spot_img
Homeຂ່າວການພັດທະນາ ທາງຫລວງເລກ 11 ຖ້າບໍ່ເຂັ້ມງວດກວດນ້ຳໜັກລົດບັນທຸກ ອາດໃຊ້ບໍ່ໄດ້ດົນ!

ທາງຫລວງເລກ 11 ຖ້າບໍ່ເຂັ້ມງວດກວດນ້ຳໜັກລົດບັນທຸກ ອາດໃຊ້ບໍ່ໄດ້ດົນ!

Published on

truck

ເສັ້ນທາງເລກ 11 ແຕ່ສາມແຍກເກົ້າລ້ຽວຫາເມືອງສັງທອງ, ນະຄອນ ຫລວງວຽງຈັນ, ປັດຈຸບັນມີບາງຍ່ານເລີ່ມ ເປັນຄື້ນ ແລະ ມີສະພາບບ່ວມ, ຫລັງ ຈາກມີລົດບັນທຸກໜັກແລ່ນຜ່ານໄປມາເປັນຈຳນວນຫລາຍໃນແຕ່ລະວັນ, ເຊິ່ງ ຖ້າຫາກພາກສ່ວນກ່ຽວຂ້ອງຍັງບໍ່ເຂັ້ມງວດຕໍ່ການກວດກາບັນຫານັ້ນ, ອາດເຮັດ ໃຫ້ອາຍຸການນໍາໃຊ້ເສັ້ນທາງດັ່ງກ່າວ ບໍ່ໄດ້ດົນ.

ນັກຂ່າວພວກເຮົາໄດ້ລົງເບິ່ງສະພາບການສັນຈອນຂອງພາຫະນະບົນ ເສັ້ນທາງດັ່ງກ່າວໃນວັນທີ 20 ມັງກອນນີ້, ພາຍຫລັງມີປະຊາຊົນສະເໜີວ່າມີລົດບັນທຸກໜັກເປັນຈຳນວນຫລາຍ ແລ່ນໄປ ມາເຮັດໃຫ້ເສັ້ນທາງເລີ່ມຊຸດໂຊມ ແລະ ກໍເປັນດັ່ງວ່າແທ້ໂດຍມີລົດບັນທຸກແຮ່, ຫີນ-ຊາຍ ນັບແຕ່ຂະໜາດນ້ອຍ 6 ຕີນໄປ ຈົນຮອດຂະໜາດ 12 ຕີນແລ່ນ ໄປມາບໍ່ຂາດສາຍ, ຂະນະດຽວກັນຈຸດກວດກາສັ່ງນ້ຳໜັກລົດໃນເສັ້ນທາງດັ່ງກ່າວກໍບໍ່ມີ ໂດຍສະເພາະແຕ່ສາມແຍກ ເກົ້າລ້ຽວຫາເມືອງສັງທອງ, ຈຶ່ງເປັນຊ່ອງຫວ່າງໃຫ້ຜູ້ກອບການຂົນສົ່ງສີນຄ້າ, ບໍລິການແຮ່ຕ່າງໆ ພາກັນສວຍໂອ ກາດ ໃສ່ນ້ຳໜັກເກີນຫລາຍ, ລົດບັນທຸກແຮ່ບາງຄັນການປົກຫຸ້ມບໍ່ຮັບປະກັນດີເຮັດໃຫ້ມີເສດດິນເຮ່ຍສ້າງ ຄວາມເປື້ອນ ເປີະ ໃຫ້ເສັ້ນທາງ.

ພະແນກໂຍທາທິການ ແລະ ຂົນສົ່ງ,ນະຄອນຫລວງວຽງຈັນໃຫ້ຮູ້ວ່າ:ເສັ້ນທາງດັ່ງກ່າວ, ແມ່ນໄດ້ຮັບການສະ ໜັບສະໜູນ­ດ້ານ­ການ­ເງິນ­ຈາກລັດຖະບານ­ໄທ ກໍຄືອົງກາ­ນ­ນິດາ(NEDA) ໃ­ນມູ­ນຄ່າ 1.392 ລ້ານ­ບາດ (ສະກຸ­ນເງິ­ນໄທ) ຫລື ປະມານ­ 348 ຕື້ກີບ,ໃ­ນ­ນັ້ນ­ 30% ແມ່­ນຊ່ວຍເຫລືອລ້າ ແລະ 70% ແມ່­ນກູ້ຢືມດອກເບ້ຍຕ່ຳໄລຍະຍາວ, ມີຄວາມຍາວ 204 ກິໂລແມັດແຕ່ແຍກລະຫວ່າງທາງຫລວງແຫ່ງຊາດເລກ 13 ເໜືອ ແລະ ທາງສີໄຄ, ເມືອງສີໂຄດ ຕະບອງ, ນະຄອນ ຫລວງວຽງຈັນລຽບຕາມແມ່ນ້ຳຂອງໄປທາງທິດຕາເວັນຕົກສຽງເໜືອ ແລະ ຂ້າມຜ່ານນ້ຳຂອງ ໄປເຊື່ອມຈອດກັບເສັ້ນ ທາງເລກ 4 ຢູ່ບ້ານຄົກເຂົ້າດໍ, ເມືອງປາກລາຍ, ແຂວງໄຊຍະບູລີ. ເພື່ອອຳນວຍໃຫ້ແກ່ການຄົມ ມານາຄົມໄປມາຫາສູ່ລະ ຫວ່າງປະຊາຊົນ, ການຂົນສົ່ງພາຍໃນປະເທດມີຄວາມສະດວກຫລາຍຂຶ້ນ, ນອກຈາກນີ້, ຍັງເປັນເສັ້ນທາງເຊື່ອມຕໍ່ກັບຊາຍ ແດນລາຊະອານາຈັກໄທນຳດ້ວຍ, ອັນໄດ້ປະກອບສ່ວນ ສຳຄັນໃນການ­ຊຸກຍູ້ດ້ານ­ເສດຖະກິດ- ສັງຄົມ, ການ­ຄ້າ, ການ­ລົງທຶນ­ ແລະ ການ­ທ່ອງທ່ຽວຂອງລາວໃຫ້ມີການ­ຂະ ຫຍາຍຕົວດີຍິ່ງຂຶ້ນ­, ທັງຊ່ວຍ ໃຫ້ລະດັບຊີວິດການ­ເປັ­ນຢູ່ຂອງປະຊາຊົ­ ນບັ­ນດາເຜົ່າທີ່ດຳລົງຊີວິດລຽບຕາມເສັ້­ນທາງ ນັບມື້ດີຂຶ້­ນເປັນ­ກ້າວໆ. ເຊິ່ງເສັ້ນ­ທາງສາຍ­ນີ້, ເມື່ອກ່ອນ­ເປັນ­ທາງດິ­ນແດງ, ແລວທາງຄົດໂຄ້ງຫລາຍ, ໜ້າທາງແຄບ ແລະ ເປັ­ນຄື້­ນເປັນ­ຂຸມ, ການ­ສັນ­ຈອນໄປມາມີຄວາມຫຍຸ້ງຍາກລຳບາກ, ບາງປີເກີດນ­້ຳຖ້ວມເສັ້ນທາງເປ່ເພເຮັດໃຫ້ກາ­ນສັ­ນຈອ­ນຕິດຂັດເປັ­ນເວລາດົ­ນ ແລະ ສ້າງຄວາມສິ້­ນເປືອງຫລາຍຢ່າງດັ່ງ­ນັ້­ນ, ລັດຖະບາ­ນລາວຈຶ່ງໄດ້ສະເໜີຕໍ່ລັດຖະບານ­ໄທໃຫ້ກາ­ ນຊ່ວຍເຫລືອໃ­ນກາ­ນກໍ່ສ້າງສ້ອມແປງເສັ້­ນທາງດັ່ງກ່າວມີມາດຕະຖານ­ ແລະ ອຳ­ນວຍຄວາມສະດວກສະບາຍໃ­ນກາ­ນຄົມມາ­ນາຄົມ ໃຫ້ດີຂຶ້­ນເທື່ອລະກ້າວ ແລະ ສິ່ງສຳຄັນລັດຖະບານ­, ໄດ້ກຳ­ນົດເອົາເສັ້ນ­ທາງສາຍ­ນີ້ເປັນ­ເສັ້­ນທາງຍຸດທະສາດທີ່ມີຄວາມສຳຄັນ­ ຕໍ່ກາ­ນພັດທະນ­າເສດຖະກິດ-ສັງຄົມເວົ້າລວມ, ເວົ້າສະເພາະຢູ່ບັ­ນດາແຂວງທີ່ມີສາຍທາງຜ່ານ­ ແລະ ທັງເປັນ­ເສັ້ນ­ທາງ ເຊື່ອມຕໍ່ລະຫວ່າງບັ­ນດາແຂວງພາກເໜືອ, ກາງ ແລະ ໃຕ້ ແລະ ເຊື່ອມໄປຫາປະເທດເພື່ອນບ້ານ­ ແລະ ອານ­ຸພາກພື້ນ­ນຳດ້ວຍ.

ພະແນກໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ:ເສັ້ນທາງສາຍນີ້ສາມາດຮັບນ້ຳໜັກໄດ້ປະມານ 30 ໂຕນ ແລະ ສາມາດນຳໃຊ້ໄດ້ປະມານ 10 ປີ, ໂດຍແມ່ນພະແນກໂຍທານະຄອນຫລວງເປັນຜູ້ຄຸ້ມຄອງ ແລະ ຍອມຮັບວ່າຕະ ຫລອດສາຍທາງຍັງບໍ່ມີຈຸດຊັ່ງນ້ຳໜັກ, ສະນັ້ນການກວດການ້ຳໜັກລົດຜ່ານມາຢູ່ເສັ້ນທາງດັ່ງກ່າວມີພຽງແຕ່ເຮັດແບບ ລັກສະນະສຸມກວດພິເສດເທົ່ານັ້ນ,ຈຶ່ງເຮັດໃຫ້ຜູ້ປະກອບການຂົນສົ່ງຈຳນວນໜຶ່ງເກີດການສວຍໂອກາດບັນທຸກສິ່ງຂອງທີ່ມີນ້ຳໜັກເກີນການຮອງຮັບຂອງທາງ ແລະ ເປັນສາເຫດໜຶ່ງພາໃຫ້ເສັ້ນທາງຊຸດໂຊມຄືດັ່ງສັງຄົມມີຄວາມເປັນຫວ່ງ, ເຊິ່ງພາກສ່ວນກ່ຽວຂ້ອງຈະໄດ້ລົງກວດກາບັນຫາດັ່ງກ່າວໃຫ້ຫລາຍຂື້ນເພື່ອສະກັດກັ້ນບໍ່ໃຫ້ເກີດມີສະ ພາບທີ່ບໍ່ດີຕາມ ມາ ແລະ ຈະນຳໃຊ້ລະບຽບກົດໝາຍຕໍ່ຜູ້ລະເມີດຢ່າງເຂັ້ມງວດເດັດຂາດ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...