spot_img
Homeຂ່າວເຫດການນາຍົກລັດຖະມົນຕີ ຕ້ອນຮັບ ປະທານສະພາແຫ່ງຊາດ ສ ເກົາຫລີ

ນາຍົກລັດຖະມົນຕີ ຕ້ອນຮັບ ປະທານສະພາແຫ່ງຊາດ ສ ເກົາຫລີ

Published on

primce-minister

ຂປລ. ຕອນບ່າຍວັນທີ 23 ມັງກອນ 2015 ນີ້ ທີ່​ຫ້ອງ​ວ່າການ​ລັດຖະບານ, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ​ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​​ໃຫ້ກຽດຕ້ອນ ຮັບການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ ທ່ານ ຈ໋ອງ ອຸຍ ຮົ່ວ (Chung Ui Hwa) ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສາທາລະນະລັດ ​ເກົາຫລີ ພ້ອມ​ດ້ວຍ​ຄະນະ ​ ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ​ສັນຖະວະ​ໄມ​ຕີ ຢ່າງ​ເປັນ​ທາງ​ການ​ຢູ່ ສປປ ລາວ​ ແຕ່ວັນ​ທີ 21-24 ມັງກອນ 2015.

ທ່ານ ​ ນາຍົກລັດຖະມົນຕີ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີລາຄາສູງ ຕໍ່ທ່ານປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສ ເກົາຫລີ ທີ່​ໄດ້​​ເດີນທາງ​ມາ​ຢ້ຽມຢາມສັນຖະວະ​ໄມ​ຕີ ສປປ ລາວ​ ຢ່າງ​ເປັນ​ທາງ​ການ​ໃນຄັ້ງນີ້ ເຊິ່ງເປັນການ ປະກອບສ່ວນ ສຳຄັນ ເຂົ້າໃນການ​ ​ສືບ​ຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນດີງາມ ລະຫວ່າງ ສອງ​ປະ​ເທດ ສປປ ລາວ ແລະ ສ ເກົາຫລີ ໂດຍສະເພາະ ແມ່ນລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃຫ້ນັບມື້ມີ ການພັດທະນາຂຶ້ນ ເລື້ອຍໆ. ພ້ອມນີ້ ທ່ານຍັງໄດ້ສະແດງ ຄວາມຊົມເຊີຍ ສະພາແຫ່ງຊາດຂອງສອງປະເທດ ທີ່ໄດ້ມີການພົວພັນຮ່ວມມືກັນ ໃນຫລາຍລະດັບ ໃນໄລຍະຜ່ານມາ ເຮັດ​​​ການປະຕິບັດໜ້າທີ່ຂອງອົງການນິຕິບັນຍັດ, ການສ້າງກົດໝາຍ ແລະ ການຕິດຕາມກວດກາຂອງສະພາແຫ່ງຊາດ ມີປະສິດທິຜົນ ດີຂຶ້ນ.

ທ່ານປະທານ ​ສະພາ​ແຫ່ງ​ຊາດ ສ ເກົາຫລີ ​ກໍໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່ທ່ານນາຍົກລັດຖະ ມົນຕີ ທີ່​ໃຫ້ກຽດຕ້ອນຮັບອັນ​ອົບ​ອຸ່ນ ພ້ອມທັງ​ໄດ້​ແຈ້ງ​ໃຫ້ຊາບ​​​​ຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໂດຍສະເພາະ​​​​​​ການພົບປະຫາລື ສອງຝ່າຍ ກັບຄະນະຜູ້ແທນສະພາແຫ່ງຊາດລາວ ເພື່ອສືບຕໍ່ເພີ່ມທະວີການຮ່ວມມື ໃນຕໍ່ໜ້າ.

 

ແຫລ່ງ​ຂ່າວ: ສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...