spot_img
Homeຂ່າວການພັດທະນາເລີ່ມລົງມືກໍ່ສ້າງໂຄງການບູລະນະປະຕິສັງຂອນ ພິພິທະພັນຫໍພະແກ້ວ ຄັ້ງທີ 3

ເລີ່ມລົງມືກໍ່ສ້າງໂຄງການບູລະນະປະຕິສັງຂອນ ພິພິທະພັນຫໍພະແກ້ວ ຄັ້ງທີ 3

Published on

20150121172840

ພິທີ​ເຊັນ​ສັນຍາ​ໂຄງການ​ບູ​ລະນະ​ປະຕິສັງຂອນ​ພິ​ພິ​ທະ​ພັນ​ຫໍ​ພະແກ້ວ ຄັ້ງ​ທີ 3 ໄດ້​ຈັດ​ຂຶ້ນ​ຕອນແລງ​ວັນ​ທີ 21 ມັງກອນ 2015 ທີ່ພິ​ພິ​ທະ​ພັນ​ຫໍພະແກ້ວ ຮ່ວມ​ລົງນາມ​ຄັ້ງ​ນີ້​ ຕາງໜ້າ​ໃຫ້​ເຈົ້າ​ຂອງໂຄງການ​ໂດຍ​ແມ່ນ ​ທ່ານ​ນາງ ວັນເພັງ ແກ້ວ​ນະຄອນ ຫົວໜ້າພະ​ແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ນະຄອນຫຼວງ​ວຽງ​ຈັນ ຫົວໜ້າ​ຄະນະ​ຮັບຜິດ​ຊອບ​ອະນຸ​ກຳມະການ​ບໍ​ລິຫານງົບປະມານ ແລະ ກອງ​ເລຂາ​ຮັບຜິດຊອບ​ໂຄງການ​ບູລະນະປະຕິສັງຂອນ​ພິ​ພິ​ທະ​ພັນ​ຫໍ​ພະແກ້ວ ຄັ້ງ​ທີ 3 ແລະ ຕາງໜ້າຜູ້​ຮັບ​ເໝົາ​ກໍ່ສ້າງ ໂດຍ​ແມ່ນ​ທ່ານ ບຸນ​ມີ ສອນ​ມີ​ໄຊ ຜູ້ອຳນວຍການບໍລິສັດ ມີ​ພູນ​ຊັບ​ກໍ່ສ້າງ ຈຳກັດ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ຂອງ​ທ່ານ ​ດຣ. ພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິ​ການ ແລະ ກີລາ ຜູ້​ຊີ້​ນຳຂົງເຂດ​ວັດທະນະທຳ-ສັງຄົມ ປະທານ​ຄະນະ​ຊີ້​ນຳ​ລະດັບ​ຊາດ ​ໂຄງການ​ບູລະນະ​ປະຕິສັງຂອນ​ພິ​ພິ​ທະພັນ​ຫໍພະແກ້ວ ຄັ້ງ​ທີ 3 ທ່ານ ​ສຈ.​ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ຮອງ​ປະທານ​ຄະນະຊີ້​ນຳ​ລະດັບ​ຊາດ​ໂຄງການ ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າຄອງ​ນະຄອນຫຼວງ​ວຽງ​ຈັນ ຮອງປະທານ​ຄະນະ​ຊີ້​ນຳ​ລະດັບ​ຊາດໂຄງການ ພ້ອມ​ດ້ວຍ​ຄະນະ​ຮັບຜິດ​ຊອບ​ໂຄງການ ທ່ານ​ເຈົ້າເມືອງ​ຈັນທະ​ບູ​ລີ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ.

ໂຄງການ​ບູລະນະ​ປະຕິ​ສັງຂອນ​ພິ​ພິ​ທະ​ພັນ​ຫໍພະແກ້ວ ຄັ້ງ​ທີ 3 ໄດ້​ເປີດ​ຢ່າງ​ເປັນ​ທາງ​ການ ວັນທີ 5-6 ທັນວາ 2014 ຈາກ​ນັ້ນ​ຕໍ່ມາ​ ກໍ່​ໄດ້​ຈັດ​ຫາ​ປະມູນ​ຜູ້​ຮັບ​ເໝົາ​ກໍ່ສ້າງ ແລະ ຜ່ານ​ການ​ປະມູນ ເຫັນ​ວ່າ​ບໍລິສັດ ມີ​ພູນ​ຊັບ​ກໍ່ສ້າງ ຈຳກັດ ເປັນ​ຜູ້​ຊະນະ​ການ​ປະມູນ ໃນ​ມູນ​ຄ່າ​ການ​ກໍ່ສ້າງ 6,35 ຕື້ກີບ ແລະ ໜ້າ​ວຽກ​ໂຄງການ​ທີ່ຈະ​ໄດ້​ສ້ອມແປງ​ໃນ​ຄັ້ງ​ນີ້ ​ປະກອບມີ 8 ໜ້າ​ວຽກ​ໃຫຍ່ຄື: ວຽກ​ຮື້ຖອນ ແລະ ສ້ອມແປງ​ຫຼັງຄາ ວຽກ​ຮື້​ຖອນ​ເພດານ​ດ້ານ​ໃນສ້ອມແປງ​ຄືນ ແລະ ຕີ​ເພດານດ້ານ​ນອກ ວຽກ​ສ້ອມແປງ​ຊຸ້ມປະຕູ​ປ່ອງຢ້ຽມ​ພ້ອມ​ບານ ວຽກພື້ນ ແລະ ສ້ອມແປງ​ຄືນ ວຽກ​ຮື້ຝາ​ລະບຽງ​ດ້ານ​ໃນ ແລະ ດ້ານນອກ ວຽກ​ຂັ້ນໄດ​ທາງ​ຂຶ້ນ ສ້ອມແປງ​ຖ້ານ 1 ຖ້ານ 2 ພ້ອມ​ຕິດ​ກາໂລ​ດິນ​ເຜົາ ວຽກ​ອະນາໄມ ເພື່ອທາສີ​ໃສ່​ຝາ​ດ້ານ​ໃນ ດ້ານ​ນອກ ພ້ອມ​ແອວ​ຂັນ ແລະ ວຽກ​ສີ​ມີ 15 ລາຍການ ຕາມ​ໃບ​ປະ​ເມີນ​ລາຄາ ເຊິ່ງ​ການຈັດຕັ້ງ​ປະຕິບັດ​ກໍ່ສ້າງ ຈະ​ໄດ້​ເລີ່ມ​ລົງມື​ນັບ​ແຕ່​ມື້ເຊັນ​ສັນຍາ​ເປັນຕົ້ນ​ໄປ ແລະ ຈະໃຫ້​ສຳເລັດ​ພາຍ​ໃນ​ເດືອນ​ທັນວາ 2015 ເພື່ອ​ສະເຫຼີມສະຫຼອງ​ສອງວັນ​ປະຫວັດສາດ.

ສຳລັບ​ການ​ລະດົມ​ທຶນ​ຈາກສັງຄົມ ​ເພື່ອ​ເປັນ​ງົບ​ເຂົ້າ​ໃນ​ໂຄງການ​ກໍ່ສ້າງ ນັບ​ແຕ່​ມື້​ເປີດ​ໂຄງການ​ເປັນຕົ້ນ​ມາ​ຮອດ​ປັດຈຸບັນ ໄດ້​ເງິນ​ທັງ​ໝົດ​ແລ້ວ​ປະມານ 745,53 ລ້ານ​ກີບ ແຈ້ງ​ເຈດ​ຈຳນົງ 250,9 ລ້ານ​ກີບ ແລະ ໄດ້ຈາກ​ການ​ບໍລິຈາກ​ລາຍ​ວັນ 70 ກວ່າ​ລ້ານ​ກີບ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...