spot_img
Homeຄວາມງາມ9ວິທີໃສ່ເກີບ​ສົ້ນ​ສູງ ໂດຍ​ບໍ່​ປວດ​ເມື່ອຍ​ງ່າຍໆ

9ວິທີໃສ່ເກີບ​ສົ້ນ​ສູງ ໂດຍ​ບໍ່​ປວດ​ເມື່ອຍ​ງ່າຍໆ

Published on

images_1-1628401

 

  1. ກ້າວ​ຕີນ​ສັ້ນໆ ຖ້າ​ບໍ່​ຢາກ​ປວດ​ສົ້ນນ່ອງແລະ​ສົ້ນ​ຕີນ​ງ່າຍໆກໍ​ຕ້ອງ​ຍ່າງ​ຊ້າ​ລົງ​ແນ່ກ້າວ​ຕີນ​ສັ້ນໆ​ຢ່າງ​ງົດ​​ງາມຈະ​ຊ່ວຍ​ເຮັດໃຫ້​​ເບິ່ງ​ເປັນ​ທຳມະຊາດ​ຫລາຍ​ຂຶ້ນແລະ​ມີ​ສະເໜ່ຫລາຍ​ຂຶ້ນທີ່​ສຳຄັນ​ບໍ່​ຕ້ອງ​ຟ້າວຍ່າງການ​ຟ້າວຍ່າງ​ໃນ​ຂະນະ​ທີ່​ໃສ່​ສົ້ນ​ສູງນອກ​ຈາກ​ຈະ​ເຮັດໃຫ້​ປວດ​ຂາ​ງ່າຍ​ແລ້ວຍັງສ່ຽງຈະ​ເກີດ​ອຸບັດເຫດ​
  2. ເວລາ​ຍ່າງ​ໃຫ້​ປາຍ​ຕີນ​ລົງ​ກ່ອນ ການ​​ໃສ່​ເກີບ​ສົ້ນ​ສູງ​ຍ່າງຄວນ​ໃຫ້​ປາຍ​ຕີນ​ລົງ​ກ່ອນຖ້າ​ເອົາ​ສົ້ນ​ລົງ​ກ່ອນ​ຈະ​ເຮັດໃຫ້​ປວດ​ຂາ​ງ່າຍອີກ
  3. ປັບປຸງ​ທ່າ​ຂອງທ່ານ ເມື່ອ​ສວມ​ໃສ່​ເກີບ​ສົ້ນ​ສູງຢ່າ​ກົ້ມ​ຫົວຄວນເຮັດ​ຫົວ​ໃຫ້​ຊື່​ແລະ​ເບິ່ງໄປທາງ​​ໜ້າ ແຂ​ນວາງ​ໄວ້​ທີ່​ສອງ​ຂ້າງ​ແບບ​ສະບາຍເວລາ​ຍ່າງ​ໃຫ້​ຈັງ​ກ້າມ​ເນື້ອ​ໜ້າ​ທ້ອງ​ຂອງ​ເຈົ້າ​ໄວ້ນຳ
  4. ຍ່າງ​ໃຫ້​ຂາ​ຢູ່​ແນວ​ດຽວ​ກັນ ເວລາ​ຍ່າງ​ກໍ​ຄິດວ່າທາງ​ໜ້າ​ຂອງ​ເຈົ້າ​ມີ​ເສັ້ນ​ຊື່​ອັນ​ໜຶ່ງເຈົ້າ​ຍ່າງ​ໄປ​ຕາມ​ເສັ້ນ​ຊື່​ນັ້ນ​ໃຫ້​ຂາ​ຢູ່​ແນວ​ດຽວ​ກັນດັ່ງ​ນັ້ນ​ສະ​ໂພກ​ຂອງ​ເຈົ້າ​ກໍ​ຈະ​ແກວ່ງຈະ​ຊ່ວຍ​ໃຫ້​ເຈົ້າ​ເບິ່ງ​ເຊັກ​ຊີ່​ຫລາຍ​ຂຶ້ນ
  5. ຝຶກ​ສວມ​ໃສ່ເກີບ​ສົ້ນ​ສູງ​ໃນ​ບ້ານ ຖ້າ​ຈະ​ໃສ່​ເກີບ​ສົ້ນ​ສູງ​ອອກ​ໄປ​ຂ້າງ​ນອກກ່ອນ​ອອກ​ໄປ​ຝຶກ​ສວມ​ໃສ່ເກີບ​ສົ້ນ​ສູງ​ໃນ​ເຮືອນ​ກ່ອນ ເພື່ອ​ຄວາມ​ເຄີຍ​ຊິນເພາະເກີບບາງ​ຄູ່​ກໍ​ຄວນ​ໃສ່​ໃຫ້​ຮູ້​ແລະ​ເຄີຍ​ຊິນ​ກັບ​ຄວາມ​ກວ້າງ​ຍາວ​ຂອງ​ຊ່ວງ​ການ​ຍ່າງບາງ​ຄູ່​ເຮົາ​ໃສ່​ແລ້ວ​ຄວນ​ກ້າວ​ສັ້ນໃນ​ຂະນະ​ທີ່​ບາງ​ຄູ່ໃສ່​ແລ້ວ​ຍ່າງ​ລົງ​ສົ້ນ​ຈະ​ສະບາຍ​ກວ່າ
  6. ເລືອກ​ເກີບ​ສົ້ນ​ສູງ​ໃຫ້​ເໝາະ​ສົມ​ກັບ​ຕີນ ຢາກ​ຈະ​ຍ່າງ​ໄດ້​ສະ​ດວກ​ສະບາຍກໍ​ຕ້ອງ​ເລືອກ​ເກີບ​ທີ່​ເໝາະ​ສົມ​ກັບ​ຕີນເວລາ​ທີ່​ດີ​ທີ່ສຸດ​ສຳ​ລັບ​ການ​ຊື້​ເກີບສົ້ນ​ສູງ​ເປັນ​ຊ່ວງ​ແລງເພາະ​ວ່າ​ຍ່າງ​ໝົດ​ມື້ຕີນ​ຂອງ​ເຮົາ​ຈະ​ບວມ​ຂະໜາດ​ຂອງ​ຕີນ​ໃນ​ຕອນ​ນີ້​ຈະ​ໃຫຍ່​ກວ່າ​ໃນ​ຕອນ​ເຊົ້າ​​ດັ່ງ​ນັ້ນ​ຈຶ່ງ​ເປັນ​ເວລາ​ທີ່​ເໝາະ​ສຳລັບ​ເລືອກ​ຊື້ເກີບຄວນ​ໃສ່​ສອງ​ຂ້າງ​ແລະ​ລອງ​ຍ່າງ​ໃນ​ຮ້ານແລ້ວ​ພິຈາລະນາ​ວ່າ​ຈະ​ຊື້​ຫລື​ບໍ່
  7. ເລີ່ມ​ຕົ້ນ​ຈາກ​ໃສ່ເກີບສົ້ນຕ່ຳ ຖ້າ​ຫາກ​ຍັງ​ບໍ່​ຊິນ​ກັບ​ການ​ສວມ​ໃສ່​ເກີບ​ສົ້ນ​ສູງເຈົ້າ​ຄວນ​ເລີ່ມ​ຕົ້ນ​ດ້ວຍ​ເກີບ​ສົ້ນ​ຕ່ຳເພື່ອ​ຝຶກ​ໃຫ້​ຂໍ້​ຕີນ​ຂອງ​ເຈົ້າ​ມີ​ຄວາມ​ອົດ​ທົນ​ແລະ​ຄວາມ​ຍືດ​ຫຍຸ່ນ​ໄປ​ເລື່ອຍ​ໆຈົນກະທັ້ງ​ຊິນ​ແລ້ວ​ຈຶ່ງ​ຈະ​ໄປ​ໃສ່​ເກີບສົ້ນ​ສູງ​ຢ່າງ​ປອດ​ໄພ​ແລະ​ມີ​ຄວາມ​ສະ​ຫງ່າ​ງາມ
  8. ສວມ​ໃສ່​ເກີບ​ສົ້ນ​ສູງ​ທີ່​ມີ​ສາຍ​ມັດ​ຫລື​ມີ​ພື້ນ​ຮອງ​ຕີນ​ທີ່​ໜາ ສາຍ​ຈະ​ເຊື່ອມ​ໂຍງ​ຂໍ້​ຕີນ​ຢ່າງ​ປອດ​ໄພ ສາມາດ​ປ້ອງ​ກັນ​ການ​ລື່ນ​ໄດ້​ເວລາ​ຍ່າງລຸດ​ແຮງ​ສຽດ​ສີແລະ​ຄວາມ​ເຈັບ​ປວດ​ໄດ້ຮອງ​ຕີນ​ສົ້ນ​ສູງ​ທີ່​ມີ​ພື້ນ​ຮອງ​ຕີນ​ໜາ​ຈະ​ຊ່ວຍ​ໃຫ້​ຍ່າງ​ໄດ້​ຢ່າງ​ລາບ​ລື່ນ​ຫລາຍ​ຂຶ້ນ
  9. ບໍ່​ຄວນ​ສວມ​ໃສ່​ເກີບສົ້ນ​ສູງ​ເລື້ອຍ​ເກີນ​ໄປ ໃສ່​ເກີບສົ້ນ​ສູງ​ທຸກ​ມື້ຕີນ​ຈະ​ເປັນ​ນບາດນອກ​ຈາກ​ນີ້​ຍັງ​ສາມາດ​ເຮັດໃຫ້​ເກີດ​ຄວາມ​ກົດ​ດັນ​ໃຫ້​ກັບ​ຫລັງ​ຂອງ​ເຈົ້າ​ໄດ້ດັ່ງ​ນັ້ນ​ຈຶ່ງ​ບໍ່​ຄວນ​ສວມ​ໃສ່​ທຸກ​ມື້​ຫລື​ເປັນ​ເວລາ​ດົນ​ໃນ​ການ​ສວມ​ໃສ່ຄວນ​ໃຫ້​ຕີນ​ຂອງ​ເຈົ້າ​ມີ​ເວລາ​ພັກ​ຜ່ອນ​ນຳ

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...