spot_img
Homeຊີວິດແລະຄວາມຮັກຂໍ້ດີ 12​ ຢ່າງທີ່ປະຕິບັດແລ້ວເຮັດໃຫ້ຊີວິດດີຂຶ້ນ!

ຂໍ້ດີ 12​ ຢ່າງທີ່ປະຕິບັດແລ້ວເຮັດໃຫ້ຊີວິດດີຂຶ້ນ!

Published on

download

ຖ້າບໍ່ຢາກເປັນຄົນທໍາມະດາ ລອງເຮັດຕາມ 12 ຢ່າງນີ້:

1 ການຕັ້ງເປົ້າໝາຍໄລຍະຍາວ

ຖ້າຫາກວ່າທ່ານຍັງບໍ່ຮູ້ວ່າເປົ້າໝາຍໃນອະນາຄົດຂອງທ່ານແມ່ນຫຍັງ ທ່ານຈະຢູ່ບ່ອນໃດກໍ່ຄົງບໍ່ສາມມາດເຮັດໃຫ້ ທ່ານປະສົບຄວາມສໍາເລັດໄດ້ ພຽງແຕ່່ທ່ານລອງໃຊ້ເວລາວັນລະ 5-20 ນາທີ ທົບທວນ ແລະ ຄົ້ນຫາເປົ້າມຍາໃນອະນາຄົດມັນຈະເຮັດໃຫ້ທ່ານໄປເຖີງຄວາມຝັນໄດ້ໄວຂຶ້ນ.

2 ການຕັ້ງເປົ້າໝາຍປະຈໍາວັນ

ມັນກໍ່ຄົງຈະດີກວ່າຫາກໃນແຕ່ລະວັນທ່ານມີເປົ້າໝາຍທີ່ຊັດເຈນ ວ່າຄວນຈະເຮັດຫຍັງ ຊຶ່ງມັນຈະເຮັດໃຫ້ທ່ານສາມາດຈັດການກັບຊີວິດໂຕເອງໄດ້ຢ່າງເປັນລະບຽບຮຽບຮ້ອຍ.

3 ຂໍຄວາມຊ່ວຍເຫຼືອບໍ່ແມ່ນເລື່ອງໜ້າອາຍ

ຄົງບໍ່ມີໃຜທີ່ຢູ່ເທີງໂລກນີ້ ສາມາດເຮັດທຸກສິ່ງໄດ້ດ້ວຍໂຕເອງຄົນດຽວ ຫາກວ່າທ່ານມີເລື່ອງທີ່ບໍ່ຄ່ອຍລື້ງເຄີຍ ການຂໍຄວາມຊ່ວຍເຫຼືອຈາກຄົນອຶ່ນທີ່ມີຄວາມສາມາດ ມີປະສົບການ ກໍ່ຄືການເຄົາລົບຄົນອຶ່ນເພື່ອໃຫ້ພວກເຂົາຮັບຮູ້ເຖິງຄວາມສາດຂອງຕົນເອງ ແຕ່ຢ່າງໃດກໍ່ຕາມບໍ່ຄວນລົບກວນຜູ້ອຶ່ນຈົນເຮັດໃຫ້ເຂົາເຈົ້າເດືອດຮ້ອນ.

4 ເປັນຜູ້ໃຫ້ ແລະ ຮັບຄໍາປຶກສາ

ຫາກຄົນຮອບຕົວຂອງທ່ານຕ້ອງການຄໍາປຶກສາ ການເປັນຄົນໃຫ້ຄໍາປຶກສາ ຄືເປັນສິ່ງທີ່ດີໃນການໃຫ້ການຊ່ວຍເຫຼືອແກ່ຜູ້ອຶ່ນ ແລະ ຮັບເອົາຄໍາຄິດເຫັນໃໝ່ໆມາປັບໃຊ້ກັບຕົວທ່ານ ນອກຈາກນີ້ຫາກທ່ານຕ້ອງການຄໍາປຶກສາ ກໍ່ສາມາດຂໍຄໍາປຶກສາຈາກຜູ້ຊ່ຽວຊານ ໄດ້ເຊັ່ນດຽວກັນ.

5 ໃຫ້ຮ່າງກາຍໃດ້ພັກຜ່ອນ

ຄົນທີ່ປະສົບຄວາມສໍາເລັດ ມັກຈະຮູ້ວ່າເຂົາກໍ່ເປັນພຽງແຕ່ຄົນທໍາມະດາຄົນໜຶ່ງ ຕ້ອງມີການເຮັດເລື່ອງຜິດພາດເປັນທໍາມະດາຂອງຊີວິດ  ດັ່ງນັ້ນຢ່າກົດດັນຕົວເອງ ວ່າທຸກສິ່ງຈະຕ້ອງສົມບຸນແບບ ແລະ ປ້ອຍໃຫ້ເປັນເລື່ອງທໍາມະຊາດແດ່.

6 ຈົດບັນທຶກ

ເນື່ອງຈາກຊີວິດຄືການເດີນທາງ ກາຈົດບັນທຶກຈະຊ່ວຍໃຫ້ທ່ານສາມາດຈົດຈໍາໄດ້ທຸກລາຍລະອຽດຂອງຊີວິດ ວ່າໃນແຕ່ລະວັນເກີດຫຍັງຂຶ້ນກັບທ່ານ ແລະ ທ່ານຮູ້ສຶກແບບໃດ ຄົນທີ່ປະສົບຄວາມສໍາເລັດສ່ວນຫຼາຍຈະມັກຈົດບັນທຶກໄວ້ຢ່າງສະໝໍ່າສະເໝີ.

7 ສ້າງຄວາມໝັ້ນໃຈ

ເຊື່ອວ່າທຸກຄົນເຄີຍພົບກັບອຸປະສັກ ແລະ ຄວາມຫຼົ່ມເຫຼວ ແຕ່ສິ່ງສໍາຄັນຄືທ່ານຈະກ່າວຜ່ານມັນໄປໄດ້ແນວໃດ. ຖ້່ຫາກວ່າ ທ່ານມີຄວາມໝັ້ນໃຈຢ່າງເຕັມທີ່ ຈະຊ່ວຍໃຫ້ເອົາຊະນະທຸກຢ່າງທີ່ເຂົ້າມາໃນຊີວິດໄດ້.

8 ກ່າວຄໍາຂອບໃຈ ແລະ ກ່າວຄໍາຍ້ອງ

ຫາກມີໃຜເຮັດສິ່ງດີໆໃຫ້ທ່ານ ທ່ານຄວນກ່າວຄໍາຂອບໃຈໃຫ້ກັບພວກເຂົາເຫຼົ່ານັ້ນ ນອກຈາກນີ້ການກ່າວຄໍາຍ້ອງຍໍຊົມເຊີຍສໍາລັບສິ່ງດີໆ ຈະເປັນແຮງຈູງໃຈໃຫ້ພວກເຂົາຮັດສິ່ງດີໆໃຫ້ແກ່ຄົນອຶ່ນຕໍ່ໄປ.

9 ອອກກໍາລັງກາຍສະໝໍ່າສະເໝີ

ບໍ່ຈໍາເປັນຕ້ອງໃຊ້ເວລາດົນໃນການອອກກໍາລັງກາຍໜຶ່ງຄັ້ງ ພຽງແຕ່ 20-30 ນາທີຕໍ່ມື້ ຈະຊ່ວຍໃຫ້ຮູບຮ່າງພາຍນອກຂອງທ່ານເບິ່ງດີຂຶ້ນ ແລະ ມີສຸຂະພາບແຂງແຮງຂຶ້ນ.

10 ປ່ອຍວ່າງ

ຫາກທ່ານຄົ້ນພົບວ່າບາງສິ່ງໃນຊີວິດຂອງທ່ານ ເຮັດໃຫ້ທ່ານເສຍເວລາໂດຍບໍ່ມີປະໂຫຍດ ທ່ານຄວນຮູ້ຈັກປ່ອຍວາງ ແລະ ຄວນຮູ້ວ່າສິ່ງໃດທີ່ຄຸ່ມຄ່າທີ່ຈະຕ້ອງເຮັດ ແລະ ສິ່ງໃດທີ່ບໍ່ຄວນເຮັດ ຈະເຮັດໃຫ້ຊີວິດຂອງທ່ານດີຂຶ້ນຢ່າງບໍ່ຮູ້ຕົວ.

11 ການຫົວ

ການຫົວ ໂດຍສະເພາະການຫົວໃຫ້ກັບຕົນເອງ ຈະຊ່ວຍປ່ຽນອາລົມຂອງທ່ານຈາກຮ້າຍໃຫ້ເປັນຄົນດີ ນອກຈາກນີ້ຍັງເຮັດໃຫ້ທ່ານເປັນຄົນມີສຸຂະພາບຈິດທີ່ດີ ແລະ ຈະຊ່ວຍໃຫ້ມີຄວາມຄິດສ້າງສັນຫຼາຍຂຶ້ນ.

12 ນອນຫຼັບໃຫ້ພຽງພໍ

ການນອນຫຼັບໃຫ້ພຽງພໍຄືສິ່ງສໍາຄັນ ທີ່ຈະຊ່ວຍໃຫ້ທ່ານມີສະໝອງທີ່ປອດໂປ່ງ ພຽງແຕ່ທ່ານນອນຫຼັບຕິດຕໍ່ກັນ 7​ຊົ່ວໂມງໃນໜຶ່ງຄືນ ພຽງເທົ້ານີ້ກໍ່ຈະເຮັດໃຫ້ທ່ານຮູ້ສຶກດີຂຶ້ນຢ່າງແນ່ນອນ.

>>ຂອບໃຈhttps://www.facebook.com/mouk.mouksavanh/posts/583224515113040?comment_id=583281038440721&notif_t=like

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...