spot_img
Homeຂ່າວການພັດທະນາ134 ບ້ານຂອງແຂວງສາລະວັນ ແລະ ແຂວງຫົວພັນ ຈະໄດ້ນຳໃຊ້ໄຟຟ້າ

134 ບ້ານຂອງແຂວງສາລະວັນ ແລະ ແຂວງຫົວພັນ ຈະໄດ້ນຳໃຊ້ໄຟຟ້າ

Published on

20150126135215

ບໍລິສັດ ເພັດ​ໄລ​ພອນ ກຣຸບ ຈຳກັດ​ຜູ້​ດຽວ ໄດ້​ຮັບ​ອະນຸຍາດ​ໃຫ້​ເປັນ​ຜູ້​ຮັບ​ເໝົາ​ໂຄງການ ​ກໍ່ສ້າງ​ຕາ​ຂ່າຍ​ໄຟຟ້າ​ແຮງ​ດັນ​ກາງ 22kv ແຮງ​ດັນ​ຕ່ຳ 0,4 kv ແລະ ຕິດ​ຕັ້ງ​ໝໍ້​ແປງ​ໄຟຟ້າ​ເຂົ້າ 80 ບ້ານຂອງ​ເມືອງຕະ​ໂອ້ຍ ແລະ ເມືອງ​ສະ​ໝ້ວຍ ແຂວງ​ສາລະ​ວັນ ແລະ 54 ບ້ານຂອງເມືອງ​ຊຳ​ໃຕ້ ແລະ ເມືອງ​ກວັນ ແຂວງ​ຫົວພັນ ລວມ​ມູນ​ຄ່າ 435 ຕື້​ກວ່າ​ກີບ ເຊິ່ງ​ຈະ​ໃຊ້​ເວລາ​ໃນການ​ກໍ່ສ້າງ 36 ເດືອນ.

ພິທີ​ລົງ​ນາມ​ສັນຍາ​ກໍ່ສ້າງ 2 ໂຄງການ​ດັ່ງກ່າວ ​ໄດ້​ມີ​ຂຶ້ນ​ວັນ​ທີ 23 ມັງກອນ 2015 ຢູ່​ໂຮງແຮມລາວ​ພລາ​ຊາ ລະຫວ່າງທ່ານ ​ດຣ. ພອນ​ວິໄລ ເພັງ​ດາລາ​ຈັນ ຫົວໜ້າ​ພະ​ແນກ​ພະລັງງານ ແລະ ບໍ່​ແຮ່ ແຂວງ​ຫົວພັນ ທ່ານ ບຸນ​ມາ ແກ້ວ​ອ່ອນ​ສາ ຫົວໜ້າພະ​ແນກ​ພະລັງງານ ແລະ ບໍ່​ແຮ່ ແຂວງ​ສາລະ​ວັນ ທ່ານ ກອນທອງ ພູ​ນິຄົມ ຮອງ​ຫົວໜ້າ​ຫ້ອງການ​ກະຊວງ​ພະລັງງານ ແລະ ບໍ່​ແຮ່ ແລະ ທ່ານ ເພັດ ວົງ​ຂັນຕີ ອຳນວຍ​ການ​ບໍລິສັດ ​ເພັດ​ໄລ​ພອນ ກຣຸບ ຈຳກັດ​ຜູ້​ດຽວ ໂດຍ​ຊ້ອງໜ້າ​ທ່ານ ຄຳ​ພັນ ເຜີຍ​ຍະ​ວົງ ລັດຖະ​ມົນຕີ​ຊ່ວຍ​ວ່າການ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ພ້ອມ​ດ້ວຍ​ລັດຖະມົນຕີ​ວ່າການ ລັດຖະມົນຕີ​ຊ່ວຍ​ວ່າການ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ໂຄງການ​ກໍ່ສ້າງ​ຕາ​ຂ່າຍ​ໄຟຟ້າ​ແຮງ​ດັນ​ກາງ 22kv ແຮງດັນ​ຕ່ຳ 0,4 kv ແລະ ຕິດ​ຕັ້ງ​ໝໍ້ແປງ​ໄຟຟ້າ​ເຂົ້າ 80 ບ້ານຂອງເມືອງ​ຕະ​ໂອ້ຍ ແລະ ເມືອງ​ສະໝ້ວຍ ມີ​ມູນ​ຄ່າ 221.090.803.200 ກີບ ໃນ​ນີ້ ປະກອບ​ມີໜ້າ​ວຽກ​ສຳຄັນຄື: ກໍ່ສ້າງ​ຕາ​ຂ່າຍ​ໄຟຟ້າ​ແຮງ​ດັນກາງ 22 kv ຍາວ 282,5 ກິ​ໂລແມັດ ກໍ່ສ້າງ​ຕາ​ຂ່າຍ​ໄຟຟ້າ​ແຮງຕ່ຳ 0,4 kv ຍາວ 137,45 ກິ​ໂລແມັດ ແລະ ຕິດ​ຕັ້ງ​ໝໍ້​ແປງ 111 ປ້ອມ ສ່ວນ​ໂຄງການ​ກໍ່ສ້າງ​ຕາຂ່າຍ​ໄຟຟ້າ​ແຮງ​ດັນ​ກາງ 22 kv ແຮງ​ດັນ​ຕ່ຳ 0,4 kv ແລະ ຕິດຕັ້ງ​ໝໍ້​ແປງ​ໄຟຟ້າ​ເຂົ້າ 54 ບ້ານຂອງ​ເມືອງ​ຊຳ​ໃຕ້ ແລະ ເມືອງກວັນ ມີ​ມູນ​ຄ່າ 214.062.000.000 ກີບ ເຊິ່ງປະກອບ​ມີໜ້າ​ວຽກ​ສຳຄັນຄື: ກໍ່ສ້າງ​ຕາ​ຂ່າຍ​ໄຟຟ້າ​ແຮງ​ດັນກາງ 22 kv ຍາວ 246,2 ກິ​ໂລແມັດ ກໍ່ສ້າງ​ຕາ​ຂ່າຍ​ໄຟຟ້າ​ແຮງດັນ​ຕ່ຳ 0,4 kv ຍາວ 62,6 ກິ​ໂລແມັດ ແລະ ຕິດ​ຕັ້ງ​ໝໍ້​ແປງ 55 ປ້ອມ.

 

ແຫລ່ງ​ຂ່າວ:

ບົດຄວາມຫຼ້າສຸດ

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...