ເຮົາຈະມາໂທດໂຕເອງຢູ່ເຮັດຫຍັັງ.
2 ວຽກບໍ່ໄດ້ໜັກທຸກວັນ ຈັກໜ້ອຍກໍ່ໄດ້ພັກແລ້ວ
ເວລາມີວຽກຫຼາຍຈົນລົ້ນມື ແຕ່ຖ້າຈະທໍ່ໄປ ວຽກມັນກໍ່ບໍ່ສໍາເລັດຄືເກົ່າ, ລຸກຂຶ້ນມາເຮັດໃຫ້ມັນແລ້ວໆໄປດີ ກວ່າ ເຖິງວ່າມັນຈະເມື່ອຍແຕ່ອີກບໍ່ເທົ້າໃດກໍ່ໄດ້ພັກແລ້ວ ແລະ ສິ່ງທີ່ຕ້ອງປະຕິບັດໃນເວລາມີວຽກຫຼາຍ ຄືຕ້ອງຈັດລະບຽບເສັ້ນຕາຍຂອງວຽກແຕ່ລະຢ່າງ ຕ້ອງມີການເຈລະຈາຕໍ່ລອງຖ້າຄິດວ່າຈະບໍ່ສໍາເລັດທັນກັບເວລາ ແລ້ວຄ່ອຍເຮັດໃປເທື່ອລະໜ້ອຍ ແລ້ວມັນກໍ່ຈະດີຂຶ້ນ.
3 ເຖິງວ່າຈະບໍ່ເກັງໃນວຽກນີ້ແຕ່ເຮົາກໍ່ພະຍາຍາມເຕັມທີ່ແລ້ວ
ຫຼາຍໆຄັ້ງທີ່ເຮົາໄດ້ຮັບມອບໝາຍວຽກທີ່ເຮົາບໍ່ຖະນັດ ກໍ່ຄິດວ່າບໍເປັນຫຍັງເຮັດໃຫ້ເຕັມທີ່, ແຕ່ກ່ອນທີ່ຈະເຮັດກໍ່ບອກຄົນທີ່ມອບໃຫ້ເຮົາວ່າວຽກນີ້ບໍ່ຄ່ອຍຖະນັດ ແຕ່ຈະເຮັດເຕັມທີ່ ມີຫຍັງຜິດພາດກະບອກໄດ້ ເຂົາກໍ່ຈະບໍ່ຄາດຫວັງຫຼາຍກັບເຮົາ ແຕ່ຖ້າເຮັດແລ້ວຜົນອອກມາດີກະຖືວ່າເປັນກໍາໄລ.
ຢ່າເສຍໃຈທີ່ເຮັດວຽກບາງປະເພດບໍ່ເກັ່ງ ເພາະເຮົາອາດຈະເກັ່ງໃນວຽກປະເພດອຶ່ນກໍ່ໄດ້ ຈື່ໄວ້ວ່າ “ປາອາດຈະລອຍນໍ້າເກັ່ງກວ່າໝາ ແຕ່ປາແລ່ນບໍ່ໄດ້ຄືກັບໝາ” ຖ້າປາໂຕໜຶ່ງຈະໂດດຂຶ້ນມາເທີງບົກ ແລ້ວເລືອຄານໄປຈົນເຮັດໃຫ້ມັນເປິເປື້ອນເປີກ ກໍ່ຄົງຈະບໍ່ມີໃຜວ່າຫຍັງເພາະວ່າມັນເປັນປາ ບໍ່ສາມາດຍ່າງຫຼືແລ່ນໄດ້ແມ່ນບໍ່. (ຄົນເຮົາມີຄວາມສາມາດບໍ່ຄືກັນ ຕ່າງຄົນກໍ່ຕ່າງມີດີຂອງໃຜລາວເຖິງແມ່ນວ່າເຮົາບໍ່ເກັ່ງໃນດ້ານນີ້ແຕ່ເຮົາກໍ່ເກັ່ງໃນດ້ານອຶ່ນ)
4 ໃຜຈະວ່າແນວໃດກໍ່ຕາມ ເຮົາບໍ່ໄດ້ເປັນແບບນັ້ນກໍ່ພໍ
ເຄີຍໄດ້ຍິນຄົນເວົ້າເຖິງເລື່ອງການຕິດສະຫຼາກຫຼືບໍ່? ການຕິດສະຫຼາກ ຄືການປະທັບກາວ່າສິ່ງນັ້ນເປັນຫຍັງ ເພື່ອໃຫ້ງ່າຍຕໍ່ການຈັດປະເພດ ແລ້ວບາດນີ້ບັນຫາຢູ່ທີ່ວ່າຖ້າຕິດສະຫຼາກຖືກກໍ່ດີໄປ ແຕ່ຖ້າເມື່ອໃດທີ່ຕິດສະຫຼາກຜິດ ສິ່ງນັ້ນຈະບໍ່ແມ່ນສິ່ງທີ່ເປັນໄປຕາມສະຫຼາກກໍ່ພຽງເທົ້ານັ້ນ, ບໍ່ໝາຍຄວາມວ່າເຄື່ອງທີ່ຢູ່ຂ້າງໃນບໍ່ສາມາດໃຊ້ການໄດ້.
ໃນຫຼັກການດຽວກັນຖ້າໃຜມາວ່າທ່ານສາລະພັດເລື່ອງ ແຕ່ຖ້າທ່ານບໍ່ໄດ້ເປັນຢ່າງທີ່ເຂົາວ່າ ກໍ່ບໍ່ເຫັນວ່າຈະຕ້ອງຄິດຫຍັງຫຼາຍ ມັນກໍ່ເປັນພຽງແຕ່ສະຫຼາກທີ່ເຂົາເອົາມາຕິດໄວ້ ຖ້າທ່ານເປັນນໍ້າຕານແລ້ວເຂົາຈະເອົາສະຫຼາກນໍ້າປາມາຕິດໃຫ້ກໍ່ບໍ່ແມ່ນບັນຫາຂອງທ່ານ ເຂົາເອງຕ່າງຫາກທີ່ຄິດຜິດ.
5 ໃຫ້ກຽດວຽກທີ່ເຮັດດ້ວຍການທຸ່ມເທເຮັດວຽກງານນັ້ນຢ່າງເຕັມທີ່ຢ່າຈົ່ມວ່າບໍ່ມັກວຽກ.
ທ່ານລອງຄິດເບິ່ງວຽກຂອງຄົນອຶ່ນ ຫຼາຍໆວຽກທີ່ໜັກ ແລະ ບໍ່ມີສັກສີເທົ້າກັບວຽກຂອງທ່ານແຕ່ເຂົາຍັງຍີ້ມແຍ່ມແຈ່ມໃສໄດ້ ແລ້ວປຽບທຽບກັບເຮົາທີ່ນັ່ງຈົ່ມວ່າເມື່ອຍ ບໍ່ມ່ວນຖາມວ່າວຽກ ຫຼືບໍ່ທີ່ເຮັດໃຫ້ເຮົາເປັນທຸກ ທີ່ຈິງແລ້ວເຮົາຕ່າງຫາກທີ່ເຮັດໃຫ້ຕົວເອງເປັນທຸກ. ເພາະນັ່ງຈົ່ມກັບສິ່ງທີ່ບໍ່ໄດ້ດັ່ງໃຈ ຖ້າໃຜໄດ້ວຽກທີ່ມັກກໍ່ດີໄປ ແຕ່ຢ່າລືມວ່າວຽກທີ່ເຮົາມັກກໍ່ມີດ້ານທີ່ເຮັດໃຫ້ເຮົາເມື່ອຍໄດ້ຄືກັນ.
ບໍ່ແມ່ນວ່າແມ່ນເສັ້ນທາງຂອງການເຮັດວຽກຈະປູດ້ວຍກີບດອກກຸຫຼາຍສະເໝີໄປ ສິ່ງທີ່ເຮົາຄວນຄິດຄື ວຽກຄືສິ່ງທີ່ເຮັດໃຫ້ເຮົາໃຊ້ຊີວິດຢ່າງຄຸ່ມຄ່າຢ່າດູຖູກວຽກຂອງຕົນເອງ, ບໍ່ສະນັ້ນ ເຮົາກໍ່ດູຖູກຕົວເອງດ້ວຍທີ່ເລືອກເຮັດວຽກນັ້ນ ຢ່າລືມວ່າເຮົາຕ່າງຫາກທີ່ເປັນຄົນເລືອກທີ່ຈະເຮັດ ຫຼື ບໍ່ເຮັດ. ດັ່ງນັ້ນ, ຈົ່ງເຮັດວຽກທີ່ເຮົາເລືອກໃນເວລານັ້ນໆ ໃຫ້ດີທີ່ສຸດ.

Roland-Gaspar-Humour-at-Work
>> ຫວັງວ່າທຸກທ່ານຈະເລີ່ມມີທັດສະນະຄະຕິດີໆ ທີ່ມີພະລັງພໍທີ່ຈະປະເຊີນກັບບັນຫາ ແລະ ອຸປະສັກຕ່າງໆ ໃນຊີວິດ ແລະ ໜ້າວຽກຂອງທ່ານ.
>>ຂອບໃຈhttp://www.ksmecare.com/Article/65/29616/%E0%B8%A7%E0%B8%B4%E0%B8%98%E0%B8%B5%E0%B8%81%E0%B8%B2%E0%B8%A3%E0%B9%83%E0%B8%AB%E0%B9%89%E0%B8%81%E0%B8%B3%E0%B8%A5%E0%B8%B1%E0%B8%87%E0%B9%83%E0%B8%88%E0%B8%95%E0%B8%B1%E0%B8%A7%E0%B9%80%E0%B8%AD%E0%B8%87%E0%B9%83%E0%B8%99%E0%B8%81%E0%B8%B2%E0%B8%A3%E0%B8%97%E0%B8%B3%E0%B8%87%E0%B8%B2%E0%B8%99

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...